ຄວນຕຽມໂຕແນວໃດໃນການໄປເຮັດວຽກມື້ທຳອິດ

timer

remove_red_eye 6,113 views


cvConnect.la - ຄວນຕຽມໂຕແນວໃດໃນການໄປເຮັດວຽກມື້ທຳອິດ

ໃນບົດຄວາມຜ່ານມາເຮົາກໍ່ໄດ້ສອນກັນຕອບຄຳຖາມເມື່ອເວລາເຂົ້າສຳພາດວຽກແລ້ວ ສະນັ້ນມື້ນີ້ທາງທີມງານຂອງພວກເຮົາຈະມາແນະນຳອີກເພີ່ມເຕີມສຳຫຼັບບົດຄວາມດ້ວຍຫົວຂໍ້ທີ່ວ່າ: “ຄວນຕຽມໂຕແນວໃດໃນການໄປເຮັດວຽກມື້ທຳອິດ”

ເຊື່ອເລີຍວ່າທຸກຄົນຈະຕື່ນເຕັ້ນຫລາຍກັບການໄປເຮັດວຽກ ເພາະສະຖານທີ່ເຮັດວຽກກະປຽບຄືກັນກັບບ້ານທີ່ເຮົາຢູ່ແຕ່ອາດຈະຕ່າງຖິ່ນເເນ່ໜ້ອຍໜຶ່ງເພາະວ່າຍ້ອນຫຍັງ ກໍ່ຄືເຮົາໄດ້ພົບປະກັນກັບຄົນໃໝ່ ເພື່ອນຮ່ວມງານໃໝ່ ຫົວໜ້າໃໝ່ ສະພາບເເວດລ້ອມໃໝ່ໂດຍທີ່ເຮົານັ້ນບໍ່ອາດຮູ້ວ່າມັນຈະເປັນແນວໃດ ສະນັ້ນທາງທີມງານຂອງພວກເຮົາເລີຍມາຂຽນບົດຄວາມນີ້ຂື້ນເພື່ອເປັນຊ່ອງທາງໃຫ້ແກ່ຜູ້ທີ່ກຳລັງຈະເຂົ້າໄປເລີ່ມວຽກໃນໄວໆນີ້ ໃຫ້ໄດ້ຮູ້ແລະກຽມປັບຕົວໃຫ້ເຈົ້າກັບສະພາບແວດລ້ອມ

1. ກະກຽມຮ່າງກາຍໃຫ້ພ້ອມ

ມື້ທຳອິດຂອງການເຮັດວຽກເຮົາຕ້ອງຕຽມຮ່າງກາຍໃຫ້ເເຂງເເຮງພະຍາຍາມບໍ່ໃຫ້ໂຕເອງເຈັບປ່ວຍກ່ອນໄປເລີ່ມວຽກມື້ທຳອິດ ເພາະມື້ທຳອິດຂອງການໄປເຮັດວຽກນັ້ນເປັນມື້ຂອງການທີ່ຈະເເນະນຳຕົວເອງໃຫ້ທຸກຄົນພາຍໃນອົງກອນໄດ້ຮູ້ຈັກ ເຮົາຄວນມີໜ້າຕາທີ່ເເຈ່ມໃສ ເບີ່ງຄືກະຕືລືລົ້ນທີ່ພ້ອມຈະເລີ່ມໃນການເຮັດວຽກເເລ້ວ ສະນັ້ນກ່ອນທີ່ຈະໄປເລີ່ມວຽກຄວນຈະພັກຜ່ອນໃຫ້ເຕັມທີ່ ແລະ ຄວນຈະຫຍຸດການດື່ມສີ່ງທີ່ມຶນເມົາໃນມື້ກ່ອນທີ່ຈະໄປເລີ່ມວຽກນັ້ນເເຮງຈະເປັນການດີ

