10 ນິໄສ ທີ່ເຮົາບໍ່ຄວນເຮັດໃນບ່ອນເຮັດວຽກ

timer

remove_red_eye 6,930 views


cvConnect.la - 10 ນິໄສ ທີ່ເຮົາບໍ່ຄວນເຮັດໃນບ່ອນເຮັດວຽກ

ຫຼາຍຄົນເຮັດວຽກຢູ່ບໍລິສັດຫຼາຍກວ່າຢູ່ບ້ານອີກ ດັ່ງນັ້ນຖ້າເຮົາບອກວ່າບໍສິສັດຄືບ້ານຫຼັງທີສອງກໍ່ບໍ່ຜິດ ເພາະເຮົາຈະໃຊ້ຊີວິດຕິດກັບການເຮັດໃນບໍລິສັດ 8-9 ຊົ່ວໂມງຕໍ່ມື້ ເຮັດໃຫ້ເຮົົາມີຄວາມຄຸ້ນເຄີຍກັບບໍລິສັດເປັນຢ່າງດີ ຈົນເຮັດໃຫ້ເປີດເຜີຍນິໄສສ່ວນຕົວເວລາທີ່ຢູ່ບ້ານອອກມາ ຊຶ່ງບາງຄົນກໍ່ມັກ ແລະບໍ່ມັກກະມີ (ຂື້ນຢູ່ກັບຄວາມຄິດແຕ່ລະຄົນ)

ໃນບົດຄວາມນີ້ ຈະພາທຸກຄົນໄປເບິ່ງ 10 ນິໄສທີ່ເຮົາບໍ່ຄວນເຮັດເມື່ອຢູ່ບໍສິສັດເດັດຂາດ

 

1. ມາເຮັດວຽກຊ້າ ບໍ່ຕົງຕໍ່ເວລາ

ຄືທີ່ຮູ້ກັນຢູ່ແລ້ວວ່າ ການໄປເຮັດວຽກຊ້າເປັນເລື່ອງທີ່ບໍ່ດີ ແລະ ບໍ່ຄວນເຮັດເປັນຢ່າງຍິ່ງ ເພາະການຕົງຕໍ່ເວລາເປັນເລື່ອງສຳຄັນ ໂດຍສະເພາະໃນເວລາເຂົ້າເຮັດວຽກ ຫຼື ເວລາມີນັດລົມວຽກກັບຜູ້ອື່ນ ດັ່ງນັ້ນນະໄສທຳອິດທີ່ເຮົາຄວນແກ້ກໍ່ຄືການໄປໄວ ແລະ ຖ້າຫາມື້ໃດເຮົາມີນັດລົມວຽກກັບລູກຄ້ານອກສະຖານທີ່ຈະຕ້ອງໄປຮອດກ່ອນເວລາຈັກໜ່ອຍ ເພື່ອເປັນການສະແດງໃຫ້ເຫັນເຖິງຄວາມສຳຄັນກັບຄົນທີເຮົາຕ້ອງໄປພົບ

 

2. ເຂົ້າປະຊຸມຊ້າ ປ່ອຍໃຫ້ຄົນອື່ນຖ້າ

ຊື່ງໃນຂໍ້ນີ້ກໍເປັນແບບດຽວກັນກັບການເຮັດວຽກຊ້າ ຫຼື ພົບລູກຄ້າຊ້າ ເພາະການເຂົ້າປະຊຸມຊ້າເປັນການສະແດງໃຫ້ເຫັນວ່າເຮົາບໍ່ໄດ້ໃຫ້ຄວາມເຄົາລົບກັບເພື່ອນຮ່ວມງານ (ການປ່ອຍໃຫ້ຄົນອື່ນຖ້າເປັນເລື່ອງທີ່ບໍ່ສຸພາບ ແລະ ບໍ່ຄວນຢ່າງຍິ່ງ)

 

3. ລາພັກຫຼາຍເກີນໄປ

ເຮົາບໍ່ໄດ້ບອກວ່າຫ້າມລາພັກຫາກບໍ່ສະບາຍ ຖ້າເຮົາບໍ່ສະບາຍແທ້ ແຕ່ຖ້າໃຜມັກລາຕະຫຼອດໃນທຸກໆເດືອນ ຫຼື ລາຕິດໆ ກັນຫຼາຍມື້ ແບບນີ້ກໍ່ບໍ່ດີໄດ໋...

 

4. ອາຫານທີ່ມີກິ່ນເໝັນໃນບ່ອນເຮັດວຽກ

ໃນບາງບໍລິສັດມີຂໍ້ຫ້າມຢ່າງຊັເຈນວ່າຫ້າມພະນັກງານນຳອາຫານມາກິນໃນຫ້ອງການເດັດຂາດ ຫຼື ໃນບາງບໍລິສັດກໍມີຍົກເວັ້ນສາມາດໃຫ້ພະນັກງານເອົາຫາຫານມາກິນໄດ້ ແຕ່ເຮົາກໍ່ບໍ່ຄວນທີ່ຈະນຳອາຫານທີ່ມີກິ່ນມາກິນໃຫ້ຫ້ອງການ ນອກຈາກຈະບໍ່ຖືກ ແລະ ຍັງເຮັດໃຫ້ປະສິດທີິພາບໃນການເຮັດວຽກໜ້ອຍລົງແລ້ວຍັງເປັນການໄປລົບກວນເພື່ອນຮ່ວມງານອີກດ້ວຍ ບໍ່ວ່າເປັນເລື່ອງສຽງໃນການກິນອາຫານ ກິ່ນອາຫານ ແລະ ຄວາມເປິເປື້ອນ

