ບົດສໍາພາດ:​ ທ່ານ ວັນນະເລດ ພິມພະຈັນ ຜູ້ຈັດການ ບໍລິສັດ BigBlue Agency Laos

timer

remove_red_eye 0 views


cvConnect.la - ບົດສໍາພາດ:​ ທ່ານ ວັນນະເລດ ພິມພະຈັນ ຜູ້ຈັດການ ບໍລິສັດ BigBlue Agency Laos

 

          ມື້ນີ້ທີມງານ ຊີວີຄອນເນັກ ໄດ້ມີໂອກາດສໍາພາດ ທ່ານ ວັນນະເລດ ພິມມະຈັນ ຜູ້ຈັດການ ຂອງ ບໍລິສັດ BigBlue Agency Laos (Fayai Media Sole Company Limited) ເຊິ່ງເປັນບໍລິສັດທີ່ໃຫ້ບໍລິການທາງດ້ານສື່ໂຄສະນານອກບ້ານທັງພາຍໃນຕົວເມືອງ ແລະ ທົ່ວປະເທດ ນອກຈາກນັ້ນ,  ຍັງມີບໍລິການອື່ນໆອີກດ້ວຍ ກາລັນຕີຄຸນນະພາບດ້ວຍການບໍລິການທີ່ຫຼາຍກວ່າ 10 ປີ. ມາອ່ານບົດສໍາພາດກ່ຽວກັບທັກສະການບໍລິຫານ ແລະ ຄວາມເປັນມາຂອງບໍລິສັດນີ້ກັນເລີຍ.

 

 

1. ຄວາມເປັນມາຂອງ ບໍລິສັດ Big Blue Media? ຈຸດປະສົງໃນການເປີດບໍລິສັດດັັ່ງກ່າວ? ເປີດມາໄດ້ດົນປານໃດແລ້ວ? ເປັນບໍລິສັດປະເພດໃດ?

          ຄວາມເປັນມາ ບໍລິສັດ Big Blue Media ແມ່ນເປີດມາເລີ່ມແຕ່ ປີ 2006 ຈົນມາຮອດປັດຈຸບັນໄດ້ປະມານ 13 ປີ ແລ້ວ , ຜູ້ທີ່ລິເລີ່ມແທ້ໆ ເປັນຮຸ້ນສ່ວນກັນປະມານ 5 – 6 ຄົນ, ປັດຈຸບັນແມ່ນເຫຼືອພຽງ 3 ຄົນຮ່ວມຮຸ້ນກັນ: ຄົນລາວ 65 %, ຄົນໄທ 35 %; ເຊິ່ງມີ ຄົນລາວ 2 ທ່ານ ແລະ ຄົນໄທ 1 ທ່ານ  ແລະ ຂ້າພະເຈົ້າເອງໄດ້ຖືກຮັບມອບໝາຍໃຫ້ເປັນຜູ້ບໍລິຫານ.

          ຈຸດປະສົງທີ່ເປີດບໍລິສັດດັ່ງກ່າວຍ້ອນວ່າ ສະໄໝນັ້ນປະເທດລາວຖືວ່າຍັງມີບໍລິສັດທີ່ເຮັດກ່ຽວກັບໂຄສະນາຢູ່ໜ້ອຍຫຼາຍ ແລະ ເຫັນວ່າທຸລະກິດຈະເຕີບໂຕໄດ້ມັນຕ້ອງຄຽງຄູ່ໄປພ້ອມກັບການຕະຫຼາດ ເຊິ່ງຢາກເຮັດກ່ຽວກັບການຕະຫຼາດ ແລະ ການໂຄສະນາໄປພ້ອມໆກັນ. ສະນັ້ນຈຶ່ງໄດ້ກໍ່ຕ້ັງບໍລິສັດດ້ວຍການເຮັດປ້າຍໂຄສະນານີ້ຂຶ້ນມາ. ແລ້ວຍັງເປັນເຄື່ອງມືໃນການໂຄສະນາໃນຍຸກນັ້ນໄດ້ດີທີ່ສຸດຖ້າບໍ່ນັບໃນປັດຈຸບັນນີ້.

