ຈະເປັນຄົນເຮັດວຽກເກັ່ງໃນສາຍຕາຫົວໜ້າຕ້ອງເຮັດແນວໃດ?

timer

remove_red_eye 6,462 views


cvConnect.la - ຈະເປັນຄົນເຮັດວຽກເກັ່ງໃນສາຍຕາຫົວໜ້າຕ້ອງເຮັດແນວໃດ?

 

ຈະເປັນຄົນເຮັດວຽກເກັ່ງໃນສາຍຕາຫົວໜ້າຕ້ອງເຮັດແນວໃດ?

          ການແຂ່ງຂັນໃນໃນຕະຫຼາດແຮງງານໃນປັດຈຸບັນມີຄວາມເຂັ້ມຂຸ້ນຂື້ນທຸກມື້ ຄົນເກັ່ງເທົ່ານັ້ນທີ່ຈະໄດ້ໂອກາດເຕີມເຕັມຕຳແໜ່ງງານທີ່ວ່າງໃນບໍລິສັດທີ່ມີຊື່ສຽງ ແລະ ມີຄວາມໝັ້ນຄົງ ເວົ້າແນວນີ້ຫຼາຍຄົນອາດຈະທໍ້ໃຈວ່າຖ້າຮຽນບໍ່ເກັ່ງ ຄະແນນສະເລ່ຍບໍ່ດີກໍ່ຈະຫາວຽກເຮັດງານທຳບໍ່ໄດ້ແມ່ນບໍ່ ຄວາມຈິງຄຳວ່າຄົນເກັ່ງບໍ່ໄດ້ໝາຍຄວາມວ່າ ຄົນທີ່ຮຽນເກັ່ງເທົ່ານັ້ນ ເພາະຄົນທີ່ຮຽນເກັ່ງບໍ່ອາດຈະສາມາດເຮັດວຽກຮ່ວມກັບຜູ້ອື່ນໄດ້ ຄົນທີ່ຫົວໜ້າຕ້ອງການຈະຕ້ອງເກັ່ງໃນເລື່ອງອື່ນໆອີກດ້ວຍ ຢາກຮູ້ແລ້ວບໍ່ວ່າການທີ່ເປັນຄົນເກັ່ງນັ້ນຈະຕ້ອງມີຄຸນສົມບັດແນວໃດແດ່? CVconnect.la ເຮົາມີວິທີທີ່ຈະເປັນຄົນເຮັດວຽກເກັ່ງໃນສາຍຕາຂອງຫົວໜ້າມາຝາກລຸ່ມນີ້:

 

1. ບຸກຄະລິກດີ

           First Impression ກໍ່ເປັນສ່ວນສຳຄັນທີ່ຈະເຮັດໃຫ້ເຈົ້າໄດ້ວຽກຫຼືບໍ່, ບຸກຄະລິກດີບໍ່ຈຳເປັນຕ້ອງງາມຫຼືຫຼໍ່ ພຽງແຕ່ເປັນຕົວຂອງຕົວເອງ, ເປັນທຳມະຊາດ, ເປັນຄົນມີຄວາມໝັ້ນໃຈໃນແບບສະບັບຂອງຕົນເອງ ເວົ້າຈາຄ່ອງແຄ້ວ, ສະຫຼາດເວົ້າ, ຄົນທີ່ມີບຸກຄະລິກດີຍ່ອມເດັ່ນສະດຸດຕາຫົວໜ້າ ແລະ ໂອກາດທີ່ເຈົ້າຈະໄດ້ວຽກທີ່ເຈົ້າສະໝັກນັ້ນກໍ່ມີສູງອີກດ້ວຍ.

2. ໄຫວພິບດີ ແກ້ບັນຫາໄວ

          ໃນຊີວິດເຮົາຍ່ອມຕ້ອງມີປັນຫາຜ່ານເຂົ້າມາໃຫ້ເຮົາແກ້ໄຂ ແລະ ຮຽນຮູ້, ການຝຶກຄິດແກ້ໄຂປັນຫາເລື້ອຍໆຈະເຮັດໃຫ້ເຮົາຮູ້ເທົ່າທັນປັນຫາ ແລະ ສາມາດຫາທາງແກ້ໄຂໄດ້ຢ່າງວ່ອງໄວທັນການ ແລະ ເມື່ອເຮົາໄດ້ໂອກາດໃນການສຳພາດງານກໍ່ຄວນຈະບອກໃຫ້ຫົວໜ້າຮູ້ໃນປະເດັນນີ້ດ້ວຍ ວ່າເຮົາເຄີຍມີປະສົບການໃນການແກ້ປັນຫາທີ່ໜ້າສົນໃຈແນວໃດແດ່, ເມື່ອຫົົວໜ້າເຫັນວ່າເຈົ້າເປັນຄົນທີ່ມີໄຫວພິບໃນການແກ້ປັນຫາ ເຈົ້າກໍ່ຈະໂດດເດັ່ນຂື້ນໃນໃຈຂອງຫົວໜ້າແລ້ວ ເພາະວ່າຖ້າຫົວໜ້າຮັບເຈົ້າເຂົ້າເຮັດວຽກ ກໍ່ສາມາດໝັ້ນໃຈໄດ້ວ່າເຈົ້າສາມາດແກ້ໄຂປັນຫາເອງໄດ້ ໂດຍບໍ່ຕ້ອງແບກປັນຫາມາໃຫ້ເຂົາແກ້ໄຂໃຫ້ຕະຫຼອດເວລາ.

