ສະໝັກວຽກໄປຫຼາຍບ່ອນ ຍັງບໍ່ມີບ່ອນໃດເອີ້ນສໍາພາດ ຄວນເຮັດແນວໃດ?

timer

remove_red_eye 5,953 views


cvConnect.la - ສະໝັກວຽກໄປຫຼາຍບ່ອນ ຍັງບໍ່ມີບ່ອນໃດເອີ້ນສໍາພາດ ຄວນເຮັດແນວໃດ?

       ເຊື່ອວ່າຍັງມີຫຼາຍຄົນທີ່ສົ່ງໃບສະໝັກງານໄປຫຼາຍບ່ອນແລ້ວ ແຕ່ບໍ່ມີບໍລິສັດ ຫຼື ອົງກອນໃດທີ່ຈະຕິດຕໍ່ກັບມາ ບາງຄົນເລີຍຄິດວ່າຕ້ອງສົ່ງໃບສະໝັກວຽກໄວ້ຫຼາຍໆບ່ອນ ບໍ່ໄດ້ບ່ອນໃດກໍຕ້ອງໄດ້ບ່ອນໜຶ່ງ ການເຮັດແບບນີ້ອາດຈະເຮັດໃຫ້ເຮົາໄດ້ວຽກ ແຕ່ວຽກທີ່ໄດ້ອາດຈະເປັນວຽກທີ່ເຮົາບໍ່ຕ້ອງການກໍເປັນໄດ້ ເພາະຈໍານວນໃບສະໝັກທີ່ສົ່ງໄປ ອາດບໍ່ສໍາຄັນເທົ່າກັບວຽກ ແລະ ອົງກອນທີ່ສະໝັກໄປນັ້ນເໝາະສົມກັບຕົວເຈົ້າເອງ.

        ຄົນທີ່ກໍາລັງຊອກວຽກຈະມັກຄິດວ່າ ຕ້ອງສະໝັກໃຫ້ໃກ້ຄຽງກັບສິ່ງທີ່ເຄີຍເຮັດມາກ່ອນ ແຕ່ການເຮັດແບບນີ້ ຈະເປັນການຈໍາກັດໂອກາດ ແລະ ທາງເລືອກຂອງຕົນເອງໃຫ້ແຄບລົງ ຖ້າຫາກເຈົ້າຍັງເປັນແບບນັ້ນຢູ່ CVCONNECT ຂໍແນະນໍາໃຫ້ເຈົ້າລອງປ່ຽນວິທີໃນການຊອກວຽກ ເພາະຕໍາແໜ່ງທີ່ເໝາະສົມກັບເຈົ້ານັ້ນ ບໍ່ຈໍາເປັນທີ່ຕ້ອງຈໍາກັດພຽງແຕ່ສາຍອາຊີບ ຫຼື ທຸລະກິດທີ່ເຈົ້າເຄີຍເຮັດມາ; ມື້ນີ້ ພວກເຮົາໄດ້ຮວບຮວມເອົາວິທີການຫາວຽກ ຫຼື ອາຊີບໃຫ້ເໝາະສົມ ຈາກການເລືອກເບິ່ງການປະກາດສະໝັກງານທີ່ໜ້າສົນໃຈ ເພື່ອຊ່ວຍໃຫ້ເຈົ້າຕັດສິນໃຈໄດ້ດີຂຶ້ນ ວ່າຄວນເລືອກວຽກແບບໃດໃຫ້ເໝາະສົມກັບຕົວເອງ, ຄຸ້ມຄ່າກັບເວລາ ແລະ ພະລັງງານທີ່ເສຍໄປ.

 

      1. ຄວາມຄາດຫວັງໃນສາຍອາຊີບ

        ທຸກຄົນຈໍາເປັນຕ້ອງມີເປົ້າໝາຍ ແລະ ຄວາມຄາດຫວັງໃນສາຍອາຊີບທີ່ຊັດເຈນ ການທີ່ຮູ້ວ່າເຮົາຕ້ອງການຫຍັງ ແລະ ຮູ້ວ່າຄວນຈະເດີນໄປໃນທິດທາງໃດນັ້ນ ເພື່ອໃຫ້ປະສົບຜົນສໍາເລັດໃນສາຍອາຊີບຈະຊ່ວຍໃຫ້ເຮົາສາມາດມຸ່ງເນັ້ນໄປທີ່ລັກສະນະຂອງວຽກນັ້ນ ແລະ ບໍລິສັດທີ່ສະເໜີໂອກາດເຫຼົ່ານີ້ໃຫ້ທັນທີ ໂດຍທີ່ບໍ່ຕ້ອງມາຄາດເດົາໄປເລື້ອຍໆ.

