ວິທີຕອບຄໍາຖາມສໍາພາດທໍາມະດາ ໃຫ້ເບິ່ງບໍ່ທໍາມະດາ

timer

remove_red_eye 4,046 views


cvConnect.la - ວິທີຕອບຄໍາຖາມສໍາພາດທໍາມະດາ ໃຫ້ເບິ່ງບໍ່ທໍາມະດາ

 

         ການສໍາພາດວຽກບໍ່ແມ່ນເລື່ອງທີ່ມ່ວນ ການທີ່ເຮົາຖືກໂຍນຄໍາຖາມໃສ່ສະຖານະການທີ່ໃຫ້ເຈົ້າພິສູດຕົນເອງວ່າເປັນຄົນມີຄວາມສາມາດຫຼາຍພໍ ເຊິ່ງອາດຈະບໍ່ແມ່ນເລື່ອງງ່າຍສໍາລັບບາງຄົນໂດຍສະເພາະມືໃໝ່ ຊີວີຄອນເນັກໄດ້ກຽມເທັກນິກການຕອບຄໍາຖາມສໍາພາດທີ່ມັກພົບເຫັນ ເພື່ອຈະໄດ້ກຽມຕົວໃຫ້ພ້ອມກັບການສໍາພາດໂດຍບໍ່ໃຫ້ໜ້າເບື່ອ ແລະ ແຂງຈົນເກີນໄປ.

 

1. ເຈົ້າຮູ້ຍັງແນ່ກ່ຽວກັບບໍລິສັດຂອງເຮົາ

          ອາດເບິ່ງເປັນຄໍາຖາມງ່າຍໆ ແຕ່ຕ້ອງໃຫ້ຄວາມສໍາຄັນເປັນພິເສດ ກ່ອນຈະໄປສໍາພາດວຽກ ບໍ່ວ່າຈະຢູ່ໃນຂັ້ນຕອນໃດ ຕ້ອງມີການຫາຂໍ້ມູນທີ່ກ່ຽວກັບບໍລິສັດມາແລ້ວຢ່າງຖີ່ຖ້ວນ ເຊິ່ງສິ່ງນີ້ບໍ່ຄວນຢຸດຢູ່ທີ່ການອ່ານໂປຣຟາຍຂອງບໍລິສັດ ລອງເຂົ້າໄປເບິ່ງໃນສື່ອອນລາຍຂອງບໍລິສັດ ເບິ່ງວ່າພວກເຂົາກໍາລັງເຮັດຫຍັງ ອ່ານບົດຄວາມກ່ຽວກັບບໍລິສັດ ຫຼື ບຸກຄົນທີ່ໜ້າສົນໃຈທີ່ເຮັດວຽກຢູ່ບໍລິສັດນັ້ນ ສິ່ງນີ້ບໍ່ພຽງແຕ່ຈະຊ່ວຍໃຫ້ເຮົາຮູ້ວ່າບໍລິສັດເຮັດຫຍັງເທົ່ານັ້ນ ແຕ່ຍັງເຮັດໃຫ້ເຮົາຮູ້ວ່າ ບໍລິສັດນີ້ມາເຖິງຈຸດນີ້ໄດ້ແນວໃດ ແລະ ຍ້ອນຫຍັງ?

 

2. ແມ່ນຫຍັງຄືເຫດຜົນໃຫ້ເຈົ້າອອກຈາກວຽກບ່ອນເກົ່າ

           ການບອກວ່າ ບໍ່ມັກຫົວໜ້າເກົົ່າ ຫຼື ເງິນເດືອນບໍ່ດີ ອາດເປັນເຫດຜົນທີ່ແທ້ຈິງທີ່ເຈົ້າລາອອກຈາກບໍລິສັດເກົ່າ ແຕ່ຈະຕ້ອງຫາວິທີເວົ້າໃຫ້ດີກວ່ານັ້ນ ລາອອກຈາກວຽກເນື່ອງຈາກວິໄສທັດບໍ່ກົງກັບຫົວໜ້າ?​ລອງຖາມຕົນເອງກ່ອນວ່າເພາະຫຍັງ ແມ່ນວິທີເຮັດວຽກແບບບົງການລູກນ້ອງທຸກຢ່າງຫຼືບໍ່ ຖ້າແມ່ນກໍຕ້ອງຫາວິທີເວົ້າບໍ່ໃຫ້ເສຍຫາຍທັງສອງຝ່າຍ ແລະ ສະເໜີວ່າເຈົ້າຈະພັດທະນາສ່ວນນັ້ນໄດ້ແນວໃດ ຫຼື ຫົວໜ້າຂອງເຈົ້າບໍ່ໜ້າຊື່ນຊົມ ຕອນສໍາພາດກໍຄວນບອກໄປວ່າ ເຈົ້າຄິດວ່າມັນລໍາບາກທີ່ຈະເຮັດວຽກໃນບັນຍາກາດທີ່ບໍ່ເປີດກວ້າງຕໍ່ການສື່ສານ ແລະ ບໍ່ເປີດຮັບຄໍາຕິຊົມ ຖ້າຫາກໄດ້ມີການສື່ສານຫຼາຍກວ່ານີ້ ຈະເຮັດໃຫ້ການນໍາວຽກປະຈໍາທິດໄກ້ຫຼາຍຂຶ້ນ ຕ້ອງຈື່ໄວ້ວ່າ ຖ້າຈິງຈັງຫຼາຍເກີນໄປ ອາດເຮັດໃຫ້ຄົນອື່ນເຂົ້າໃຈວ່າເຈົ້າເປັນຄົນນິໄສບໍ່ດີໄດ້.

