7 ສິ່ງທີ່ໄດ້ຮຽນຮູ້ຈາກການສຳພາດ ແລ້ວບໍ່ໄດ້ວຽກ

timer

remove_red_eye 7,123 views


cvConnect.la - 7 ສິ່ງທີ່ໄດ້ຮຽນຮູ້ຈາກການສຳພາດ ແລ້ວບໍ່ໄດ້ວຽກ

ຖ້າທ່ານເປັນຄົນທີ່ບໍ່ວ່າຈະສຳພາດຈັກຄັ້ງກໍ່ຜ່ານຕະຫຼອດ ກໍ່ຂໍສະແດງຄວາມຍະນດີນຳ ແຕ່ຖ້າໃຜເດີນສາຍສຳພາດມາເປັນ 10 ຄັ້ງ ແຕ່ກໍ່ບໍ່ຜ່ານຕະຫຼອດ ກໍ່ຢ່າຟ້າວທໍ້ໄປ ເພາະການຖືກປະຕິເສດກໍ່ອາດຈະບໍ່ມີຂໍ້ເສຍຢ່າງດຽວ ແຕ່ເປັນປະສົບການ ເປັນບົດຮຽນທີ່ເຮົາຈະໄປປັບໃຊ້ໃນການສຳພາດຄັ້ງຕໍ່ໄປ ລອງມາເບິ່ງ 7ສິ່ງທີ່ຮຽນຮູ້ຈາກການ ສຳພາດວຽກ ແລ້ວບໍ່ໄດ້ວຽກ ເປັນທັກນິກເລັກໆນ້ອຍໆ ລອງເອົາໄປໃຊ້ກັນເພື່ອເທື່ອໜ້າຈະໄດ້ຜ່ານ!

 

ຄວາມໝັ້ນໃຈສຳຄັນທີ່ສຸດ

ຮູ້ບໍ່ວ່າຄວາມໝັ້ນໃຈເປັນໂຕເສີມສ້າງສະເນ່ໃນຕົວເຮົາ ລອງຄິດເບິ່ງວ່າຖ້າເຮົາບໍ່ໝັ້ນໃຈໃນຕົວເອງ ແລ້ວເຮົາຈະເຮັດໃຫ້ຄົນອື່ນໝັ້ນໃນຕົວເຮົາເອງໄດ້ແນວໃດ? ບໍລິສັດສ່ວນຫຼາຍມັກຄົນທີ່ມີຄວາມໝັ້ນໃຈ ເພາະເວລາເຮັດວຽກຈະສາມາດຕັດສິນໃຈຫຍັງໄດ້ດ້ວຍຕົວເອງ ກ້າທີ່ຈະສະແດງສັກກະຍະພາບຂອງຕົວເອງອອກມາຢ່າງເຕັມທີ່ ກ້າສະແດງຄວາມເຫັນ ການທີ່ທ່ານຖືກເອີ້ນໄປສຳພາດກໍ່ສະແດງວ່າທາງບໍລິສັດເຫັນຫຍັງໃນຕົວທ່ານ ຈາກ ຊີວະປະຫວັດ ທີ່ສົ່ງໄປ ເພາະດັ່ງນັ້ນຈົ່ງຄິດໄວ້ສະເໜີວ່າ ເຮົາກໍ່ມີດີຄືກັນ ເຖິງຄຳຖາມໃດທີ່ເຮົາບໍ່ໝັ້ນໃຈ ກໍ່ຈົ່ງຕອບໄປວ່າ ບໍ່ໝັ້ນໃຈ ແຕ່ພະຍາຍາມໃຫ້ດີທີ່ສຸດ!

