ບົດສໍາພາດ: ທ່ານ ກິຣິຍາ ບັນຈົງພັກດີ ຫົວໜ້າບໍລິຫານ ແລະ ພັດທະນາ ບໍລິສັດ ຫຍ້າສີຟ້າ BlueGrass Design Group

timer

remove_red_eye 0 views


cvConnect.la - ບົດສໍາພາດ: ທ່ານ ກິຣິຍາ ບັນຈົງພັກດີ ຫົວໜ້າບໍລິຫານ ແລະ ພັດທະນາ ບໍລິສັດ ຫຍ້າສີຟ້າ BlueGrass Design Group

          ມື້ນີ້ທີມງານ ຊີວີຄອນເນັກ ໄດ້ມີໂອກາດສໍາພາດ ຫົວໜ້າບໍລິຫານ ແລະ ພັດທະນາ ບໍລິສັດ ຫຍ້າສີຟ້າ BlueGrass Design Group ເຊິ່ງເປັນບໍລິສັດທີ່ເຮັດກ່ຽວກັບການອອກແບບ ແລະ ບໍລິການດ້ານພື້ນທີ່ໂຄສະນາໃຫ້ເຊົ່າແຫ່ງທຳອິດຂອງ ສປປ ລາວ ທີ່ເນັ້ນການຮັດວຽກແບບມືອາຊີບ , ມີຄຸນນະພາບ ແລະ ຄວາມພຶ່ງພໍໃຈຂອງລູກຄ້າເປັນຫູັກ. ມາຮູ້ຈັກບໍລິສັດດັ່ງກ່າວໃຫ້ຫຼາຍຂຶ້ນຜ່ານບົດສໍາພາດນີ້ເລີຍ. 

 

 

1. ຄວາມເປັນມາຂອງບໍລິສັດ BlueGrass Design Group?  ຈຸດປະສົງຂອງການເປີດບໍລິສັດດັ່ງກ່າວ? ເປີດມາໄດ້ດົນປານໃດແລ້ວ?

         BlueGrass Design Group (ບໍລິສັດ ຫຍ້າສີຟ້າ) ໄດ້ສ້າງຕັ້ງຂຶ້ນໃນ ປີ 1996 ໂດຍ ທ່ານ ປຣະເສີດ ບັນຈົງພັກດີ. ເລີ່ມຕົ້ນທຳອິດແມ່ນເຮັດກ່ຽວກັບການອອກແບບ ເຊັ່ນ: ອອກແບບໂລໂກ້, ເຄື່ອງຫຸ້ມຫໍ່ຜະລິດຕະພັນ, ຕໍ່ມາກໍ່ໄດ້ຮັບມອບໝາຍຈາກລັດຖະບານໃຫ້ຈັດກອງປະຊຸມລະດັບຊາດ, ໃຫ້ຄຳປຶກສາດ້ານການຕະຫຼາດ ແລະ ອອກແບບສະຖາປັດຕະຍະກຳ. 10 ປີຕໍ່ມາ ຜູ້ກໍ່ຕັ້ງບໍລິສັດ ກໍ່ເບິ່ງເຫັນໂອກາດໃນການຂະຫຍາຍທຸລະກິດ ເລີຍເກີດມີບໍລິການດ້ານພື້ນທີ່ໂຄສະນາໃຫ້ເຊົ່າ ແລະ ກໍ່ກາຍເປັນບໍລິສັດທີ່ບຸກເບີກຕະຫຼາດປ້າຍໂຄສະນາ ແຫ່ງທຳອິດຂອງ ສປປ ລາວ.

         ເປັນເວລາ 23 ປີ ບໍລິສັດ BlueGrass ທີ່ໄດ້ເປີດໃຫ້ບໍລິການໃຫ້ພາກລັດຖະບານ, ເອກະຊົນ ແລະ NGOs ໂດຍມີເປົ້າໝາຍຂອງການອອກແບບທີ່ພວກເຮົາຖືສໍາຄັນ ແລະ ປະຕິບັດມາໂດຍຕະຫຼອດ ແມ່ນການອອກແບບເພື່ອໃຫ້ຊີວິດປະຈຳວັນຂອງທ່ານ ເກີດຄວາມສະດວກສະບາຍຂຶ້ນກວ່າເກົ່າ ດ້ວຍການອອກແບບທີ່ມີຄຸນນະພາບຂອງພວກເຮົາ.

