timer
remove_red_eye 5,600 views
ແຕ່ລະຄົນອາດມີວິທີເພີ່ມປະສິດທິພາບການເຮັດວຽກຂອງຕົວເອງແຕກຕ່າງກັນ ເພື່ອໃຫ້ວຽກສຳເລັດຕາມເປົ້າໝາຍ ມື້ນີ້ cvconnect.la ມີເທັກນິກການເພີ່ມປະສິທິພາບການເຮັດວຽກອີກ 1 ວິທີມາຝາກ ນັ້ນຄືວິທີການເຮັດວຽກແບບ 1-3-5 ເຊິ່ງອາດເປັນທາງເລືອກສຳລັບຄົນທີ່ຍັງຫາວິທີບໍ່ລົງໂຕ
ການຈັດການວຽກແບບ 1-3-5 ຄື ການແບ່ງວຽກອອກເປັນ 3 ກ້ອນ ໄດ້ແກ່
ວຽກໃຫຍ່ 1ຢ່າງ
ວຽກຂະໜາດກາງ 3 ຢ່າງ
ວຽກເລັກໆນ້ອຍໆ 5 ຢ່າງ
= ໃນ 1 ມື້ ສາມາດເຮັດວຽກແລ້ວ ເຖິງ 9 ຢ່າງ
ວິທີນີ້ເຮັດໃຫ້ວັນເຮັດວຽວັນໜຶ່ງ ເຮົາສາມາດເຮັດໃຫ້ສຳເລັດໄດ້ເຖິງ 9 ວຽກ ເຊິ່ງເປັນຄ່າສະເລ່ຍທີ່ແນວຄິດນີ້ເຊື່ອວ່າຄົນໆໜຶ່ງຈະເຮັດວຽກໄດ້ຢ່າງມີປະສິດທິພາບໃນ 1 ວັນ
ການເຮັດວຽກແບບ 1-3-5 ເປັນການຝຶກໃຫ້ເຮົາວາງແຜນພາບລວມຂອງວຽກທັງອາທິດ ແລະ ລຳດັບຄວາມສຳຄັນຂອງວຽກ ວ່າຄວນເອົາວຽກໃດມາເຮັດກ່ອນ ນອກຈາກຈະຊ່ວຍໃຫ້ບໍ່ຕ້ອງເຮັດວຽກຫຼາຍເກີນໄປໃນມື້ນຶ່ງແລ້ວ ຍັງເຮັດໃຫ້ເຮົາຮັບມືກັບຄວາມປ່ຽນແປງ ແລະ ພິກຕາມສະຖານະການໄດ້ທັນທີອີກດ້ວຍ
ສາມາດປັບແຕ່ງໄດ້ຕາມຄວາມເໝາະສົມ
ວິທີ 1-3-5 ເປັນແນວຄວາມຄິດກວ້າງໆ ເທົ່ານັ້ນສາມາດປັບແຕ່ງໄດ້ຕາມລັກສະນະວຽກ ຫຼື ຄວາມເໝາະສົມ ເຊັ່ນຖ້າມື້ໃດຕົງກັບວັນທີ່ເຮົາຕ້ອງເຂົ້າປະຊຸມ ຫຼື ມີວຽກ ທີ່ເຮົາບໍ່ໄດ້ຢູ່ກັບໂຕະເຮັດວຽກ ເຮົາກໍ່ສາມາດປັບຈຳນວນໃນແຕ່ລະມື້ໄດ້ ຫຼື ຕຳແໜ່ງວຽກຂອງໃຜມີໂອກາດທີ່ຈະມີວຽກຊ້ອນ ດ່ວນຫຼາຍໆໃຫ້ເພື່ອວ່າງຈາກວຽກຂະໜາດກາງ 1 ວຽກ ແລະ ວຽກນ້ອຍ ອີກ 2 ວຽກ ເມື່ອເກີດພາວະວິກິດແລ້ວມື້ນັ້ນອາດຈະມີແຕ່ວຽກໄຫຍ່ໆ 2 ວຽກກໍ່ເປັນໄປໄດ້ ແລະ ເມື່ອສິ້ນສຸດມື້ເຮັດວຽກແລ້ວເຮົາກໍ່ລອງໃຊ້ເວລາຕອນວ່າງໆ ຫຼັງຈກາເຮັດວຽກແລ້ວ ຫຼືວາງແຜນໃວ້ກ່ອນນອນ ເລືອກເບິ່ງວ່າມື້ອື່ນນີ້ ມີ 9 ວຽກທີ່ຕ້ອງເຮັດມີຫຍັງແດ່
ບໍ່ແມມ່ນແຕ່ເຮັດໃຫ້ຄົບແຕ່ຄືຈັດອັນດັບຄວາມສຳຄັນ
ປະເດັນສຳຄັນຂອງການນຳວິທີນີ້ໄປໃຊ້ບໍ່ແມ່ນແຕ່ນຳເອົາວຽກ ໃຫຍ່ ກາງ ນ້ອຍ ມາເຮັດໃຫ້ແລ້ວໄປເທົ່ານັ້ນແຕ່ຄືການຈັດອັນດັບຄວາມສຳຄັນແລ້ວເລືອກວຽກທີ່ຕ້ອງການຈະເຮັດໃນແຕ່ລະມື ອອກມາພຽງ 9 ວຍກ ຝຶກເບຶ່ງພາບລວມຂອງວຽກທັງອາທິດໃຫ້ອອກ ວຽກໃດເປັນວຽກສຳຄັນເປັນວຽກທີ່ຕ້ອງຮັບຜິດຊອບ ຕາມໜ້າທີ່ ແລະ ບົດບາດ ເຮົາຈະບໍລິຫານເວລາໄດ້ແນວໃດ ຫຼື ວຽກຈະຊ່ວຍຕອຍສະໜອງເປົ້າໝາຍໄລຍະຍາວຂອງເຮົາໃຫ້ສຳເລັດໄດ້ ສົ່ງເສີມເຮົາສູ້ໜ້າທີ່ ແລະ ຕຳແໜ່ງທີ່ດີຂື້ນ
ຖ້າເຮົາມີພາບທີຊັດເຈນໃນຫົວວ່າຕອນນີ້ຕ້ອງຮັບຜິດຊອບຫຍັງ ແລະ ໃນອານາຄົດເຮົາຕ້ອງການຈະໄປທາງໃດ ເຮົາຈະຮູ້ວ່າຄວນເລືອກວຽກໃດມາເຮັດກ່ອນ ຫຼື ຫຼັງ ນອກຈາກຈະເຮັດໃຫ້ເຮົາບໍ່ຕ້ອງການເຮັດວຽກໜັກເກີນໄປໃນມື້ໃດມື້ໜຶ່ງແລ້ວ ຍັງສາມາດປັບອັນດັບຂອງສຳຄັນຂອງວຽກ ຮັບມືກັບຄວາມປ່ຽນແປງ ຕາມສພຖານະການໄດ້ທັນທີອີກດ້ວຍ
ທີ່ມາ : JobThai.com
Share on your timeline:
Popular article:
ທຸລະກິດແອັບ Marketplace ໃນປະເທດລາວ
timer
ຮຽນບໍ່ເກັ່ງ ເກຮດບໍ່ດີ ແຕ່ຫາວຽກດີໆໄດ້ຄືກັນ
timer
Jobs Available at cvConnect.la
Customer Service / Receptionist
Customer Service / Receptionist