2. ກຽມໃຈໃນການໄປເລີ່ມວຽກມື້ທຳອິດ

ການເຮັດວຽກໃໝ່ເຮົາຕ້ອງໄດ້ພົບກັບວຽກໃໝ່ໆ ເພື່ອນຮ່ວມງານໃໝ່ ວັດທະນາທຳຂອງອົງກອນແບບໃໝ່ ເເບບທີ່ເຮົາອາດຈະບໍ່ເຄີຍພົບມາກ່ອນ ເຮົາອາດຈະຕ້ອງໄດ້ກຽມໃຈຍອມຮັບວ່າເຮົາອາດຈະພົບສິ່ງທີ່ເຮົາອາດຈະບໍ່ໄດ້ຄາດຝັນມາກ່ອນ ສະນັ້ນການເພື່ອໃຈໄວ້ກ່ອນອາດຈະເຮັດໃຫ້ເຮົາສາມາດປັບໂຕເຂົ້າກັບທຸກສະຖານະການໄດ້

3. ກະກຽມເສື້ອຜ້າທີ່ຈະໃສ່ໄປເຮັດວຽກມື້ທຳອິດ

ເຮົາຄວນກະກຽມເສື້ອຜ້າທີ່ຈະໃສ່ໃນມື້ທີ່ຈະໄປເລີ່ມວຽກນັ້ນ ບໍ່ຄວນມາຫາເສື້ອຜ້າໃນມື້ທີ່ຈະໃສ່ໄປເລີ່ມວຽກມື້ນັ້ນເພາະມັນຈະເຮັດໃຫ້ເຈົ້າຊັກຊ້າ ແລະ ຈະເສຍເວລາຍ້ອນການຫາເສື້ອຜ້າ ແລະ ລອງເສື້ອຜ້າ ເພາະການເລືອກເສື້ອຜ້າທີ່ຈະໃສ່ໄປວຽກໃນມື້ທຳອິດນັ້ນມັນຈະເປັນການຊ່ວຍໃຫ້ເເກ່ເພື່ອນຮ່ວມງານຄົນອື່ນໄດ້ຈື່ເຈົ້າໄດ້ງ່າຍຂື້ນຈາກການແຕ່ງໂຕທີ່ງາມດູດີ ແລະ ເໝາະສົມ ເຄື່ອງປະດັບກໍ່ເຊັ່ນດຽວກັນສາມາດໃສ່ໄດ້ເເຕ່ຢ່າໃຫ້ເວີ້ວັງອາລັງການຄວນເປັນທີ່ພໍດີເໝາະສົມກັບເສື້ອຜ້າທີ່ໃສ່ໄປນັ້ນ

4. ການແຕ່ງໜ້າ

ສຳລັບຜູ້ຍິງແລ້ວການແຕ່ງໜ້າກໍ່ເປັນສິ່ງໜື່ງທີ່ຄູ່ກັນກັບແມ່ຍິງຕັ້ງແຕ່ໃດມາ ສະນັ້ນການແຕ່ງໜ້າກໍເປັນປັດໃຈຫຼັກເຊັ່ນດຽວກັນ ແຕ່ການແຕ່ງໜ້າໄປເຮັດວຽກນັ້ນຄວນແຕ່ງໃນແບບເບົາໆບໍ່ຈຳເປັນຕ້ອງແຕ່ງໜາຈົນເກີນໄປຄືກັນກັບໄປງານລ້ຽງແຕ່ງດອງຕອນແລງ ຄວນເນັ້ນແບບທຳມະຊາດພໍດີພໍງາມ ແລະ ບໍ່ຈືດຊືດຈົນເກີນໄປ ເພາະວ່າມັນແມ່ນການໄປເຮັດວຽກມື້ທຳອິດຂອງເຮົາ ເຮົາຕ້ອງເຮັດງາມງາມໄວ້ກ່ອນ ແບບໃດທີ່ເເຕ່ງແລ້ວທີ່ເຮັດໃຫ້ໂຕເອງຮູ້ສຶກໝັ້ນໃຈກໍ່ຈັດໂລດ

5. ການຕັ້ງໂມງປຸກເພື່ອບໍ່ເຮັດໃຫ້ໄປວຽກລ່າຊ້າ

ການຕັ້ງໂມງນິເປັນສິ່ງທີ່ສຳຄັນທີ່ສຸດເເລະເໝາະກັບບັນດານັກນອນເດິກທັງຫຼາຍເພາະວ່າ ການຕັ້ງໂມງປຸກຈະເຕືອນໃຫ້ເຮົາລຸກຈາກບ່ອນນອນເພື່ອທີ່ຈະຕ້ອງໄປເຮັດພາລະກິດຂອງໂຕເອງ ສະນັ້ນຄວນຕັ້ງໂມງໄວ້ປະມານ ສອງສາມຮອບເພື່ອກັນສຳຫຼັບຄົນທີ່ຕື່ນຍາກ ແລະ ຍັງເຮັດໃຫ້ເຮົາໄປວຽກຕົງເວລານຳອີກ

