
Find all jobs of Bigtree trading company limited
location_on Ban Sibounhueng, Chanthabuly District, Vientiane Capital
language Language
timer Posted: 1 weekago
date_range 10/11/2026 to 25/11/2026
Company Industry
ກາເຟລາວ ຄຸນນະພາບຈາກພູພຽງບໍລະເວນ
ທີຄອຟເລີ່ມຕົ້ນດ້ວຍເຫດຜົນໃຫຍ່ໆຄື ເຮົາຕ້ອງການໃຫ້ຄົນລາວໄດ້ມີກາເຟທີ່ຄຸນນະພາບໃຫ້ດື່ມທີ່ເຮັດໂດຍຄົນລາວແທ້ໆ ນຳໃຊ້ເມັດຈາກປາກຊ່ອງ ພ້ອມດ້ວຍເມນູທີ່ຄິດ ແລະ ສ້າງສັນໃຫ້ຖືກກັບລົດຊາດທີ່ຄົນລາວເຮົາມັກ
ພວກເຮົານຳໃຊ້ເມັດກາເຟສາຍພັນອາຣາບິກ້າ 100% ໂດຍທີ່ບໍ່ປະສົມກັບສາຍພັນອື່ນເພື່ອໃຫ້ລົດຊາດອອກມານຸ້ມ ແລະ ດື່ມງ່າຍສຳຫຼັບຄົນທີ່ເລີ່ມຕົ້ນດື່ມກາເຟທຣີຄອຟຈະຕອບໂຈດທ່ານທີ່ສຸດ
ທຣີຄອຟເປີດສາຂາທຳອິດ ສາຂາ ໂພນທັນ (ຕິດກັບບໍລິສັດກຸງສີເຊົ່າສິນເຊື່ອ) ທີ່ ບ້ານ ໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນໃນວັນທີ່ 11/11/2021 ແລະ ໃນປີ 2024 ນີ້ເຮົາຈະມີສາຂາເຖິງ 20 ສາຂາ ເພື່ອຮອງຮັບການເຕີບໂຕຂອງລູກຄ້າເຮົາ
ທີມງານທຣີຄອຟປະກອບດ້ວຍໄວໜຸ່ມລາວທີ່ຕັ້ງໃຈຕ້ອງການສ້າງແບຣນກາເຟທີ່ໂດ່ງດັງໄປທົ່ວໂລກ ເຮົາຫວັງວ່າທ່ານຈະມັກໃນລົດຊາດກາເຟເຮົາເໝືອນດັ່ງທີ່ລູກຄ້າເຮົາຫຼາຍຄົນໄດ້ລອງມາແລ້ວ
Website: https://treekoff.coffee
ເບີໂທຕິດຕໍ່: 020 99379170
Whatsapp: 020 99379170
Job Description:
***ເງື່ອນໄຂ ແລະ ຄຸນສົມບັດ ບາຣິສຕ້າ:
1. ບໍ່ຈຳກັດເພດ ອາຍຸເລີ່ມຕົ້ນ 18-30ປີ
2. ວຸດທິການສຶກສາແມ່ນຈົບມໍ7ຂຶ້ນໄປ, ສາມາດສື່ສານພາສາອັງກິດໄດ້ຂັ້ນພື້ນຖານ
3. ມັກຮັກທາງດ້ານການບໍລິການ, ສາມາດເຮັກດວຽກເປັນທີມໄດ້ ແລະ ສາມາດເຮັດວຽກພາຍໃຕ້ຄວາມກົດດັນໄດ້
4. ມີຄວາມຮັບຜິດຊອບຕໍ່ໜ້າວຽກ, ດຸໝັ່ນ, ອົດທົນ ແລະ ຕົງຕໍ່ເວລາ
5. ຖ້າມີປະສົບການທາງດ້ານຮ້ານກາເຟມາກອນ ຈະພິຈາລະນາເປັນພິເສດ
