ບົດສໍາພາດ: ທ່ານ ນາງ ເລືອງສິຣິ ສະທິຣະກຸລ ຜູ້ຈັດການໃຫຍ່ ບໍລິສັດ ປັນຍາທິບ ແພລນບີ ມີເດຍລາວ ຈໍາກັດ

timer

remove_red_eye 8,919 views


cvConnect.la - ບົດສໍາພາດ:  ທ່ານ ນາງ ເລືອງສິຣິ ສະທິຣະກຸລ ຜູ້ຈັດການໃຫຍ່  ບໍລິສັດ ປັນຍາທິບ ແພລນບີ ມີເດຍລາວ ຈໍາກັດ

 

          ມື້ນີ້ທີມງານ ຊີວີຄອນເນັກ ໄດ້ມີໂອກາດສໍາພາດ ຜູ້ຈັດການໃຫຍ່ ຂອງ ບໍລິສັດ ປັນຍາທິບ ແພລນບີ ມີເດຍ ລາວຈໍາກັດ ເຊິ່ງເປັນບໍລິສັດທີ່ຮ່ວມຮຸ້ນກັນລະຫວ່າງ ບໍລິສັດ ປັນຍາທິບ (ປະເທດລາວ) ແລະ ບໍລິສັດ Plan-B Media (ປະເທດໄທ) ເປັນບໍລິສັດທີ່ເຮັດກ່ຽວກັບສື່ໂຄສະນາ ກໍຄືບັນດາປ້າຍໂຄສະນາທີ່ຢູ່ຕາມແຄມຖະໜົນຫົນທາງບາງສະຖານທີ່ນັ້ນເອງ. ມາຮູ້ຈັກບໍລິສັດດັ່ງກ່າວໃຫ້ຫຼາຍຂຶ້ນຜ່ານບົດສໍາພາດນີ້ເລີຍ.

 

 

1. ຄວາມເປັນມາຂອງ ບໍລິສັດ ປັນຍາທິບ ແພລນບີ ມີເດຍລາວ ຈໍາກັດ ? ຈຸດປະສົງໃນການເປີດບໍລິສັດດັັ່ງກ່າວ? ເປີດມາໄດ້ດົນປານໃດແລ້ວ? ເປັນບໍລິສັດປະເພດໃດ?

          ບໍລິສັດ ປັນຍາທິບ ແພລນບີ ມີເດຍລາວ ຈໍາກັດ ມີຄວາມເປັນມາລະຫວ່າງບໍລິສັດ Plan-B media ຂອງໄທ ເຂົ້າມາຮ່ວມຮຸ້ນກັບບໍລິສັດ ປັນຍາທິບ ຢູ່ລາວ ເຊິ່ງພວກເຮົາຮ່ວມຮຸ້ນກັນແມ່ນ 50-50, ສ່ວນບໍລິສັດ Plan-B media ເປັນບໍລິສັດທີ່ເຮັດກ່ຽວກັບ ສື່ໂຄສະນານອກບ້ານ ທີ່ພົວພັນຢູ່ໃນຕະຫຼາດຕະຫຼອດໄລຍະເວລາ 15ປີ ມີສື່ມວນຊົນຫຼາຍປະເພດເຊັ່ນ: ສື່ການເຄື່ອນໄຫວທາງສາທາລະນະທົ່ວໄປ, ສື່ດີຈິຕັອລ (digital), ສື່ ປ້າຍໂຄສະນາ, ສື່ ເຟີນີເຈີ້  ຢູ່ຕາມສະໜາມບິນຕ່າງໆ

          ສໍາລັບຈຸດປະສົງທີ່ມາເປີດບໍລິສັດຢູ່ລາວ ເນື່ອງຈາກທາງບໍລິສັດພວກເຮົາເຫັນສະພາບການຈະເລີນເຕີບໂຕຂອງຕະຫຼາດ, ມີສັກກະຍາພາບຫຼາຍຢ່າງ ແລະ ຊ່ອງທາງໃນການຈະເລີນເຕີບໂຕຢູ່ລາວຂ້ອນຂ້າງດີກໍເລີຍໄດ້ເຫັນດີມາລົງທຶນຢູ່ລາວ ແລະ ບໍລິສັດນີ້ເລີ່ມລົງທຶນໄດ້ກໍ່ສ້າງເປັນເວລາ2ປີ ຕັ້ງແຕ່ປີ 2017 ແລະ ເປັນການຮ່ວມຮຸ້ນກັບບໍລິສັດ ປັນຍາທິບອີກດ້ວຍ.

