5 ສິ່ງສໍາຄັນທີ່ HR ໃຫ້ຄະແນນໃນຂະນະທີ່ສໍາພາດ

timer

remove_red_eye 4,632 views


cvConnect.la - 5 ສິ່ງສໍາຄັນທີ່ HR ໃຫ້ຄະແນນໃນຂະນະທີ່ສໍາພາດ

 

            ການສໍາພາດວຽກຖືເປັນສິ່ງສໍາຄັນຂອງຄົນເຮັດວຽກທຸກຄົນ ບໍ່ວ່າເຈົ້າຈະສະໝັກໃນຕໍາແໜ່ງພະນັກງານທົ່ວໄປ ຫຼື ພະນັກງານລະດັບສູງ ຈໍາເປັນຕ້ອງຜ່ານຂັ້ນຕອນການສໍາພາດ ສໍາລັບນັກສຶກສາທີ່ຈົບໃໝ່ ອາດຈະມີຄວາມຕື່ນເຕັ້ນກັບການກຽມຕົວ ເພື່ອໃຫ້ກ້າວຜ່ານຂັ້ນຕອນນີ້ໄປໃຫ້ໄດ້ ມືນີ້ ຊີວີຄອນເນັກ ຈະມານໍາສະເໜີວິທີກຽມຕົວເອີ້ນຄະແນນຈາກ HR ເພື່ອໃຫ້ຜູ້ສໍາພາດໄດ້ຄະແນນຫຼາຍທີ່ສຸດໃນຂະນະທີ່ສໍາພາດວຽກ ມີດັ່ງນີ້:

 

1. ປະສົບການໃນການເຝິກງານ-ກິດຈະກໍາລະຫວ່າງການຮຽນ

            ເຈົ້າຮູ້ຫຼືບໍ່ວ່າຝ່າຍບຸກຄະລາກອນ (HR ) ໃຫ້ຄວາມກັບສໍາຄັນກັບປະສົບການ ໃນຂະນະທີ່ເຝິກງານຫຼາຍເຖິງ 75% ເນື່ອງຈາກນັກສຶກສາທີ່ຈົບໃໝ່ຈໍານວນຫຼາຍບໍ່ມີປະສົບການການເຮັດວຽກໃນສະຖານທີ່ເຮັດວຽກ ສິ່ງດຽວທີ່ທົດແທນຈຸດນີ້ໄດ້ກໍຄື ກິດຈະກໍາລະຫວ່າງທີ່ເປັນນັກສຶກສາ ແລະ ການເຝິກງານ ເຊິ່ງນອກຈາກຈະສະແດງໃຫ້ເຫັນວ່າ ເຈົ້າເຄີຍໃຊ້ຄວາມຮູ້ທີ່ຮຽນມາໄປນໍາໃຊ້ໃນການເຮັດວຽກຕົວຈິງແລ້ວ ການເຝກງານຍັງຊ່ວຍໃຫ້ເຈົ້າຮູ້ຈັກການເຮັດວຽກຮ່ວມກັນພາຍໃນຫ້ອງການ ແລະ ການແກ້ບັນຫາສະເພາະໜ້າ ເມື່ອເຖິງເວລາເຮັດວຽກຈິງອີກດ້ວຍ.

 

2. ຄວາມຄິດ - ທັດສະນະຄະຕິ

            ຄວາມຄິດ ຫຼື ທັດສະນະຄະຕິໃນແງ່ບວກ ກັບວຽກ ແລະ ອົງກອນ ຖືເປັນເລື່ອງທີ່ຜູ້ຊອກວຽກຄວນມີຢ່າງຍິ່ງ ເຖິງແມ່ນວ່າຄວາມຄິດ ແລະ ທັດສະນະຄະຕິຈະເປັນເລື່ອງນາມະທໍາ ແຕ່ HR ກໍສາມາດໃຫ້ຄະແນນໃນຈຸດນີ້ຈາກການວິເຄາະຫາຄໍາຕອບທີ່ໄດ້ມາວ່າຜູ້ສໍາພາດມີທັດສະນະຄະຕິແນວໃດ ເພາະສິ່ງທີ່ HR ເບິ່ງຫາກໍຄືບຸກຄົນທີ່ມີທັດສະນະຄະຕິແງ່ບວກໃນເລື່ອງວຽກ ແລະ ອົງກອນ ເຊັ່ນ ຄໍາຖາມທີ່ກ່ຽວກັບອົງກອນເກົ່າ ເຫດຜົນທີ່ລາອອກຈາກບ່ອນເຮັດວຽກເກົ່າ ບໍ່ວ່າເຈົ້າຈະຜ່ານຊ່ວງເວລາທີ່ບໍ່ດີເທົ່າໃດ ການຊອກຫາສິ່ງທີ່ເປັນແງ່ບວກຈາກສິ່ງເຫຼົ່ານັ້ນກໍຈະສາມາດເຮັດໃຫ້ເຈົ້າໄດ້ຄະແນນຈາກສ່ວນນີ້ໄດ້.

