5 ວິທີສະຫມັກວຽກໃຫ້ໄດ້ວຽກຫລັງຈາກຫວ່າງງານມາດົນ

timer

remove_red_eye 4,048 views


cvConnect.la - 5 ວິທີສະຫມັກວຽກໃຫ້ໄດ້ວຽກຫລັງຈາກຫວ່າງງານມາດົນ

 

         ການຫວ່າງງານມີສາເຫດໄດ້ຫລາຍຢ່າງບາງຄົນສະຫມັກໃຈຫວ່າງວຽກດ້ວຍຕົນເອງໃນຂະນະທີ່ບາງຄົນຖືກບໍລິສັດບອກດ້ວຍການເຊີນໃຫ້ອອກຈາກວຽກ ຖ້າໃຜຖືກລັກສະນະດັ່ງກ່າວກໍຕ້ອງຮູ້ສຶກເສຍໃຈ, ເສຍສູນແບບໍ່ຕັ້ງຕົວແຕ່ເມື່ອເວລາຜ່ານໄປ ແລ້ວຢາກຈະກັບມາສະແດງຄວາມສາມາດອີກຄັ້ງຈະເຮັດຫຍັງແດ່ແນວໃດດີຫວ່າງວຽກໄປຊ່ວງຫນຶ່ງແລ້ວຢ້ານຖືກປະຕິເສດອີກຮອບ ມື້ນີ້ມີເຄັດລັບ 5 ຂໍ້ມາແນະນໍາດັ່ງນີ້.

 

1 ເບິ່ງຫາວຽກທີ່ຄິດວ່າເຫມາະສົມທີ່ສຸດ

          ຄວາມຈິງແລ້ວການທີ່ຫວ່າງວຽກກໍຖືເປັນໂອກາດອັນດີທີ່ເຮົາຈະມີເວລາໃຊ້ຊີວິດແບບສະໂລໄລແລະໄດ້ໃຊ້ເວລາຄິດເຖິງຄວາມຕ້ອງການທີ່ແທ້ຈິງຂອງຊີວິດຫລາຍຂຶ້ນລອງຄິດວ່າເຮົາມີຄວາມສາມາດ, ຄວາມຖະຫນັດ ຫລື ຄວາມມັກດ້ານໃດເປັນພິເສດ ແລະ ນອກຈາກນັ້ນ, ຢ່າລືມຮຽງລໍາດັບຄວາມສໍາຄັນດ້ານອື່ນໆ ທີ່ຕ້ອງຄໍານຶງໃນການສະຫມັກວຽກ ເຊັ່ນ ສະຫວັດດິການຄ່າຕອບແທນທີ່ສົມເຫດສົມຜົນ ແລະອື່ນ ໆ, ເມື່ອເຖິງເວລາຕ້ອງຫາວຽກໃຫມ່ອີກຄັ້ງຈະໄດ້ເລືອກວຽກທີ່ມີກັບເຮົາຫລາຍທີ່ສຸດ

 

2 ປັບປ່ຽນພຶດຕິກໍາ

          ເມື່ອມີໂອກາດໄດ້ຫວ່າງວຽກບາງເທື່ອ ອາດຈະຊິນເຄີຍໃນການໃຊ້ຊີວິດຕາມສະບາຍເກີນໄປແດ່ ເຊັ່ນ ນອນ 3 ໂມງເຊົ້າ, ຕື່ນ 2 ໂມງສວາຍ,  ຕື່ນແລ້ວບໍ່ອາບນ້ໍາ, ບໍ່ແຕ່ງຕົວ ເມື່ອຢາກຈະກັບເຂົ້າຕະຫຼາດວຽກອີກຄັ້ງ ຈະຕ້ອງປັບປ່ຽນພຶດຕິກໍາໃຫ້ກັບເຂົ້າມາໃກ້ຄຽງວົງຈອນຊີວິດຄົນເຮັດວຽກໃຫ້ຫລາຍທີ່ສຸດພະຍາຍາມໃຊ້ເວລາໃຫ້ເປັນປະໂຍດດ້ວຍການເຂົ້າເວັບໄຊຫາວຽກ ຫລື ຖາມຫາໂອກາດການຮັບຄົນເຂົ້າເຮັດວຽກຈາກໝູ່ເພື່ອນ ຫລື ຍາດພີ່ນ້ອງ ຫາຄວາມຮູ້ຮອບຕົວທີ່ກ່ຽວຂ້ອງກັບຕະຫຼາດວຽກຈາກທຸກສື່ໃຫ້ຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້ ເພື່ອກຽມຄວາມພ້ອມກັບການຖືກເອີ້ນສໍາພາດວຽກອີກຄັ້ງ.

