ນັກສຶກສາຈົບໃໝ່ເງິນເດືອນຄວນເອີ້ນເທົ່າໃດ?

timer

remove_red_eye 12,041 views


cvConnect.la - ນັກສຶກສາຈົບໃໝ່ເງິນເດືອນຄວນເອີ້ນເທົ່າໃດ?

 

ຄຳຖາມນີ້ຄົງເປັນສິ່ງຄາໃຈຂອງຫຼາຍຄົນ ໂດຍສະເພາະນັກສຶກສາຈົບໃໝ່ ເມື່ອທ່ານຍັງບໍ່ເຄີຍເຮັດວຽກມາກ່ອນ ບໍ່ແປກດອກທີ່ທ່ານບໍ່ຮູ້ກ່ຽວກັບຕົວເລກພວກນີ້ ແຕ່ບາງຄົນຄົງພໍຮູ້ແດ່ຈາກລຸ້ນອ້າຍເອື້ອຍ ພີ່ນ້ອງ ໝູ່ ຫຼື ບໍລິສັດຕ່າງໆ ທີ່ເຂົ້າມາແນະນຳໃນມະຫາວິທະຍາໄລ

 

ເຊື່ອວ່າ ການທີ່ທ່ານຕັດສິນໃຈສະໝັກວຽກໃດໜຶ່ງ ທ່ານໜ້າຈະປະມານໂຕເລກນີ້ໄວ້ໃນໃຈແລ້ວ ເພາະສາຍວິຊາຊີບທີ່ທ່ານຈົບມາ ມັກມີການເວົ້້າເຖິງໂຕເລກເຫຼົ່ານີ້ຢູ່ສະເໝີ  ເຊັ່ນ: ລຸ້ນອ້າຍຄົນນີ້ຈົບສັງຄົມ ໄປເຮັດວຽກເລຂານຸການກຳມະການ ຜູ້ຈັດການ ບໍ່ລິສັດໜຶ່ງໄດ້ເງິນເດືອນ 1,500,000 ກີບ ຫຼື ລຸ້ນອ້າຍອີກຄົນໜຶ່ງ ຈັບໜັງສືພິມ ໄປເຮັດວຽກນັກຂ່າວສາຍການເມືອງກັບໜັງສືພິມໄດ້ເງິນເດືອນ 3,000,000 ກີບ ເປັນຕົ້ນ

 

ຂໍ້ມູນພວກນີ້ພໍເຮັດໃຫ້ທ່ານເບິ່ງເຫັນພາບຂອງອັດຕາຄ່າຈ້າງໃນຕະຫຼາດແຮງງານໄດ້ລະດັບໜຶ່ງ ຢ່າງນ້ອຍເປັນກອບໃຫ້ທ່ານໄດ້ຮູ້ ແລະ ພໍປະມານໂຕເລກທີ່ທ່ານຄວນຈະໄດ້ຮັບ ຖ້າທ່ານໄດ້ເຮັດວຽກໃນຕຳແໜ່ງນັ້ນ ຂໍບອກວ່າປັນພຽງການປະມານທີ່ໃກ້ຄຽງຄວາມເປັນຈິງເທົ່ານັ້ນ

 

ບາງຄົນຈົບມາຈາກຄະນະ ແລະ ວິທະຍາໄລດຽວກັນ ຄະແນນສະເລ່ຍກໍ່ບໍ່ຫ່າງກັນຫຼາຍ ໄດ້ວຽກເລຂາຜູ້ບໍລິຫານຄືກັນ ພຽງແຕ່ຄົນລະບໍລິສັດ ຄົນໜຶ່ງໄດ້ເງິນເດືອນ 1.500.000 ກີບ ແຕ່ອີກຄົນໄດ້ 3,000,000 ກີບ ບໍ່ແມ່ນເລື່ອງແປກຫຍັງ ຖ້າ 2 ບໍລິສັດທີ່ວ່າໝາຍເຖິງບໍລິສັດຂອງຄົນລາວກັບບໍລິສັດຕ່າງປະເທດ ຫຼື ບໍລິສັດໃຫຍ່ທີ່ມີພະນັກງານເປັນຮ້ອຍ ກັບບໍລິສັດນ້ອຍ ທີ່ມີຄົນເຮັດວຽກບໍ່ເຖິງ 10

