ກວ່າຈະໄດ້ເປັນ HR ລະດັບສູງ

timer

remove_red_eye 8,205 views


cvConnect.la - ກວ່າຈະໄດ້ເປັນ HR ລະດັບສູງ

ຄວາມກ້າວໜ້າໃນອາຊີບຂອງ HR ນັ້ນ ນອກຈາກໃນເລື່ອງຂອງຄ່າຕອບແທນທີ່ສູງຂື້ນແລ້ວ ການກ້າວສູ່ຕຳແໜ່ງບໍລິຫານເປັນສິ່ງທີ່ HR ປາຖະໜາ ແຕ່ການຈະໄດ້ເປັນຜູ້ບໍລິຫານ HR ນັ້ນບໍ່ງ່າຍ ເພາະຄົນທີ່ເຮັດວຽກໃນລະດັບນີ້ ອົງກອນຕ້ອງຄັດເລືອກສະເພາະຄົນທີ່ມີຝີມືແທ້ໆ ເທົ່ານັ້ນຈິ່ງຈະເປັນທີ່ຍອມຮັບ ສຳລັບ HR ຜູ້ທີ່ໄຝ່ຝັນຈະກ້າວສູ່ວຽກດ້ານການບໍລິຫານຕ້ອງມີຄວາມສາມາດແນວໃດແນ່ໄປເບິ່ງກັນເລີຍ

1. ບໍລິຫານຊັບພະຍາກອນບຸກຄົນໃຫ້ເຮັດວຽກໃນໜ້າທີ່ຂອງແຕ່ລະຄົນໄດ້ດີທີ່ສຸດ

          ກ່ອນອື່ນ HR ຈະຕ້ອງຮູ້ວ່າໃນແຕ່ລະຕຳແໜ່ງມີມາດຕະຖານຂອງການເຮັດວຽກໃນແຕ່ລະຕຳແໜ່ງເປັນແນວໃດຈື່ງຈະຮູ້ວ່າແຕ່ລະຄົນເຮັດວຽກໄດ້ດີທີ່ສຸດ ຫຼື ຍັງ ແລະ ຈະເຮັດແນວໃດໃຫ້ແຕ່ລະຄົນເຮັດວຽກໄດ້ດີທີ່ສຸດ ຕ້ອງພັດທະນາໃນດ້ານໃດ ກໍ່ອາດສົ່ງໄປຝືກອົບຮົມ ໃນດ້ານຕ່າງໆ ຢ່າງເໝາະສົມເປັນຕົ້ນ

2. ປະເມີນຄວາມສາມາດຂອງພະນັກງານ ແລະ ສົ່ງເສີມຢ່າງຖືກທາງ

HR ທີ່ດີຕ້ອງເກັ່ງໃນດ້ານການປະເມີນສັກກະຍະພາບ ແລະ ສົ່ງເສີມພະນັກງານໃຫ້ປະສົບຄວາມສຳເລັດໃນໜ້າທີ່ການງານຂອງຕົນໄດ້ ຕ້ອງຮູ້ຈັກເລັງໃຫ້ແມ້ນ ເບິ່ງໃຫ້ຂາດວ່າຄົນໃດມີແນວຈະສົ່ງເສີມໃຫ້ກ້າວໜ້າຕໍ່ໄປໄດ້ ເພື່ອທີ່ອົງກອນຈະມີບຸກຄະລາກອນຝີມືໃນຕຳແໜ່ງທີ່ສຳຄັນໆ ເພີ່ມຂື້ນ

 

3. ຕຽມພ້ອມຢູ່ສະເໝີໃນການຄັດເລືອກບຸກຄະລາກອນ

HR ທີ່ດີຄວນມີຈິດວິນຍານໃນການຫາບຸກຄະລາກອນ ບໍ່ຕ້ອງຖ້າໃຫ້ອົງກອນຂາດຄົນ ຈຶ່ງເລີ່ມຕົ້ນເບິ່ງຫາຄົນໃໝ່ມາທົດແທນ ແຕ່ຄວນຕຽມພ້ອມຫາຄົນທີ່ໜ້າສົນໃຈໃວ້ລ່ວງໜ້າ ອາດມີການສ້າງຄວາມຮູ້ຈັກ ທາບທາມ ແລະ ເກັບຂໍ້ມູນຄົນທີ່ມີແວວເຮັດວຽກກັບອົງກອນໄດ້ດີເອົາໄວ້ກ່ອນ ຈຶ່ງຈະບໍ່ເສຍເວລາໃນການຫາຄົນໃໝ່ມາເສີມແທນຄົນທີ່ຂາດໄປໄດ້ທັນທີ

4. ກວດສອບການເຮັດວຽກຂອງຄົນໃນອົງກອນໄດ້

ຜູ້ທີ່ຈະເຮັດໜ້າທີ່ບໍລິຫານວຽກດ້ານ HR ຕ້ອງເປັນທີ່ວາງໃຈຂອງຜູ້ບໍລິຫານວ່າສາມາດເບິ່ງແຍງສອດຄ່ອງ ກວດສອບການເຮັດວຽກຂອງພະນັກງານໄດ້ເພື່ອຫຼຸດພາລະຂອງຜູ້ບໍລິຫານ ແລະ ໝັ້ນໃຈໄດ້ວ່າວຽກດ້ານຊັບພະຍາກອນບຸກຄົນຈະບໍມີບັນຫາເກີດຂືນ ຫຼື ແມ່ນວ່າເກີດຂື້ນກັບຜູ້ບໍລິການດ້ານ HR ສາມາດຈັດການໄດ້ຢ່າງຮຽບຮ້ອຍ

 

5. ຄິດແບບກົນລະຍຸດໃນການບໍລິຫານຈັດການອົງກອນໄດ້

           HR ທີ່ຈະເຮັດວຽກບໍລິຫານໄດ້ຕ້ອງສາມາດຄິດແບບກົນລະຍຸດໄດ້ ບໍ່ວ່າຈະຄັດເລືອກ ບໍລິຫານ ພັດທະນາ ແລະ ຮັກສາ ບຸກຄະລາກອນແນວໃດ ຈິ່ງຈະນຳພາອົງກອນໄປສູ່ຄວາມສຳເລັດຊິ່ງເປັນເປົ້າໝາຍຂອງອົງກອນໄດ້ ໂດຍນຳສະເໜີແຜນການພັດທະນາຄົນ ພັດທະນາອົງກອນຢ່າງມີຄຸນະພາບສາມາດໄປໃຊ້ຕົວຈິງໄດ້

Cr:th.jobsdb.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now

CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....