        ປະກາດສະໝັກງານທີ່ເຫັນກັນຫຼາຍຕາມບ່ອນຕ່າງໆ ທີ່ບໍ່ບອກລາຍລະອຽດຢ່າງຊັດເຈນເຖິງວິທີການບໍລິຫານງານ ຫຼື ຄຸນຄ່າຂອງອົງກອນ ເຊິ່ງເປັນໜ້າທີ່ຂອງຜູ້ຢາກສະໝັກເອງທີ່ຕ້ອງຄົ້ນຄວ້າເພີ່ມເຕີມ ບໍ່ວ່າຈະເປັນການເຂົ້າໄປເບິ່ງເວັບໄຊອ່ານລາຍລະອຽດຕ່າງໆຂອງບໍລິສັດ  (ຖ້າມີ) ລອງພິມຊື່ບໍລິສັດລົງໃນ Google ເບິ່ງວ່າມີຫຍັງແນ່ ແລະ ເບິ່ງກ່ຽວກັບຄວາມຄິດເຫັນທາງດ້ານບວກ ແລະ ດ້ານລົບ ທີ່ມີຕໍ່ບໍລິສັດ ຫາຂໍ້ມູນຕ່າງໆຈາກວົງໃນຖ້າເປັນໄປໄດ້ ແລະ ຢ່າລືມວ່າຂໍ້ມູນຈາກທຸກຊ່ອງທາງສາມາດຊ່ວຍເຈົ້າໄດ້.

 

      2. ທັກສະ ແລະ ປະສົບການ

      ໃນຂະນະທີ່ທັກສະ ແລະ ປະສົບການສະເພາະເຈາະຈົງເປັນສິ່ງທີ່ຈໍາເປັນຫຼາຍສໍາລັບອາຊີບສະເພາະທາງບາງປະເພດເຊັ່ນ ໄອທີ, ແພດ, ວິສະວະກອນ... ທັກສະ ແລະ ປະສົບການທີ່ສາມາດຖ່າຍທອດໄດ້ກໍມີຄຸນຄ່າສໍາລັບວຽກງານທົ່ວໄປທີ່ບໍ່ແມ່ນວິຊາຊີບສະເພາະທາງເຊັ່ນກັນ. ທັກສະ ແລະ ປະສົບການສະເພາະທາງສາມາດຮຽນຮູ້, ປູກຝັງ ແລະ ຖ່າຍທອດໄດ້ຜ່ານທາງຈັນຍາບັນ ແລະ ບຸກຄະລິກະພາບຂອງຜູ້ປະກອບວິຊາຊີບນັ້ນໆ ກັບເປັນທັກສະ ແລະ ປະສົບການທົ່ວໄປນັ້ນເອງທີ່ເຮັດໃຫ້ໂລກມີຄວາມແຕກຕ່າງ ແລະ ເປັນການຍາກຫຼາຍກວ່າທີ່ຈະຫາໃຫ້ຖືກໃຈ ແລະ ເຂົ້າກັນໄດ້ລະຫວ່າງອົງກອນກັບຜູ້ສະໝັກງານ.

        ປະເດັນສໍາຄັນທີ່ເຮົາຕ້ອງການຈະບອກຄື ຢ່າຟ້າວເມື່ອຍ ຫຼື ໝົດກໍາລັງໃຈ ແລະ ຢ່າຍຶດຕິຈົນເກີນໄປ ຖ້າຕົວເຈົ້າເອງບໍ່ມີປະສົບການໃນການເຮັດວຽກ ຫຼື ຄຸນສົມບັດບໍ່ກົງຕາມທີ່ອົງກອນ ຫຼື ບໍລິສັດນັ້ນລະບຸໄວ້ໃນການປະກາດສະໝັກງານ ແຕ່ເຈົ້າເອງຫາກມີປະສົບການໃນການຕິດຕໍ່ກັບລູກຄ້າບໍ່ວ່າຈະເປັນໃນຮູບແບບໃດກໍຕາມ ນັ້ນກໍຖືໄດ້ວ່າເຈົ້າໄດ້ຜ່ານການຈັດການກັບລູກຄ້າມາແລ້ວ ຢາກໃຫ້ລອງມຸ່ງເນັ້ນໄປທີ່ພາບລວມໃຫຍ່ຫຼາຍກວ່າທີ່ຈະໄປເຈາະຈົງກັບລາຍລະອຽດທີ່ເລັກນ້ອຍເທົ່ານັ້ນ.