***ໜ້າວຽກ ຂອງບາຣິສຕ້າ:
1. ຈັດກຽມຊົງກາເຟ ແລະ ວັດຖຸດິບກອນເປິດ-ປິດຮ້ານທຸກມື້
2. ແນະນຳໂປຣໂມຊັນພາຍໃນຮ້ານ (ຖ້າທາງຮ້ານມີໂປຣໂມຊັນ)
3. ເຊຍຂາຍເມນູທີ່ທາງບໍລິສັດກຳນົດໃຫ້ໃນທຸກໆເດືອນ (ຕັ້ງເປົ້າຍອດຈອກ)
4. ຮັກສາຄວາມສະອາດພາຍໃນຮ້ານ ແລະ ຈັກກາເຟໃຫ້ສະອາດຕະຫລອດເວລາ
5. ເຊັກສະຕ໋ອກວັດຖຸດິບທຸກຄັ້ງກ່ອນເປີດ ແລະ ປິດຮ້ານ
6. ເຮັດວຽກຕາມການມອບໝາຍພາຍໃນຮ້ານ
ສາຂາທີ່ຍັງຕ້ອງການພະນັກງານເພີ່ມ:
1. ໜອງບອນ (ກະເຊົ້າ ແລະ ກະແລງ)
2. ນາໄຊ (ກະເຊົ້າ )
3. ສາຍລົມ (ກະເຊົ້າ ແລະ ກະແລງ)
4. ເມືອງນ້ອຍ (ກະເຊົ້າ )
5. ສົມຫວັງ (ກະເຊົ້າ )
6. ໂພນໂຮງ (ກະເຊົ້າ)
7. ໂນນທອງ (ກະແລງ)
9. ວັດຈັນ (ກະເຊົ້າ ແລະ ກະແລງ)
10. ສົງເປືອຍ (ກະເຊົ້າ ແລະ ກະແລງ)
12. ໜອງຈັນ (ກະເຊົ້າ ແລະ ກະແລງ)
13. ໂຄກສີວິໄລ (ກະເຊົ້າ ແລະ ກະແລງ)
14. ຈັນສະຫວ່າງ (ກະເຊົ້າ ແລະ ກະແລງ)
15. ທົ່ງປົ່ງ (ກະເຊົ້າ ແລະ ກະແລງ)
16. ໜອງໄຮ (ກະເຊົ້າ ແລະ ກະແລງ)
17. ໂພນສະຫວັນ (ກະເຊົ້າ ແລະ ກະແລງ)
18. ຕານມີໄຊ (ກະເຊົ້າ ແລະ ກະແລງ)
19. ຊຽງຍືນ (ກະເຊົ້າ)
20. ປາກເຊ (ກະເຊົ້າ ແລະ ກະແລງ)
21. ເກົ້າຍອດ (ກະເຊົ້າ )
22. ຫ້າງພາກຊັນ (ກະເຊົ້າ)
23. ໜອງວຽງຄຳ (ກະເຊົ້າ ແລະ ກະແລງ)
24. ພະຂາວ (ກະເຊົ້າ ແລະ ກະແລງ)
25. ຫ້ວຍຫົງ (ກະເຊົ້າ )
27. ຂົວຫຼວງ (ກະເຊົ້າ ແລະ ກະແລງ)
28. ສີເມືອງ (ກະເຊົ້າ ແລະ ກະແລງ)
29. ໂພນສະອາດ (ກະເຊົ້າ ແລະ ກະແລງ)
- ໂມງວຽກ ກະເຊົ້າ 6:00-14:30 ໂມງ ກະແລງ 12:00-20:30 ໂມງ.
Search more jobs on full job listing page: All available jobs
Salary
$200 to $300
Deadline
25/11/2026
| Job Status | Available |
| Job Type | Full-Time |
| Job Functions | Customer Service / Receptionist |
RECENT JOBS IN Bigtree trading company limited
JOBS YOU MAY LIKE