ເຄັດບໍ່ລັບ ໃນການເລີມຕົ້ນເຮັດວຽກໃໝ່ເທື່ອທຳອິດ

timer

remove_red_eye 3,741 views


cvConnect.la - ເຄັດບໍ່ລັບ ໃນການເລີມຕົ້ນເຮັດວຽກໃໝ່ເທື່ອທຳອິດ

ສຳລັບນັກສຶກສາຈົບໃໝ່ທີ່ເລີ່ມຕົ້້ນເຮັດວຽກ ຫຼື ສຳລັບຄົນທີ່ກຳລັງຈະເລີ່ມເຮັດວຽກກັບບໍລິສັດໃໝ່ ຕ້ອງການຢາກຈະໃຫ້ການເລີ່ມວຽກດ້ວຍຄວາມລາບລື່ນ ໄປໄດ້ດ້ວຍດີ ທາງເຮົາມີເທັກນິກເລັກໆນ້ອຍໆມາຝາກ ສາມາດນຳ ສິ່ງເຫຼົ່ານີ້ໄປປັບໃຊ້ໄດ້

  • ການທັກທາຍ

ໃນການເຮັດວຽກນັ້ນຈະຕ້ອງມີການຕິດຕໍ່ປະສານງານກັບຜູ້ອື່ນ ດັ່ງນັ້ນເຮົາຄວນຈະຮູ້ຈັກການສ້າງມິດຕະພາບກັບໝູ່ຮ່ວມວຽກ ເຊິ່ງຖືວ່າເປັນເລື່ອງທີ່ຂ່ອນຂ້າງສຳຄັນ

ເຮົາສາມາດເລີ່ມຕົ້ນສ້າງຄວາມສຳພັນກັບໝູ່ຮ່ວມວຽກດ້ວຍການແນະນຳຕົວໃນແບບສະບັບຂອງເຮົາເອງ ຢ່າງອອ່ນນ້ອມຖ່ອມຕົນ ເປັນການສະແດງຄວາມເຄົາລົບແລະໃຫ້ກຽດກັບຜູ້ທີ່ຢູ່ກ່ອນ ແຕ່ການທັກທາຍພຽງປະໂຫຍກສັ້ນໆ ກໍສາມາດຫາໝູ່ໃໝ່ໄດ້ ເຊິ່ງຈະຊ່ວຍໃນການເຮັດວຽກມື້້ທຳອິດ ແລະ ມື້ຕໍ່ໆ ໄປລາບລື່ນຫຼາຍຂຶ້ນ

 

  • ການແຕ່ງກາຍ

ການສ້າງຄວາມປະທັບໃຈໃນເທື່ອທຳອິດຂອງເຈົ້ານາຍແລະໝູ່ຮ່ວມວຽກ ສາມາດເບິ່ງໄດ້ຈາກພາຍນອກ ເຊິ່ງກໍຄືບຸກຄະລິກ ແລະ ການແຕ່ງກາຍ ດັ່ງນັ້ນເຈົ້າຄວນທີ່ຈະແຕ່ງກາຍສຸພາບໃຫ້ເໝາະສົມກັບຕຳແໜ່ງໜ້າທີ

  • ກ້າເວົ້າ ກ້າຖາມ

ສິງສຳຄັນສຳລັບຄົນທີ່ຫາຈະເລີ່່່ມເຮັດວຽກ ຄື ໃນເວລາທີ່ບໍ່ເຂົ້າໃຈວຽກ ເຮົາສາມາດຖາມໄດ້ໂດຍບໍ່ຕ້ອງອາຍ ເພາະໝູ່ຮ່ວມວຽກ ພ້ອມຈະສອນວຽກໃຫ້ເຮົາໄດ້ຕະຫຼອດ ແຕ່ທຸກເທື່ອທີ່ຖາມຕ້ອງພະຍາຍາມຈົດແລະຈື່ໄວ້ສະເໝີເພື່ອເທື່ອຕໍ່ໄປຈະໄດ້ຮຽນຮູ້ດ້ວຍຕົວເອງ ເຊິ່ງຖືວ່າເປັນສິ່ງທີ່ນ້ອງໃໝ່ຄວນຈະເຮັດ ເພາະໂດຍສ່ວນຫຼາຍ ບໍລິສັດ ຫຼື ອົງກອນນັ້ນ ມັກຈະຄາດຫວັງພະນັກງານທີ່ມີຄວາມກ້າໃນດ້ານການຄິດແລະການລົງມືເຮັດ ສະແດງໃຫ້ເຫັນເຖິງຄວາມກະຕື້ລືລົ້ນ