 

 

2. ແມ່ນຫຍັງເປັນຈຸດເດັ່ນຂອງບໍລິສັດ BlueGrass Design Group? ກຸ່ມລູກຄ້າແມ່ນກຸ່ມປະເພດໃດ?

         ບໍລິສັດ BlueGrass ເປັນພຽງແຕ່ບໍລິສັດນ້ອຍໆ ແລະ ມີພະນັກງານບໍ່ຫຼາຍ ແຕ່ວ່າຈຸດເດັ່ນຂອງພວກເຮົາແມ່ນທຸກໆວຽກທີ່ເຮົາເຮັດ ແມ່ນເຮັດວຽກແບບມືອາຊີບ ແລະ ຕັ້ງໃຈ. ເຖິງວ່າຈະມີຜົນກໍາໄລ ຫຼື ຂາດທຶນກໍ່ຕາມ ຜົນງານຂອງເຮົາທີ່ເຮັດອອກມາກໍ່ຕ້ອງມີຄຸນນະພາບ ແລະ ທີ່ສໍາຄັນ ແມ່ນຄວາມພຶ່ງພໍໃຈຂອງລູກຄ້າຕໍ່ຜົນງານຂອງພວກເຮົາ. ລູກຄ້າສ່ວນໃຫຍ່ຂອງພວກເຮົາມີ ບັນດາ NGOs, ພາກລັດຖະບານ ແລະ ພາກເອກະຊົນ ລວມມີ ຜູ້ປະກອບການ SMEs ພາຍໃນປະເທດ ຈົນເຖິງ ບໍລິສັດເອກະຊົນຕ່າງປະເທດ.

 

 

3. ໃຫ້ຍົກຕົວຢ່າງອຸປະສັກທີ່ເຮົາພົບພໍ້ໃນການເຮັດທຸລະກິດປະເພດນີ້ ແລະ ມີວິທີແກ້ໄຂບັນຫາດັ່ງກ່າວແນວໃດ?

         ອຸປະສັກທີ່ພົບພໍ້ຕະຫຼອດເວລາໃນວຽກການອອກແບບ ອຸປະສັກທີ່ໃຫຍ່ທີ່ສຸດແມ່ນປະເທດເຮົາບໍ່ມີໂຮງຮຽນອອກແບບ ເຮັດໃຫ້ຄົນສ່ວນຫຼາຍຂາດຄວາມຮູ້, ຄວາມເຂົ້າໃຈ ຫຼື ໃຫ້ຄວາມສໍາຄັນກັບວຽກອອກແບບ. ອຸປະສັກທີ່ຍາກທີ່ສຸດ ແມ່ນການອະທິບາຍໃຫ້ຄົນທົ່ວໄປເຂົ້າໃຈວ່າ ການອອກແບບທຸກໆຢ່າງມີຄວາມໝາຍ. ບໍ່ແມ່ນວ່າຂ້ອຍມັກສີນີ້ ແລ້ວຕ້ອງໃສ່ສີນີ້ໃນວຽກອອກແບບ, ຂ້ອຍມັກຄືຄົນນີ້ ແລ້ວຕ້ອງເຮັດຄືເຂົາເຈົ້າ. ທຸກຢ່າງຕ້ອງອອກແບບເພື່ອໃຫ້ມີເອກະລັກ, ມີຄວາມໝາຍສະເພາະຕົວ ແລະ ໃຫ້ນໍາໃຊ້ເປັນປະໂຫຍດ.

 

 

 

4. ທ່ານຄິດວ່າ ບໍລິສັດ BlueGrass Design Group ປະສົບຜົນສໍາເລັດຫຍັງ? ແລະ ມີຜົນຕອບຮັບແນວໃດ?