          ການບໍລິການສ່ວນໃຫຍ່ຈະຢູ່ທີ່ນະຄອນຫຼວງວຽງຈັນ ໂດຍການໃຫ້ບໍລິການຕິດປ້າຍໂຄສະນາຕ່າງໆ ເຊິ່ງມີ 78 ປ້າຍ ແລະ ເປັນໂລໂກ້. ນອກຈາກນັ້ນ, ພວກເຮົາຍັງເນັ້ນຕິດປ້າຍຢູ່ຕາມຖະໜົນຫົນທາງເສັ້ນທາງທຽວຫຼັກຂອງປະຊາຊົນ, ເສັ້ນທາງເຂົ້າ-ອອກນອກເມືອງ, ມະຫາວິທະຍາໄລແຫ່ງຊາດ ແລະ ສາຖານີຂົນສົ່ງຕ່າງໆ.

 

 

2. ແມ່ນຫຍັງທີ່ເປັນຈຸດເດັັ່ນຂອງ ບໍລິສັດ ປັນຍາທິບ ແພລນບີ ມີເດຍລາວ ຈໍາກັດ? ກຸ່ມລູກຄ້າແມ່ນກຸ່ມປະເພດໃດ?

          ສິ່ງທີ່ເປັນຈຸດເດັ່ນຂອງບໍລິສັດພວກເຮົາກໍມີຫຼາຍຢ່າງເປັນຕົ້ນ ພວກເຮົາມີປະສົບການທາງດ້ານການດໍາເນີນງານທາງສື່ໂຄສະນາທີ່ຫຼາກຫຼາຍ, ສາມາດຍົກລະດັບສື່ໂຄສະນາ, ສື່ມວນຊົນຂອງປະເທດລາວເພື່ອຕໍ່ຍອດໃຫ້ເປັນຄືລະດັບມາດຕະຖານສາກົນ, ມີລະບົບຂັ້ນຕອນຕ່າງໆຕາມມາດຕະຖານສາກົນ, ຄຸນນະພາບຂອງສື່ຕ່າງໆ, ມາດຕະຖານຂອງພວກເຮົາມີຄວາມເໝາະສົມກັບຄວາມຕ້ອງການຂອງລູກຄ້າ.

          ກຸ່ມລູກຄ້າສ່ວນຫຼາຍຂອງພວກເຮົາຈະແມ່ນປະເພດ ລາຍຍ່ອຍ SME, ສິນຄ້າທີ່ເປັນ ແບຣນຂອງຄົນລາວ ແລະ ແບຣນລະດັບສາກົນ (international),​ ສິນຄ້າທີ່ນໍາເຂົ້າຈາກຕ່າງປະເທດ ແລະ ລູກຄ້າທີ່ຢູ່ປະເທດໄທເພື່ອພະຍາຍາມນໍາສິນຄ້າຈາກປະເທດໄທມາໂຄສະນາ.

 

 

3. ໃຫ້ຍົກຕົວຢ່າງອຸປະສັກທີ່ເຮົາພົບພໍໍ້ໃນການເຮັດທຸລະກິດປະເພດນີ້ ແລະ ມີວິທີແກ້ໄຂບັນຫາດັັ່ງກ່າວແນວໃດ?

           ສໍາລັບອຸປະສັກທີ່ພວກເຮົາມັກພົບກໍຄື ວິທີການເຮັດວຽກທີ່ແຕກຕ່າງກັນ, ມີຄູ່ແຂ່ງຫຼາຍ, ຈໍານວນລູກຄ້າມີຄວາມຈໍາກັດ ແລະ ມີການຂາຍຕັດລາຄາກັນຫຼາຍ ແຕ່ພວກເຮົາກໍມີວິທີແກ້ໄຂ ແລະ ມີຈຸດດຶງດູດລຸກຄ້າກໍຄື ມາດຕະຖານຂອງການເຮັດວຽກທີ່ນໍາເຂົ້າມາລະດັບສາກົນ, ຜ່ານການຝຶກຝົນຢູ່ຕະຫຼອດເວລາ, ມີການວາງແຜນ, ວິເຄາະ ແລະ ປັບຕົວເຂົ້າກັບທຸລະກິດ, ຄູ່ແຂ່ງທາງດ້ານຕະຫຼາດຢູ່ຕະຫຼອດເວລາເພື່ອໃຫ້ເຂົ້າກັບສະພາບເສດຖະກິດຂອງຕະຫຼາດຢູ່ຕະຫຼອດເວລາ.

 

 

4. ທ່ານຄິດວ່າ ບໍລິສັດ ປັນຍາທິບ ແພລນບີ ມີເດຍລາວ ຈໍາກັດ ປະສົບຜົນສໍາເລັດແລ້ວຫຼືຍັງ? ຍ້ອນຫຍັງ?