3. ມະນຸດສຳພັນດີ

          ໃຜໆກໍ່ມັກຄົນທີ່ມີມະນຸດສຳພັນດີ ເຂົ້າກັບຄົນອື່ນໆໄດ້ງ່າຍ, ສາມາດປັບຕົວໃຫ້ເຂົ້າກັບສະພາບແວດລ້ອມໄດ້ດີ ເພາະໃນການເຮັດວຽກນັ້ນເຮົາບໍ່ອາດເຮັດວຽກໄດ້ພຽງຄົນດຽວ ຈຳເປັນຕ້ອງອາໄສຫຼາຍໆຝ່າຍຮ່ວມກັນ. ດັ່ງນັ້ນຄົນທີ່ຈະເຮັດວຽກກັບຜູ້ອື່ນໄດ້ຢ່າງລາບລື່ນຈຳເປັນຕ້ອງມີມະນຸດສຳພັນທີ່ດີອີກດ້ວຍ.

4. ມີຄວາມຮູ້ດ້ານເທັກໂນໂລຊີໃໝ່ໆ

         ດ້ວຍຍຸກນີ້ເປັນຍຸກແຫ່ງດິຈີຕອນ ຄວນອັບເດດຄວາມຮູ້ກ່ຽວກັບເລື່ອງເທັກໂນໂລຊີໃໝ່ໆຢູ່ສະເໝີ ເພາະຈະມີຄວາມສຳຄັນ ແລະ ມີປະໂຫຍດໃນການເຮັດວຽກໃນຍຸກປັດຈຸບັນເປັນຢ່າງດີ.

5. ກະຕືລືລົ້ນໃນການເຮັດວຽກ

        ຫົວໜ້າມັກຄົນດຸໝັ່ນ ມີພະລັງໃນການເຮັດວຽກ ດັ່ງນັ້ນເຈົ້າຕ້ອງສະແດງໃຫ້ນາຍຈ້າງເຫັນເຖິງຄວາມປາດຖະໜາທີ່ຈະເຮັດວຽກໃນໜ່ວຍງານຂອງເຂົາ ແລະ ພ້ອມທີ່ຈະສ້າງສັນສິ່ງໃໝ່ໆໃຫ້ກັບບໍລິສັດຂອງເຂົາ ພາໃຫ້ໜ່ວຍງານຂອງເຂົາກ້າວໜ້າດ້ວຍແຜນງານໃໝ່ໆທີ່ເຈົ້າຄິດຂື້ນ ເພື່ອໃຫ້ບໍລິສັດພັດທະນາ.

 

6. ມີວິໄນ

           ການຕົງຕໍ່ເວລາສະແດງເຖິງຄວາມມີວິໄນຂອງບຸກຄົນນັ້ນ ຄວາມຮັບຜິດຊອບໃນໜ້າທີ່ການງານທີ່ໄດ້ຮັບມອບໝາຍເປັນຢ່າງດີ ການມາເຮັດວຽກກົງເວລາ, ສົ່ງວຽກຕາມກຳນົດຈະເຮັດໃຫ້ການດຳເນິນງານບໍ່ມີການຂັດຂ້ອງຫຼືເສຍຈັງຫວະໃນການຮັບ-ສົ່ງໃນຂັ້ນຕອນຕ່າງໆ, ວຽກກໍ່ຈະສຳເລັດລຸລ່ວງໄປໄດ້ດ້ວຍດີບໍ່ມີການເອົາປຽບ ຫຼື ກິນແຮງໃຜ.

 

 7. ອົດທົນຕໍ່ວຽກທີ່ເມື່່ອຍ

           ຄົນທີ່ໜັກເອົາ ເບົາສູ້ ບໍ່ຢ້ານຄວາມລຳບາກຍ່ອມຈະສາມາດຝ່າຝັນອຸປະສັກໄດ້ດີກວ່າຄົນທີ່ຍອມແພ້ ແລະ ຖອດໃຈງ່າຍໆ ຄົນເຮົາຖ້າຢ້ານຄວາມລຳບາກກໍ່ບໍ່ມີວັນປະສົບຄວາມສຳເລັດໄດ້ ຄົນທີ່ມີຄວາມອົດທົນຍ່ອມເປັນທີ່ໝາຍປອງຂອງບໍລິສັດ ເພາະບໍລິສັດສາມາດໝັ້ນໃຈໄດ້ວ່າ ຄົນທີ່ມີຄວາມອົດທົນຈະບໍ່ຖີ້ມວຽກໄປກ່ອນຫຼືເຮັດໃຫ້ບໍລິສັດໄດ້ຮັບຄວາມເດຶອດຮ້ອນເສຍຫາຍຢ່າງແນ່ນອນ.