 

3 ປັບປຸງ Resume

         ຊອກ Resume ສະບັບເກົ່າຂຶ້ນມາອີກຄັ້ງແລ້ວອັບເດດໃຫມ່ ຖ້າມີໂອກາດອັນດີໄດ້ເຮັດວຽກຟລີແລນ ຫລື ໂປເຈັກອື່ນໆໃນຊ່ວງທີ່ຫວ່າງວຽກຢູ່ ກໍຢ່າລືມເພີ່ມລົງໄປນໍາ ແລະ ຈື່ໄວ້ວ່າ Resume  ທີ່ມີຊ່ວງເວັ້ນຫວ່າງຂອງໄລຍະເວລາບາງຊ່ວງໄປຈະເປັນຊ່ອງຫວ່າງໃຫ້ບັນດາຜູ້ຈ້າງວຽກຖາມວ່າ ໃນຊ່ວງເວລານັ້ນເຮົາຫາຍໄປໃສມາເຮັດແມ່ນຫຍັງຢູ່. ດັ່ງນັ້ນ, ຖ້າເປັນໄປໄດ້ໃນຊ່ວງທີ່ຫວ່າງວຽກກໍຢ່າລືມເອົາເວລາໄປພັດທະນາຕົນເອງໃນດ້ານທີ່ເຮົາຂາດ, ນອກຈາກການເຝິກຝົນເພີ່ມເຕີມທັກສະສະເພາະແລ້ວຍັງເຮັດໃຫ້ Resume ໜ້າຄົ້ນຫາຫຼາຍຂຶ້ນກວ່າເກົ່າ.

 

4 ປັບແກ້ທັດສະນະຄະຕິ

          ຄົນທີ່ເຄີຍຫວ່າງງານມາໃນໄລຍະເວລາຫນຶ່ງ ບໍ່ວ່າຈະເປັນການຫວ່າງງານໂດຍສະຫມັກໃຈ ຫລື ດ້ວຍພາວະຈໍາຍອມກໍຕາມອາດເປັນໄປໄດ້ວ່າເກີດຄວາມຫົດຫູ່ໃນຊີວິດເສຍຄວາມຫມັ້ນໃຈບາງສ່ວນຈາກການເຮັດວຽກ ຫລື ບາງຄົນອາດເຖິງຂັ້ນມີທັດສະນະຄະຕິບໍ່ດີກັບບ່ອນເຮັດວຽກເກົ່າ, ຫົວຫນ້າເກົ່າ ຖ້າເຈົ້າເປັນຜູ້ມີທັດສະນະຄະຕິໃນແງ່ລົບດັງທີ່ໄດ້ກ່າວມາຂ້າງຕົ້ນແລ້ວ ກໍຂໍບອກເລີຍວ່າ ໃຫ້ຢຸດແລ້ວປັບທັດສະນະຄະຕິໃຫມ່ໃຫ້ເປັນໄປໃນທາງບວກ ເພາະແມ່ນຫຍັງກໍຕາມທີ່ເຮົາຄິດມັນຈະຍຶດຕິດຢູ່ໃນຈິດໃຕ້ສໍານຶກຢ່າງຫນຽວແຫນ້ນຊຶ່ງມີຜົນຕໍ່ການສະແດງອອກທາງຄວາມຄິດ ແລະ ອາລົມຂອງເຮົາດ້ວຍຄວາມຮູ້ສຶກໃນສ່ວນນີ້ຖ້ານໍາເຂົ້າຫ້ອງສໍາພາດໄປບໍ່ດີແນ່ນອນ ເຊື່ອວ່າທຸກອົງກອນຢາກໄດ້ຄົນທີ່ມີທັດນະຄະຕິໃນທາງບວກເຂົ້າໄປຮ່ວມວຽກກັບອົງກອນຫລາຍກວ່າແນ່ນອນ.