 

ບໍລິສັດໃຫຍ່ໆ ມັກມີໂຄງສ້າງເງິນເດືອນທີ່ຊັດເຈນ ຫາມີການປັບຖານເງິນເດືອນ ຈະສົ່ງຜົນກະທົບຕໍ່ພະນັກງານຈຳນວນຫຼາຍ ຈຶ່ງເຮັດໃຫ້ເງິນເດືອນຢູ່ໃນລະດັບເກນມາດຕະຖານຂອງຕະຫຼາດແຮງງານ ຫຼື ຖ້າຕ່າງກັນກໍ່ບໍ່ຫຼາຍ

 

ແຕ່ຫາກເປັນບໍລິສັດນ້ອຍໆ ໂຄງສ້າງເງິນເດືອນອາດຈະຍັງບໍ່ມີກຳນົດໄວ້ແນ່ນອນ ການຕັ້ງໃຈໃຫ້ເງິນເດືອນຄົນໃດຫຼາຍ ຫຼື ໜ້ອຍ ມັກຈະບໍ່ມີຜົນກະທົບຕໍ່ຖານເງິນເດືອນຂອງພະນັກງານເກົ່າຫຼາຍ ຫຼື ບາງຄັ້ງອາດຈະບໍ່ມີຜົນກະທົບເລີຍ ຖ້າຕຳແໜ່ງນີ້ມີພຽງຄົນດຽວ

 

ບໍ່ຕ້ອງຕົກໃຈ ຖ້າມື້ໜຶ່ງ ໝູ່ທີ່ເຄີຍຮຽນມານຳກັນບອກທ່ານວ່າ ເຂົາໄດ້ເງິນເດືອນສູງເຖິງ 3,000,000 ກີບ ທັງທີ່ເຮັດວຽກໃນຕຳແໜ່ງດຽວກັນ ກັບທ່ານຕອນນີ້ ແຕ່ທ່ານໄດ້ແຕ່ 1,500,000 ກີບ ລອງຖາມເຂົາຕໍ່ໄປອີກວ່າ ເຂົາເຮັດກັບບໍລິສັດໃດ ທ່ານຈະພົບຄຳຕອບທີ່ທ່ານເຂົ້າໃຈຫຼາຍຂື້ນ

 

ບາງຄັ້ງຄົນເຮົາກໍ່ເລືອກຄວາມໝັ້ນຄົງຫຼາຍກວ່າເງິນເດືອນທີ່ໄດ້ຮັບ ແລະ ບາງຄັ້ງອີກເຊັ່ນກັນເຮົາມັກຈະເຫັນຄວາມສຳຄັນຂອງເງິນທີ່ໄດ້ຮັບ ຫຼາຍກວ່າ ຄວາມໝັນຄົງ ແລະ ຊື່ສຽງ ຂອງບໍ່ລິສັດ

 

ບໍ່ອາດຕັດສິນໃຈວ່າອັນໃດດີ ແຕ່ໃຫ້ທ່ານເລືອກໃນສິ່ງທີ່ທ່ານພໍໃຈຫຼາຍກວ່ານັ້ນເອງ ແລະ ເຊື່ອວ່າແຕ່ລະຄົນຕ່າງກັນກໍ່ມີຄວາມຕ້ອງການໃນຊີວິດແຕກຕ່າງກັນ

ການທີ່ເອີ້ນເງິນເດືອນສ່ວນຫຼາຍມີ 2 ແບບຄື ກຳນົດໂຕເລກທີ່ຕ້ອງການ ອາດເປັນໂຕເລກດຽວເຊັ່ນ 2,500,000 ກີບ ຫຼື ກຳນົດເປັນຊ່ວງທີ່ຍອມຮັບໄດ້ເຊັ່ນ 1,200,000 ກີບ ຫາ 1,500,000 ກີບ    2,500,000 ກີບ   ຫາ 3,000,000 ກີບ ກໍ່ໄດ້ ຄືທີ່ບອກ ໂຕເລກທີ່ທ່ານເອີ້ນໄປນັ້ນ ຕ້ອງອີງກັບຖານຂໍ້ມູນທີ່ທ່ານຂໍບໍ່ຕ່ຳ ຫຼື ສູງກວ່າເກນມາດຕະຖານໃນຕະຫຼາດແຮງງານຫຼາຍ

