ຖ້າຢາກໄດ້ວຽກໄວຂຶ້ນ ຄວນສະໝັກວຽກແນວໃດ?

timer

remove_red_eye 4,695 views


cvConnect.la - ຖ້າຢາກໄດ້ວຽກໄວຂຶ້ນ ຄວນສະໝັກວຽກແນວໃດ?

          ໃນປັດຈຸບັນ, ວິທີການສະໝັກວຽກບໍ່ໄດ້ມີພຽງແຕ່ການເດີນທາງໄປສະໝັກທີ່ບໍລິສັດຢ່າງດຽວເທົ່ານັ້ນ ແຕ່ການສະໝັກວຽກຜ່ານເວັບໄຊຈັດຫາງານອອນລາຍກໍເປັນຕົວຊ່ວຍໃນການຫາວຽກໄດ້ດີເຊັ່ນກັນ ແຕ່ເຮົາເອງກໍຕ້ອງກຽມຄວາມພ້ອມໃນການໄປສໍາພາດວຽກ ແລະ ມີຄຸນສົມບັດທີ່ກົງກັບຫົວໜ້າຕ້ອງການນໍາອີກດ້ວຍ.

          ໃນບົດຄວາມນີ້ ຊີວີຄອນເນັກ ມີ 10 ເຄັດບໍ່ລັບທີ່ຈະຊ່ວຍໃຫ້ເຮົາມີຄວາມພ້ອມໃນການສະໝັກງານ ແລະ ໄດ້ວຽກໄວທີ່ຕ້ອງການມາໃຫ້ອ່ານ ຖ້າພ້ອມແລ້ວມາເລີ່ມກັນເລີຍ.

 

1. ປະຢັດເວລາຫຼາຍຂຶ້ນ ເມື່ຶອໃຊ້ເວັບໄຊຊ່ວຍຫາງານ

          ໃນຫຼາຍໆເວັບໄຊຊອກວຽ.ກຈະມີຕົວເລືອກທີ່ບອກວ່າ “Advanced Search” ຫຼື ຕົວຊ່ວຍໃນການຄົ້ນຫາສູງທີ່ເຮົາສາມາດໃຊ້ໃນການຄົ້ນຫາວຽກຕາມທີ່ຕ້ອງການໄດ້ ພຽງແຕ່ເຮົາເລືອກໃສ່ຂໍ້ຄວາມເຫຼົ່ານີ້ກໍຈະເຫັນ ເປັນຕົ້ນສະຖານທີ່ຕັ້ງບໍລິສັດ, ຊື່ບໍລິສັດ,​ ຕໍາແໜ່ງວຽກ ປະເພດວຽກທີ່ຕ້ອງການ ແລະອື່ນໆ.

 

2. ສະໝັກວຽກທຸກຕໍາແໜ່ງບໍ່ແມ່ນຄວາມຄິດທີ່ດີ

          ເຮົາບໍ່ຄວນສະໝັກທຸກຕໍາແໜ່ງທີ່ພົບເຫັນ ພຽງແຕ່ຄິດວ່າສະໝັກໄປເລີຍບາງເທື່ອໄດ້ ແຕ່ຄວນເລືອກຕໍາແໜ່ງທີ່ເຮົາຕ້ອງການ ຫຼື ມີຄຸນສົມບັດກົງກັບຄວາມຕ້ອງການຂອງບໍລິສັດ ເຊິ່ງຈະມີໂອກາດໃນການໄດ້ໄປສໍາພາດງານຫຼາຍກວ່າ ການສົ່ງໃບສະໝັກໄປໃນທຸກຕໍາແໜ່ງວຽກ ໂດຍກ່ອນທີ່ເຮົາຈະລົງມືສະໝັກນັ້ນຄວນພິຈາລະນາວຽກນັ້ນໃຫ້ດີສາກ່ອນ ວ່າເຮົາມີຄຸນສົມບັດທີ່ກົງ ແລະ ເຮົາຢາກຈະເຮັດວຽກນັ້ນແທ້ຫຼືບໍ່

 

