ເທັກນິກການຕໍ່ລອງເງິນເດືອນ (ຕອນສຳພາດວຽກ)

timer

remove_red_eye 7,518 views


cvConnect.la - ເທັກນິກການຕໍ່ລອງເງິນເດືອນ (ຕອນສຳພາດວຽກ)

ຫຼັກການຕໍ່ລອງເງິນເດືອນ
ກອ່ນທີ່ຈະມາເຖິງຂັ້ນຕໍ່ລອງເງິນເດືອນ ເຮົາຕ້ອງເຂົ້າໃຈເຖິງສາເຫດຂອງການຍ້າຍວຽກກ່ອນວ່າ ເປັນຫຍັງຈຶ່ງອອກຈາກວຽກເກົ່າ ແລະ ເປັນຫຍັງຈຶ່ງຢາກໄດ້ວຽກໃໝ່ ອີກທັງສຶກສາ ແລະ ວິເຄາະເຖິງຕະຫຼາດຂອງອຸດສາຫະກຳນັ້ນໆ ວ່າເປັນໄປໃນທິດທາງໃດ ແລະ ບໍລິສັດເປັນທີ່ຮູ້ຈັກຫຼາຍເທົ່າໃດ? ມີສິດທີ່ຈະເລືອກຜູ້ສະໝັກຄົນອື່ນໆໄດ້ຫຼາຍໜ້ອຍເທົ່າໃດ? ສິ່ງເຫຼົ່ານັ້ນເປັນພື້ນຖານສຳຄັນສຳລັບການສ້າງອຳນາດເພື່ອການຕໍ່ລອງເງິນເດືອນ ແລະ ກ່ອນທີ່ຈະຕໍ່ລອງເງິນເດືອນຕ້ອງຫາ ແລະ ຕຽມຂໍ້ມູນໃຫ້ຮຽບຮ້ອຍກ່ອນ ໂດຍຂໍ້ມູນທີ່ຕ້ອງຕຽມດັ່ງນີ້:

1) ອັດຕາເງິນເດືອນໂດຍສະເລ່ຍທີ່ຈະໄດ້ສຳລັບຕຳແໜ່ງທີ່ສະໝັກໄວ້ ຂໍ້ມູນໂຕນີ້ອາດຫາໄດ້ຈາກເວັບໄຊຈັດຫາງານ ຫຼື ຖາມຈາກໝູ່ ຫຼື ຄົນຮູ້ຈັກ


2) ສະຫວັດດີການຕ່າງໆທີຄວນຈະໄດ້ ຊຶ່ງແຕ່ລະອາຊີບ ແລະ ແຕ່ລະຕຳແໜ່ງຈະມີສະຫວັດດີການທີຄວນຈະໄດ້ບໍ່ຄືກັນ ເຊັ່ນ: ເຊວກໍ່ຈະມີຄ່ານາຍໜ້າ ,ຄ່ານ້ຳມັຍລົດ ຄ່າລົດ, ຄ່າໂທລະສັບ, ງົບສຳລັບລ້ຽງລູກຄ້າ, ແລະ ອື່ນໆ.


3) ອ້າງເຖິງການກ້າວໜ້າຂອງເງິນເດືອນເມື່ອຕ້ອງຕັດສິນໃຈປຽນວຽກ ຫຼັກການຂໍ້ນີ້ບໍ່ແມ່ນປະເດັນຫຼັກທີ່ຈະໃຊ້ສຳລັບຕໍ່ຮອງເງິນເດືອນເພາະອາດຈະຖືກອ້າງກັບມາວ່າຖ້າຍ້າຍວຽກມາບ່ອນໃໝ່ກໍຕ້ອງເລີ່ມຮຽນຮູ້ລະບົບການເຮັດວຽກໃໝ່ ອີກທັງຖ້າເປັນສິນຄ້າໃໝ່ກໍ່ຕ້ອງເສຍເວລາໄປອົບຮົມກັນອີກ ຈິງຄວນໃຊ້ອ້າງເຖິງແນວທາງ ແລະ ອຸດົມການຂອງຕົນເອງວ່າ ຖ້າຈະຍ້າຍວຽກໃໝ່ກໍຕ້ອງມີຄວາມກ້າວໜ້າຂອງເງິນເດືອນປະມານ 20-30% ບໍ່ດັ່ງນັ້ນຈະຍ້າຍວຽກໃຫ້ເໝື່ອຍ ແລະ ມີຄວາມສ່ຽງຈາກການເຮັດວຽກທີ່ໃໝ່ໄປເຮັດຫຍັງຄວາມສ່ຽງຈກາການເຮັດວຽກທີ່ໃໝ່ໄດ້ແກ່ ຫົວໜ້າໃໝ່ທີ່ບໍ່ຮູ້ນິໄສ ການເມືອງ ແລະ ວັດທະນະທຳຂອງອົງກອນ


