Bigtree trading company limited

ຜູ້ຊ່ວຍ ບັນຊີ

Bigtree trading company limited

Find all jobs of Bigtree trading company limited

location_on Ban Sibounhueng, Chanthabuly District, Vientiane Capital

language Language

timer Posted: 1 dayago

date_range 13/01/2026 to 19/01/2026


Company Industry

ກາເຟລາວ ຄຸນນະພາບຈາກພູພຽງບໍລະເວນ

ທີຄອຟເລີ່ມຕົ້ນດ້ວຍເຫດຜົນໃຫຍ່ໆຄື ເຮົາຕ້ອງການໃຫ້ຄົນລາວໄດ້ມີກາເຟທີ່ຄຸນນະພາບໃຫ້ດື່ມທີ່ເຮັດໂດຍຄົນລາວແທ້ໆ ນຳໃຊ້ເມັດຈາກປາກຊ່ອງ ພ້ອມດ້ວຍເມນູທີ່ຄິດ ແລະ ສ້າງສັນໃຫ້ຖືກກັບລົດຊາດທີ່ຄົນລາວເຮົາມັກ

ພວກເຮົານຳໃຊ້ເມັດກາເຟສາຍພັນອາຣາບິກ້າ 100% ໂດຍທີ່ບໍ່ປະສົມກັບສາຍພັນອື່ນເພື່ອໃຫ້ລົດຊາດອອກມານຸ້ມ ແລະ ດື່ມງ່າຍສຳຫຼັບຄົນທີ່ເລີ່ມຕົ້ນດື່ມກາເຟທຣີຄອຟຈະຕອບໂຈດທ່ານທີ່ສຸດ

ທຣີຄອຟເປີດສາຂາທຳອິດ ສາຂາ ໂພນທັນ (ຕິດກັບບໍລິສັດກຸງສີເຊົ່າສິນເຊື່ອ) ທີ່ ບ້ານ ໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນໃນວັນທີ່ 11/11/2021 ແລະ ໃນປີ 2024 ນີ້ເຮົາຈະມີສາຂາເຖິງ 20 ສາຂາ ເພື່ອຮອງຮັບການເຕີບໂຕຂອງລູກຄ້າເຮົາ

ທີມງານທຣີຄອຟປະກອບດ້ວຍໄວໜຸ່ມລາວທີ່ຕັ້ງໃຈຕ້ອງການສ້າງແບຣນກາເຟທີ່ໂດ່ງດັງໄປທົ່ວໂລກ ເຮົາຫວັງວ່າທ່ານຈະມັກໃນລົດຊາດກາເຟເຮົາເໝືອນດັ່ງທີ່ລູກຄ້າເຮົາຫຼາຍຄົນໄດ້ລອງມາແລ້ວ

 

Website: https://treekoff.coffee

ເບີໂທຕິດຕໍ່: 020 99379170

Whatsapp: 020 99379170

Job Description:

**** ເງື່ອນໄຂ ແລະ ຄຸນສົມບັດ

  1. ເພດຍິງ ຫຼື ຊາຍ ຕ້ອງມີອາຍຸ 20 ປີ ຂື້ນໄປ ສໍາລັບຜູ້ທີ່ມາເລີ່ມວຽກໃໝ່;
  2. ຈົບວິຊາຊີບສາຂາ ບັນຊີ-ການເງິນ, ການທະນາຄານ ຫຼື ບໍລິຫານທຸລະກິດ ລະດັບຊັ້ນສູງຂຶ້ນ ໄປ;
  3. ຕ້ອງມີປະສົບການເຮັດວຽກມາກ່ອນ 1 ປີຂຶ້ນໄປ ໃນສາຍອາຊີບທີ່ຮຽນມາ ແລະ ມີປະສົບການລົງບັນຊີໃນລະບົບ;
  4. ສາມາດເຮັດວຽກເປັນທີມກັບເພື່ອນຮ່ວມງານ ແລະ ເຮັດວຽກພາຍໃຕ້ຄວາມກົດດັນໄດ້;
  5. ເປັນຄົນຊື່ສັດ ຕໍ່ກັບໜ້າວຽກຂອງຕົນເອງ ແລະ ບໍ່ເຄີຍຕ້ອງໂທດມາກ່ອນ;
  6. ສາມາດເຮັດວຽກລ່ວງເວລາໄດ້, ອອກຕ່າງແຂວງໄດ້.

**** ໜ້າທີ່ ແລະ ຄວາມຮັບຜິດຊອບ

  1. ກວດກາລາຍການຮັບເງິນຈາກການຂາຍສິນຄ້າ ສາຂາຫຼັກ ເປັນລາຍວັນທຽບໃສ່ ບັນຊີການເຄື່ອນໄຫວທຸລະກຳທາງທະນາຄານ (Bank Statement) ໃຫ້ຖືກຕ້ອງ;
  2. ກວດກາ ແລະ ຕິດຕາມເຂົ້າເລກທີເອກະສານຈາກພະແນກອື່ນໆເຊັ່ນ: ໃບເບີກຄ່າໃຊ້ຈ່າຍ, ໃບສະເໜີຕ່າງໆ ໃຫ້ຖືກຕ້ອງ;
  3. ສາມາດເຮັດວຽກແທນພະນັກງານທີ່ລາພັກໄດ້;
  4. ເຮັດວຽກຕາມການມອບໝາຍຂອງຫົວໜ້າສາຍງານຂອງຕົນ.

ສົນໃຈສົ່ງ CV ສະໝັກມາໄດ້ທີ່ເບີ 020 99379170

                                            020 52959517

Search more jobs on full job listing page: All available jobs



Salary

$200 to $300

Deadline

19/01/2026


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....