 

      3. ຄວາມຮັບຜິດຊອບໃນໜ້າທີ່

        ໃນການປະກາດສະໝັກງານນັ້ນໆ ຢາກໃຫ້ເບິ່ງວ່າເປັນວຽກທີ່ຖ້າຕ້ອນຮັບເຈົ້າດ້ວຍຄວາມທ້າທາຍ ຫຼື ເປັນວຽກທີ່ອາດຈະໜ້າເບື່ອດ້ວຍກິດຈະກໍາປະຈໍາວັນ ຖ້າວຽກນັ້ນບໍ່ສາມາດສ້າງຄວາມຕື່ນເຕັ້ນ ຫຼື ແຮງບັນດານໃຈໃຫ້ກັບເຈົ້າເລີຍ,​ ກໍຄວນເອົາເວລາ ແລະ ພະລັງງານທີ່ມີໄປຫາວຽກອື່ນທີ່ເຮັດໃຫ້ເຈົ້າມີຄວາມຕື່ນເຕັ້ນຫຼາຍກວ່າ ເພາະວ່າການທີ່ໄດ້ເຮັດວຽກແລ້ວເຮັດໃຫ້ເຈົ້າມີຄວາມມ່ວນຊື່ນ ແລະ ເພີດເພີນໄປກັບມັນ ບໍ່ພຽງແຕ່ຈະເຮັດໃຫ້ຜົນງານມັນອອກມາດີເທົ່ານັ້ນ (ເຊິ່ງແນ່ນອນວ່າມັນຕ້ອງດີຕໍ່ກັບອົງກອນເຊັ່ນກັນ) ສິ່ງເຫຼົ່ານັ້ນຈະຍິ່ງເຮັດໃຫ້ເຈົ້າໄດ້ມີໂອກາດສ້າງເປົ້າໝາຍໃໝ່ ແລະ ຊ່ວຍໃຫ້ເຈົ້າກາຍເປັນມືອາຊີບອີກດ້ວຍ.

 

      4.  ວັດທະນະທໍາຂອງອົງກອນ

        ການວັດແທກວ່າອົງກອນທີ່ປະກາດສະໝັກງານມີລະບົບໃນການເຮັດວຽກ ແລະ ໃຫ້ຄູນຄ່າຂອງບຸກຄະລາກອນຫຼາຍໜ້ອຍເທົ່າໃດ,​ ສາມາດເຂົ້າກັບເຈົ້າໄດ້ຫຼືບໍ່ນັ້ນບໍ່ແມ່ນປະເດັນສໍາຄັນ. ຕົວຢ່າງ ຫາກເຈົ້າມີຄອບຄົວ ແລະ ມີລູກທີ່ຕ້ອງລ້ຽງດູ ເຈົ້າເອງກໍບໍ່ຢາກເຮັດວຽກໃນບໍລິສັດທີ່ຄາດຫວັງໃຫ້ຢູ່ເກີນເວລາຈົນຄໍ່າ ແລະ ໃນຊ່ວງເທດສະການຕ່າງໆໄດ້ຕະຫຼອດ; ເຖິງຢ່າງໃດກໍຕາມ ໃນການປະກາດສະໝັກງານຈະບໍ່ບອກເຖິງວັດທະນະທໍາຂອງອົງກອນ ຈຶ່ງເປັນໜ້າທີ່ຂອງຕົວເຈົ້າເອງທີ່ຕ້ອງໄດ້ຄົ້ນຄວ້າກ່ຽວກັບອົງກອນນັ້ນໆໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ກ່ອນທີ່ຈະຕັດສິນໃຈຍື່ນໃບສະໝັກງານນັ້ນໄປ.

 

 

ທີ່ມາ: JobsDB.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now

CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....