timer
remove_red_eye 10,090 views
ສຳລັບ YouTuber ທີ່ຢາກຫາລາຍໄດ້ນອກເໜືອຈກາການຜະລິດ Content ທີ່ຕົນເອງສົນໃຈສາມາກສະໝັກເປັນ YouTube Partner ແລະ ໄດ້ເປີເຊັນຈກາຄ່າໂຄສະນາ ການທີ່ມີຄົນເປີດເຂົ້າຊົມວິດີໂອຂອງເຂົາເຊິ່ງນັ້ນເຮັດໃຫ້ YouTuber ທີ່ໄດ້ຮັບຄວາມນິຍັມຫຼາຍກໍ່ຍິ່ງໄດ້ເງິນຫຼາຍຕາມໄປນຳ ຖ້າເບິ່ງໃຫ້ເລິກແລ້ວລາຍໄດ້ຫຼັກຂອງເວັບໄຊ Google ເຊິ່ງເປັນບໍລິສັດຂອງ YouTube ຄືການຂາຍໂຄສະນາ ໂຄສະນາດັ່ງກ່າວຈະປະກົດຂື້ນທັງໃນຮູບແບບແບນເນີ້ ຫຼື ແຖບ ຕ່າງໆທົ່ວເວັນໄຊຈິ່ງບໍ່ໜ້າແປກໃຈທີ່ Google ຈະເບິ່ງເຫັນວ່າການຫາລາຍໄດ້ຈາກການໂຄສະນາທິ່ YouTube ນັ້ນເປັນໂອກາດທອງໃນການເຮັດທຸລະກິດ ເພາະຄລິບວິດີໂອນັ້ນເປັນສື່ທີ່ໄດ້ຮັບຄວາມນິຍົມເປັນອັນດັບຕົ້ນໆໃນໂລກ ອອນລາຍ
ສຳລັບຂັ້ນຕອນການລົງໂຄສະນາກໍ່ບໍ່ມີຫຍັງຫຍຸ້ງຍາກ ທາງ YouTube ຈະເປັນຜູ້ຄັດເລືອກໂຄສະນາຈາກກຸ່ມທຸລະກິດໂດຍສະປອນເຊີ້ເຫຼົ່ານັ້ນຈະເປັນຜູ້ເລືອກວ່າເນື້ອຫາຂອງໃຜຕົງກັບເປົ້າໝາຍການສື່ສານເຊັ່ນ ບໍລິສັດເຄື່ອງສຳອາງກໍ່ຈະເລືອກວ່າຈະຕ້ອງລົງໂຄສະນາວິດີໂອຣີວິວເຄື່ອງສຳອາງ ໃນຂະນະທີ່ YouTuber ເຈົ້າຂອງຊ່ອງສາມາດກຳໜົດໄດ້ວ່າຊ່ອງຂອງຕົນເອງຈະໃຫ້ມີສະແດງໂຄສະນາຮູບແບບໃດແດ່ ເມື່ອມີຄົນເຂົ້າມາເບິ່ງວິດີໂອ ຈະປະກົດເປັນຄິບໂຄສະນາກ່ອນການຮັບຊົມເນື້ອຫາຂອງວິດີໂອຈິງ ຍິ່ງວິດີໂອຖືກເປີດຫຼາຍຄົນກໍ່ຍິ່ງຈົດຈຳສິນຄ້າໄດ້ຫຼາຍ ແລະ ສົ່ງຜົນການຕັດສິນໃຈຊື້ສິນຄ້າ ບໍ່ຕ່າງຫຍັງຈກາໂຄສະນາທາງໂທລະພາບກ່ອນທີ່ອິນເຕີເນັດໄດ້ຮັບຄວາມນິຍົມ
ນອກຈກາການໄດ້ສ່ວນແບ່ງຄ່າໂຄສະນາທາງ YouTube ແລ້ວ YouTuber ຍັງຈະໄດ້ເງິນຈາກການໂຄສະນາສິນຄ້າ (Product Placement) ຈາກກຸ່ມທຸລະກິດທີ່ສົນໃຈເປັນສະປອນເຊີໃຫ້ ເຊັ່ນ ຖ້າຊ່ອງ YouTube ເປັນຊ່ອງກິລາຜາດໂຜນ ຕົວຢ່າງການຫຼິ້ນສະເກັບອດ ຫຼື ການໂຕ້ຄື້ນ YouTuber ອາດໄດ້ຮັບການສະໜັບສະໜູນອຸປະກອນຈາກບໍລິສັດຜູ້ຜະລິດກ້ອງ GoPro ເພື່ອໃຊ້ໃນການຖ່າຍຄລິບການຫຼິ້ນກິລາ ເຊິ່ງການໂຄສະນາແຝງຮູບແບບນີ້ຈະເບິ່ງມີຄຸນຄ່າຫຼາຍກວ່າການຂາຍໂຄສະນາຕົງໆ ໃຫ້ກັບຄົນເບິ່ງ ແລະ ຜູ້ຕິດຕາມຊ່ອງນັ້ນຈະຈື່ສິນຄ້າໄປໂດຍປະລິຍາຍ ທີ່ສຳຄັນ YouTuber ຈະຮັບເງິນໂດຍຕົງຈາກບໍລິສັດບໍ່ຕ້ອງຖ້າສ່ວນແບ່ງຈາກ YouTube ແບບການຂາຍໂຄສະນາໃນຄລິບວິດີໂອ
ນອກຈາກນີ້ YouTuber ບາງຄົນອາດຕໍ່ຍອດດ້ວຍການຂາຍສິນຄ້າ ບໍ່ວ່າຈະເປັນການເຮັດສິນຄ້າຂາຍເອງ ຫຼື ບໍລິສັດຕ່າງໆ ເປັນສະປອນເຊີ້ໃຫ້ ຕະຫຼອດຈົນເປັນພີເຊັນເຕີ້ໂຄສະນາ ຫຼື Brand Ambassador ໃຫ້ກັບແບນສິນຄ້າ ໂດຍຕົງໃນຂະນະທີ່ບາງຄົນ ໂດຍສະເພາະ YouTuber ທີ່ມັກການສະແດງ ການເວົ້າດຳເນີນລາຍການ ຫຼືນັກຂຽນບົດອາດມີສະຕູດີໂອຈກາສື່ໂທລະພາບ ຫຼື ຮູບເງົາ ເອີ້ນໄດ້ວ່າຈາກພຽງເລື່ອງນ້ອຍໆ ກໍ່ກາຍເປັນອາຊີບທີ່ສ້າງລາຍໄດ້ຢ່າງຫຼວງຫຼາຍ ຫຼືແມ້ແຕ່ປ່ຽນຊີວິດພວກເຂົາໃຫ້ກາຍເປັນຄົນດັງໄດ້ເລີຍ
ທີ່ມາ:
mashable.com
time.com
gamespot.com
independent.co.uk
plotr.co.uk
Share on your timeline:
Popular article:
ທຸລະກິດແອັບ Marketplace ໃນປະເທດລາວ
timer
ຮຽນບໍ່ເກັ່ງ ເກຮດບໍ່ດີ ແຕ່ຫາວຽກດີໆໄດ້ຄືກັນ
timer
Jobs Available at cvConnect.la
Customer Service / Receptionist
Customer Service / Receptionist