 

5 ສໍາພາດວຽກແບບມືໂປຣ

          ການສໍາພາດວຽກເປັນຂັ້ນຕອນທີ່ສໍາຄັນຫລາຍສໍາຫລັບການສະຫມັກວຽກ ເປັນການສ້າງຄວາມປະທັບໃຈຄັ້ງທໍາອິດໃຫ້ກັບຜູ້ທີ່ເຈົ້າຈະເຂົ້າໄປຮ່ວມວຽກນໍາໃນອະນາຄົດ. ດັ່ງນັ້ນ, ການສະແດງອອກໃນລະຫວ່າງການສໍາພາດວຽກຈະເປັນຫນຶ່ງໃນຕົວຊີ້ວັດສໍາຄັນທີ່ຈະ ບອກວ່າທ່ານຈະໄດ້ໄປຕໍ່ ຫລື ບໍ່ ການສະແດງອອກທີ່ວ່າບໍ່ແມ່ນພຽງການເວົ້າຈາຕອບຄໍາຖາມເທົ່ານັ້ນແຕ່ຍັງລວມເຖິງການແຕ່ງຕົວໄປສໍາພາດວຽກໃຫ້ຖືກຕ້ອງເຫມາະສົມ ກັບກາລະເທສະສຸພາບ, ເພື່ອສະແດງອອກເຖິງຄວາມຫນ້າເຊື່ອຖືຂອງຕົນເອງກຽມເອກສານກ່ຽວຂ້ອງທີ່ສໍາຄັນໄປໃຫ້ພ້ອມ (ທາງທີ່ດີຄວນສອບຖາມທາງຝ່າຍບຸກຄົນທີ່ໂທມານັດກ່ອນວັນສໍາພາດວ່າຄວນກຽມຫຍັງໄປແດ່ ) ອຸປະກອນເຄື່ອງຂຽນສໍາຫລັບກອກໃບສະຫມັກ ແລະ ເມື່ອເຖິງຕອນທີ່ຕ້ອງສໍາພາດວຽກຄວນຕອບດ້ວຍສຽງດັງຟັງຊັດ, ຕອບດ້ວຍຄວາມຫມັ້ນໃຈ, ບໍ່ຕ້ອງຟ້າວ ສໍາຄັນທີ່ສຸດຄືບໍ່ເວົ້າໂອ້ອວດ, ຂີ້ຕົວະ ຫລື ສ້າງພາບໃຫ້ເກີນຈິງເມື່ອຖືກຖາມວ່າເປັນຫຍັງຈຶ່ງອອກຈາກວຽກເກົ່າບໍ່ຄວນເວົ້າພາດພິງ ຫລື ຕໍານິບ່ອນເຮັດວຽກເກົ່າຢ່າງເດັດຂາດ ຈະເຮັດໃຫ້ເຈົ້າເບິ່ງບໍ່ດີໃນສາຍຕາຂອງຜູ້ສໍາພາດວຽກ ແລະ ຢ່າລືມເລົ່າວ່າລະຫວ່າງທີ່ເຈົ້າຫວ່າງວຽກຄຸນໄດ້ໃຊ້ເວລາໃຫ້ເປັນປະໂຫຍດ ຫລື ໄດ້ຮັບຄວາມຮູ້ຫຍັງໃຫມ່ ທີ່ຈະນໍາມາຊ່ວຍໃນການເຮັດວຽກອີກດ້ວຍ

          ຖ້າເຮັດໄດ້ແບບນີ້ແລ້ວເຊື່ອເລີຍວ່າທ່ານຈະໄດ້ວຽກສົມຕາມຄວາມປາຖະຫນາຢ່າງແນ່ນອນ.

 

 

ທີ່ມາ https://th.jobsdb.com

Tags: #Resume #ສໍາພາດວຽກ #ຫວ່າງວຽກ #ໄດ້ວຽກເຮັດ #ທັດສະນະຄະຕິ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now

CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....