 

ແຕ່ກໍຢ່າໝັ້ນໃຈເກີນໄປ

ຄວາມໝັ້ນໃຈສຳຄັນທີ່ສຸດກໍ່ແມ່ນຢູ່ ແຕ່ຖ້າໝັ້ນໃຈເກີນໄປກໍ່ລະວັງ ບໍ່ມີໃຜມັກຄົນທີ່ມີຄວາໝັ້ນໃຈໃນໂຕເອງຫຼາຍເກີນໄປ ແລະ ໜ້ອຍຄົນທີ່ຈະເຫັນຄວາມອີໂກ້ສູງຂອງທ່ານເປັນເລື່ອງໜ້າຍິນດີ ແຕ່ຖ້າສຳພາດວຽກຍັງໂຊໄດດ້ຂະໜາດນີ້ ແລ້ວຕອນທີ່ມາເຮັດວຽກຮ່ວມກັນຈະເທົ່າໃດ

 

ຫາຂໍ້ເສຍຂອງໂຕເອງໃຫ້ພົບ

ຄຳຖາມຍອດຮິດ ທີ່ຕ້ອງເຈີທຸກຄັ້ງທີ່ສຳພາດວຽກ ຄົງໜີບໍ່ພົ້ນ ຈົ່ງບອກຂໍ້ເສຍຂອງຕົວເອງ ແນ່ນອນວ່າຖ້າເຮົາຮູ້ຕົວເອງວ່າເຮົາມີຂໍ້ເສຍບ່ອນໃດແດ່ ແລະ ເຮົາຮູ້ວ່າສາມາດປ່ຽນກາຍເປັນຈຸເແຂງໄດ້ແນວໃດ ໃຜໆ ກໍ່ຢາກໄດ້ເຮົາໄປຮ່ວມທີມນຳໝົດ

 

ຢາກຮູ້ຫຍັງກໍ່ຖາມ (ເຖິງບໍ່ຢາກຮູ້ກໍ່ຄວນຖາມ)

ບາງຄົນບໍ່ກ້າຖາມ ເພາະຢ້ານຄຳຖາມທີ່ຖາມຈະບໍ່ເໝາະສົມ ແຕ່ຄວາມຈິງແລ້ວ ການຖາມຄຳຖາມຈະສະແດງໃຫ້ເຫັນວ່າທ່ານສົນໃຈໃນຕຳແໜ່ງນີ້ ໃນບໍລິສັດນີ້ ບໍ່ວາຖາມເຖິງວັດທະນະທຳອົງກອນ ຮູບການເຮັດວຽກຂອງຫົວໜ້າ ຫຼື ຖ້າໃຜບໍ່ຮູ້ຈະຖາມແທ້ໆ ກໍ່ລອງຖາມວ່າຈະສາມາດຮູ້ຜົນການສຳພາດໄດ້ເມື່ອໃດເປັນການສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງເຮົສໄດ້ຄືກັນ

 

ຮູ້ຂໍຄຳຕິຊົມ

ເຄີບບໍ່ ສຳພາດວຽກແລ້ວບໍ່ຮູ້ວ່າເຮົາຜິດພາດບ່ອນ... ຄັ້ງຕໍ່ໄປ ສຳພາດແລ້ວລອງຂໍຄຳເຫັັນຈາກຄົນສຳພາດ ຫຼືບໍ່ກໍ່ຫຼັງຈາກທີ່ຮູ້ວ່າສຳພາດບໍ່ຜ່ານກໍ່ຍິ່ງດີ ເພາະເຮົາຈະໄດ້ເອົາຂໍ້ພົກຜ່ອງເຫຼົານັ້ນໄປປັບປຸງ ແກ້ໄຂ ໃວ້ໃຊ້ໃນການສຳພາດຄັ້ງຕໍ່ໄປ

 

ເປັນຕົວຂອງຕົວເອງດີທີ່ສຸດ

ເພາະຄົນສຳພາດສະຫຼາດພໍທີ່ຈະຮູ້ວ່າການກະທຳທີ່ເຮົາເຮັດຕໍ່ໜ້າເຂົາ ແລະ ຄຳຕອບຂອງເຮົາ ມັນຄືການສະແດງ!ຫຼືແມ້ວ່າຄົນສຳພາດຈະຈັບບໍ່ໄດ້ ແຕ່ລອງຄິດເບິ່ງວ່າ ເຮົາມາເຜີຍທາດແທ້ຕາມຫຼັງ ມັນກໍ່ຄົງບໍ່ດີ

ທີ່ມາ: lifehack

Written by: Typrn

 

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now

CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....