timer
remove_red_eye 4,977 views
ມື້ນີ້ cvConnect ສິພາໄປອ່ານເຄັດລັບຄວາມສຳເລັດ 4 ຂໍ້ທີ່ລວບລວມມາຈາກຜູ້ປະກອບການຝັ່ງເອເຊຍຕະວັນອອກສຽງໃຕ້
ໜຶ່ງໃນການກ້າວຍ່າງຂຶ້ນໄປເປັນຜູ້ປະກອບການທີ່ດີ ຫຼື ວ່າສິເຮັດອີ່ຫຍັງຈັກຢ່າງໜຶ່ງຄືການເບິ່ງຄົນທີ່ປະສົບຜົນສຳເລັດມາກ່ອນໜ້ານັ້ນເຂົາເຮັດກັນຈັ່ງໃດ ຖ້າມີປະສົບການໂດຍຕົງບໍ່ໄດ້ ການອ່ານຄືການຊ່ວຍຫຍໍ້ໄລຍະຄວາມຮູ້ປະສົບການ ມື້ນີ້ມີ 4 ເຄັດລັບຈາກຜູ້ປະກອບການທີ່ຢູ່ໃນອຸດສາຫະກຳທຸລະກິດເຜີຍເຄັດລັບຄວາມສຳເລັດບາງປະການທີ່ນ່າສົນໃຈຄື ຄຳຕອບຂອງແຕ່ລະຄົນໄປໃນທິດທາງດຽວກັນ
"ຕະຫຼາດບໍ່ໄດ້ມາຫາທ່ານ" ດັ່ງນັ້ນ ທ່ານຕ້ອງຄົ້ນຫາເປົ້າໝາຍທີ່ຈະເຮັດຕະຫຼາດໃຫ້ຊັດເຈນ ແຕ່ກ່ອນທີ່ຈະຫາຕະຫຼາດໃຫ້ຊັດເຈນ ຕ້ອງຮູ້ກ່ອນວ່າ "ທ່ານກຳລັງເຮັດຫຍັງ?" ຈາກນັ້ນເມື່ອຮູ້ແລ້ວກໍ່ເດີນໜ້າໄປຫາສິ່ງເຫຼົ່ານັ້ນ ສົ່ງສິນຄ້າໄປໃຫ້ທົດລອງໃຊ້ ໃຫ້ພວກເຂົາມີໂອກາດໄດ້ສຳພັດກັບປະສົບການ ຈາກສິນຄ້າຂອງທ່ານ ແຕ່ສິ່ງສຳຄັນທີ່ຈະເຂົ້າໃຈຕະຫຼາດ ເຂົ້າໃຈລູກຄ້າໄດ້ ຕ້ອງຮັບຟັງສຽງ ເຖິງວ່າຈະເປັນສຽງທີ່ນ້ອຍທີ່ສຸດ ສິ່ງນັ້ນຈະເປັນໂຕທີ່ເຮັດໃຫ້ທ່ານຄິດຄົ້ນນະວັດຕະກຳ ຫຼື ປະຍຸກຄວາມຮູ້ໃໝ່ໆ ມາເຮັດສິນຄ້າ ຫຼື ບໍລິການໃຫ້ດີຂຶ້ນ ຫຼື ອາດຈະເລືອກໃຊ້ RSS feeds ເປັນອີກທາງເລືອກໜຶ່ງທີ່ເຮັດໃຫ້ການເວົ້າເຖິງສິນຄ້າ ແລະ ບໍລິການຂອງທ່ານຈະຂຶ້ນມາຢູ່ໃນລຳດັບຕົ້ນໆ ໃນແວດວົງທຸລະກິດ
ຂໍ້ນີ້ສຳຄັນຫຼາຍ ເພາະມັນເປັນຫົວໃຈຫຼັກຂອງການພັດທະນາທຸລະກິດ ແລະ ທີ່ສຳຄັນໄປກວ່ານັ້ນຄື "ຢ່າເຮັດຄົນດຽວ" ເດັດຂາດ ເພາະທ່ານຈະບໍ່ສາມາດຮູ້ທຸກເລື່ອງໄດ້ ຕ້ອງຫາທີມທີ່ມີຄວາມສາມາດ ແລະ ກ້າລົງທຶນໃນຄວາມສາມາດຂອງຄົນ ຫຼື ທີມນັ້ນໆ ຖ້າຢາກສ້າງຄວາມປ່ຽນແປງ ຄວາມສ່ຽງຄືການກ້າລົງທຶນໃນທີມທີ່ທ່ານໄວ້ໃຈໄດ້ ແລະ ຍ່າງໄປພ້ອມກັນ