3. ຢ່າຢຸດສະໝັກວຽກໃນຂະນະທີ່ລໍຖ້າສໍາພາດງານ

          ເຖິງແມ່ນວ່າເຮົາຈະຖືກເອີ້ນໄປສໍາພາດວຽກແລ້ວຫຼາຍບໍລິສັດ ແຕ່ໃນເມື່ອຜົນການສໍາພາດຍັງບໍ່ອອກມາ ເຮົາບໍ່ຄວນທີ່ຈະລໍຖ້າຢູ່ລ້າໆ ເພາະບໍ່ຮູ້ວ່າຈະໄດ້ວຽກນັ້ນ ຫຼື ບໍ່. ດັ່ງນັ້ນ, ລະຫວ່າງທີ່ກໍາລັງລໍຖ້າຜົນຢູ່ນັ້ນເຮົາກໍສາມາດສະໝັກວຽກໄປໄດ້ເລື້ອຍໆ ເພາະບາງເທື່ອເຮົາອາດຈໄດ້ວຽກທີ່ດີກວ່າກໍເປັນໄດ້.

 

4. ເຮັດ RESUME ໃຫ້ກົງກັບຕໍາແໜ່ງທີ່ເລືອກສະໝັກ

          ນອກຈາກທີ່ເຮົາຈະຕ້ອງເບິ່ງຄຸນສົມບັດຂອງວຽກແລ້ວວ່າກົງກັບທີ່ເຮົາມີຫຼືບໍ່ນັ້ນ ສິ່ງສໍາຄັນກໍຄືການເຮັດ RESUME ແນວໃດໃຫ້ມີຄວາມໂດດເດັ່ນມີຄວາມໜ້າສົນໃຈ.​ ດັ່ງນັ້ນ, ເຮົາຄວນທີ່ຈະປັບແຕ່ງແກ້ໄຂ RESUME ໃຫ້ມີຄວາມເໝາະສົມກັບວຽກທີ່ເຮົາສະໝັກໄປອີກດ້ວຍ.

 

5. ບໍ່ຈໍາເປັນຕ້ອງໃສ່ປະສົບການທັງໝົດ

         ຫຼາຍຄົນອາດຈະມີປະຫວັດການເຮັດວຽກທີ່ຂ້ອນຂ້າງຍາວ ຫຼື ຜ່ານງານມາແລ້ວຫຼາຍບ່ອນດ້ວຍກັນ. ດັ່ງນັ້ນ,​ເຮົາບໍ່ຄວນທີ່ຈະໃສ່ໄປທັງໝົດ ເພາະອາດຈະເຮັດຫົວໜ້າ ຫຼື ບໍລິສັດທີ່ເຮົາໄປສະໝັກຮູ້ສຶກວ່າເຮົາບໍ່ເໝາະສົມກັບຕໍາແໜ່ງວຽກທີ່ເປີດຮັບສະໝັກຢູ່ກໍອາດຈະເປັນໄປໄດ້ ເຮົາຄວນທີ່ຈະຄັດແຕ່ປະສົບການການເຮັດວຽກທີ່ສໍາຄັນ ຫຼື ກົງກັບວຽກທີ່ເຮົາກໍາລັງຈະສະໝັກນີ້.

 

6. ນຸ່ງຖືໃຫ້ເໝາະສົມກັບວຽກ

          ຄວາມປະທັບໃຈທໍາອິດຂອງການສໍາພາດວຽກກໍເປັນສິ່ງທີ່ມີຄວາມສໍາຄັນບໍ່ແພ້ໃນເລື່ອງອື່ນໆ ແລະ ສ່ວນປະກອບຫຼັກທີ່ສໍາຄັນຄື ການແຕ່ງກາຍ ກ່ອນທີ່ເຮົາຈະອອກຈາກບ້ານຄວນທີ່ຈະກວດກາຄວາມຮຽບຮ້ອຍຂອງການນຸ່ງຖືວ່າເໝາະສົມກັບຕໍາແໜ່ງທີ່ເຮົາໄປສະໝັກຫຼືບໍ່ ທີ່ສໍາຄັນຕ້ອງແຕ່ງອອກມາແລ້ວໃຫ້ເປັນມືອາຊີບອີກດ້ວຍ.

