ບົດສຳພາດ ທ່ານ ວິຊາທອນ ໂງ່ນວໍຣະຣາດ ຜູ້ບໍລິຫານ ອິນຊາຍ ບໍລິການ In sign Service

timer

remove_red_eye 10,534 views


cvConnect.la - ບົດສຳພາດ ທ່ານ ວິຊາທອນ ໂງ່ນວໍຣະຣາດ ຜູ້ບໍລິຫານ ອິນຊາຍ ບໍລິການ In sign Service

ມື້ນີ້ທີມງານຊີວີຄອນເນັກ ໄດ້ມີໂອກາດເຂົ້າມາສຳພາດ ທ່ານ ວິຊາທອນ ໂງ່ນວໍຣະຣາດ ຜູ້ບໍລິຫານ In sign Service ອິນຊາຍ ບໍລິການ ເຊີ່ງເປັນຮ້ານປ້າຍນ້ອງໃຫມ່ໃນປະຈຸບັນ ເຮົາມາຮູ້ຈັກ ອິນຊາຍ ໃຫ້ຫລາຍຂື້ນຜ່ານບົດສຳພາດນີ້ເລີຍ.

1. ຈຸດປະສົງໃນການເປີດທຸລະກິດນີ້ , ເປີດມາໄດ້ດົນປານໃດແລ້ວ ແລະ ເປັນຫຍັງຈື້ງຕ້ອງໃສ່ຊື່ວ່າ ອິນຊາຍ ບໍລິການ ?

ຍ້ອນຄວາມມັກຮັກໃນການອອກແບບເພາະຮຽນຈົບມາທາງດ້ານນີ້ເຖິງວ່າຈະບໍ່ໄດ້ກ່ຽວຂ້ອງກັນ100%ກໍ່ຕາມ ແຕ່ເຮັດດ້ວຍຄວາມມັກຮັກ ແລະ ແນມເຫັນທຸລະກິດນີ້ທີ່ກຳລັງພັດທະນາເພາະບ້ານເຮົາກໍ່ຍັງຂາດແຄນສື່ໂຄສະນາຫລາຍ ແລະ ວົງການຂອງສື່ໂຄສະນາຍັງຕ້ອງໄດ້ກ້າວໄປໄກ, ດັ່ງນັ້ນ ຈື່ງໄດ້ຕັດສິນໃຈເຂົ້າມາຮ່ວມໃນວົງການປ້າຍ.

ອິນຊາຍເປີດໃຫ້ບໍລິການມາໄດ້ 4ປີແລ້ວ ແລະ ເຫດຜົນທີ່ໃສ່ຊື່ວ່າ ອິນຊາຍ ເຊີ່ງມີຄວາມຫມາຍທີ່ວ່າ: In ກະຄືເຈົ້າອິນກັບສິ່ງນັ້ນສິ່ງນີ້ ສ່ວນຄຳວ່າ Sign ແມ່ນຫຍໍ້ມາຈາກຄຳວ່າ Design ກໍ່ເລີຍມາເປັນຊື່: In sign service 

2.  ແມ່ນຫຍັງເປັນຈຸດເດັ່ນຂອງອິນຊາຍທີ່ເຮັດໃຫ້ລູກຄ້າເຂົ້າມາໃຊ້ບໍລິການ ? ແລະ ກຸ່ມລູກຄ້າແມ່ນກຸ່ມປະເພດໃດ ?

ສິ່ງທີ່ເປັນຈຸດເດັ່ນທີ່ເຮັດໃຫ້ລູກຄ້າມາໃຊ້ບໍລິການທີ່ ອິນຊາຍ ກໍ່ຄື: ການບໍລິການທີ່ວ່ອງໄວ ແລະ ຄຸນນະພາບ, ສ່ວນກຸ່ມລູກຄ້າກໍ່ແມ່ນກຸ່ມລູກຄ້າທົ່ວໄປ

3. ບັນຫາທີ່ພົບພໍ້ໃນການເຮັດທຸລະກິດນີ້ມາມີຫຍັງແນ່ ? ແລະ ແກ້ໄຂແນວໃດ ?

  1. ບັນຫາຫລັກໆກໍ່ຄືເລື່ອງຂອງລະບົບພາຍໃນດ້ານສີມືແຮງງານ ແລະ ການຫມູນວຽນຂອງແຮງງານ.
  2. ບັນຫາເລື່ອງນະໂຍບາຍຂອງພັກລັດກ່ຽວກັບຜູ້ປະກອບການ SMEs ພາຍໃນເຊີ່ງຢາກໃຫ້ທາງພາກລັດ ຫລື ອົງການທີ່ກ່ຽວຂ້ອງເບີ່ງແຍງຕື່ມ.

ການແກ້ໄຂບັນຫາທີ່ເກີດຂື້ນໃນອົງກອນແມ່ນຈະມີການຝຶກອົບຮົມພະນັກງານ ເພື່ອໃຫ້ພະນັກງານເຂົ້າໃຈເຖິງເປົ້າຫມາຍ ແລະ ແກ່ນແທ້ຂອງອົງກອນຫລາຍຂື້ນ.