4) ສິ່ງທີ່ອົງກອນຄາດຫວັງ ລອງຄິດເຖິງສິງທີ່ອົງກອນຄາດຫວັງຈາກສິ່ງທີ່ໄດ້ຈາກຕຳແໜ່ງນີ້ ເຊັ່ນ: ເຊວ ສິ່ງທີ່ອົງກອນຄາດຫວັງຄືການເຮັດຍອດໃຫ້ໄດ້ຕາມທີ່ອົງກອນກຳນົດ ດັ່ງນັ້ນເຮົາຈຶ່ງຕ້ອງສະແດງໃຫ້ເຫັນວ່າ ປະສົບການ ຄວາມຮູ້ ຄວາມສາມາດ ທີ່ສະສົມມາຈະສ້າງຄວາມໝັ້ນໃຈວ່າເຮົານິແຫຼະ ຖ້າເຈົ້າຈະຈ້າງຂ້ອຍ, ຂ້ອຍຈະເຮັດໃຫ້ໄດ້ຢ່າງທີ່ຄາດຫວັງ


5) ຂໍ້ດີຂອງໂຕເຮົາເອງ ກ່ອນທີ່ຈະໄປຕໍ່ລອງ ເຮົາຕ້ອງສື່ໃຫ້ຜູ້ສຳພາດຮູ້ເຖິງຈຸດເດ່ນ ແລະ ຂໍ້ດີຂອງໂຕເຮົາເອງ ແລະ ສ້າງຄວາມໝັນໃຈວ່າຈຳນວນເງິນທີ່ເຂົາຈ້າງເຮົາໄປນັ້ນສາມາດສ້າງວຽກ ຫຼື ເບິ່ງແຍງວຽກໄດ້ຢ່າງທີ່ຄາດຫວັງໄດ້ ນອກຈາກທີ່ຈະບອກເຖິງຈຸດດເດ່ນ ແລະ ຂໍ້ດີທີ່ເປັນໂດຍລວມ ຕ້ອງບໍ່ລືມທີ່ຈະຍົກຕົວຢ່າງວຽກໂດຍລະອຽດໃຫ້ເຫັນວຽກທີ່ເປັນຜົນງານທີ່ໂດດເດ່ນໃນໄລຍະເວລາ 3 ປີ ເປັນຕົ້ນ ຫາກຍັງບໍ່ມີປະສົບການເຮັດວຽກຫຼາຍປານໃດກໍ່ອາດເລົ່າເຖິງກິດຈະກຳສະໄໝຮຽນ ກໍອາດບອກໄດ້ວ່າເປັນຄົນດຸມັ່ນເປັນຕົ້ນ


ຂໍ້ຄວນລະວັງ

1) ຜູ້ສຳພາດອາດຖາມເຖິງເຫດຜົນ ເປັນຫຍັງຕ້ອງເງິນເດືອນຂື້ນຫຼັງຈາກຍ້າຍວຽກ ທັງໆທີ່ເມື່ອຍ້າຍວຽກກໍ່ຕ້ອງຮຽນຮູ້ກັນໃໝ່
ກ່ອນຈະຕອບຄຳຖາມນີ້ ຕ້ອງຂື້ນຢູ່ກັບກໍລະນີຂອງຜູ້ສະໝັກວ່າຍ້າຍວຽກດ້ວຍສາເຫດໃດ ຫາກຍ້າຍວຽກດ້ວຍສາເຫດ ເຮັດຕຳແໜ່ງໃໝ່ ທີ່ເປັນລະດັບສູງຂື້ນ ຖ້າເປັນແນວນີ້ກໍ່ເໝາະສົມທີ່ຈະໄດ້ຮັບເງິນເດືອນຂື້ນເນື່ອງດ້ວຍວຽກໃໝ່ເປັນວຽກທີ່ຕ້ອງໃຊ້ປະສົບການ ຄວາມສາດມາດ ແລະຄວາມຮັບຜິດຊອບຫຼາຍຂື້ນແຕ່ອາດຕ້ອງຍອມຮັບວ່າ ການຍ້າຍວຽກໃໝ່ອາດຕ້ອງໄດ້ຮຽນຮູ້ກັນແດ່ ກໍອາດບໍ່ໄດ້ຂໍເງິນເດືອນທີ່ເປັນຄ່າສະເລ່ຍ ແຕ່ຕ່ຳກວ່າຄ່າສະເລ່ຍເລັກນ້ອຍ ເຊັ່ນ: ເງິນເດືອນຕຳແໜ່ງວິສະວະກອນຢູ່ທີ່ 1000$ - 1500$ ຄ່າສະເລ່ຍຢູ່ທີ່ 1400$ ແຕ່ເຮົາອາດຂໍແຕ່ 1350$ ເປັນຕົ້ນ ແຕ່ຫາກຍ້າວຽກດ້ວຍເຫດຜົນບໍ່ມັກວຽກທີ່ເຮັດຢູ່ ຫຼື ປ່ຽນສາຍວຽກກໍ່ອາດບໍ່ສາມາດຕໍ່ຮອງເງິນເດືອນໄດ້ຫຼາຍປານໃດ ແຕ່ເຮົາກໍ່ສາມາດຕອບໄດ້ວ່າເງິນເດອນທີ່ເອີ້ນີ້ ເອີ້ນຕາມຄ່າສະເລ່ຍເງິນເດືອນທີຄວນຈະໄດ້ສຳລັບຕຳແໜ່ງນີ້.
 