          ບໍລິສັດນີ້ແມ່ນເຮັດກ່ຽວກັບການໂຄສະນາ, ປະຊາສໍາພັນ, ວຽກງານຫຼັກໆຂອງເຮົາແມ່ນເຮັດກ່ຽວກັບສື່ນອກເຮືອນ-ນອກບ້ານ, ສື່ປ້າຍໂຄສະນາຕ່າງໆຢູ່ສະຖານທີ່ໃຈກາງເມືອງບໍ່ວ່າຈະເປັນຢູ່ ຕະຫຼາດເຊົ້າ, ສະໜາມບິນ, ຂົວມິດຕະພາບ, ແລະ ຍັງມີທົ່ວປະເທດເລີຍເປັນຕົ້ນ ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ ເຊິ່ງເປັນວຽກງານຫຼັກຂອງເຮົາ. ນອກນັ້ນ, ພວກເຮົາຍັງບໍລິການວາງແຜນສື່ໂຄສະນາໃຫ້ກັບລູກຄ້າຕ່າງໆ, ການວາງແຜນສື່, ການວິເຄາະສື່, ພ້ອມທັງມີການເຮັດວຽກປະຊາສໍາພັນອີກດ້ວຍ.

 

 

2. ແມ່ນຫຍັງທີ່ເປັນຈຸດເດັັ່ນຂອງ ບໍລິສັດ Big Blue Media? ກຸ່ມລູກຄ້າແມ່ນກຸ່ມປະເພດໃດ?

          ຈຸດເດັ່ນຂອງບໍລິສັດພວກເຮົາແມ່ນ ການເຮັດວຽກຄົບວົງຈອນບໍ່ວ່າຈະເປັນສື່ໂຄສະນາ, ການວາງແຜນໃຫ້ລູກຄ້າ, ການໃຫ້ຄໍາປຶກສາໃຫ້ແກ່ລູກຄ້າວ່າ:ການທີ່ຈະເຂົ້າມາລົງທຶນໃນລາວຕ້ອງມີການວາງແຜນການຕະຫຼາດແນວໃດ, ການຕະຫຼາດສື່ນອກບ້ານ, ການຕະຫຼາດປະຊາສໍາພັນ, ການວາງແຜນກ່ຽວກັບ media ຕ້ອງເຮັດຫຍັງແດ່ ແລະ ກະກຽມຫຍັງແດ່?

          ກຸ່ມລູກຄ້າຂອງພວກເຮົາສ່ວນຫຼາຍຈະເປັນຕ່າງປະເທດບໍ່ວ່າຈະເປັນ : ໄທ, ສິງກະໂປ, ອັງກິດ, ກໍາປູເຈຍ, ມີຫຼາກຫຼາຍລູກຄ້າ ບໍ່ວ່າຈະເປັນ ບໍລິສັດ SCG ປະເທດໄທ , ບໍລິສັດ IZUZU, ສາຍການບິນຕ່າງໆ. ສ່ວນໃຫຍ່ລູກຄ້າຮູ້ໄດ້ປາກຕໍ່ປາກ ແລະ ເຫັນຜົນງານເຮົາມາກ່ອນ, ແນະນໍາກັນມາ.

          ຜົນຕອບຮັບຕັ່ງແຕ່ກໍ່ຕັ້ງຖືວ່າພັດທະນາມາໄກຫຼາຍ, ຕັ້ງແຕ່ກີ້ມີປ້າຍໂຄສະນາບໍ່ຮອດ 10ປ້າຍ, ລູກຄ້າໃນມືກໍບໍ່ຮອດ 3 ລາຍໃນຂະນະຕອນນັ້ນ, ຈົນມາຮອດປັດຈຸບັນນີ້ຖືວ່າເຮົາເຊື່ອໝັ້ນວ່າ ບໍລິສັດເຮົາເປັນບໍລິສັດແຖວໜ້າຂອງປະເທດລາວທີ່ໄດ້ຮັບຄວາມໄວ້ວາງໃຈຈາກຄົນລາວເອງ ແລະ ຄົນຕ່າງປະເທດ.

 

 

3. ໃຫ້ຍົກຕົວຢ່າງອຸປະສັກທີ່ເຮົາພົບພໍໍ້ໃນການເຮັດທຸລະກິດປະເພດນີ້ ແລະ ມີວິທີແກ້ໄຂບັນຫາດັັ່ງກ່າວແນວໃດ?