         ຢ່າງທີ່ໄດ້ກ່າວໄປເບື້ອງຕົ້ນວ່າ ບໍລິສັດ BlueGrass ເປັນບໍລິສັດນ້ອຍໆ. ສະນັ້ນ ຜົນສໍາເລັດທີ່ພວກເຮົາພູມໃຈທີ່ສຸດ ແມ່ນການທີ່ມີຄົນເຫັນ ແລະ ນໍາໃຊ້ຜົນງານຂອງພວກເຮົາໃຫ້ເກີດປະໂຫຍດໃນຊີວິດປະຈຳວັນຂອງພວກເຂົາ ເຊັ່ນ: ໂຄງການກໍ່ສ້າງບ່ອນນັ່ງລໍຖ້າລົດເມ ໃນນະຄອນຫຼວງວຽງຈັນ ທີ່ໄດ້ຜົນຕອບຮັບດີຈາກປະຊາຊົນ ແລະ ນັກທ່ອງທ່ຽວຕ່າງປະເທດ. ແລະຜົນງານຂອງພວກເຮົາກໍ່ຖືກຍອມຮັບຈາກຫຼາຍລະດັບຂັ້ນ ເຫັນໄດ້ຈາກໃບຍ້ອງຍໍ ຈາກຂັ້ນກົມກອງ ຈົນເຖິງ ຂັ້ນນາຍົກລັດຖະມົນຕີ. ສິ່ງທີ່ໜ້າພູມໃຈທີ່ສຸດ ແມ່ນບາງຜົນງານຂອງພວກເຮົາ ແມ່ນປະກົດໃນເວທີລະດັບປະເທດ ແລະ ສາກົນ ເບິ່ງໄດ້ຈາກຜົນງານຂອງພວກເຮົາ ມີ: ລາງວັນອອກແບບຮ້ານວາງສະແດງດີເດັ່ນ ໃນງານວາງສະແດງສິນຄ້າ ຈີນ-ອາຊຽນ (CA-EXPO), ລາງວັນ Culture Award ຈາກງານ the Colors of Asia 2014, ແລະ ລ່າສຸດແມ່ນລາງວັນ Best Designer of the Year 2018 ໃນເຂດທະວີບອາຊີ. ຍິ່ງໄປກວ່ານັ້ນ ລັດຖະບານ, ບັນດາສະຖານທູດ ແລະ ອົງການ NGOs ໃຫ້ຄວາມໄວ້ວາງໃຈ ແລະ ເຊື່ອໝັ້ນ ບໍລິສັດ BlueGrass.

 

 

 

5. ໃນຕໍ່ໜ້າມີການວາງແຜນໃນອະນາຄົດແນວໃດ?

         ແຜນການໃນຕໍ່ໜ້າ ແມ່ນການສືບຕໍ່ວິໄສທັດຂອງຜູ້ກໍ່ຕັ້ງບໍລິສັດ ຄືສ້າງບໍລິສັດໃຫ້ເປັນຄອບຄົວທີ່ໃຫຍ່ຂຶ້ນເລື້ອຍໆ, ສ້າງສັນຜົນງານທີ່ກໍ່ໃຫ້ເກີດປະໂຫຍດຕໍ່ຄົນສ່ວນໃຫຍ່ຢ່າງສະໝໍ່າສະເໝີ ແລະ ຢ່າງທີ່ເຄີຍເຮັດຜ່ານມາ. ພວກເຮົາບໍ່ໄດ້ເຮັດວຽກເພື່ອກໍາໄລຢ່າງດຽວ ແຕ່ວ່າພວກເຮົາຢາກສ້າງບຸກຂະລາກອນໃຫ້ປະເທດຊາດ ແລະ ປະຊາຊົນມີກຳໄລໃນຜົນງານເຮົາ. ພ້ອມດຽວກັນນັ້ນ ກໍ່ສືບຕໍ່ສ້າງຊື່ສຽງໃຫ້ປະເທດ ແລະ ເຜີຍແຜ່ໃຫ້ວຽກງານການອອກແບບຂອງພວກເຮົາເປັນທີ່ຍອມຮັບໃນພາກພື້ນ ກໍ່ຄືໃນເວທີສາກົນ.

