ເຄັດບໍ່ລັບ ໃນການເລີ່ມເຮັດວຽກຄັ້ງທໍາອິດ

timer

remove_red_eye 3,895 views


cvConnect.la - ເຄັດບໍ່ລັບ ໃນການເລີ່ມເຮັດວຽກຄັ້ງທໍາອິດ

      ສໍາລັບນັກສຶກສາຈົບໃໝ່ທີ່ກໍາລັງຈະເລີ່ມຕົ້ນກັບວຽກທໍາອິດໃນຊີວິດ ຫຼື ສໍາລັບຄົນກໍາລັງຈະເລີ່ມວຽກກັບບໍລິສັດໃໝ່ ຕ້ອງການຢາກຈະໃຫ້ການເລີ່ມວຽກຄັ້ງທໍາອິດສໍາເລັດໄປດ້ວຍດີ ທາງເຮົາມີເທັກນິກເລັກໆນ້ອຍໆມາຝາກກັນ ສາມາດນໍາສິ່ງເຫຼົ່ານີ້ໄປປັບໃຊ້ໄດ້.

  • ການທັກທາຍ

      ໃນການເຮັດວຽກນັ້ນຈະຕ້ອງມີການຕິດຕໍ່ປະສານງານກັບຜູ້ອື່ນ ດັ່ງນັ້ນ ເຮົາຄວນທີ່ຈະຮູ້ສ້າງສໍາພັນທີ່ດີກັບເພື່ອນຮ່ວມງານເຊິ່ງຖືວ່າເປັນເລື່ອງທີ່ຄ່ອນຂ້າງສໍາຄັນ.

      ເຮົາສາມາດເລີ່ມຕົ້ນສ້າງປະຕິສໍາພັນກັບເພື່ອນຮ່ວມງານດ້ວຍການແນະນໍາຕົວໃນແບບສະບັບຂອງເຮົາເອງ ຢ່າງອ່ອນນ້ອມຖອມຕົວ  ເປັນການສະແດງຄວາມເຄົາລົບ ແລະ ໃຫ້ກຽດກັບຄົນທີ່ມາຢູ່ກ່ອນ ແຄ່ການທັກທາຍພຽງປະໂຫຍດສັ້ນໆ ກໍສາມາດເຮັດໃຫ້ໄດ້ເພື່ອນຮ່ວມງານໃໝ່ ເຊິ່ງຈະຊ່ວຍໃຫ້ການເຮັດວຽກມື້ແລກ ແລະ ມື້ຕໍ່ໄປສໍາເລັດໄປໄດ້ດີຫຼາຍຂຶ້ນ.

  • ການແຕ່ງກາຍ

      ການສ້າງຄວາມປະທັບໃຈໃນຄັ້ງແລກຂອງເຈົ້ານາຍ ແລະ ເພື່ອນຮ່ງມງານນັ້ນ ສາມາດໄດ້ຈາກພາຍນອກ ເຊິ່ງກໍຄືບຸກຄະລິກ ແລະ ການແຕ່ງກາຍ ດັ່ງນັ້ນ ນ້ອງໆຄວນທີ່ຈະແຕ່ງກາຍໃຫ້ເໝາະສົມກັບຕໍາແໜ່ງໜ້າທີ່.

  • ກ້າເວົ້າ ກ້າຖາມ

       ສິ່ງທີ່ສໍາຄັນສໍາລັບນ້ອງໆທີ່ຈະເລີ່ມວຽກ ຄື: ໃນເວລາທີ່ບໍ່ເຂົ້າໃຈເນື້ອວຽກ ເຮົາສາມາດຖາມໄດ້ໂດຍບໍ່ຕ້ອງອາຍ ເພາະພວກເຂົາພ້ອມທີ່ຈະສອນວຽກເຮົາສະເໝີ ແຕ່ທຸກຄັ້ງທີ່ຖາມ ພະຍາຍາມຈົດບັນທຶກ ແລະ ຈື່ໄວ້ສະເໝີເພື່ອທີ່ຄັ້ງຕໍ່ໄປຈະໄດ້ຮຽນຮູ້ໄດ້ດ້ວຍຕົນເອງ ເຊິ່ງຖືວ່າເປັນສິ່ງທີ່ນ້ອງໃໝ່ຄວນຈະເຮັດ ເພາະໂດຍສ່ວນໃຫຍ່ ບໍລິສັດ ຫຼື ອົງກອນນັ້ນມັກຈະຄາດຫວັງພະນັກງານທີ່ມີຄວາມກ້າໃນດ້ານການຄິດ ແລະ ລົງມືເຮັດ ສະແດງໃຫ້ເຫັນເຖິງຄວາມກະຕືລືລົ້ນ.