 

3. ບຸກຄະລິກະພາບ - ການແຕ່ງກາຍ ການນໍາສະເໜີມາລະຍາດ

           ຜູ້ສໍາພາດວຽກຄວນໃສ່ໃຈໃນເລື່ອງບຸກຄະລິກະພາບ ການແຕ່ງກາຍ, ການນໍາສະເໜີ ແລະ ມາລະຍາດໃນຂະນະສໍາພາດວຽກ ເນື່ອງຈາກການແຕ່ງກາຍເປັນສິ່ງທໍາອິດທີ່ HR ຈະເຫັນ ແລະເລີ່ມໃຫ້ຄະແນນຕັ້ງແຕ່ຕອນນັ້ນ ນອກຈາກເປັນການໃຫ້ກຽດສະຖານທີ່ ແລະ ຜູ້ສໍາພາດແລ້ວ ຍັງສະແດງເຖິງການກຽມພ້ອມຂອງຜູ້ສໍາພາດ. ນອກຈາກນີ້, HR ຍັງໃຫ້ຄວາມສໍາຄັນຂອງບຸກຄະລິກະພາບຕັ້ງແຕ່ກ້າວເຂົ້າມາໃນຫ້ອງການ ການເວົ້າຈາ, ມາລະຍາດຕ່າງໆ ທີ່ສະແດງອອກໃນຂະນະທີ່ລໍຖ້າເພື່ອສໍາພາດ ລວມໄປເຖິງທ່າທີ ແລະ ຄວາມໜ້າສົນໃຈໃນລະຫວ່າງທີ່ນໍາສະເນີຜົນງານຢູ່ນັ້ນເອງ.

 

4. ທັກສະພື້ນຖານກ່ຽວຂ້ອງກັບຕໍາແໜ່ງວຽກທີ່ສະໝັກ - ພາສາ ຄອມພິວເຕີ

            ທັກສະທົ່ວໄປທີ່ອົງກອນໃນປັດຈຸບັນຕ້ອງການມີ 2 ທັກສະຫູັກໆ ຄື ພາສາ ແລະ ຄອມພິວເຕີ ເນື່ອງຈາກໃນຍຸກປັດຈຸບັນນັ້ນ ອົງກອນມີຄວາມຈໍາເປັນຕ້ອງຮ່ວມງານກັບບໍລິສັດຕ່າາງປະເທດ ຈົນບາງຄັ້ງພາສາທີ 2 ເຊັ່ນພາສາອັງກິດອາດຈະໜ້ອຍເກີນໄປສໍາລັບການສະໆັກວຽກໃນຍຸກນີ້ ຖ້າເປັນໄປໄດ້ ຢາກໃຫ້ເຈົ້າຮຽນຮູ້ພາສາທີ 3 ເປັນຕັ້ນ ຈີນ, ຍີ່ປຸ່ນ ເພື່ອເພີ່ມໂອກາດດ້ານການເຮັດວຽກ. ນອກຈາກນີ້, ທັກສະດ້ານຄອມພິວເຕີ ແລະ ໂປຣແກມຕ່າງໆ ກໍມີຄວາມຈໍາເປັນຫຼາຍເຊັ່ນກັນ ບໍ່ພຽງແຕ່ MS Office  ຫຼື ອິນເຕີເນັດທີ່ເປັນພື້ນຖານຂອງຄົນເຮັດວຽກທຸກຄົນ ຄວນມີທັກສະສະເພາະຕາມສາຍອາຊີບພ້ອມເຊັ່ນ ຕໍາແນ່ງກຣາຟິກ ກຊຄວນມຮຄວາມາມາດໃນການໃຊ້ໂປຣແກມ AI,  PS,  AUTOCAD ຫຼື 3D Max ເປັນຕົ້ນ.

 

5. ຄວາມພ້ອມໃນການສໍາພາດວຽກ

           ຄວາມພ້ອມໃນການສໍາພາດວຽກນີ້ໝາຍເຖິງການສຶກສາຂໍ້ມູນຂອງອົງກອນ, ວັດທະນະທໍາອົງກອນ ຫູື ຂ່າວຄວາມເຄື່ອນໄຫວໃນອຸດສະຫະກໍາທີ່ບໍລິສັດເຈົ້າໄປສໍາພາດວຽກ ເນື່ອງຈາກ ຈະເບິ່ງວ່າເຈົ້າມີຄວາມສົນໃຈ ແລະ ຕັ້ງໃຈທີ່ຈະຢາກເຂົ້າມາໃນຕໍາແໜ່ງ ແລະ ອົງກອນນີ້ແທ້ ເຊິ່ງຂໍ້ມູນເຫຼົ່ານີ້ສາມາດຫາໄດ້ງ່າຍໆ ຈາກເວັບໄຊທີ່ເຂົ້າໄປເບິ່ງຕໍາແໜ່ງວ່າງ ຫຼື ເວັບໄຊຂອງບໍລິສັດທີ່ເຈົ້າຈະເຂົ້າໄປສໍາພາດວຽກ ພຽງແຕ່ກຽມຕົວເລັກນ້ອຍ ກ່ອນຈະໄປສໍາພາດ ຮັບຮອງໄດ້ເລີຍວ່າ ຜູ້ສໍາພາດຈະພ້ອມໃຈມອບຄະແນນໃຫ້ຢ່າງແນ່ນອນ.

 

            ຖ້າຫາກຮູ້ແລ້ວວ່າຝ່າຍສໍາພາດຈະໃຫ້ຄະແນນເລື່ອງຫຍັງແນ່ ເຮົາຄວນກຽມຕົວໃນເລື່ອງນັ້ນໃຫ້ຫຼາຍໆ ເນັ້ນໃຫ້ຖືກຈຸດ ໂດຍສະເພາະ 5 ຂໍ້ທີ່ໄດ້ກ່າວມາແລ້ວຂ້າງຕົ້ນ ກໍຈະສາມາດຜ່ານມື້ສໍາຄັນໃນຊີວິດອີກມື້ໜຶ່ງໄປໄດ້ຢ່າງລາບລື່ນ.

 

 

 

 

ທີ່ມາ: Jobsbdb.com

Tags: #HR #ຄອມພິວເຕີ #ສໍາພາດວຽກ #MS Office #ຄວາມພ້ອມ #ວັດທະນະທໍາອົງກອນ #ຝ່າຍບຸກຄະລາກອນ #ພາສາ

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now

CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....