10 ນິໄສທີ່ເຮັດແລ້ວບໍ່ເປັນມືອາຊີບ ຖ້າບໍ່ຢາກຕົກງານ

timer

remove_red_eye 3,747 views


cvConnect.la - 10 ນິໄສທີ່ເຮັດແລ້ວບໍ່ເປັນມືອາຊີບ ຖ້າບໍ່ຢາກຕົກງານ

 

          ຫຼາຍໆຄົນຢູ່ບໍລິສັດຫຼາຍກວ່າຢູ່ບ້ານ ດັ່ງນັ້ນ, ຖ້າໃຫ້ເຮົາບອກວ່າບໍລິສັດຄືບ້ານຫຼັງທີ່ສອງກໍບໍ່ຜິດແມ່ນບໍ່ ເພາະເຮົາຈະຕ້ອງໃຊ້ຊີວິດຜູກຕິດຢູ່ກັບການເຮັດວຽກໃນບໍລິສັດ 8-9 ຊົ່ວໂມງຕໍ່ມື້ ເຮັດໃຫ້ເຮົາມີຄວາມຄຸ້ນເຄີຍກັບບໍລິສັດເປັນຢ່າງດີ ຈົນເຮັດໃຫ້ເຮົາເປີດເຜີຍນິໄສສ່ວນຕົວເວລາທີ່ຢູ່ບ້ານອອກມາ ເຊິ່ງອາດຈະເປັນທີ່ຊື່ນຊົມຂອງຄົນໃນບໍລິສັດ ແລະ ບໍ່ມັກກໍມີເຊັ່ນກັນ (ຂຶ້ນຢູ່ກັບຄວາມຄິດຂອງແຕ່ລະຄົນ). ໃນບົດຄວາມນີ້ ຊີວີຄອນເນັກ ຈະແນະນໍາ 10 ນິໄສທີ່ເຮົາບໍ່ຄວນເຮັດເມື່ອຢູ່ທີ່ບໍລິສັດໂດຍເດັດຂາດ ບໍ່ຊັ້ນຈະເບິ່ງເປັນຄົນບໍ່ມືອາຊີບຢ່າງແນ່ນອນ.

 

1. ມາເຮັດວຽກຊ້າບໍ່ກົງຕໍ່ເວລາ

         ຢ່າງທີ່ເຮົາຮູ້ກັນດີຢູ່ແລ້ວວ່າ ການທີ່ເຮົາໄປເຮັດວຽກຊ້າເປັນເລື່ອງທີ່ບໍ່ດີ ແລະ ບໍ່ຄວນເຮັດເປັນຢ່າງຍິ່ງ ເພາະການກົງຕໍ່ເວລາເປັນສິ່ງທີ່ສໍາຄັນ ໂດຍສະເພາະໃນເວລາເຂົ້າວຽກມີນັດລົມວຽກກັບຜູ້ອື່ນ ດັ່ງນັ້ນ,​ ນິໄສທໍາອິດທີ່ເຮົາຄວນແກ້ກໍຄືການໄປເຮັດວຽກຊ້າ ແລະ ຖ້າຫາກໃນມື້ໃດເຮົາມີນັດລົມວຽກກັບລູກຄ້ານອກສະຖານທີ່ ກໍຄວນທີ່ຈະຕ້ອງໄປຮອດກ່ອນເວລາ ເພື່ອເປັນການສະແດງໃຫ້ເຫັນເຖິງຄວາມສໍາຄັນກັບຄົນອື່ນທີ່ເຮົາຕ້ອງພົບ.

 

2. ເຂົ້າປະຊຸມ ເຮັດໃຫ້ຄົນອື່ນຕ້ອງຖ້າ

         ເຊິ່ງໃນຂໍ້ນີ້ກໍເປັນທໍານອງດຽວກັນກັບການໄປເຮັດວຽກຊ້າ ຫຼື ພົບລູກຄ້າຊ້າ ເພາະການເຂົ້າປະຊຸມເປັນການສະແດງໃຫ້ເຫັນວ່າເຮົາບໍ່ໄດ້ມີຄວາມເຄົາລົບກັບເພື່ອນຮ່ວມງານ (ການປ່ອຍໃຫ້ຄົນອື່ນຖ້າເປັນເລື່ອງທີ່ບໍ່ສຸພາບ ແລະ ບໍ່ຄວນເຮັດເປັນຢ່າງຍິ່ງ).

