timer
remove_red_eye 1,833 views
ຫຼັກການ 6 P ງ່າຍໆ ເພື່ອປະສົບຜົນສໍາເລັດການເຮັດວຽກ ມາເບິ່ງກັນເລີຍວ່າມີຫຍັງແນ່.
ສຸພາບອ່ອນນ້ອມ, ຄົນທີ່ຫຍິ່ງ ບໍ່ຮູ້ຈັກກາລະເທສະ ຍຶດຖືຕົນເອງເປັນຫຼັກຈະບໍ່ມີໃຜທີ່ຢາກຈະຄົບຫານໍາ. ການເປັນຄົນສຸພາບອ່ອນນ້ອມ ຈະເຮັດໃຫ້ມີແຕ່ຄົນຮັກແພງ ແລະ ຢາກຊ່ວຍເຫຼືອ ເຊິ່ງຖ້າເຮົາມີຕໍາແໜ່ງທີ່ສູງຢູ່ແລ້ວ ຍິ່ງຕ້ອງເປັນຄົນມີຄວາມສຸພາບອ່ອນນ້ອມ ເພາະຈະເຮັດໃຫ້ຜູ້ອື່ນເກງໃຈເຮົາຫຼາຍຂຶ້ນ ກົງກັນຂ້າມການເຮັດໂຕແຂງກະດ້າງ, ຫຍິ່ງ ຈະເປັນທີ່ລັງກຽດຂອງສັງຄົມ ແລະ ບໍ່ມີໃຜຢາກຄົບຫາຢ່າງແນ່ນອນ
ມີຄວາມມານະອົດທົນຕໍ່ບັນຫາ ເພາະການເຮັດວຽກຕ້ອງພົບກັບອຸປະສັກສະເໝີ ການຄວາມອົດທົນ ແມ່ນສອດຄ່ອງກັບການເຮັດຕົວໃຫ້ສະຫງົບ ເພາະການທີ່ເຮົາມີຈິດໃຈທີ່ສະຫງົບໄດ້ ເຮົາຕ້ອງຮູ້ຈັກອົດກັ້ນ ລະງັບອາລົມຄວາມຮູ້ສຶກທີ່ບໍ່ດີຕ່າງໆຖ້າຫາກສິ່ງໃດບໍ່ເປັນໄປຕາມທີ່ເຮົາຄາດຫວັງໄວ້ ເຮົາຕ້ອງອົດທົນຖ້າໃຫ້ເຖິງຊ່ວງເວລາຂອງເຮົາ ນອກຈາກນີ້ຍັງຕ້ອງອົດທົນຕໍ່ບັນຫາ ແລະ ຄວາມຍາກລໍາບາກໃນການເຮັດວຽກອີກດ້ວຍ.
ພະຍາຍາມໃຊ້ຄວາມສະຫງົບເພື່ອແກ້ໄຂບັນຫາຕ່າງໆທີ່ເຂົ້າມາ. ການມີຈິດໃຈທີ່ສະຫງົບ ດັ່ງຄໍາເວົ້າທີ່ວ່າ: ຈົ່ງໃຊ້ຄວາມສະຫງົບເພື່ອສະຍົບຄວາມເຄື່ອນໄຫວ ເປັນຄໍາເວົ້າທີ່ໃຊ້ໄດ້ຜົນຫຼາຍ ເວລາເກີດບັນຫາຂຶ້ນ ເຮົາຢ່າຟ້າວຕົກໃຈໄປກັບບັນຫານັ້ນ ການທີ່ເຮົາມີຈິດໃຈທີ່ສະຫງົບ, ມີສະມາທິ ຈະເຮັດໃຫ້ເຮົາມີວິທີໃນການຄິດຫາວິທີແກ້ໄຂ ນອກຈາກນີ້ຍັງເຮັດໃຫ້ເຮົາມີສຸຂະພາບຈິດທີ່ດີອີກດ້ວຍ.