 

7. ເປັນຕົວຂອງຕົວເອງ

         ໃນເວລາທີ່ສໍາພາດເຮົາຄວນຈະເປັນຕົວຂອງຕົວເອງໃຫ້ຫຼາຍທີ່ສຸດ ເພາະບໍລິສັດຕ້ອງການຢາກຮູ້ວ່າຈະສາມາດຄາດຫວັງຫຍັງແດ່ໄດ້ຈາກເຮົາ ດັ່ງນັ້ນ, ເຮົາຄວນສະແດງຄວາມຈິງໃຈໃຫ້ຫຼາຍທີ່ສຸດ.

 

8. ເວົ້າເຖິງທັກສະການເຮັດວຽກເປັນສິ່ງທີ່ດີ

          ເມື່ອຫົວໜ້າຖາມຄໍາຖາມໃນລະຫວ່າງສໍາພາດຢູ່ນັ້ນ ໃຫ້ເຮົາຖ່າຍທອດຄວາມຊ່ຽວຊານ ແລະ ປະສົບການການເຮັດວຽກທີ່ມີອອກມາໃຫ້ໄດ້ຫູາຍທີ່ສຸດ ລວມເຖິງວິທີການຈັດການກັບສະຖານະການທີ່ບໍ່ຄາດຝັນທີ່ເຄີຍພົບໃນການເຮັດວຽກມາພ້ອມ ຫຼື ວິທີການແກ້ໄຂບັນຫາສະເພາະໜ້າທີ່ມາຕື່ມອີກ ເພາະສິ່ງເຫຼົ່ານີ້ຈະຊ່ວຍເຮັດໃຫ້ຫົວໜ້າເຫັນເຖິງວິທີການເຮັດວຽກຂອງເຮົາ ແລະ ສົນໃຈຈະຈ້າງເຮົາໃນທີ່ສຸດ.

 

9. ຢ່າເວົ້າເຖິງສິ່ງທີ່ບໍ່ດີກ່ຽວກັບຫົວໜ້າເກົ່າ

          ໃນຄວາມເປັນຈິງຂໍ້ຜິດພາດຫຼັກໆ ໃນການສໍາພາດວຽກທີ່ພົບເຫັນຫຼາຍທີ່ສຸດກໍຄື ການທີ່ເຮົາເວົ້າເຖິງຫົວໜ້າເກົ່າໃນແງ່ມຸມທີ່ບໍ່ດີອອກມາພຽງຢ່າງດຽວ ໂດຍບໍ່ເວົ້າເຖິງຂໍ້ດີເລີຍ  ແລະ ນີ້ກໍຈະເຮັດໃຫ້ເຮົາສໍາພາດວຽກບໍ່ຜ່ານໃນທັນທີ.

 

10. ການສະໝັກບ່ອນເກົ່າຫຼາຍກວ່າ 1 ຄັ້ງບໍ່ແມ່ນເລື່ອງທີ່ຜິດ

          ບໍ່ເປັນຫຍັງເລີຍຖ້າເຮົາເລືອກສະໝັກວຽກໃນຝັນຂອງຕົນເອງຫຼາຍໆຄັ້ງ ເຖິງແມ່ນວ່າຈະບໍ່ໄດ້ຮັບການຕອບຮັບຈາກບໍລິສັດທີ່ເຮົາຕ້ອງການ ແຕ່ມັນກາຍເປັນສິ່ງຊ່ວຍຜັກດັນໃຫ້ເຮົາພັດທະນາຕົນເອງໃຫ້ຫຼາຍຂຶ້ນ ເພື່ອໃຫ້ຄຸນສົມບັດຂອງເຮົາກົງຕາມຄວາມຕ້ອງການຂອງບໍລິສັດຫຼາຍຂຶ້ນ

 

 

ທີ່ມາ:​ campus.campus-star.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now

CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....