ວາງລະບົບໃຫ້ທຸລະກິດດຳເນີນໄປໄດ້ໃນໂຕຂອງມັນເອງ ລະບົບນັ້ນສຳຄັນຫຼາຍ ລະບົບທີ່ດີຈະດຶງດູດຄົນເກັ່ງໆເອງ

timer

remove_red_eye 4,912 views


cvConnect.la - ວາງລະບົບໃຫ້ທຸລະກິດດຳເນີນໄປໄດ້ໃນໂຕຂອງມັນເອງ ລະບົບນັ້ນສຳຄັນຫຼາຍ ລະບົບທີ່ດີຈະດຶງດູດຄົນເກັ່ງໆເອງ

ຂ້ອຍເຮັດທຸລະກິດມາຫຼາຍຢ່າງ ເຫັນຂໍ້ໜຶ່ງທີ່ສຳຄັນຫຼາຍໃນການເຮັດທຸລະກິດໃຫ້ເຕີບໃຫຍ່ຢ່າງໝັ້ນຄົງ ນັ້ນຄືການວາງລະບົບໃຫ້ທຸລະກິດດຳເນີນໄປໄດ້ໃນໂຕຂອງມັນເອງ ລະບົບນັ້ນສຳຄັນຫຼາຍ, ລະບົບທີ່ດີຈະດຶງດູດຄົນດີໆເຂົ້າມາອົງກອນ ຫຼາຍບໍລິສັດທີ່ມັກປະໝາດຄິດວ່າໂຕເອງເຮັດເອງໄດ້ໝົດ ແລ້ວກໍ່ບໍລິຫານທຸລະກິດແບບຄອບຄົວ ໃຫ້ຄົນໃນຄອບຄົວທີ່ບໍ່ມີປະສົບການມາເຮັດວຽກ, ບໍ່ມີການວາງແຜນ ໃນຕອນທຳອິດນັ້ນມັນຈະເບິ່ງຄືວ່າພໍໄດ້ໄດ້ ແຕ່ໃນໄລຍະຍາວທຸລະກິດຄອບຄົວກໍ່ຕ້ອງໄດ້ສູ້ກັບທຸລະກິດທີ່ເຂົາມາເປັນລະບົບ

ລອງນຶກພາບຖ້າເຈົ້າຂອງຮ້ານມິນິມາກນ້ອຍໆທີ່ຂາຍເຄື່ອງແຫ້ງທົ່ວໄປ ແລ້ວມື້ໜຶ່ງຮ້ານເອັມພ້ອຍມາກ ຫຼື Jiffy, U-express ມາຕັ້ງສາຂາຢູ່ຂ້າງຮ້ານເຈົ້າ ເຈົ້າຈະຄິດໜັກທັນທີ່ ຜົນກໍ່ຄືຍອດຂາຍຈະຄ່ອຍໆຕົກລົງ ເພາະຮ້ານເຫຼົ່ານີ້ເຂົາມີລະບົບ, ຮ້ານເຈົ້າອາດຈະປິດ 8 ໂມງ, ມື້ໃດເມື່ອຍກໍ່ປິດໄວກວ່າຫັນ ແຕ່ຮ້ານທີ່ມີລະບົບບໍລິຫານຈັດການ ເຂົາມີເວລາປິດທີ່ຊັດເຈນ, ທຸກຄົນເຮັດວຽກຕາມລະບົບ ບໍ່ມາວຽກກໍ່ຖືກຕັດເງິນເດືອນ, ລາຄາສິນຄ້າໃນຮ້ານຂອງເຂົາອາດຈະແພງກວ່າຮ້ານເຈົ້າ ເພາະຕ້ອງຈ່າຍໃຫ້ກັບການໃຊ້ລະບົບ ແຕ່ກຳໄລໜ້ອຍດຽວຂອງລະບົບນັ້ນໝັ້ນຄົງກວ່າ ເຮົາເຄີຍສົງໄສບໍ່ວ່າເປັນຫຍັງຮ້ານມິນິມາກເຫຼົ່ານີ້ເຂົາສາມາດຂະຫຍາຍສາຂາໄດ້ໄວ ແລະ ຫຼາຍກວ່າຮ້ານທົ່ວໄປ?