ຈື່ໄວ້ເລີຍວ່າ ໂລກນີ້ບໍ່ໄດ້ປ່ຽນເພາະການເມືອງ ສັງຄົມ ເສດຖະກິດເທົ່ານັ້ນ "ເທັກໂນໂລຢີ" ຄືສິ່ງທີ່ສຳຄັນໃນທຸກຍຸກທຸກສະໄໝ ແຕ່ກໍ່ຕ້ອງໃຊ້ໃຫ້ເປັນ ເພາະເອົາອີ່ຫຼີທຸລະກິດນ້ອຍໆຈະສູ້ກັບທຸລະກິດໃຫຍ່ໆໄດ້ນັ້ນ ຖ້າບໍ່ມີເທັກໂນໂລຢີມາລົງຊ່ອງວ່າງລົງ ເຮົາຄືສິບໍ່ໄດ້ເຫັນ Airbnb ຫຼື Uber ຄືທຸກມື້ນີ້ ແຕ່ປະເດັນຄື "ໃຊ້ເທັກໂນໂລຢີໃຫ້ຖືກບ່ອນ" ຫຼື ເວົ້າອີກຢ່າງໜຶ່ງວ່າ "ເກົາໃຫ້ຖືກບ່ອນຄັນ" ອັນນີ້ບໍ່ງ່າຍເພາະຕ້ອງອາໄສຄວາມເຂົ້າໃຈສູງ ແຕ່ຢ່າລືມໝັ່ນສຳຫຼວດເທັກໂນໂລຢີໃໝ່ໆສະເໝີ ເພື່ອເປີດຄວາມເປັນໄປໄດ້ໃນທຸລະກິດ
ເຮັດທຸລະກິດ ບໍ່ຖ້າບໍ່ເວົ້າເຖິງເລື່ອງເງິນມັນກະສິບໍ່ຄື ຈື່ເອົາໄວ້ຂໍ້ໜຶ່ງວ່າ "ຈົ່ງລົງທຶນໃນສິ່ງທີ່ທ່ານພ້ອມຈະເສຍ" ຖ້າຄິດແຕ່ຈະເຮັດໃນສິ່ງທີ່ຮັກ ແຕ່ຂາດທຶນ ຂໍບອກເລີຍວ່າ "ຢ່າເຮັດ" ເພາະມື້ໜຶ່ງກໍ່ຕ້ອງຢ່າງອອກໄປຈາກວົງການທຸລະກິດ ແຕ່ຖ້າຫາກຊ່ອງທາງເຮັດກຳໄລໄດ້ ອັນນີ້ຄວນເຮັດຕໍ່ ເພາະເຮົາຕ້ອງບໍ່ລືມວ່າ ເງິນຄືນ້ຳມັນຫຼໍ່ລື້ນສຳຄັນທີ່ຈະເຮັດໃຫ້ເຄື່ອງຈັກ (ບໍລິສັດ) ຂອງທ່ານເດີນໜ້າຕໍ່ໄປໄດ້
ທັງໝົດນີ້ເປັນພຽງຄຳແນະນຳຂອງຝັ່ງຜູ້ປະກອບກາຮຝັ່ງເອເຊີຍເອເຊຍຕະວັນອອກສຽງໃຕ້ ການນຳໄປປັບໃຊ້ຕ້ອງຄຳນຶງເຖິງສັງຄົມປັດຈຸບັນ ແລະ ປັດໄຈແວດລ້ອມອື່ນໆພ້ອມ
ອ້າອີງ – INC
ແຫຼ່ງທີ່ມາ: https://brandinside.asia/4-secret-successful-entrepreneur/
Share on your timeline:
Popular article:
ທຸລະກິດແອັບ Marketplace ໃນປະເທດລາວ
timer
ຮຽນບໍ່ເກັ່ງ ເກຮດບໍ່ດີ ແຕ່ຫາວຽກດີໆໄດ້ຄືກັນ
timer
Jobs Available at cvConnect.la
Copyright (c) 2025 cvConnect.la CVCONNECT Co., Ltd.