4. ທ່ານຄິດວ່າ ອິນຊາຍບໍລິການ ປະສົບຜົນສຳເລັດແລ້ວ ຫລື ຍັງ ? ແລະ ມີຜົນຕອບຮັບແນວໃດ ?

ຖ້າຈະໃຊ້ຄຳວ່າປະສົບຜົນສຳເລັດແລ້ວ ຫລື ບໍ່ ແມ່ນຍັງໄກຫລາຍ ເພາະວ່າອິນຊາຍຫາກໍ່ເປີດມາໄດ້ 5ປີ ຖ້າທຽບໃສ່ຄົນກໍ່ຄືຈະແມ່ນເດັກນ້ອຍທີ່ຫາກໍ່ເຕີບໃຫຍ່ ແລະ ອິນຊາຍກໍ່ກຳລັງເຕີບໃຫຍ່ຫ້າວຫັນສ້າງສັນຜົນງານຕໍ່ໄປ.

ສຳລັບຜົບຕອບຮັບໃນປະຈຸບັນນີ້ແມ່ນເບີ່ງຈາກຜົນງານ ແລະ ຄຸນນະພາບ, ລູກຄ້າເຮົາເພີ່ມຫລາຍຂື້ນກໍ່ແມ່ນຜົນຕອບຮັບຈາກລູກຄ້າທີ່ພຶງພໍໃຈໃນຄຸນນະພາບຂອງພວກເຮົາ.

5. ອະນາຄົດຕໍ່ຫນ້າມີການວາງແຜນແນວໃດ ?

ເຮົາຈະມີແຜນການຝຶກອົບຮົມບຸກຄະລາກອນ ຫລື ພາບຸກຄະລາກອນໄປເປີດຫູເປີດຕາຢູ່ຕ່າງປະເທດເພື່ອເປັນການພັດທະນາແນວຄິດເພື່ອບໍ່ໃຫ້ຢຸດຢູ່ບ່ອນເກົ່າ ແລະ ເລື່ອງຂອງການຝຶກອົບຮົມເຮົາກໍ່ຈະໄດ້ມີການຈ້າງຜູ້ທີ່ມີປະສົບການ ຫລື ບໍລິສັດທີ່ເປີດຝຶກອົບຮົມໂດຍສະເພາະທີ່ມາແຕ່ຕ່າງປະເທດມາເທຣນກັບພະນັກງານເຮົາໂດຍຕົງເພື່ອເປີດວິໄສທັດຂອງພະນັກງານໃຫ້ເຂົ້າໃຈອົງການກອນຫລາຍຂື້ນເພື່ອພາອິນຊາຍໄປໃຫ້ເຖິງເປົ້າຫມາຍ.

6. ມີຫຍັງຢາກຝາກເຖິງຜູ້ທີ່ຈະເຮັດທຸລະກິດນີ້ ?

ຖ້າເຮົາຢາກເຮັດທຸລະກິດໃດຫນື່ງເຮົາກະຕ້ອງມີແບບແຜນມີເປົ້າຫມາຍ ເປີດບໍລິສັດໃຜກໍ່ເປີດໄດ້ ເປັນເຖົ້າແກ່ໃຜກໍ່ເປັນໄດ້ ແຕ່ຈະເຮັດແນວໃດໃຫ້ທຸລະກິດຢູ່ລອດ ຈະເຮັດແນວໃດໃຫ້ອົງກອນພັດທະນາຢ່າງຍືນຍົງ ຂໍ້ນີ້ເປັນຂໍ້ສຳຄັນ, ດັ່ງນັ້ນຈື່ງຢາກໃຫ້ທ່ານສຶກສາຕະຫລາດໃຫ້ດີໆເສຍກ່ອນເພາະປະຈຸບັນຮ້ານປ້າຍແມ່ນເກີດຂື້ນຫລາຍ, ສຳລັບທ່ານໃດທີ່ຄິດຈະເປີດທຸລະກິດ ແລະ ຢາກປຶກສາເລື່ອງທຸລະກິດກ່ຽວກັບສື່ໂຄສະນາ ອິນຊາຍຍິນດີໃຫ້ຄຳປຶກສາ.

ທ່ານ ວິຊາທອນ ໂງ່ນວໍຣະຣາດ ຜູ້ບໍລິຫານ ອິນຊາຍ ບໍລິການ

ເບີໂທຕິດຕໍ່: 020 5632 5678

ທີ່ຢູ່: ບ້ານຄຳຮຸ່ງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ

 

 

 

 

Tags: #Insign service #ບໍລິການວ່ອງໄວ #ອິນຊາຍບໍລິການອອກແບບຕົບແຕ່ງພາຍໃນຜະລິດຕິດຕັ້ງປ້າຍ ແລະ ສື່ສິ່ງພິມຄົບວົງຈອນ #ທ່ານ ວິຊາທອນ ໂງ່ນວໍຣະຣາດ #ອິນຊາຍບໍລິການ

Share on your timeline:


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....