6 ສິ່ງທີ່ຫ້າມພາດ ກ່ອນໄປສຳພາດ

timer

remove_red_eye 8,198 views


cvConnect.la - 6 ສິ່ງທີ່ຫ້າມພາດ ກ່ອນໄປສຳພາດ

ທຸກມື້ນີ້ ສະໝັກວຽກໄວ້ຫຼາຍກວ່າຈະຖືກເອີ້ນໄປສຳພາດບໍ່ແມ່ນເລື່ອງງ່າຍ ດັ່ງນັ້ນມາລອງສຳຫຼວດ ແລະ ຕຽມຕົວບໍ່ໃຫ້ພາດ ກ່ອນໄປສຳພາດ

1. ຮູ້ວິທີການແຕ່ງກາຍ ແລະ ມາລະຍາດທີ່ດີ

ບຸດຄະລິກພາບພາຍນອກນັ້ນກໍ່ມີຄວາມສຳຄັນບໍ່ແພ້ທັກສະຄວາມສາມາດ ບໍ່ວ່າຈະເປັນການແຕ່ງກາຍ ສີໜ້າ ທ່າທາງ ແລະ ການເວົ້າຈາ ລ້ວນເປັນສິ່ງທີ່ເຮັດໃຫ້ເກີດຄວາມປະທັບໃຈແກ່ຜູ້ສຳພາດ ການແຕ່ງກາຍໃຫ້ເພາະສົມຈະສະທ້ອນເຖິງບຸກຄະລິກກະພາບ ແລະ ບົ່ງບອກນິໄສວ່າເປັນຄົນປະເພດໃດ ຜູ້ສະໝັກຄວນແຕ່ງກາຍໃຫ້ສະອາດ ເໜາະສົມ ມີກາລະເທສະ ໂດຍສະເພາະຢ່າງຍິ່ງການສຳພາດຂອງອົງກອນໃຫຍ່ ທີ່ມີຄູ່ແຂ່ງຈຳນວນຫຼາຍຫາກທ່ານມີບຸກຄະລິກກະພາບທີ່ດີ ແລະ ສ້າງຄວາມປະທັບໃຈໃນຄັ້ງທຳອິດທີ່ເຫັນ ແນ່ນອນວ່າຜູ້ສຳພາດຈະເທໃຈໃຫ້ທ່ານກວ່າເຄິ່ງແລ້ວ

ດັ່ງນັ້ນ ກ່ອນສຳພາດວຽກຈຶ່ງຕ້ອງສຳຫຼວດບຸກຄລິກກະພາບຂອງຕົນເສຍກ່ອນ ເພື່ອຈະໄດ້ປັບປຸງໃນສ່ວນທີ່ມີປັນຫາ ເຊັ່ນ ຫາກມີປັນຫາເລື່ອງການຍ່າງ ກໍ່ຊ້ອມຍ່າງໜ້າແວ່ນ ໃຫ້ຄົນໃນບ້ານເບິ່ງ ຫາກມີບັນຫາເລື່ອງການເວົ້າ ຕ້ອງຝຶກຢູ່ໜ້າແວ່ນ ຫຼືໜ້າວິດີໂອ ຈົນຝຶກໃຫ້ໄດ້ຢ່າງໜັ້ນໃຈ ແລະ ເປັນທຳມະຊາດ ຫາກເປັນຄົນທີ່ບໍ່ຄອຍຍຶິ້ມ ກໍ່ຕ້ອງຝຶກຍິ້ມຫຼາຍຂື້ນ ຂໍ້ນີ້ສຳຄັນຫຼາຍ

ການແຕ່ງກາຍສຳລັບຜູ້ຊາຍ : ບໍ່ຄວນໃສ່ໂສ້ງຢີນ ເພາະບໍ່ສຸພາບ ຄວນໃສ່ໂສ້ງສຸພາບ ເສື້ອເຊີດຜູກໄທ້ ແລະ ບໍ່ຄວນພັບແຂນເສື້ອເດັດຂາດ ພ້ອມສາຍແອວ ເກີບຄວນໃສ່ເກີບສີດຳຫຼືສີສຸພາບ

ການແຕ່ງກາຍສຳລັບຜູ້ຍິງ : ຄວນໃສ່ເສື້ອລຽບໆ ເຊັ່ນ ຂາວ ຄຣີມ ຫຼື ສີອ່ອນໆ  ແລະ ໃສ່ສິ້ນ ໃສ່ເກີບສີດຳ

2. ຮູ້ຈັກອົງກອນ

ວິທີຮູ້ຈັກອົງກອນໄດ້ດີ ແລະ ງ່າຍທີ່ສຸດໃນປັດຈຸບັນ ຄືອິນເຕີເນັດ ເວັບໄຊຂອງອົງກອນ ຫຼື ຊ່າວຕ່າງໆ ທີ່ກ່ຽວຂ້ອງກັບອົງກອນ ສິ່ງທີ່ຄວນຮູ້ຄື ປະຫວັດອົງກອນ ໂຄງສ້າງອົງກອນ ວິໃສທັດຂອງອົງກອນ ຊື່ງເຮັດໃຫ້ທ່ານຮູ້ວ່າຈຸດມຸ່ງໝາຍ ແລະ ຄວາມມຸ່ງຫວັງຂອງອົງກອນຈະເປັນທິດທາງໃດ ຊື່ງສົ່ງຜົນຕໍ່ຄຳຖາມສຳພາດຂອງອົງກອນ ແລະ ທ່ານສາມາດຕຽມຄຳຕອບລ່ວງໜ້າໄດ້ໄດ້ໃນລະດັັບໜຶ່ງເຊັ່ນທ່ານສາມາດຊ່ວຍອົງກອນໄປເຖິງເປົ້າໝາຍ ແລະ ດຳເນີນວິໃສທັດແນວໃດ ນອກຈາກນີ້ຫາກທ່ານມີຄົນຮູ້ຈັກຄົນຢູ່ໃນອົງກອນກໍ່ສາມາດຖາມຂໍ້ມູນຈາກຄົນນັ້ນໃຫ້ເລິກຫຼາຍຂື້ນ

