ຄຳຖາມທີ່ໃຊ້ວັດແຮງຈູງໃຈຂອງຜ้ູສະໝັກວຽກ

timer

remove_red_eye 7,526 views


cvConnect.la - ຄຳຖາມທີ່ໃຊ້ວັດແຮງຈູງໃຈຂອງຜ้ູສະໝັກວຽກ

 

ຈະຖາມຄຳຖາມແນວໃດໃຫ້ຮູ້ວ່າ ຜູ້ສະໝັກວຽກມີແຮງຈູງໃຈໃນການເຮັດວຽກຫຼາຍເທົ່າໃດ ເພາະຕອນສຳພາດວຽກ ຜູ້ສຳພາດທຸກຄົນຕ້ອງສະແດງອອກເຖິງຄວາມກະຕືລືລົ້ນຢາກໄດ້ວຽກລອງເຈາະປະເດັນຕາມຄຳແນະນຳ ຕໍ່ໄປນີ້ອາດຊ່ວຍທ່ານໄດ້

1. ປະຫວັດການເຮັດວຽກ

            ການເວົ້າເຖິງປະຫວັດການເຮັດວຽກທີ່ຜ່ານມາຂອງຜູ້ ສະໝັກວຽກສາມາດໃຊ້ປະເມີນແຮງຈູງໃຈຂອງຜູ້ສະໝັກໄດ້ ຈາກໄລຍະເວລາທີ່ເຂົາເຮັດວຽກ ແລະ ບໍລິສັດ ເຂົາຢູ່ແຕ່ລະເທື່ອດົນຊ່ຳໃດ ເຄີຍໄດ້ຮັບການເລື່ອນຕຳແໜ່ງບໍ່ ເຄີຍຖືກຊື້ໂຕໃຫ້ຍ້າຍວຽກ ຫຼື ບໍ່ ສາເຫດທີ່ຍ້າຍວຽກເພື່ອຄວາມກ້າວໜ້າ ຫຼື ດ້ວຍເຫດຜົນອື່ນໆ ຫົວໜ້າເກົ່າເຄີຍຮັບພະນັກງານທີ່ອອກໄປແລ້ວກັບເຂົ້າເຮັດວຽກຫຼືບໍ່ ເປັນຕົ້ນ

2. ຄວາມສົນໃຈທີ່ນອກເໜືອຈາກວຽກ

ຄົນທີ່ມີແຮງຈູງໃຈຈະບໍ່ໄດ້ມີແຕ່ແຮງຈູງໃຈໃນການເຮັດວຽກເທົ່ານັ້ນແຕ່ລວມເຖິງແຮງຈູງໃຈໃນຊີວິດ ນຳ ຈຶ່ງຄວນມີການເວົ້າເຖິງຄວາມສົນໃຈອື່ນໆ ທີ່ນອກເໜືອຈາກວຽກ ບໍ່ວ່າຈະເປັນວຽກຍາມວ່າງ ການຫາຄວາມຮູ້ເພີ່ມເຕີມເປົ້າໝາຍຊີວິດ ຄົນເຫຼົ່ານີ້ມັກມີຄວາມໄຝ່ຝັນ ແລະ ຫາໂອກາດພັດທະນາຕົນເອງຜ່ານການເຮັດກິດຈະກຳຕ່າງ ເຊັ່ນໆ ການອ່ານໜັງສື ການຮຽນພາສາ ການຮ່ວມກິດຈະກຳກັບກຸ່ມທີ່ສົນ ເປັນຕົ້ນ

3. ຄວາມລົ້ນເຫຼວທີ່ຜ່ານມາ

          ແຮງຈູງໃຈຊ່ວຍໃຫ້ເຮົາໂຟກັດວຽກທີ່ເຮັດ ບໍ່ວ່າອາດຕ້ອງພົບກັບອຸປະສັກທີ່ບໍ່ອາດຫຼີກລ່ຽງໄດ້ຜູ້ສຳພາດຈຶ່ງຄວນຖາມຄຳຖາມຜູ້ສະໝັກວຽກກ່ຽວກັບຄວາມຜິດພາດທີ່ຜ່ານມາ ເພື່ອຄົນຫາວ່າເຂົາຮູ້ຈັກຕົນເອງດີ ເທົ່າໃດ ເຊັ່ນ ອຸປະສັກທີ່ຍາກລຳບາກທີ່ສຸດທີ່ເຂົາເຄີຍພົບຄືຫຍັງ ແລະ ເຂົາຜ່ານມັນມາໄດ້ແນວໃດ ເຂົາເຄີຍເຮັດວຽກຜິດພາດ ຫຼື ບໍ່ ເຂົາຮູ້ສຶກແນວໃດ ແລະ ແກ້ບັນຫາແນວໃດ

4. ບຸກຄົນອ້າງອີງ

          ສອບຖາມບຸກຄົນອ້າງອີງທີ່ຜູ້ສະໝັກວຽກໃຫ້ໃວ້ ຫາກຜູ້ສະໝັກເປັນທີ່ຊື່ນຊົມ ບຸກຄົນອ້າງອີງຍ່ອມຍິນດີທີ່ຈະເລົ່າກ່ຽວກັບຜູ້ສະໝັກໃຫ້ຟັງດ້ວຍນ້ຳສຽງຊື່ນຊົມ ແຕ່ຖ້າຕອບເປັນພິທີ ສະແດງວ່າຮູ້ສຶກຊື່ໆ ກັບຜູ້ສະໝັກບໍ່ Recommend ແຕ່ຢ່າງໃດ ທ່ານອາດໃຫ້ບຸກຄົນອ້າງອີງລອງໃຫ້ຄະແນນຜູ້ສະໝັກ  1-5 ໂດຍຜູ້ທີ່ທ່ານເກນຈະຕ້ອງຄະແນນຕັ້ງແຕ່ 4​ຄະແນນຂື້ນໄປ

 

 

Cr: th.jobsdb.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now

CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....