           ຕັ້ງແຕ່ມື້ເລີ່ມຕົ້ນຈົນມາຮອດປັດຈຸບັນ ບັນຫາ ຫຼື ອຸປະສັກກໍມີທຸກໆມື້ບໍ່ວ່າຈະເປັນວຽກເຮົາ ຫຼື ວຽກໃຜກໍແລ້ວແຕ່ ເຊື່ອວ່າມັນຈະມີບົດທົດສອບຢູ່ຕະຫຼອດ ບໍ່ວ່າຈະເປັນລູກທີມ ຫຼື ພະນັກງານປະຈໍາຢູ່ໃນຫ້ອງການ, ອຸປະສັກນັ້ນມີຫຼາຍ ແລະ ພະຍາຍາມຕັ້ງສະຕິເພື່ອແກ້ໄຂບັນຫາຕ່າງໆທີ່ເຂົ້າມາ, ແນ່ນອນກໍຕ້ອງແມ່ນທີມງານ ເຮົາຕ້ອງໄດ້ຕັ້ງໜ້າຕັ້ງຕາແກ້ໄຂສະຖານະການຮ່ວມກັນວ່າຈະເດີນຕໍ່ໄປແນວໃດ.

          ວິທີຮັບມື ແລະ ແກ້ໄຂບັນຫາຂອງເຮົາແມ່ນຄວາມຈິງໃຈ ຖ້າວ່າມີບັນຫາຫຍັງ ອັນໃດທີ່ຫາກວ່າເຮົາເຮັດບໍ່ໄດ້ກໍບອກໄປຕົງໆເລີຍວ່າເຮົາເຮັດບໍ່ໄດ້, ເຮົາກໍບອກຕາມຄວາມຈິງບອກໄປເລີຍອັນນີ້ເຮົາເຮັດໄດ້ ຫຼື ເຮັດບໍ່ໄດ້ ຍ້ອນຫຍັງ, ມີວິທີທາງອອກແນວໃດ, ມິຄໍາແນະນໍາໃຫ້ລູກຄ້າແນວໃດ, ຂໍຄວາມຮ່ວມມືຈາກລູກຄ້າແນວໃດ. ຖືວ່າເປັນຄວາມໂຊກດີຢ່າງໜຶ່ງຂອງບໍລິສັດເຮົາ ເພາະລູກຄ້າສ່ວນໃຫຍ່ທີ່ໃຫ້ບໍລິການຢູ່ຂ້ອນຂ້າງລົມກັນໄດ້ບໍ່ວ່າຈະເປັນຄົນລາວ,ຄົນໄທ ແລະ ຄົນຕ່າງປະເທດ. ເຖິງວ່າວັດທະນາທໍາເຮົາຈະຕ່າງກັນແຕ່ເຮົາມີວິທີໂອ້ລົມໃຫ້ເຂົ້າໃຈກັນເຊັ່ນວ່າ: ເຮົາມີບັນຫາບ່ອນນີ້ໄດ້ ເພາະເຮົາພະຍາຍາມເຕັມທີ່ແລ້ວ ແລະ ເຮົາມີຄວາມຈິງໃຈຕໍ່ລູກຄ້າແລ້ວລູກຄ້າກໍເຂົ້າໃຈທຸກຢ່າງທີ່ເຮົາອະທິບາຍ.

 

 

4. ທ່ານຄິດວ່າ ບໍລິສັດ Big Blue Media ປະສົບຜົນສໍາເລັດແລ້ວຫຼືຍັງ? ຍ້ອນຫຍັງ?

          ຂ້າພະເຈົ້າຄິດວ່າເຮົາຜ່ານຄວາມປະສົບຜົນສໍາເລັດນັ້ນມາແລ້ວເພາະເຮົາພະຍາຍາມແຂ່ງກັບໂຕເອງບໍ່ໄດ້ໄປແຂ່ງກັບຜູ້ອື່ນ, ການປະສົບຜົນສໍາເລັດຂອງເຮົາແມ່ນ ພິສູດດ້ວຍການທີ່ເຮົາພະຍາຍາມເຮັດໃຫ້ດີທີ່ສຸດ ແລະ ເຕັມທີ່ແລ້ວ, ນັ້ນຄືເຮົາປະສົບຜົນສໍາເລັດແລ້ວ. ທຸກໆວຽກກໍມີຂໍ້ທົດສອບ ມີທັງຂໍ້ດີ, ຂໍ້ເສຍ, ຂໍ້ຜິດພາດເພື່ອຝຶກໃຫ້ເຮົາປະສົບຜົນສໍາເລັດໃນອານາຄົດໄດ້.

 

5. ໃນຕໍ່ໜ້າມີການວາງແຜນໃນອະນາຄົດແນວໃດ?