      ແຕ່ກໍຕ້ອງພະຍາຍາມຮຽນຮູ້ ແລະ ເຮັດຄວາມເຂົ້າໃຈດ້ວຍຕົນເອງ ຢ່າຕັດສິນໃຈເອງ ການຖາມຄືການຫາຄໍາຕອບຂອງການເຮັດວຽກທີ່ດີ ແຕ່ທັງນີ້ຂໍໃຫ້ເບິ່ງວ່າຄົນທີ່ເຮົາຈະຖາມນັ້ນຄາວຽກບໍ່ ຖ້າຈັງຫວະດີໆທີ່ຈະຖາມ ແລະ ຖາມດ້ວຍຄວາມສຸພາບ.

  • ຈົດບັນທຶກ ແລະ ຈື່ຈໍາ

      ປຶ້ມຄວນມີຕິດໂຕເອົາໄວ້ ເພື່ອອຈົດວຽກ ແລະ ລາຍລະອຽດຕ່າງໆ ທີ່ໄດ້ຮັບມອບໝາຍໃຫ້ ທົບທວນວ່າມື້ນີ້ໄດ້ຮຽນຮູ້ ແລະ ເຮັດຫຍັງແນ່ ຫຼື ຄວນເຮັດຫຍັງກ່ອນ - ຫຼັງດີ.

      ພະນັກງານໃໝ່ຄວນຈະຮັບຟັງ ແລະ ຈື່ຈໍາສິ່ງທີ່ທາງຫົວໜ້າເພິ່ນສອນມາ ແລະ ຕ້ອງສາມາດຮັບຜິດຊອບວຽກຂອງຕົນເອງໄດ້ ເຊິ່ງເຮັດວຽກທີ່ໄດ້ຮັບມອບໝາຍໃຫ້ສໍາເລັດ ແລະ ສົ່ງຢ່າງຕົງເວລາ ກໍຖືວ່າເປັນສິ່ງທີ່ຜູ້ເລີ່ມເຮັດວຽກຄວນຍຶດຖືໃຫ້ຫຼາຍທີ່ສຸດ.

  • ກວດສອບ ແລະ ທົບທວນ

      ເຮັດວຽກໄປໄດ້ໄລຍະໜຶ່ງ ຄວນມີການທົບທວນວຽກທີ່ເຮົາເຮັດ ໃຫ້ຄະແນນຕົວເອງ ເພື່ອເປັນການປະເມີນຕົນເອງໃນດ້ານຕ່າງໆວ່າເຮົາຈະຕ້ອງປັບປຸງເລື່ອງຫຍັງ ອາດຈະຖາມເພື່ອນຮ່ວມງານ ໃນພະແນກ ຫຼື ໃນສ່ວນວຽກທີ່ກ່ຽວຂ້ອງ ຂໍຄໍາແນະນໍາວ່າຕ້ອງເສີມ ຫຼື ເພີ່ມເຕີມດ້ານໃດແນ່ ເຮົາມາຖືກທາງແລ້ວຫຼືຍັງ ຄວາມເຫັນດ້ານດີ ບໍ່ດີ ຈະເຮັດໃຫ້ເຮົາປັບປຸງຕົວເອງໃຫ້ດີຂຶ້ນ.

Tags: #ຄັ້ງທໍາອິດ #ການເລີ່ມເຮັດວຽກ #ເຄັດລັບ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now

CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....