 

8. ຮູ້ຈັກບໍລິຫານຂໍ້ມູນ

           ຄົນທີ່ຮູ້ຈັກບໍລິຫານຂໍ້ມູນ ກໍ່ຈະຮູ້ວ່າຂໍ້ມູນກ່ຽວກັບເລື່ອງໃດຄວນຈະເກັບໄວ້ບ່ອນໃດ, ເລື່ອງໃດຄວນຈະຖີ້ມ ເວລາຫົວໜ້າເອີ້ນຫາຂໍ້ມູນເລື່ອງໃດຈະໄດ້ຄົ້ນຫາໄດ້ສະດວກວ່ອງໄວທັນໃຈ ເທິງໂຕະເຮັດວຽກກໍ່ຍັງເບິ່ງສະອາດງາມຕາເປັນລະບຽບຮຽບຮ້ອຍ.

 

9. ຮູ້ເລິກໃນວຽກທີ່ເຮັດ

           ຄວາມຮູ້ສະເພາະດ້ານເປັນສິ່ງທີ່ຈຳເປັນ ການຮູ້ເລິກຮູ້ຈິງໃນເລື່ອງໃດເລື່ອງໜື່ງກໍ່ເຮັດໃຫ້ເຈົ້າໄດ້ປຽບກວ່າຄົນອື່ນໆແລ້ວ ຕອນທີ່ເຈົ້າຮຽນເຈົ້າອາດຮູ້ແຕ່ພື້ນຖານ ແຕ່ຫາກເຈົ້າໄດ້ລອງສຶກສາພີ່ມເຕີມກ່ອນສະໝັກວຽກເຊັ່ນ: ຄົ້ນຫາຂໍ້ມູນຈາກອິນເຕີເນັດຫຼືການຫາຊື້ປື້ມດີໆມາອ່ານຈັກເຫຼັ້ມໜື່ງ ເຈົ້າກໍ່ຈະມີຄວາມຮູ້ກວ່າຄົນອື່ນໆແລ້ວ ຊື່ງຈະເຮັດໃຫ້ເຈົ້າໄດ້ປຽບ ແລະ ມີໂອກາດໄດ້ວຽກຫຼາຍກວ່າ.

 

10. ຮູ້ຫຼາຍພາສາຍ່ອມໄດ້ປຽບ

          ພາສາອັງກິດເປັນສິ່ງສຳຄັນໃນການເຮັດວຽກ ໂດຍສະເພາະບໍລິສັດຕ່າງຊາດຫຼືບໍລິສັດທີ່ຕ້ອງຕິດຕໍ່ກັບຄົນຕ່າງປະເທດ ແຕ່ໃນບ້ານເຮົາກໍ່ບໍ່ໄດ້ມີບໍລິສັດຕ່າງຊາດສະເພາະທີ່ໃຊ້ພາສາອັງກິດເທົ່ານັ້ນ ບໍລິສັດຂອງຈີນ, ຍິ່ປຸ່ນ, ຝຣັ່ງ, ອີຕາລີ, ເຢຍລະມັນ ການມີຄວາມຮູ້ຫຼາຍໆພາສາຈະຊ່ວຍໃຫ້ເຈົ້າມີຕົວເລືອກຫຼາຍຂື້ນ.

 

11. ທັນໂລກທັນເຫດການ

           ຕິດຕາມຂໍ້ມູນຂ່າວສານຢູ່ສະເໝີ ເພື່ອໃຫ້ເຈົ້າເປັນຄົນທີ່ທັນສະໄໝ, ສາມາດຄິດວຽກ ແລະ ນຳສະເໜີຜົນງານໄດ້ເໝາະສົມກັບຍຸກສະໄໝ, ບໍ່ລ້າຫຼັງ, ຕົກຍຸກ ແລະ ການຮູ້ຄວາມເຄື່ອນໄຫວຂອງເລື່ອງຕ່າງໆ ຍັງເຮັດໃຫ້ເຈົ້າເຂົ້າກັບໝູ່ເພື່ອນໄດ້ງ່າຍ ເວົ້າກັນຮູ້ເລື່ອງ ນອກຈາກນັ້ນການລົມກັນຍັງເຮັດໃຫ້ເຈົ້າໄດ້ຮູ້ຈັກເວົ້າ, ຮູ້ຈັກຄິດຫຼາຍຂື້ນ ແລະ ທີ່ສຳຄັນເຮັດໃຫ້ຮູ້ຄິດ, ຮູ້ນິໄສໃຈຄໍຝ່າຍກົງກັນຂ້າມດີຂື້ນອີກດ້ວຍ.

            ຫາກເຈົ້າຢາກເປັນຄົນເກັ່ງໃນສາຍຕາຫົວໜ້າ ລອງປັບປ່ຽນຕົນເອງຕາມຄຳແນະນຳຂ້າງເທິງນັ້ນເບິ່ງ ທຸກຂໍ້ທີ່ກ່າວມາບໍ່ຍາກເກີນຄວາມຕັ້ງໃຈຈິງຂອງເຈົ້າຢ່າງແນ່ນອນ.

 

Cr: th.jobsdb.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now

CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....