6. ກະກຽມເຄື່ອງຂອງທີ່ຕ້ອງໃຊ້ພາຍໃນຫ້ອງການ

 ບິກ, ສໍ ໄວ້ເພື່ອສຳລັບເລີ່ມວຽກໃນມື່ທຳອິດ ທີ່ເຮົາຈະຕ້ອງໄດ້ເຂົ້າໄປຮຽນຮູ້ອີ່ຫຍັງອີກຫຼາຍໆຢ່າງພາຍໃນອົງກອນ ບາງທີ່ເຈົ້າອາດຈະບໍ່ສາມາດຈື່ມັນໝົດທຸກຢ່າງດ້ວຍຕົວຂອງເຈົ້າເອງ ສະນັ້ນຈຶ່ງຈຳເປັນທີ່ຈະໄດ້ມີປື້ມບັນທຶກເພື່ອຈົດກ່າຍໄວ້ໃຫ້ເຮົາໄດ້ເປີດອ່ານເບີາງພາຍຫຼັງ

7. ຮອຍຍິ້ມ

ການທີ່ເຮົາໄດ້ພົບປະເພື່ອນຮ່ວມງານໃໝ່ໆສິ່ງທຳອິດທີ່ເຮົາຄວນເຮັດຄືການຍິ້ມໃຫ້ກັບເພື່ອຮ່ວມງານທຸກຄົນເຮົາບໍ່ມີທາງຮູ້ດອກວ່າໃຜເປັນໃຜ, ໃຜມີຈິດໃຈຄວາມຄິດເເນວຄິດເປັນແນວໃດ ແຕ່ສີ່ງໜຶ່ງທີ່ເຮົາສາມາເຮັດໄດ້ນັ້ນແມ່ນ ຮອຍຍິ້ມ ສະນັ້ນຖ້າເຈົ້າຍິ້ມໃຫ້ເຂົາແລ້ວເຂົາຍິ້ມຕອບກັບເຮົາມາຄືນນັ້ນກໍສະເເດງວ່າເປັນການຜູກມິດຕະພາບ ແລະ ມະນຸດສຳພັນທີ່ດີອີກດ້ວຍ

8. ກະກຽມຫາຂໍ້ມູນກ່ຽວກັບບໍລິສັດຂອງຕົນທີ່ກຳລັງຈະເຂົ້າໄປເຮັດ

ຢ່າງໜ້ອຍການໄປເຮັດວຽກມື້ທຳອິດ ກໍຄວນທີ່ຈະມີ Background ກ່ຽວກັບບໍລິສັດເລັກນ້ອຍ ຫຼື ລັກສະນະວຽກທີ່ຈະເຮັດນັ້ນເພື່ອທີ່ເມື່ອໄປເລີ່ມວຽກເເລ້ວຈຶ່ງຈະບໍ່ເຮັດໃຫ້ໂຕເອງງົງຈົນເກີນໄປ ໃຜຖາມຫຍັງມາກໍອາດຈະຕອບໄດ້ບໍ່ໜ້ອຍກໍ່ຫຼາຍ

9. ກຽມໂຕເຂົ້ານອນແຕ່ຫົວຄໍ່າ

ພະຍາຍາມເຮັດພາລະກິດຂອງໂຕເອງໃຫ້ເເລ້ວໄວ ກ່ອນເວລານອນປົກກະຕິ ເພາະວ່າເຈົ້າອາດຈະຕື່ນເຕັ້ນໃນການທີ່ຈະໄປວຽກມື້ທຳອິດແລະອາດຈະເຮັດໃຫ້ເຈົ້ານນອນບໍ່ຫລັບໄດ້ເຊັ່ນດຽວກັນ ສະນັ້ນຄວນນອນແຕ່ຫົວຄໍ່າເພື່ອເປັນການຫຼີກລ່ຽງການນອນຕື່ນສວາຍໄປໃນໂຕນຳ

 

ຂອບໃຈບົດຄວາມຈາກ: linching2.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now

CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....