ແຕ່ກໍຕ້ອງພະຍາມຍາມຮຽນຮູ້ ແລະ ເຮັດຄວາມເຂົ້າໃຈດ້ວຍຕົນເອງໃຫ້ໄດ້ໄວທີ່ສຸດ ຢ່າຕັດສິນໃຈເອງ ການຖາມຄືການຫາຄຳຕອບຂອງການເຮັດວຽກທີ່ດີ ແຕ່ທັງນີ້ ກ່ອນຈະຖາມເຮົາຕ້ອງເບິ່ງກ່ອນວ່າຜູ້ທີ່ຈະຖາມວ່າຄ່າວຽກບໍ ຖ້າຈັງຫວະດີໆທີ່ຈະຖາມ ແລະ ຖາມດ້ວຍຄວາມສຸພາບ                                                                                         

  • ພະຍາຍາມຈົດແລະຈື່

ປຶ້ມຫົວນ້ອຍໆ ຄວນຈະມີຕິດໂຕ ເພື່ອຈົດລາຍລະອຽດຕ່າງໆ ທີ່ໄດ້ຮັບມອບໝາຍ ທົບທວນວ່າມື້ນີ້ໄດ້ຮຽນຮູ້ ແລະ ເນັດຫຍັງແນ່ ຫຼືຄວນຈະເຮັດຫຍັງກ່ອນຫຼືຫຼັງ

ພະນັກງານໃໝ່ຄວນຈະຮັບຟັລແລະຈົດຈຳສິ່ງທີ່ຫົວໜ້າງານສອນມາ ແລະ ຕ້ອງສາມາດຮັບຜິດຊອບວຽກຂອງຕົນເອງໄດ້ ເຊິ່ງການເຮັດວຽກທີ່ໄດ້ຮັບການມອບໝາຍໃຫ້ສຳເລັດແລະສົ່ງຢ່າງຕົງເວລາ ກໍຖືວ່າເປັນສິ່ງທີ່ເລີ່ມເຮັດວຽກໃໝ່ຄວນຈະຍຶດຖືໃຫ້ຫຼາຍທີ່ສຸດ

  • ກວດສອບແລະທົບທວນ

ເຮັດວຽກໄປໄດ້ໄລຍະໜື່ງ ຄວນມີການທົບທວນວຽກທີ່ເຮົາເຮັດ ໃຫ້ຄະແນນຕົວເອງໃນດ້ານຕ່າງໆ ວ່າເຮົາຈະຕ້ອງປັບປຸງເລືາອງຫຍັງແດ່ ອາດຈະຖາມໝູ່ຮ່ວມວຽກ ໃນພະແນກຫຼືໃນສ່ວນວຽກທີ່ກ່ຽວຂ້ອງ ຂໍຄຳແນະນຳວ່າຕ້ອງເສີມຫຼືເພີ່ມເຕີມດ້ານໃດແນ່ ເຮົາມາຖືທາງແລ້ວບໍ ຄວາມເຫັນທັງດ້ານດີແລະບໍ່ດີ ຈະເຮັດໃຫ້ເຮົາໄດ້ປັບປຸງຕົວເອງໃຫ້ດີຂຶ້ນ

Tags: #ເຄັດບໍ່ລັບ #Job #ວຽກໃໝ່ #new job #ເລີ່ມຕົ້ນເຮັດວຽກ #ເລີ່ມວຽກໃໝ່

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now

CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....