 

3. ເຈົ້າຢາກເຮັດຫຍັງໃນວຽກໃໝ່ນີ້ແນ່

          ກ່ອນຈະໄປສໍາພາດ ລອງກຽມຕົວທີ່ຈະຮັບຕໍາແໜ່ງນັ້ນມາໄວ້ກ່ອນ ການກຽມໃຈຈິນຕະນາການໄວ້ແບບນີ້ ຈະເປັນການເຝິກຄວາມໝັ້ນໃຈ ແລະ ຍັງຊ່ວຍໃຫ້ເຮົາເຂົ້າໃຈພາລະໜ້າທີ່ໃໝ່ໄດ້ດີຂຶ້ນ ຄິດໃຫ້ອອກວ່າເຈົ້າຢາກຈະເຮັດຫຍັງໃນນັ້ນແດ່ພາຍໃນສາມເດືອນຕໍ່ຈາກນີ້ ຫຼືວ່າຢາກຈະປ່ຽນບົດບາດໃຫ້ມີຄວາມກວ້າງຂວາງຫຼາຍຂຶ້ນ ນີ້ແມ່ນຈຸດທີ່ເຈົ້າຈະສາມາດສະແດງໃຫ້ເຫັນເຖິງສັກະຍະພາບວ່າເຈົ້າສາມາດເຮັດຫຍັງໃຫ້ກັບບໍລິສັດແນ່ ຍິ່ງໄປກວ່ານັ້ນມັນຈະເຮັດໃຫ້ບໍລິສັດສາມາດວາງແຜນລ່ວງໜ້າກ່ຽວກັບຕໍາແໜ່ງຂອງເຈົ້າ ແລະ ຊ່ວຍໃຫ້ບໍລິສັດເຕີບໂຕໄດ້ໄວຂຶ້ນອີກດ້ວຍ.

 

4. ເງິນເດືອນທີ່ຄາດຫວັງ

          ອັນນີ້ຕ້ອງມີການຄົ້ນຄວ້າເພີ່ມເຕີມຫຼາຍແນ່ ເພື່ອທີ່ຈະຮູ້ວ່າຄົນອື່ນໆ ທີ່ມີປະສົບການ ແລະ ໜ້າວຽກທີ່ໃກ້ຄຽງໄດ້ເທົ່າໃດ ແຕ່ຖ້າຮູ້ສຶກວ່າວຽກເກົ່າເງິນເດືອນຕໍ່າຈົນເກີນໄປ ກໍຄວນຟ້າວບອກພ້ອມກັບເຫດຜົນວ່າເປັນຫຍັງຈຶ່ງຄິດແນວນັ້ນ ເຈົ້າອາດຈະຕົວະເງິນເດືອນເກົ່າໃຫ້ສູງໆ ເພື່ອຈະໄດ້ຍົກລະດັບເງິນເດືອນຂຶ້ນໄປ ແຕ່ມັນສ່ຽງເກີນໄປທີ່ຈະເຮັດແບບນັ້ນ ບໍລິສັດສ່ວນໃຫຍ່ໃນປັດຈຸບັນມີການກວດສອບເງິນເດືອນຈາກບ່ອນເຮັດວຽກເກົ່າ ແລ້ວຄໍາຕອບທີ່ປອດໄພທີ່ສຸດກໍຄືຄວາມຈິງ ແລະ ບອກໄປວ່າເຈົ້າພໍໃຈກັບເງິນເດືອນທີ່ຫຼາຍຂຶ້ນ 20 – 30 %

 

5. ມີຄໍາຖາມຫຍັງບໍ່

          ຄໍາຕອບຄື ມີ ເຈົ້າຕ້ອງມີຄໍາຖາມສໍາລັບຜູ້ສໍາພາດສະເໝີ ບໍ່ແມ່ນເພື່ອໃຫ້ເຂົາປະທັບໃຈ ແຕ່ນີ້ເປັນໂອກາດໄຂຂໍ້ຂ້ອງໃຈຂອງຕົນເອງອີກດ້ວຍ ແລະ ເປັນໂອກາດສຸດທ້າຍທີ່ຈະສ້າງຄວາມປະທັບໃຈໃຫ້ແກ່ບໍລິສັດ ສະນັ້ນ, ຢ່າຟ້າວຕັດຈົບເສຍກ່ອນ ຖ້າຄິດບໍ່ອອກ ໃຫ້ຖາມກ່ຽວກັບຕໍາແໜ່ງໜ້າທີ່ທີ່ຈະໄດ້ຮັບ ຖາມວ່າເປັນຕໍາແໜ່ງໃໝ່ ຫຼື ຮັບຕໍ່ມາຈາກໃຜຫຼືບໍ່ ແຕ່ພະຍາຍາມຖາມຄໍາຖາມທີ່ກ່ຽວຂ້ອງກັບວຽກ ແລະ ບໍ່ແມ່ນສິ່ງທີ່ຮູ້ຢູ່ແລ້ວ ຖ້າບໍ່ດັ່ງນັ້ນ ຜູ້ສໍາພາດຈະຮູ້ທັນທີວ່າເຮົາບໍ່ຕັ້ງໃຈຟັງ!!

Tags: #ສໍາພາດວຽກ #ສະພາບແວດລ້ອມ #ຄໍາຖາມ #ຕໍາແໜ່ງ #ທໍາມະດາ #ໜ້າທີ່ວຽກ #ບໍ່ທໍາມະດາ #ເງິນເດືອນ #ບໍ່ມັກຫົວໜ້າ

Share on your timeline:


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....