 

2) ການສຳພາດລວມເຖິງການຕໍ່ຮອງເລື່ອງເງິນເດືອນເຮົາບໍ່ຄວນຕວົະ ແຕ່ອາດບອກບໍ່ໝົດ ຍົກຕົວຢ່າງເຊັ່ນ: ກໍລະນີທີ່ເວົ້າເຖິງເງິນເດືອນເກົ່າ ອາດຈະບອກໂດຍລວມເງຊິ່ງລວມເຖິງສະຫວັດດີການຕ່າງໆ ແລະ ບໍ່ຄວນຕົວະ ເພາະຫາກທາງບໍລິສັດຂໍຫຼັກຖານເງິນເດືອນບ່ອນເກົ່າ ກໍ່ຈະປັນຫາໄດ້

 


3) ຜູ້ສຳພາດອາດຖາມເຖິງວ່າ ໃຫ້ປຽບທຽບກັບຜູ້ສະໝັກອີກຄົນ ວ່າເປັນຫຍັງທາງບໍລິສັດຕ້ອງເລືອກທ່ານ? ຄຳຖາມນີ້ຍາກທີ່ຈະຕອບເນື່ອງດ້ວຍຕ້ອງຂື້ນກັບຕຳແໜ່ງວຽກທີຈະໄດ້ສະໝັກໃວ້ ຄຳຕອບທີ່ເໝາະສົມຄື ເລີ່ມດ້ວຍການສະຫຼຸບລັກສະນະ ແລະ ບຸກຄະລິກຂອງຄົນທີ່ເໝາະກັບວຽກນັ້ນໆກ່ອນ ຈາກນັ້ນກໍ່ເວົ້າເຖິງໂຕເອງວ່າມີທັດສະນະ ບຸກຄະລິກ ຄວາມຮູ້ ຄວາມສາດມາດ ແລະ ປະສົບການກັບວຽກນັ້ນແທ້ ບໍ່ຄວນສະແດງຄວາມໝັ້ນໃຈຈົນເກີນໄປເພາະຈະເບິ່ງເປັນຄົນທີໝັ້ນໃຈຕົນເອງເກີນໄປ ຄວນສະແດງໂຕໃນລັກສະນະກາງໆ ແລະ ໃຫ້ຜູ້ສຳພາດເປັນຜູ້ຕັດສິນໃຈອີກເທື່ອໜຶ່ງ


 
4) ຜູ້ສຳພາດອາດອ້າງເລື່ອງລະບຽບ ແລະ ມາດຕະຖານຂອງອົງກອນ ວ່າທາງບໍລິສັດມີມາດຕະຖານ ແລະ ມີການກຳໜົດເງິນເດືອນທີ່ຈະໃຫ້ໄນລະດັບໜຶ່ງ ເຊິ່ງເຮົາເອງຄວນຈະມີຈຸດຢືນ ແລະ ຕັດສິນໃຈວ່າ ຄວາມຮູ້ໃໝ່ ແລະ ໂອກາດທີ່ເກີດຂື້ນທີຈະໄດ້ຮັບ ເມື່ອປຽບທຽບກັບເງິນເດືອນ ພະຍາຍາມເບິ່ງໃນໄລຍະຍາວຈະເນັດໃຫ້ບໍ່ສ່ຽງໂອກາດທີ່ຜ່ານເຂົ້າມາໃນຊີວິດ

ຂໍ້ມູນຈາກ
http://www.tpa.or.th

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now

CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....