 

5. ແຕ່ງໜ້າຢູ່ໂຕະເຮັດວຽກ

ການແຕ່ງໜ້າຢູ່ໂຕະເຮັດວຽກ ອາດບໍ່ແມ່ນເລື່ອງຮ້າຍແຮງປານໃດ ແຕ່ເປັນເລື່ອງທີ່ບໍ່ຄວນເຮັດ ເພາະບໍ່ແມ່ນວ່າທຸກຄົນຈະເຫັນດີນຳ ຊຶ່ງບາງຄົນຈະເບິ່ງວ່າເປັນເລື່ອງທີ່ບໍ່ສຸພາບ ຫຼື ເບິ່ງວ່າໂຕະເຮັດວຽກມີໄວ້ເຮັດວຽກບໍ່ແມ່ນທີ່ຈະມາໃຊ້ສຳລັບການແຕ່ງໜ້າ ດັ່ງນັ້ນຖ້າຫາກເຮົາຕ້ອງການແຕ່ງໜ້າ ເພີ່ມກໍ່ຄວນໄປແຕ່ງຢູ່ຫ້ອງນ້ຳດີກວ່າ

 

6. ຕັ້ງຄຳຖາມຫຼາຍເກີນໄປ ເມື່ອໄດ້ຮັບມອບໝາຍວຽກໃໝ່

ການຕັ້ງຄຳຖາມເມື່ອໄດ້ຮັບມອບໝາຍວຽກບໍ່ແມ່ນສິ່ງທີ່ຜິດ ແຕ່ເຮົາຄວນທີ່ຈະລວບລວມຂໍ້ສົງໄສກ່ຽວກັບວຽກໃໝ່ເອົາໄວ້ ທັງໝົດກ່ອນ ແລ້ວຈຶ່ງຄ່ອຍຖາມອອກໄປ ບໍ່ແມ່ນຖາມໄປຕະຫຼອດເວລາໃນຂະນະທີ່ກຳລັງເວົ້າກັນຢູ່ ຫຼື ກຳລັງປະຊຸມວຽກກັນຢູ່ເພາະມັນຈະເຮັດໃຫ້ຄົນອື່ນຮູ້ສຶກລຳຄານໄດ້

 

7. ບໍ່ມີສະມາທິໄໃນການປະຊຸມ

ການຫຼິ້ນໂທລະສັບ ສົ່ງຂໍ້ຄວາມ ຫຼື ແຊດລົມກັບຄົນອື່ນໃນຂະນະທີ່ກຳລັງປະຊຸມຢູ່ນັ້ນ ເປັນການສະແດງໃຫ້ເຫັນວ່າເຮົາບໍ່ໃຫ້ຄວາມສຳຄັນໃນການປະຊຸມໃນຄັ້ງນີ້ເລີຍ  ແຖມຍັງເປັນການບໍ່ໃຫ້ກຽດຄົນໃນຫ້ອງປະຊຸມອີດໍກດ້ວຍ ດັ່ງນັ້ນຫາກເຮົາບໍ່ມີຄວາມຈຳເປັນ ຈະຕ້ອງໃຊ້ໂທລະສັບກໍ່ຕ້ອງຕັ້ງໃຈຟັງປະຊຸມດີກວ່າ

 

8. ເວົ້າແຊກ ຂັດຈັງຫວະຄົນອື່ນ

ການເວົ້າຂັດຈັງຫວະຖືວ່າເປັນການບໍ່ໃຫ້ກຽດ ແລະ ບໍ່ມີຄວາມເຄົາລົບຕໍ່ຄົນເວົ້າເລີຍ ເຮົາຄວນທີ່ຈະຖ້າໃຫ້ເຂົາເວົ້າຈົບສາກ່ອນຈຶ່ງຄ່ອຍເວົ້າຫຼືຖາມຈະດີກວ່າ...

 

9. ຂີ້ອວດເກີນໄປກໍ່ບໍ່ດີ

ການທີ່ເຮົາຮູ້ສຶກພາກພູມໃຈໃນຄວາສຳເລັດຂອງຕົນເອງເປັນສິ່ງທີ່ດີ ແລະ ຢາກຈະແບ່ງປັນເລື່ອງດີໆ ແບບນີ້ໃຫ້ຜູ້ອື່ນໄດ້ຮັບຮູ້ ແຕ່ການທີ່ເຮົາແຊສິ່ງເຫຼົ່ານີ້ຫຼາຍເກີນໄປກໍ່ຈະກາຍເປັນຄົນທີ່ໂອ້ອວດ ແລະ ໃນທີ່ສຸດໝູ່ໆ ໃນບໍລິສັດກໍ່ບໍ່ຢາກຈະເວົ້ານຳ

 

10. ສອດຮູ້ສອດເຫັນຈົນເກີນໄປ

ຈົ່ງຮູ້ໄວ້ວ່າມີເສັ້ນບາງໆຂັ້ນລະຫວ່າງຄວາມຢາກຮູ້ຢາກເຫັນ ແລະ ການສອດຮູ້ສອດເຫັນ ຊຶ່ງເຮົາບໍ່ຄວນທີ່ຈະຂ້າມເສັ້ນນີ້ໄປ ເພາະມັນຈະເຮັດໃຫ້ທ້າຍສຸເຮົາຈະກາຍເປັນຄົນທີ່ບໍ່ມີໃຜຄົບຫຼືອາດຈະເລົ່າເລື່ອງຕ່າງໆໃຫ້ຟັງ

 

Cr: campus.campus-star.com

Tags:

Share on your timeline:


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....