timer
remove_red_eye 10,759 views
ວຽກ Admin ຫຼືຝ່າຍບຸກຄະລາກອນ ເປັນວຽກທີມີຂອບເຂດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງວຽກທີ່ຂ້ອນຂ້າງກວ້າງຈົນຫຼາຍຄົນອາດຈະເຂົ້າໃຈວ່າວຽກດ້ານນີ້ມີຄວາມຄ້າຍກັບວຽກ HR ແຕ່ຫາກລອງວິເຄາະຈາກເນື້ອວຽກແລ້ວຈະເປັນວ່າວຽກທັງສອງປະເພດນີ້ ຈະມີຄວາມແຕກຕ່າງກັນຢູ່ ອີກທັງວຽກ Admin ນີ້ຈະເນັ້ນການປະສານງານເປັນຫຼັກ
ເນື່ອງຈາກວຽກ Admin ເປັນວຽກທີ່ມີລັກສະນະຂອງການເປັນຝ່າຍສະໜັບສະໜູນຂ້ອນຂ້າງຫຼາຍ ເຫັນໄດ້ຈາກຜູ້ທີ່ເຮັດວຽກສາມາດເຂົ້າໄປຊ່ວຍເຫຼືອວຽກໃນຝ່າຍອື່ນໆໄດ້ເຊັ່ນ Admin ສາມາດເຂົ້າໄປຊ່ວຍວຽກຂອງຝ່າຍ HR
ໃນດ້ານການດູແລດ້ານເອກະສານ ຫຼື ປະສານງານກັບພະນັກງານ ເປັນຕົ້ນຂອງເຂດຂອງວຽກ Admin ຈຶ່ງຢູ່ທີ່ວ່າຕ້ອງໄປສັງກັດຢູ່ກັບຝ່າຍໃດ
ຕຳແໜ່ງວຽກ Admin ທີ່ເປີດຮັບສະໝັກ ຈະມີທັງ Admin ຝ່າຍຂາຍ Admin ຝ່າຍບຸກຄະລາກອນ ຫຼື Admin ຝ່າຍການຕະຫຼາດ ຕຳແໜ່ງວຽກຕ່າງໆ ເຫຼົານີ້ ຈະມີໜ້າທີ່ ແລະ ຄວາມສຳຄັນຂອງວຽກແຕກຕ່າງກັນໄປ ດັ່ງນັ້ນກ່ອນຈະສະໜັກວຽກໃນຕຳແໜ່ງນີ້ ຄວນເບິ່ງລາຍລະອຽດຂອງວຽກໃຫ້ຖີຖ້ວນກ່ອນວ່າ ເປັນວຽກທີ່ຕົງກັບຄວາມສາມາດຂອງເຮົາ ຫຼື ບໍ່
ການເລີ່ມຕົ້ນສະໝັກວຽກ Admin ນອກຈາກຈະຕ້ອງເປັນຄົນທີ່ມີທັດສະນະຄະຕິ ແລະ ແນວຄິດດ້ານບວກໃນການເລີ່ມຕົ້ນຊີວິດການເຮັດວຽກແລ້ວ ການຈົບການສຶກສາທີ່ຕົງກັບສາຍວຽກທີ່ມີສ່ວນສຳຄັນ ຜູ້ຫາວຽກທີ່ຕ້ອງການວຽກຄືຄົນທີ່ມີຄວາຮູ້ຄວາມສາມາດ ແລະ ຮຽນຈົບຈາກສາຂາຕ່າງໆ ດັ່ງນີ້ ຄະນະບໍລິຫານທຸລະກິດ (ເອກເລຂານຸການ) ສາຂາບໍລິຫານການຈັດການ ສາຂາບໍລິຫານກາຕະຫຼາດ ສາຂາຄອມພິວເຕີ້ທຸລະກິດ