 

3. ລາພັກຫຼາຍເກີນໄປ

          ເຮົາບໍ່ໄດ້ບອກວ່າຫ້າມຄອບພັກ ຖ້າເຮົາບໍ່ສະບາຍແທ້ ແຕ່ຖ້າໃຜມັກລາພັກໃນທຸກໆເດືອນ ຫຼື ລາພັກແບບຕິດໆກັນຫຼາຍມື້ຢູ່ຫຼາຍຄັ້ງ ແບບນີ້ບໍ່ດີປານໃດ ເພາະມັນຈະມີຜົນຕໍ່ການເລື່ອນຕໍາແໜ່ງວຽກຂອງເຮົາອີກດ້ວຍ.

 

4. ກິນອາຫານທີ່ມີກິ່ນເໝັນເທິງໂຕະເຮັດວຽກ

           ໃນບາງບໍລິສັດກໍມີຂໍ້ຫ້າມຢ່າງຊັດເຈນວ່າ ຫ້າມພະນັກງານນໍາອາຫານມາກິນຢູ່ເທິງໂຕະບ່ອນເຮັດວຽກເດັດຂາດ ຫຼື ໃນບາງບໍລິສັດກໍມີຂໍ້ຍົກເວັ້ນສາມາດໃຫ້ພະນັກງານນໍາອາຫານມາກິນຢູ່ໂຕະເຮັດວຽກໄດ້ (ກໍຂຶ້ນຢູ່ກັບກົດລະບຽບຂອງແຕ່ລະບໍລິສັດ) ແຕ່ເຮົາກໍບໍ່ຄວນທີ່ຈະນໍາອາຫານທີ່ມີກິ່ນເໝັນມາກິ່ນບ່ອນໂຕະ ນອຈາກຈະບໍ່ຖືກສຸຂະອະນາໄມ ແລະ ເຮັດໃຫ້ປະສິດທິພາບໃນການເຮັດວຽກຫຼຸດລົງແລ້ວ ຍັງເປັນກັນການໄປລົບກວນເພື່ອນຮ່ວມງານອີກດ້ວຍ ບໍ່ວ່າຈະເປັນເລື່ອງສຽງໃນການກິນອາຫານ, ກິ່ນອາຫານ ແລະ ຄວາມເປິເປື້ອນເທິງໂຕະເຮັດວຽກ.

 

5. ແຕ່ງໜ້າຢູ່ໂຕະເຮັດວຽກ

           ການແຕ່ງໜ້າຢູ່ໂຕະເຮັດວຽກ ອາດຈະບໍ່ແມ່ນເລື່ອງທີ່ຮ້າຍແຮງຫຼາຍ ແຕ່ບໍ່ແມ່ນວ່າທຸກຄົນຈະເຫັນນໍາໃນການແຕ່ງໜ້າຢູ່ໂຕະ ເຊິ່ງບາງຄົນຈະເບິ່ງວ່າເປັນເລື່ອງທີ່ບໍ່ສຸພາບ ຫຼື ອາດຈະເບິ່ງວ່າໂຕະເຮັດວຽກມີໄວ້ເຮັດວຽກບໍ່ແມ່ນຈະມາໃຊ້ສໍາລັບແຕ່ງໜ້າ ດັ່ງນັ້ນ, ຖ້າຫາກເຮົາຕ້ອງການແຕ່ງໜ້າເພີ່ມກໍຄວນທີ່ຈະໄປແຕ່ງທີ່ຫ້ອງນໍ້າຈະດີກວ່າ.

 

6. ຕັ້ງຄໍາຖາມຫຼາຍເກີນໄປ ເມື່ອໄດ້ຮັບມອບໝາຍວຽກໃໝ່

          ການຕັ້ງຄໍາຖາມເມື່ອໄດ້ຮັບມອບໝາຍວຽກບໍ່ແມ່ນສິ່ງທີ່ຜິດ ແຕ່ເຮົາຄວນຈະຮວບຮວມຂໍ້ສົງໄສກ່ຽວກັບວຽກໃໝ່ເອົາໄວ້ທັງໝົດກ່ອນ ແລ້ວຈຶ່ງຄ່ອຍຖາມອອກໄປ ບໍ່ແມ່ນຍິງຄໍາຖາມອອກໄປຕະຫຼອດເວລາ ໃນຂະນະທີ່ ກໍາລັງລົມວຽກຢູ່ ຫຼື ກໍາລັງປະຊຸມກັນຢູ່ ເພາະມັນຈະເຮັດໃຫ້ຄົນອື່ນຮູ້ສຶກລໍາຄານໄດ້

 