 

ນັ້ນກໍ່ເພາະວ່າຮ້ານເຫຼົ່ານີ້ສາມາດກູ້ຢືມເງິນຈາກທະນາຄານມາຂະຫຍາຍທຸລະກິດໄດ້ ເຊິ່ງສາເຫດທີ່ວ່າເຂົາກູ້ໄດ້ນັ້ນກໍ່ຍ້ອນທຸກໆທ້າຍເດືອນເຂົາສາມາດສະຫຼຸບບັນຊີທຸກຢ່າງອອກມາເປັນໂຕເລກໝົດ ເປັນທຸລະກິດທີ່ສາມາດຄາດການໄດ້, ການທີ່ທຸລະກິດມີລະບົບມັນຈະເຮັດໃຫ້ເຈົ້າຂອງທຸລະກິດວາງແຜນໄດ້ໄລຍະຍາວວ່າຈະເຮັດຫຍັງໄດ້ແນ່

 

ເຈົ້າອາດຈະເລີ່ມສົງໄສແລ້ວວ່າແລ້ວອັນລະບົບທີ່ຂ້ອຍວ່າມານີ້ມັນແມ່ນຫຍັງ? ລະບົບຄືການສ້າງໂຄງສ້າງໃຫ້ກັບອົງກອນບໍ່ວ່າຈະເປັນ ໂຄງສ້າງບຸກຄະລາກອນ, ໂຄງສ້າງບໍລິຫານ, ການຕັດສິນໃຈ, ໂຄງສ້າງລາຍຮັບລາຍຈ່າຍ, ເຮັດໂລໂກ້, ຄິດສະໂລແກນ, ຕັ້ງເປົ້າໝາຍຍອດຂາຍ ໃນຕ່າງປະເທດເຂົາຈະມີບໍລິສັດທີ່ສາມາດວາງລະບົບນີ້ໃຫ້ໄດ້ແບບຄົບວົງຈອນ ເພາະເມື່ອເຮົາມີໂຄງສ້າງຄົບແລ້ວເຫຼືອນັ້ນເຈົ້າກໍ່ພຽງນຳໂຄງສ້າງໄປໃຊ້ ແລ້ວລະບົບມັນກໍ່ຈະເກີດ, ເຈົ້າກໍ່ຈະຕ້ອງໄດ້ຈ້າງຄົນເຂົ້າມາເຮັດວຽກແທນໃນຕຳແໜ່ງທີ່ເປັນວຽກເຮັດປະຈຳວັນ, ປ່ອຍໃຫ້ຄົນອື່ນເຂົ້າມາຊ່ວຍທ່ານໃນການຕັດສິນໃຈໃນເລື່ອງນ້ອຍໆ ໃນການຕັດສິນໃຈບັນຫາໃຫຍ່ອາດຈະຍັງຄົງໄວ້ທີ່ໂຕເຈົ້າຂອງທຸລະກິດ

 

ຫຼາຍຄົນອາດຈະຄິດໃນແງ່ລົບທີ່ວ່າ ເມື່ອຈ້າງຄົນມາເຮັດວຽກແທນແລ້ວເຮົາຈະໄວ້ໃຈເຂົາເຈົ້າໄດ້ແນວໃດ? ຖ້າໄປຖາມເຈົ້າຂອງເອັມພ້ອຍມາກຫຼືເຈົ້າຂອງ Jiffy, U-Express ຂ້ອຍຄິດວ່າເພິ່ນກໍ່ບໍ່ໄດ້ໄວ້ໃຈໃຜຄືກັນ ແຕ່ເຂົາສ້າງໃຫ້ລະບົບນັ້ນເປັນໂຕປ້ອງກັນບັນຫາທີ່ຈະເກີດຂຶ້ນ ຖ້າເຈົ້າຢ້ານເຂົາລັກເຄື່ອງກໍ່ຕ້ອງເຮັດລະບົບສາງ, ລະບົບກວດສອບເຄື່ອງເຂົ້າອອກໃຫ້ຮັດກຸມ, ຖ້າຢ້ານຝ່າຍຈັດຊື້ກິນຄ່າຫົວ ກໍ່ອາດຈະຕ້ອງໃຫ້ບັນຊີເຂົ້າມາກວດສອບເງິນເຂົ້າອອກຊ່ວຍ, ແຕ່ບໍ່ແມ່ນວ່າຢ້ານເຂົາລັກເຄື່ອງແລ້ວເຈົ້າຈະຍົກເລິກການໃຊ້ລະບົບແລ້ວມາເຮັດເອງຫຼືໃຫ້ພີ່ນ້ອງມາເຮັດແບບເກົ່າ

 

ການທີ່ແຈັກມ່າສາມາດສ້າງບໍລິສັດອິນເຕີເນັດໄດ້ຈາກການພຽງຄູສອນໜັງສື ກໍ່ຍ້ອນລາວໄດ້ຄົນເກັ່ງໆເຂົ້າມາໃນອົງກອນແລ້ວວາງລະບົບໃຫ້ເປັນຢ່າງດີ