ແຕ່ຫາກເບິ່ງຕາມຫຼັກຄວາມເປັນຈິງແລ້ວ ສາຍວຽກນີ້ ຂ້ອນຂ້າງເປີດກວ້າງ ຂໍໃຫ້ຜູ້ທີ່ມີຄວາມຮູ້ຄວາມສາມາດຕາມຕຳແໜ່ງວຽກໄດ້ກຳນົດໃວ້ ໂອກາດທີ່ຈະໄດ້ວຽກນີ້ກໍ່ຂ້ອນຂ້າງສູງ
ຜູ້ທີ່ເຮັດວຽກ Admin ຄວນມີຄຸນສົມບັດແນວໃດ
ຄຸນສົມບັດຂອງຜູ້ເຮັດວຽກ Admin ໂດຍລວມແລ້ວ ຕ້ອງເປັນຄົນທີ່ມີຄວາມຮັບຜິດຊອບສູງ ມີຄວາມອົດທົນມຸ່ງໜັ້ນໃນການເຮັດວຽກອີກທັງມີຄວາມວ່ອງໄວ ມີໃຈຮັກໃນວຽກບໍລິການ ໃຈເຢັນ ມີມະນຸດສຳພັນດີ ເຂົ້າກັບຄົນອື່ນໄດ້ງ່າຍ ສາມາດປະສານງານລະຫວ່າງບຸກຄົນ ຫຼື ລະຫວ່າງອົງກອນໄດ້ເປັນຢ່າງດີ ອົນທົນຕໍ່ສະພາວະແຮງກົດດັນໃນການເຮັດວຽກໄດ້
ນອກຈາກຄຸນສົມບັດຂ້າງຕົ້ນແລ້ວ ຜູ້ທີ່ເຮັດວຽກ Admin ອາດຈະຕ້ອງມີທັດສະນະຄະຕິດ້ານບວກ ເຫຼົ່ານີ້ ລວມຢູ່ນຳເພື່ອເພີ່ມຄວາມສຸກໃນການເຮັດວຽກໃຫ້ດີຂື້ນ
ບົດບາດແລະໜ້າທີ່ວຽກ Admin
ວຽກ Admin ຈະມີຂອລເຂດຮັບຜິດຊອບຢູ່ທີ່ການຊ່ວຍເຫຼືອ ຫຼືຈັດການວຽກຕ່າງໆ ໃຫ້ກັບບຸກຄົນໃນອົງກອນ ອາດຈະມີຄວາມແຕກຕ່າງກັນໄປແດ່ຕາມແຜນທີ່ໂຕເອງສັງກັດຢູ່ ແຕ່ວຽກຫຼັກໆຈະມີດັ່ງນີ້:
ວຽກ Admin ເປັນຕຳແໜ່ງວຽກທີ່ສຳຄັນຕຳແໜ່ງໜຶ່ງໃນບໍລິສັດ ແຕ່ໜ້າທີ່ຄວາມຮັບຜິດຊອບນັ້ນ ອາດຈະຕ້ອງໃຊ້ຄວາມອົດທົນຢູ່ແດ່ ເພາະບາງຄັ້ງອາດຈະຕ້ອງເຈິກັບພະນັກງານເຈົ້າບັນຫາທີ່ສ້າງຄວາມຫຍຸ້ງຍາກລຳບາກໃຈແດ່ ແຕ່ຫາກເຮົາສາມາດຄວບຄຸມ ດູແລສ່ວນນີ້ໃຫ້ອອກມາໄດ້ດີ ວຽກຂອງເຮົາກໍ່ຈະອອກມາດັ່ງທີ່ຄາດຫວັງ
Cr: th.jobsdb.com
Share on your timeline:
Popular article:
ທຸລະກິດແອັບ Marketplace ໃນປະເທດລາວ
timer
ຮຽນບໍ່ເກັ່ງ ເກຮດບໍ່ດີ ແຕ່ຫາວຽກດີໆໄດ້ຄືກັນ
timer
Jobs Available at cvConnect.la
Customer Service / Receptionist
Customer Service / Receptionist