
Find all jobs of Bigtree trading company limited
location_on Ban Sibounhueng, Chanthabuly District, Vientiane Capital
language Language
timer Posted: 2 dayago
date_range 15/09/2026 to 28/09/2026
Company Industry
ກາເຟລາວ ຄຸນນະພາບຈາກພູພຽງບໍລະເວນ
ທີຄອຟເລີ່ມຕົ້ນດ້ວຍເຫດຜົນໃຫຍ່ໆຄື ເຮົາຕ້ອງການໃຫ້ຄົນລາວໄດ້ມີກາເຟທີ່ຄຸນນະພາບໃຫ້ດື່ມທີ່ເຮັດໂດຍຄົນລາວແທ້ໆ ນຳໃຊ້ເມັດຈາກປາກຊ່ອງ ພ້ອມດ້ວຍເມນູທີ່ຄິດ ແລະ ສ້າງສັນໃຫ້ຖືກກັບລົດຊາດທີ່ຄົນລາວເຮົາມັກ
ພວກເຮົານຳໃຊ້ເມັດກາເຟສາຍພັນອາຣາບິກ້າ 100% ໂດຍທີ່ບໍ່ປະສົມກັບສາຍພັນອື່ນເພື່ອໃຫ້ລົດຊາດອອກມານຸ້ມ ແລະ ດື່ມງ່າຍສຳຫຼັບຄົນທີ່ເລີ່ມຕົ້ນດື່ມກາເຟທຣີຄອຟຈະຕອບໂຈດທ່ານທີ່ສຸດ
ທຣີຄອຟເປີດສາຂາທຳອິດ ສາຂາ ໂພນທັນ (ຕິດກັບບໍລິສັດກຸງສີເຊົ່າສິນເຊື່ອ) ທີ່ ບ້ານ ໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນໃນວັນທີ່ 11/11/2021 ແລະ ໃນປີ 2024 ນີ້ເຮົາຈະມີສາຂາເຖິງ 20 ສາຂາ ເພື່ອຮອງຮັບການເຕີບໂຕຂອງລູກຄ້າເຮົາ
ທີມງານທຣີຄອຟປະກອບດ້ວຍໄວໜຸ່ມລາວທີ່ຕັ້ງໃຈຕ້ອງການສ້າງແບຣນກາເຟທີ່ໂດ່ງດັງໄປທົ່ວໂລກ ເຮົາຫວັງວ່າທ່ານຈະມັກໃນລົດຊາດກາເຟເຮົາເໝືອນດັ່ງທີ່ລູກຄ້າເຮົາຫຼາຍຄົນໄດ້ລອງມາແລ້ວ
Website: https://treekoff.coffee
ເບີໂທຕິດຕໍ່: 020 99379170
Whatsapp: 020 99379170
Job Description:
****** ເງືອນໄຂ ແລະ ຄຸນສົມບັດ
1. ບໍ່ຈຳກັດເພດ ອາຍຸເລີ່ມຕົ້ນ 18-35 ປີ
2. ວຸດທິການສຶກສາແມ່ນຈົບຊັ້ນສູງຂຶ້ນໄປ ສາມາດສື່ສານພາສາອັງກິດໄດ້ຂັ້ນພື້ນຖານ
4. ຕົງຕໍ່ເວລາ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານສູງ
5. ສາມາດນຳໃຊ້ ໂປຣແກຣມ Microsoft office ໄດ້
6. ເຮັດວຽກປະຈຳບ່ອນດຽວ ແລະ ສາມາດເຮັດວຽກລ່ວງເວລາໄດ້
7. ມີຄວາມຮັກມັກດ້ານການບໍລິການ
8. ມີປະສົບການມາກ່ອນພິຈາລະນາເປັນພິເສດ
****** ໜ້າທີ່ຄວາມຮັບຜິດຊອບ
1. ເບິ່ງຄວາມເປັນລະບຽບຮຽບຮ້ອຍພາຍໃນຮ້ານ ທັງເລື່ອງພະນັກງານ ແລະ ຄຸນນະພາບມາດຕະຖານເຄື່ອງດື່ມ;
2. ເຊັກສະຕ໋ອກວັດຖຸດິບພາຍໃນຮ້ານບໍ່ໃຫ້ຂາດທັງເຄື່ອງສາງ ແລະ ເຄື່ອງຊື້ນອກ;
3. ເກັບກໍາຄ່າໃຊ້ຈ່າຍຕ່າງໆພາຍໃນຮ້ານເຊັ່ນ: ເຄື່ອງສາງ, ວັດຖຸດິບຊື້ນອກ ແລະ ເອົາເງິນຍອດຂາຍໄປເຂົ້າທະນາຄານທຸກໆມື້;
4. ເກັບກຳອຸປະກອນເຄື່ອງໃຊ້ພາຍໃນຮ້ານບໍ່ໃຫ້ຕົກເຮ່ຍເສຍຫາຍ;
5. ຕິດຕາມການເຂົ້າວຽກ-ອອກວຽກ, ການລາພັກວຽກຕ່າງໆຂອງພະນັກງານ ແລະ ການໄລ່ເງິນເດືອນ;
6. ມີການໂປໂໝດຮ້ານລົງ Social ຕ່າງໆເຊັ່ນ: Facebook, Tiktok ເພື່ອກະຈາຍຂໍ້ມູນໃຫ້ລູກຄ້າໄດ້ຮັບຮູ້;
7. ຮັບຜິດຊອບໜ້າວຽກພາຍໃນຮ້ານຕາມທີ່ໄດ້ຖືກມອບໝາຍ ແລະ ສະໜອງຂໍ້ມູນຕ່າງໆໃຫ້ກັບບໍລິສັດ.
ສາຂາທີ່ຍັງຕ້ອງການ:
1. ໜອງບອນ
2. ນາໄຊ
3. ດົງຄຳຊ້າງ
4. ໜອງວຽງຄຳ
5. ສົມຫວັງ
6. ໜອງໜ້ຽວ
7. ໂນນທອງ
8. ນາຄວາຍ
9. ໄຊມຸງຄຸນ
10. ສົງເປືອຍ
11. ດົງຈອງ
12. ໜອງຈັນ
13. ໂຄກສີວິໄລ
14. ຈັນສະຫວ່າງ
15. ທົ່ງປົ່ງ
16. ໜອງໄຮ
17. ໂພນສະຫວັນ
18. ຕານມີໄຊ
19. ທົ່ງພານທອງ
20. ປາກເຊ
Search more jobs on full job listing page: All available jobs
Salary
$300 to $400
Deadline
28/09/2026
| Job Status | Available |
| Job Type | Full-Time |
| Job Functions | Customer Service / Receptionist |
RECENT JOBS IN Bigtree trading company limited
Security
Purchasing / Supply Chain
Legal
JOBS YOU MAY LIKE
Chef / Chef Assistant
Restaurant Manager