ເປັນຫຍັງເຈົ້າຈຶ່ງຄວນເຝິກງານກ່ອນຮຽນຈົບ?

timer

remove_red_eye 4,358 views


cvConnect.la - ເປັນຫຍັງເຈົ້າຈຶ່ງຄວນເຝິກງານກ່ອນຮຽນຈົບ?

           

             ທຸກມື້ນີ້ການສ້າງໂປຼໄຟລ໌ໃຫ້ເບິ່ງໂດດເດັ່ນບໍ່ແມ່ນເລື່ອງງ່າຍ ເພາະປະສົບການບໍ່ຈຳເປັນຕ້ອງໃນວຽກໃນບໍລິສັດພຽງຢ່າງດຽວ ຄົນລຸ້ນໃໝ່ອອກມາເຮັດທຸລະກິດສ່ວນໂຕຫຼາຍຂຶ້ນຕັ້ງແຕ່ຍັງຮຽນ ຫຼື ບາງຄົນກໍເຮັດວຽກແບບຟີຣແລນໄປນຳຮຽນໄປນຳທາງເລືອກທີ່ມີຫຼາກາຍອາດເຮັດໃຫ້ຫຼາຍຄົນຕັ້ງຄຳຖາມວ່າຈະເລີ່ມຕົ້ນຊີວິດການເຮັດວຽກຂອງເຈົ້າຢ່າງໃດດີ ໃບປະລິນຍາຢ່າງດຽວອາດຈະບໍ່ພໍທີ່ຈະເຮັດໃຫ້ເຈົ້າໂດດເດັ່ນອອກມາຈາກຄົນອື່ນ ຖ້າຫາກເຈົ້າຍັງຄິດບໍ່ອອກ ຍັງບໍ່ຮູ່ວ່າຈະເລີ່ມຕົ້ນອັບເດດໂປຼໄຟລ໌ເພື່ອທີ່ຈະສະໝັກງານຢ່າງໃດດີ CV Connect ຂໍແນະນຳປະໂຫຍດຂອງການ “ ການເຝິກງານ ” ທີ່ນອກເໜືອຈາກຈະຊ່ວຍເລື່ອງການຫາວຽກໃນອະນາຄົດແລ້ວ ຍັງມີປະໂຫຍດດ້ານອື່ນອີກ.

ເຝິກງານເພື່ອຫານາຍຈ້າງໃນອະນາຄົດຂອງເຈົ້າ

        ການເຝິກງານເປັນເລື່ອງທີ່ພົບເຫັນໄດ້ທົ່ວໄປໃນບໍລິສັດໃຫຍ່ໆ ແຕ່ດຽວນີ້ບໍລິສັດ SME ທັງຂະໜາດກາງ ແລະ ຂະໜາດໜ້ອຍ ກໍມີການເປີດຮັບເດັກເຝິກງານ ເຊິ່ງເປັນໂອກາດສຳລັບພວກເຂົາໃນການເພີ່ມຈຳນວນພະນັກງານ ແລະ ສ້າງແບນຂອງຕົວເອງ ເຈົ້າເອງກໍຈະມີໂອກາດໃນການເຝິກງານກັບບໍລິສັດທີ່ຫຼາຍຂຶ້ນ ເມື່ອໄດ້ລອງເຮັດວຽກກັບບໍລິສັດຫຼາຍໆ ບໍລິສັດ ແລ້ວເຈົ້າກໍຈະມີລາຍຊື່ຂອງນາຍຈ້າງທີ່ເຈົ້າອາດຈະໄດ້ເຮັດວຽກໃນອະນາຄົດ ແລະ ເຈົ້າຍັງຈະໄດ້ມີບຸກຄະລາກອນອ້າງອີງເພີ່ມຂຶ້ນດ້ວຍ.

ເຝິກງານເພື່ອທົດສອບຄວາມຮູ້ ແລະ ຄວາມສາມາດຂອງຕົນເອງ

        ທຸກຄົນຮູ້ວ່າການຮຽນຈົບຈາກມະຫາວິທະຍາໄລແລ້ວກໍບໍ່ໄດ້ແປວ່າເຈົ້າຍາກເຮັດວຽກດ້ານນັ້ນແທ້ໆ ເຈົ້າອາດຈະຈົບການຕະຫຼາດມາແຕ່ພໍເຮັດວຽກໄປສອງຫາສາມປີ ເຈົ້າອາດຈະຍາກປ່ຽນສາຍວຽກໄປເຮັດຢ່າງອື່ນທີ່ບໍ່ກ່ຽວຂ້ອງກັບການຕະຫຼາດໂດຍສິ້ນເຊີງ ດັ່ງນັ້ນ ການເຝິກງານຈະເຮັດໃຫ້ເຈົ້າໄດ້ໄອເດຍວ່າ ການເຮັດວຽກໃນສາຍງານນີ້ຈະເປັນຢ່າງໃດ ເປັນປະສົບການ ການເຮັດວຽກແທ້ທີ່ຈະບອກວ່າເຈົ້າມັກມັນແທ້ໆຫຼືບໍ່?