7. ບໍ່ມີສະມາທິໃນການປະຊຸມ

          ການຫຼິ້ນໂທລະສັບ ສົ່ງຂໍ້ຄວາມລົມກັບຄົນອື່ນໃນລະຫວ່າງການປະຊຸມຢູ່ນັ້ນ ເປັນການສະແດງໃຫ້ເຫັນວ່າເຮົາບໍ່ໄດ້ໃຫ້ຄວາມສໍາຄັນໃນການປະຊຸມຄັ້ງນີ້ເລີຍ ແຕ່ຍັງເປັນການບໍ່ໃຫ້ກຽດຄົນໃນຫ້ອງປະຊຸມອີກດ້ວຍ ດັ່ງນັ້ນ, ຖ້າຫາກເຮົາບໍ່ມີຄວາມຈໍາເປັນແທ້ທີ່ຈະຕ້ອງໃຊ້ໂທລະສັບ ກໍຄວນທີ່ຈະຕັ້ງໃຈຟັງການປະຊຸມຈະດີກວ່າ.

 

8.ການເວົ້າຂັດຈັງຫວະຜູ້ອື່ນ

          ການເວົ້າແຊກຂຶ້ນມາຖືວ່າເປັນການຂັດຈັງຫວະຜູ້ອື່ນທີ່ກໍາລັງເວົ້າຢູ່ ເປັນການບໍ່ໃຫ້ກຽດ ແລະ ບໍ່ມີຄວາມເຄົາລົບຕໍ່ຄົນເວົ້າເລີຍ ເຮົາຄວນທີ່ຈະຖ້າເຂົາເວົ້າໃຫ້ຈົບເສຍກ່ອນ ຈຶ່ງຄ່ອຍເວົ້າ ຫຼື ຖາມຂຶ້ນຈະດີກວ່າ.

 

9. ຂີ້ອວດຈົນເກີນໄປ

          ການທີ່ເຮົາຮູ້ສຶກພາກພູມໃຈໃນຄວາມສໍາເລັດຂອງຕົນເອງເປັນສິ່ງທີ່ດີ ແລະ ຢາກທີ່ຈະແບ່ງປັນເລື່ອງລາວດີໆ ແບບນີ້ໃຫ້ຜູ້ອື່ນໄດ້ຮັບຮູ້ ແຕ່ການທີ່ເຮົາແບ່ງປັນສິ່ງເຫຼົ່ານີ້ຫຼາຍຈົນເກີນໄປກໍຈະກາຍເປັນຄົນທີ່ມັກໂອ້ອວດ ແລະ ໃນທີ່ສຸດເພື່ອນຮ່ວມງານໃນບໍລິສັດກໍບໍ່ຢາກທີ່ຈະເວົ້າກັບເຮົາ.

 

10. ສອດຮູ້ສອດເຫັນຈົນເກີນງາມ

          ຈົ່ງຮູ້ເອົາໄວ້ເລີຍວ່າມັນມີເສັ້ນບາງໆ ຂັ້ນລະຫວ່າງຄວາມຢາກຮູ້ຢາກເຫັນ ແລະ ການສອດຮູ້ສອດເຫັນ ເຊິ່ງເຮົາບໍ່ຄວນທີ່ຈະຂ້າມເສັ້ນນີ້ໄປ ເພາະມັນຈະເຮັດໃຫ້ສຸດທ້າຍແລ້ວເຮົາກາຍເປັນຄົນທີ່ບໍ່ມີໃຜຄົບ ຫຼື ອາດຈະເລົ່າເລື່ອງຕ່າງໆໃຫ້ຟັງ.

 

          ສໍາລັບນິໄສເຫຼົ່ານີ້ເປັນນິໄສຂັ້ນພື້ນຖານທີ່ທຸກຄົນຕ້ອງເຄີຍພົບໃນບ່ອນເຮັດວຽກຢູ່ແລ້ວ ເຊິ່ງບາງຄົນອາດຈະເຄີຍເຮັດມາກ່ອນ ຫຼື ເຄີຍພົບມາກ່ອນ ດັ່ງນັ້ນ ເຮົາຄວນທີ່ຈະຕ້ອງປັບຕົວ ຫຼື ແກ້ໄຂນິໄສເຫຼົ່ານີ້ ເພື່ອທີ່ຈະເຮັດໃຫ້ຊີວິດການເຮັດວຽກຂອງເຮົາມີຄວາມສຸກຍິ່ງຂຶ້ນ (ເມື່ອຕ້ອງເຮັດວຽກກັບຫຼາຍໆຄົນການໂອ້ລົມກັນເປັນເລື່ອງທີ່ຈໍາເປັນ ເພື່ອທໍາຄວາມເຂົ້າໃຈໃຫ້ຕົງກັນ.  

 

 

ທີ່ມາ campus.campus-star.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now

CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....