 

 

6. ມີຫຍັງຝາກເຖິງຄົນທີ່ກຳລັງເຮັດ ຫຼື ວາງແຜນຈະເຮັດທຸລະກິດ?

          ວຽກອອກແບບ ບໍ່ແມ່ນວຽກທີ່ງ່າຍ ແລະ ຄົນສ່ວນໃຫຍ່ຍັງຖືວ່າເປັນວຽກທີ່ບໍ່ມີມູນຄ່າສູງ. ທັງທີໃຊ້ເວລາໃນການເຮັດວຽກບໍ່ໜ້ອຍກວ່າວຽກອື່ນ, ໃຊ້ເວລາໃນການຮໍ່າຮຽນ ບໍ່ໜ້ອຍກວ່າການຮຽນສາຂາອື່ນ. ເພາະສະນັ້ນ ຕ້ອງເຮັດດ້ວຍຄວາມຮັກໃນການອອກແບບແທ້ໆ, ຕ້ອງມີຄວາມອົດທົນ ແລະ ຮຽນຮູ້ຢູ່ຕະຫຼອດເວລາ. ເຮົາບໍ່ສາມາດເອີ້ນຕົວເອງວ່ານັກອອກແບບທີ່ເກັ່ງໄດ້ ເພາະວ່ານັກອອກແບບທີ່ເກັ່ງນັ້ນ ແມ່ນມາຈາກການຍອມຮັບ ແລະ ຍ້ອງຍໍຈາກລູກຄ້າ.

          ນັກອອກແບບທີ່ດີ ຕ້ອງເປັນຄົນຊ່າງສັງເກດ, ຕັ້ງຄຳຖາມ ແລະ ແກ້ໄຂບັນຫາໃຫ້ຖືກຈຸດ ເຊັ່ນ: ສັງເກດຄວາມກ້າວໜ້າຂອງປະເທດທີ່ພັດທະນາແລ້ວ ວ່າເຮັດແນວໃດ? ຈະກ້າວໜ້າໄປທິດທາງໃດ? ສັງເກດວ່າອັນໃດແດ່ທີ່ເຮັດອອກມາບໍ່ດີ, ບໍ່ຕອບໂຈດການນໍາໃຊ້, ອອກແບບມາແລ້ວນໍາໃຊ້ຍາກ, ບໍ່ມີຄົນເບິ່ງ ຫຼື ນໍາໃຊ້ ໆລໆ... ທີ່ຈິງແລ້ວ ນັກອອກແບບກໍ່ແມ່ນຜູ້ແກ້ໄຂບັນຫາ ນັ້ນແມ່ນຄຸນສົມບັດພື້ນຖານຂອງນັກອອກແບບທີ່ດີ.

          ປັດຈຸບັນ ກໍ່ມີນັກທຸລະກິດໜ້າໃໝ່ໆໄດ້ກ້າວເຂົ້າມາສູ່ອຸດສາຫະກໍາການອອກແບບລາວ ກໍ່ຄວນຄຳນຶງວ່າເຮັດແນວໃດຜົນງານຂອງທ່ານຈະໂດດເດັ່ນ ແລະ ເຮັດໃຫ້ລູກຄ້າເລືອກທ່ານ ບໍ່ເລືອກຄູ່ແຂ່ງຂອງທ່ານ.

 

 

 

 

ຂໍຂອບໃຈ: ທ່ານ ກິຣິຍາ ບັນຈົງພັກດີ ຫົວໜ້າບໍລິຫານ ແລະ ພັດທະນາ ບໍລິສັດ ຫຍ້າສີຟ້າ BlueGrass Design Group

ສອບຖາມຕິດຕໍ່: 021 416636

ສະຖານທີ່: ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ເວັບໄຊ : http://www.bluegrassgroup.la

Facebook: @BlueGrass Design Group

 

Tags: #ປ້າຍໂຄສະນາ #ບໍລິສັດ ຫຍ້າສີຟ້າ #ອອກແບບ #BlueGrass Design Group #ວໜ້າບໍລິຫານ ແລະ ພັດທະນາ #ສື່ໂຄສະນາ # Design #ກິຣິຍາ ບັນຈົງພັກດີ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now