ເຝິກງານເພື່ອຫາບຸກຄົນທີ່ຈະມາເປັນແຮງບັນດານໃຈໃນການເຮັດວຽກ

      ທຸກມື້ນີ້ເຮົາເຫັນຄົນປະສົບຄວາມສຳເລັດຈົນຂຽນໜັງສືຂາຍກັນຫຼາກຫຼາຍ ແຕ່ຢ່າງທີ່ເຮົາຮູ້ ພວກເຂົາບໍ່ແມ່ນຄົນປົກກະຕິທຳມະດາທົ່ວໄປ ການເຝິກງານຈະເຮັດໃຫ້ເຈົ້າໄດ້ມີໂອກາດພົບປະກັບນາຍຈ້າງ ຫຼື ຫົວໜ້າງານຫຼາກຫຼາຍແບບ ແລະ ມີຮູບແບບໃນການເຮັດວຽກທີ່ແຕກຕ່າງກັນໄປ ແລະ ນັ້ນຈະເຮັດໃຫ້ເຈົ້າມີປະສົບການໃນການຮັບມືກັບພວກເຂົາ ເຊິ່ງຖືເປັນເລື່ອງສຳຄັນສຳລັບຄົນທີ່ຫາກໍເຂົ້າມາເຮັດວຽກໃໝ່ ທີ່ຈະຮູ້ວ່າຕ້ອງປັບຕົວເຂົ້າກັບຫົວໜ້າ ແລະ ເຮັດໂຕໃຫ້ເປັນປະໂຫຍດຕໍ່ທີມ.

ເຝິກງານເຮັດໃຫ້ Resume ຂອງເຈົ້າໜ້າສົນໃຈຫຼາຍຂຶ້ນ

      ຍິ່ງເຈົ້າມີປະສົບການຫຼາຍເທົ່າໃດ ກໍຍິ່ງເຮັດໃຫ້ Resume ເບິ່ງໜ້າສົນໃຈຫຼາຍຂຶ້ນເທົ່ານັ້ນ ແຕ່ນັກສຶກສາຫຼາຍໆ ຄົນກໍບໍ່ມີປະສົບການເຮັດວຽກ ພວກເຂົາກໍຕ້ອງເຮັດໂຕໃຫ້ໂດດເດັ່ນກວ່າຄົນອື່ນດ້ວຍການມີຄະແນນທີ່ດີ ເຮັດກິດຈະກຳຫຼາຍໆ ແຕ່ການມີປະສົບການເຂົ້າມາເສີມ ອາດຈະເຮັດໃຫ້ເຈົ້າເຂົ້າໃຈວຽກ ແລະ ຮູ້ວິທີທີ່ຈະປັບຕົວໃຫ້ເຂົ້າກັບທີມໄດ້ໄວກວ່າຄົນທີ່ບໍ່ໄດ້ເຝິກງານ ການເຝິກງານກໍຈະເຮັດໃຫ້ເຈົ້າມີເລື່ອງໄປເລົ່າເວລາສຳພາດນຳວ່າຊີວິດມະຫາໄລໄດ້ເຮັດຫຍັງແນ່ນອກຈາກການຮຽນ.

ເຝິກງານເພື່ອສ້າງຄວາມສຳພັນ

      ບາງຄັ້ງ ສິ່ງທີ່ເຮັດໃຫ້ເຈົ້າບໍ່ໄດ້ເຮັດວຽກໃນຝັນອາດຈະເປັນແຄ່ບຸກຄົນອ້າງອີງທີ່ເຈົ້າເສຍໂອກາດໃນການເຮັດຄວາມຮູູ້ຈັກໄປກໍໄດ້ ດັັ່ງນັ້ນ ການເຝິກງານຈະເຮັດໃຫ້ເຈົ້າໄດ້ໂອກາດໃນການສ້າງ ຄວາມສຳພັນ ຍິ່ງເຈົ້າຮູ້ຈັກຄົນຫຼາຍເທົ່າໃດກໍຍິ່ງດີ ແລະ ການຮູ້ຈັກໃຜບາງຄົນທີ່ເປັນຄົນສໍາຄັນກໍອາດຈະເຮັດໃຫ້ເຈົ້າມີໂອກາດທີ່ດີກວ່າຄົນອື່ນອີກດ້ວຍ.

ເຝິກງານເພື່ອຫາປະສົບການທີ່ເຈົ້າລືມບໍ່ລົງ

     ການເຝິກງານໃນຫຼາຍໆ ບ່ອນກໍໃຫ້ໂອກາດໄດ້ລອງເຮັດວຽກທີ່ເຈົ້າບໍ່ສາມາດເຮັດໄດ້ແທ້ໆໃນອະນາຄົດເຈົ້າອາດຈະໄດ້ຮູ້ຈັກຄົນໃໝ່ໆ ທີ່ກາຍມາເປັນໝູ່ທີ່ດີ ຫຼື ເຈົ້າອາດຈະໄດ້ຮຽນຮູ້ຕົນເອງວ່າເຈົ້າມັກເຮັດວຽກພວກນີ້ຫຼາຍປານໃດ ການເຝິກງານຈະປ່ຽນຂີວິດ ແລະ ເປີດມຸມມອງໃໝ່ໆ ໃຫ້້ເຈົ້າຢ່າງແນ່ນອນ.

      ການເຝິກງານບໍ່ພຽງແຕ່ຈະໄດ້ແຄ່ວຽກແຕ່ຢ່າງດຽວເທົ່ານັ້ນ ແຕ່ຈະເຮັດໃຫ້ເຈົ້າໄດ້ຮຽນຮູ້ການໃຊ້ຊີວິດຮ່ວມກັບຜູ້ອື່ນ ແລະ ຍັງປະສົບການດີໆ ອີກຫຼາກຫຼາຍທີ່ຊ່ວຍເຕີມເຕັມຮູບແບບຊີວິດຂອງເຈົ້າ.

ທີ່ມາ: WorkVenture

Tags: #ເປັນຫຍັງ #ຄວນເຝິກງານກ່ອນຮຽນຈົບ #Resume ໜ້າສົນໃຈຫຼາຍຂຶ້ນ #ສ້າງຄວາມສຳພັນ #ຫາປະສົບການ

Share on your timeline:


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....