ເພາະຖ້າລອງມາຄິດແລ້ວ ເມື່ອລະບົບທີ່ເຈົ້າສ້າງມັນເລີ່ມໄປໄດ້ດ້ວຍໂຕມັນເອງ ເຈົ້າເອງກໍ່ບໍ່ຕ້ອງເຮັດວຽກໜັກອີກຕໍ່ໄປ ຖ້າຈະມີລັກເຄື່ອງເກີດຂຶ້ນກໍ່ໃຫ້ມັນເກີດໃນຈຳນວນທີ່ໜ້ອຍທີ່ສຸດ ເພາະບໍ່ມີລະບົບໃດໃນໂລກທີ່ສົມບູນແບບ ຄືກັບຮ້ານ ເຊເວັນອີເລເວັ້ນໃນໄທທຸກປີເຂົາກໍ່ຖືກລັກເຄື່ອງໃນຮ້ານຫຼາຍລ້ານບາດ ແຕ່ກຳໄລເຂົາປີໜຶ່ງຫຼາຍພັນລ້ານບາດ ເຂົາເລີຍບໍ່ໄດ້ຄິດວ່າມັນຈະເປັນເລື່ອງໃຫຍ່ຫຍັງ

.

.

Tags:

Share on your timeline:



ຫຼາຍຄົນທີ່ຍັງບໍ່ເຂົ້າໃຈມັກຈະຄິດວ່າການບໍລິສັດ ຫຼື ອົງກອນໃດໜຶ່ງຈະປະສົບຜົນສຳເລັດຕ້ອງມີເງິນ, ມີຊັບພະຍາກອນເຊິ່ງບໍ່ແມ່ນຄວາມຈິງ ສິ່ງທີ່ສຳຄັນທີ່ສຸດໃນອົງກອນໃດໜຶ່ງຄື "ຜູ້ນຳ" ຂອງອົງກອນນັ້ນຕ່າງຫາກ

"ຜູ້ນຳ" ທີ່ເກັ່ງຄືຄົນທີ່ມີຝືມືດ້ານ "ບໍລິຫານຈັດການ" ເພາະເຂົາຄືຜູ້ຕັດສິນໃຈໃນສີ່ງທີ່ສຳຄັນທີ່ສຸດຂອງອົງກອນ ແລ້ວຖ້າຫາກເຈາະເລິກເຂົ້າໄປໃນຫົວໃຈຂອງການບໍລິຫານແລ້ວ ຜູ້ນຳທີ່ເກັ່ງຄືຜູ້ທີ່ສາມາດໃຫ້ເຮັດຄົນຂອງໂຕເອງໃຫ້ກ້າວໄປໃນທິດທາງດຽວກັນໄດ້ຢ່າງສາມັກຄີ

ໃນປື້ມຫົວໃໝ່ລ່າສຸດຂອງຂ້ອຍນີ້ໄດ້ວິເຄາະຢ່າງລະອຽດເຖິງສິ່ງທີ່ເຮັດໃຫ້ນັກບໍລິຫານປະສົບຄວາມສຳເລັດ ບໍ່ວ່າຈະເປັນນິໄສສ່ວນໂຕ, ແນວຄິດ, ການເວົ້າ ເຂົາທຸກຄົນເຫຼົ່ານີ້ລ້ວນແຕ່ເລີ່ມຈາກສູນ

ນີ້ຄືປື້ມ "ຄິດແບບນັກບໍລິຫານ" 30 ບົດຄວາມຂອງນັກບໍລິຫານ ແລະ ນັກທຸລະກິດ ຫົວລະ 46,000 ກີບ 

ມີຈຳໜ່າຍດັ່ງນີ້:
- ຮ້ານເອັມພ້ອຍມາກທຸກສາຂາ
- ຕະຫຼາດເຊົ້າຕຶກເກົ່າ
ຮ້ານຂາຍປຶ້ມ ດອກເກດ Dokked Bookshop and Publishing
- ຮ້ານກາເຟ True coffee Vientiane ທຸກສາຂາ
- ຮ້ານ Bookshop ດົງໂດກ
- ສຳນັກພິມຈຳໜ່າຍແຫ່ງລັດ

- ຮ້ານໂຕໜອນໜັງສື Tonone book store ຮ້ານໂຕໜອນຫນັງສື
- ຮ້ານ King Minimart ໃນໂຮງໝໍເສດຖາ

- ຮ້ານ The City Coffee

- ຮ້ານ Coffee Today

ສັ່ງຊື້ໄດ້ ສົ່ງເຖິງທີ່ທົ່ວນະຄອນຫຼວງວຽງຈັນ ທີ່ເບີ 030 4732614, 020 58613117, 020 54543789

 


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now

CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....