3 .ຮູ້ຈັກຕົວເອງ

ລອງຖາມຕົວທ່ານເອງວ່າມີຄວາມສາມາດໃດ ມີຂໍ້ດີເລື່ອງຫຍັງ ສາມາດຊ່ວຍເຫຼືອອົງກອນແນວດໃ ແລະ ດຶງສິ່ງເຫຼົ່ານັ້ນມານຳສະເໜີໃຫ້ຜູ້ສຳພາດໄດ້ຮູ້ຈັກ ແລະ ເຫັນ ເພື່ອສ້າງຄວາມສົນໃຈ ແລະ ຢາກຈ້າງທ່ານ

4. ຮູ້ຈັກຄຳຖາມ

ທ່ານຄວນສະແດງຄວາມສົນໃຈ ແລະ ກະຕືລືລົ້ນຕໍ່ບໍລິສັດດ້ວຍການຖາມຄຳຖາມ ສຸດທ້າຍ ຫຼື “ເຈົ້າມີຫຍັງອີກບໍ່ໍ່?” ດັງນັ້ນທ່ານຄວນຕຽມຄຳຖາມດີໆ ທີ່ກ່ຽວຂ້ອງກັບບໍລິສັດໄວ້ສຳລັບການນີ້ນຳ

5. ຮູ້ວິທີຕອບຄຳຖາມ

ຕຽມຄຳຕອບທີ່ດີທີ່ສຸດສຳລັບການຕອບຄຳຖາມສຳພາດໂດຍການເສີບຄຳຖາມທີ່ມັກນິຍົມຖາມໃນການສຳພາດ ຫາກຍັງບໍ່ມີໄອເດຍເລື່ອງຄຳຕອບກໍ່ລອງມາປັບໃຫ້ເຂົ້າກັບຕົວທ່ານຫຼາຍທີ່ສຸດ ແລະ ເປັນທຳມະຊາດນຳ ຊ້ອມຖາມຕອບທຸກມື້ເພື່ອແລກກັບວຽກທີ່ທ່ານຄອຍມາດົນ ນັ້ນຄຸ້ມຄ່າຫຼາຍ

6. ຕົງຕໍ່ເວລາ

ສິ່ງສຳຄັນບໍ່ຕ່າງຈາກການຕອບຄຳຖາມສຳພາດ ແລະ ການແຕ່ງກາຍຄື ຄວາມຕົງຕໍ່ເວລາ ຄວນໄປເຖິງກ່ອນເວລາສຳພາດປະມານ 10 ນາທີ ບໍ່ຄວນໄປເຖິງກ່ອນເວລາເປັນເວລາດົນເພາະບາງບໍລິສັດອາດຍັງບໍ່ພ້ອມ ຫຼື ບໍ່ສະດວກທີ່ມາຮັບຮອງຜູ້ສະໝັກໃນເວລານັ້ນ ແລະ ບໍ່ຄວນໄປຊ້າເກີນໄປຈົນເຮັດໃຫ້ຈົນເຮັດໃຫ້ເສຍເວລາຊື່ງອາດສົ່ງຜົນກະທົບຕໍ່ຜູ້ສະໝັກຄົນຕໍ່ໄປທີ່ຕ້ອງໄດ້ສຳພາດຕໍ່ຈາກທ່ານດັ່ງນັ້ນຄວາມປະທັບໃຈຄັ້ງທຳອິດບໍ່ຄວນທີ່ຈະໃຫ້ນາຍຈ້າງຈື່ທ່ານວ່າເປັນຄົນທີ່ບໍ່ຕົງຕໍ່ເວລາຈະດີກວ່າ ເມື່ອຮູ້ແບບນີ້ແລ້ວ ຂໍ້ນີ້ບໍ່ແມ່ນເລື່ອງຍາດສຳລັບຄົນທີ່ພ້ອມຈະເຮັດວຍກຢູ່ແລ້ວ

ທ່ານຄິດວ່າຕົວເອງຕຽມຄວາມພ້ອມຄົບທັງ 6 ຂໍ້ກ່ອນໄປສຳພາດວຽກ ຫຼື ຍັງ ອາດຈະເບິ່ງເປັນເລື່ອງງ່າຍໆ ທີຫຼາຍຄົນອາດຮູ້ຢູ່ແລ້ວ ແຕ່ໜ້າເສຍດາຍຄື ເຮົາມັກຈະເບິ່ງຂ້າມໄປເລື່ອງທີ່ຄິດວ່າເປັນເລື່ອງງ່າຍໆ ໃຫ້ໃຫ້ຕ້ອງພາດໂອກາດຈາກການໄດ້ວຽກດີໆ ໄປກໍ່ເປັນໄດ້

 

Cr: ejoblive.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now

CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....