 

ແບບທີ 2 ຄື: ລະບຸວ່າ “ຕາມໂຄງສ້າງເງິນເດືອນຂອງບໍລິສັດ” ແບບນີ້ ເປັນການໃຫ້ໂອກາດທັງໂຕເອງ ແລະ ບໍລິສັດ ຖ້າບໍສິສັດບໍ່ມີພະນັກງານໃຫ້ເລືອກ 2 ຄົນຄຸນສົມບັດໂດຍລວມບໍ່ແຕກຕ່າງກັນ ຄົນໜຶ່ງຂໍເງິນເດືອນສູງກວ່າເກນທີ່ບໍລິສັດສາມາດກຳນົດໃຫ້ໄດ້ຫຼາຍ ກັບອີກຄົນໜຶ່ງຂໍຕາມໂຄງສ້າງຂອງບໍລິສັດ ທ່ານຄິດວ່າ ເຂົາໜ້າຈະເລືອກຄົນໃດມາສຳພາດກ່ອນ?

 

ແຕ່ສຳລົບຄົນທີ່ບໍ່ກັງວົນວ່າຈະໄດ້ວຽກຫຼືບໍ່ ແຕ່ໃຫ້ຄວາມສຳຄັນກັບຄ່າຕອບແທນຫຼາຍກວ່າ ເຊິ່ງບໍ່ຜິດຫຍັງທີ່ຄິດແບບນັ້ນ ຂໍແນະນຳໃຫ້ກຳນົດເງິນເດືອນລົງໄປເລີຍ ຢ່າງນ້ອຍກໍ່ເປັນການສະກິນເບື້ອງຕົ້ນວ່າ ທ່ານຍິນດີໄປສຳພາດວຽກໃນກໍລະນີທີ່ບໍລິສັດໃຫ້ເງິນເດືອນຂັ້ນຕ່ຳຕາມທີ່ທ່ນຂໍໄວ້ນັ້ນ ບໍ່ເສຍເວລາທັງໂຕທ່ານ ແລະ ບໍລິສັດ

 

ຫຼາຍຄັ້ງຜູ້ມາສຳພາດທີ່ລະບຸເງິນເດືອນຕາມໂຄງສ້າງບໍລິສັດ ແຕ່ພັດປະຕິເສດວຽກທັນທີ່ເມື່ອຮູ້ວ່າ ໂຕເລກທີ່ບໍລິສັດໃຫ້ໄດ້ ບໍ່ສູງກັບທີ່ເຂົາຕ້ອງການ ໂຕເລກນັ້ນຕ່າງກັນບໍ່ປານໃດ ກໍ່ອາດຕໍ່ຮອງກັນໄດ້ ແຕ່ຖ້າຊ່ອງວ່າງຫ່າງກັນຫຼາຍເກີນໄປ ກໍ່ຍາກທີ່ຈະຕົກລົງກັນໄດ້ ແບບນີ້ຖືເປັນການເສຍເວລາໂດຍບໍ່ມີປະໂຫຍດທັງໂຕທ່ານ ແລະ ບໍລິສັດທາງທີ່ດີທ່ານຄວນກຳນົດໂຕເລກທີ່ຕ້ອງການດີກວ່າ ຖ້າຮູ້ວ່າໂຕເລກໂຕໃດທີ່ສະໜອງກັບການໃຊ້ຊີວິດໃນແຕ່ລະເດືອນຂອງທ່ານໄດ້

 

ການເອີ້ນເງິນເດືອນຈຶ່ງຂື້ນກັບຄວາມຕ້ອງການຂອງທ່ານ ທ່ານພໍໃຈທີ່ໂຕເລກ ຫຼື ພໍໃຈພຽງໄດ້ວຽກເທົ່ານັ້ນ ຄິດຕຶກຕອງໂຕເອງໃຫ້ດີກ່ອນທີ່ຈະຂຽນມັນລົງໄປໃນໃບສະໝັກ.........

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now

CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....