          ຂ້າພະເຈົ້າຄິດວ່າ ມາເຖິງປັດຈຸບັນບໍລິສັດຂອງພວກເຮົາແມ່ນປະສົບຜົນສໍາເລັດຢູ່ໃນລະດັບໜຶ່ງ ໃນການສ້າງຕັ້ງບໍລິສັດຂຶ້ນມາ ແລະ ໄດ້ພະນັກງານທີ່ມີຄຸນນະພາບ ເຊິ່ງມີທັງໝົດ 20 ຄົນ ແລະ ພວກເຮົາກໍພ້ອມແລ້ວທີ່ຈະພັດທະນາ, ປະເຊີນກັບບັນຫາຕ່າງໆທີ່ເຂົ້າມາ, ຂ້າພະເຈົ້າຖືວ່າບໍລິສັດສາມາດຕັ້ງໂຕໄດ້ໄວ ເພາະປີທີ່ 2 ບໍລິສັດສາມາດເຕິບໂຕໄດ້ຕາມການວາງແຜນທີ່ຄາດເອົາໄວ້, ເບື້ອງຕົ້ນກໍອາດຈະຫຍຸ້ງຍາກເລື່ອງລະບົບການເຮັດວຽກ, ການບອກສອນກ່ຽວກັບຄວາມຮູ້ຕ່າງໆເພື່ອໃຫ້ພະນັກງານສາມາດເຮັດວຽກຕາມບໍລິສັດທີ່ໄດ້ວາງໄວ້.

 

 

5. ໃນຕໍ່ໜ້າມີການວາງແຜນໃນອະນາຄົດແນວໃດ?

          ໃນອານາຄົດຕໍ່ໜ້າພວກເຮົາມີການວາງແຜນໄວ້ຄື ຢາກຂະຫຍາຍທຸລະກິດໂຄສະນາທາງດີຈິຕັອລ (digital) ພາບເຄື່ອນໄຫວ, ສື່ມວນຊົນທີ່ຕິດຕາມເສັ້ນທາງຕ່າງໆ ແລະ ຢາກເປັນອັນດັບ 1 ກ່ຽວກັບການໂຄສະນາສື່ມວນຊົນ.

 

 

6. ມີຫຍັງຝາກເຖິງຄົນທີ່ກໍາລັງເຮັດ ຫຼື ວາງແຜນຈະເຮັດທຸລະກິດ ?

          ຂ້າພະເຈົ້າຄິດວ່າເຮົາຕ້ອງຮຽນຮູ້, ພັດທະນາຄວາມສາມາດຄວາມຮູ້ຂອງຕົນເອງຢູ່ຕະຫຼອດເວລາ, ເພາະວ່າຖ້າມື້ໃດມື້ໜຶ່ງເຮົາຂຶ້ນໄປຢູ່ຈຸດທີໜື່ງແລ້ວເຮົາບໍ່ພັດທະນາຕົນເອງກໍຈະເຮັດໃຫ້ຄົນອື່ນແຊງເຮົາໄປໄດ້, ເຖິງວ່າເຮົາຈະເປັນຄົນເກັ່ງສໍ່າໃດກໍຕາມເຮົາຄວນພັດທະນາຕົນເອງຢູ່ຕະຫຼອດ, ຢ່າຄິດວ່າຕົນເອງຈະເກັ່ງຢູ່ສະເໝີ ເພາະອາດຈະມີຄົນເກັ່ງກວ່າເຮົາກໍໄດ້ ເພາະ ຄົນທີ່ບໍ່ເກັ່ງແມ່ນຄົນທີ່ບໍ່ມັກພັດທະນາຕົນເອງ.

 

 

 

ຂໍຂອບໃຈ ທ່ານ ນາງ ເລືອງສິຣິ ສະທິຣະກຸລ ຜູ້ຈັດການໃຫຍ່ ບໍລິສັດ ປັນຍາທິບ ແພລນບີ ມີເດຍລາວ ຈໍາກັດ

ສອບຖາມຕິດຕໍ່ : 021 263 000

ເວັບໄຊ: ​ www.panyathipmedia.co.th

ສະຖານທີ່: ບ້ານ ໂພນສີນວນ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ

Tags: #ປັນຍາທິບແພລນບີມີເດຍ #Plan-B Media #ເລືອງສິຣິ ສະທິຣະກຸລ #ການໂຄສະນາສື່ມວນຊົນ #Senior Manager #ບໍລິສັດປັນຍາທິບ #ສື່ໂຄສະນາ # ສື່ໂຄສະນານອກບ້ານ #ປ້າຍໂຄສະນາ #ປ້າຍໂຄສະນາ #ໂຄສະນາທາງdigital #ລະດັບສາກົນ

Share on your timeline:


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....