          ການວາງແຜນຂອງເຮົາແມ່ນພະຍາຍາມເອົາໂລກທີ່ທັນສະໄໝທີ່ເຮົາໄປເບິ່ງ ແລະ ໄປສຶກສາຫາ partner ຢູ່ຕ່າງປະທເດບໍ່ວ່າຈະເປັນ: ສິງຫະໂປ, ມາເລເຊຍ, ອິນໂດເນເຊຍ ແລະ ໄທ. ເຮົາກໍໄດ້ສຶກສາເອົາ ເທັກໂນໂລຊີຂອງເຂົາເຈົ້າມາໝູນໃຊ້ກັບເຮົາ, ແນ່ນອນສື່ອອນລາຍໃນເມືອງເຮົາຕ້ອງມີ, ເທັກໂນໂລຊີທັງຫຼາຍເຮົາກໍຕ້ອງເອົາມາໝູນໃຊ້ຄຽງຄູ່ໄປກັບເຮົາ, ເພາະບ້ານເຮົາຍັງຕ້ອງໃຊ້ຄູ່ ສື່ offline ຄູ່ກັບ ສື່ online ເພາະບໍ່ສາມາດທີ່ຈະຖິ້ມ offline ໄດ້, ແນ່ນອນສະຖານທີ່ຕົວເມືອງສາມາດຫຼິ້ນໄດ້, ແຕ່ວ່າຖ້າເຮົາອອກໄປເຂດນອກ ຫຼື ເຂດຊົນນະບົດຂອງຕົວເມືອງບໍ່ວ່າຈະເປັນຕ່າງແຂວງທີ່ບໍ່ສາມາດເຂົ້າເຖິງໄດ້ເຮົາຈຶ່ງເຫັນ ສື່ offline ມີຄາມສໍາຄັນ ແລະ ມີຄວາມຕ້ອງການຢູ່ ເຊັ່ນ: ການໂຄສະນາປະຊາສໍາພັນ, ການວາງສະແດງສິນຄ້າຕ່າງໆ.

 

 

6. ມີຫຍັງຝາກເຖິງຄົນທີ່ກໍາລັງເຮັດ ຫຼື ວາງແຜນຈະເຮັດທຸລະກິດ ?

          ການທີ່ຈະເຮັດທຸລະກິດຢູ່ລາວເຮົາຕ້ອງມີຄວາມອົດທົນສູງເພາະຕ້ອງໃຊ້ເວລາລົງທຶນສູງດ້ວຍປະຊາກອນເຮົາມີຄວາມຈໍາກັດ,ພະຍາຍາມຄົ້ນຄວ້າວ່າມີທຸລະກິດ ແລະ ເສດຖະກິດໃດແນ່ທີ່ມີຄວາມຍືນຍົງ ແລະ ຕົ້ນທຶນໃຫ້ມີຄວາມເໝາະສົມກັບໂຕເອງ ແລະ ໃຫ້ແທດເໝາະກັບກຸ່ມປະຊາກອນທີ່ເຮົາມີ. ເຊິ່ງເຮົາຕ້ອງມີຄວາມພະຍາຍາມ, ຄວາມອົດທົນ ແລະ ມີຄວາມຕັ້ງໃຈ ພ້ອມທັງຄວາມຈິງໃຈ ເຊື່ອວ່າ: ຖ້າເຮົາມີຄວາມອົດທົນ ແລະ ມີຄວາມພະຍາຍາມພ້ອມທັງຕັ້ງໃຈທີ່ຢາກຈະເຮັດມັນບໍ່ວ່າຈະເປັນສິ່ງໃດກໍຕາມເຮົາກໍຈະປະສົບຜົນສໍາເລັດໄດ້.

 

ຂໍຂອບໃຈ ທ່ານ ວັນນະເລດ ພິມພະຈັນ ຜູ້ຈັດການ ບໍລິສັດ BigBlue Agency Laos

ສະຖານທີ່:​ ບ້ານຫາຍໂສກ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ

ສອບຖາມຕິດຕໍ່: 021 251 820

Facebook: Bigblue Agency Laos

Tags: #ວັນນະເລດ ພິມມະຈັນ #BillboardAgency #ບໍລິສັດປ້າຍໂຄສະນາ #ສຳພາດນັກບໍລິຫານ #ຜູ້ຈັດການບໍລິສັດ BigBlue Agency Laos #ບໍລິສັດ BigBlue Agency Laos #Fayai Media Sole Company Limited #Bigblue

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now