ເບິ່ງໂລກໃນແງ່ດີບໍ່ອັກຄະຕິກັບວຽກທີ່ເຮັດ ຄວນເບິ່ງຫາການພັດທະນາຕົນເອງ ການມີທັດສະນະຄະຕິທີ່ເປັນບວກ ເບິ່ງໂລກໃນແງ່ດີຢູ່ສະເໝີ ບໍ່ຄິດໃນທາງລົບເຊັ່ນ ຖ້າຫາກພົບບັນຫາໃນການເຮັດວຽກ ແທນທີ່ຈະມານັ່ງກຸ້ມໃຈຄິດວ່າເທື່ອນີ້ຕ້ອງບໍ່ດີແນ່ນອນ ຢາກໃຫ້ເບິ່ງວ່ານີ້ເປັນຫົນທາງໜຶ່ງທີ່ຈະຝຶກຝົນໃຫ້ເຮົາເກັ່ງ ແລະ ກ້າຫຼາຍຂຶ້ນ.
ຄວນເປັນຄົນທີ່ຕົງຕໍ່ເວລາຈະໄດ້ຮັບຄວາມໄວ້ວາງໃຈ ແລະ ໜ້າເຊື່ອຖື. ການເປັນຄົນທີ່ຕົງຕໍ່ເວລາ ມະນຸດເຮົາໄດ້ປູກຝັງໃຫ້ເປັນຄົນທີ່ມີວິໄນ ຮູ້ຈັກຕົງຕໍ່ເວລາມາຕັ້ງແຕ່ຍັງເປັນເດັກນ້ອຍ ເຊັ່ນ ການບໍ່ໄປໂຮງຮຽນຊ້າ ການສົ່ງວຽກບ້ານຕາມກໍານົດ ໃນການເຮັດວຽກກໍເຊັ່ນດຽວກັນ ຖ້າຫາກເຮົາມາເຮັດວຽກຊ້າ ຫົວໜ້າກໍຄົງບໍ່ມັກ ເພາະຂະໜາດເວລາຍັງບໍ່ສາມາດຮັກສາໄດ້ ແລ້ວເຈົ້າຈະໄດ້ຮັບຄວາມໄວ້ວາງໃຈໃຫ້ເຮັດວຽກໄດ້ແນວໃດ
ເປັນມືອາຊີບໃນການເຮັດວຽກຢ່າງດຸໝັ່ນຂະຫຍັນພຽນເຮັດໂຕໃຫ້ມີຄວາມຮູ້ສະເໝີ. ຄວາມເປັນມືອາຊີບໃນການເຮັດວຽກ ການທີ່ເຮົາມີໜ້າທີ່ຫຍັງ ເຮົາຄວນເຮັດຕົວໃຫ້ມີຄວາມຮູ້ ຄວາມຊ່ຽວຊານໃນໜ້າທີ່ນັ້ນໆ, ໝັ່ນສະແຫວງຫາຄວາມຮູ້ໃໝ່ໆ ແລະ ໝັ່ນຝຶກຝືມືໃນການເຮັດວຽກຢູ່ສະເໝີ ເພື່ອໃຫ້ວຽກຂອງເຮົາອອກມາດີທີ່ສຸດ ການເຮັດວຽກຢ່າງມືອາຊີບ ຈະເປັນທີ່ຊື່ນຊົມ ແລະ ໄວ້ວາງໃຈໃຫ້ເຮົາເຮັດວຽກ ດູແລວຽກຂອງເຂົາຕໍ່ໄປ.
ທີ່ມາ: Jobsdb.com
Share on your timeline:
Popular article:
ບົດສຳພາດ: ທ່ານ ຫຸມດາວເພັດ ອິນທະລາດ ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ບໍລິຫານທຸລະກິດໂຮງງານນໍ້າດື່ມພຽວເລ່
timer
ບົດສໍາພາດ: ທ່ານ ສົມບູນ ແກ້ວວິມານ ຜູ້ຈັດການຮ້ານອາຫານ ZEUS
timer
ບົດສໍາພາດ: ຮອງຜູ້ອໍານວຍການ ວິທະຍາໄລ ເຄວສ ແລະ ທິບວາລີ
timer
ທຸລະກິດແອັບ Marketplace ໃນປະເທດລາວ
timer
ຮຽນບໍ່ເກັ່ງ ເກຮດບໍ່ດີ ແຕ່ຫາວຽກດີໆໄດ້ຄືກັນ
timer
Jobs Available at cvConnect.la
Accounting
Manager