ແນວຄິດ 13 ຂໍ້ເຮັດທຸລະກິດໃຫ້ປະສົບຜົນສໍາເລັດ

timer

remove_red_eye 0 views


cvConnect.la - ແນວຄິດ 13 ຂໍ້ເຮັດທຸລະກິດໃຫ້ປະສົບຜົນສໍາເລັດ

         

          ເມື່ອເລີ່ມຕົ້ນລົງທຶນເຮັດທຸລະກິດປະເພດໃດກໍຕາມ ເຊື່ອວ່າທຸກຄົນຢາກກ້າວໄປສູ່ຄວາມສໍາເລັດ ແລະ ມີກໍາໄລຢ່າງຫຼວງຫຼາຍ ເຖິງຢ່າງໃດກໍຕາມ ການເຮັດທຸລະກິດບໍ່ແມ່ນເລື່ອງງ່າຍ. ດັ່ງນັ້ນ, ຈຶ່ງຕ້ອງສ້າງແຮງບັນດານໃຈໃຫ້ກັບຕົນເອງ ແລະ ຊອກຫາແນວທາງທີ່ຈະພາໄປສູ່ຄວາມສໍາເລັດຢ່າງຖືກວິທີ ແລະ ນີ້ແມ່ນແນວຄິດ 13 ຂໍ້ທີ່ຈະເຮັດໃຫ້ທຸລະກິດປະສົບຜົນສໍາເລັດດ້ວຍວິທີງ່າຍໆມາຝາກດັ່ງນີ້.

 

1. ຮັກໃນທຸລະກິດຂອງຕົນເອງ

          ເພາະທຸລະກິດນີ້ເຮົາເປັນຄົນສ້າງຂຶ້ນມາດ້ວຍຕົນເອງ ຄວາມສໍາເລັດຄືສິ່ງທີ່ເຮົາຕ້ອງການ ດັ່ງນັ້ນ, ຕ້ອງມີຄວາມຈິງຈັງ ແລະ ຕ້ອງເຮັດດ້ວຍຄວາມຮັກ ຄວາມມ່ວນຊື່ນ ເຊິ່ງສິ່ງເຫຼົ່ານີ້ຈະເຮັດໃຫ້ເຮົາບໍ່ທໍ້ແທ້ ສາມາດຜ່ານຈຸດທີ່ຍາກລໍາບາກໄປໄດ້ຢ່າງງ່າຍດາຍ ແຕ່ຄວາມຮູ້ສຶກແບບນີ້ຈະບໍ່ສາມາດສອນກັນໄດ້ ຕ້ອງເກີດມາຈາກຈິດໃຕ້ສໍານຶກຂອງຕົນເອງ ຖ້າຍັງບໍ່ຮູ້ຈະເລີ່ມຈາກຈຸດໃດ ໃຫ້ລອງຄິດເຖິງທີ່ມາຂອງການເຮັດທຸລະກິດນີ້ ແລະ ເມື່ອສໍາເລັດແລ້ວຈະມີຜົນຕອບຮັບແນວໃດແດ່ ເປັນຕົ້ນ ເຈົ້າເຮັດທຸລະກິດເພື່ອໃຫ້ຄອບຄົວມີຢູ່ມີກິນທີ່ສະບາຍ ແລະ ຖ້າເຈົ້າສາມາດເຮັດໃຫ້ສໍາເລັດໄດ້ ທຸກຄົນໃນຄອບຄົວກໍຈະສະບາຍດັ່ງທີ່ຫວັງໄວ້.

 

 2. ຕ້ອງຫາຄໍານິຍາມຂອງທຸລະກິດຕົນເອງໃຫ້ໄດ້

          ລອງຕັ້ງຄໍາຖາມໃຫ້ກັບທຸລະກິດຂອງຕົນເອງວ່າ ທຸລະກິດນີ້ແມ່ນຫຍັງ? ຂາຍເສື້ອຜ້າ ຫຼື ການອອກແບບ? ຂາຍຄວາມງາມ ຫຼື ຂາຍຄວາມລວຍ? ຈົ່ງໃຫ້ຄໍານິຍາມສັ້ນໆ ວ່າທຸລະກິດຂອງເຮົານັ້ນແມ່ນຫຍັງ? ຖ້າຫາກເຮົາຮູ້ແລ້ວມັນຈະເປັນຕົວບອກທິດທາງ ຫຼື ແນວທາງໃຫ້ຄິດໄດ້ວ່າຄວນຈະເດີນໄປໃນທິດທາງໃດ ເພື່ອສື່ສານໃຫ້ລູກຄ້າຮູ້ວ່າເຮົາກໍາລັງຂາຍຫຍັງ ແລະ ຍັງງ່າຍຕໍ່ການກໍານົດກຸ່ມລູກຄ້າອີກດ້ວຍ.

 

3. ຕ້ອງຮູ້ຈັກກຸ່ມລູກຄ້າ

         ການເຮັດທຸລະກິດທີ່ດີຕ້ອງຮູ້ວ່າກຸ່ມລູກຄ້າຂອງເຮົາແມ່ນໃຜ, ຢູ່ໃນກຸ່ມໃດ ແລະ ທີ່ສໍາຄັນກວ່ານັ້ນຄື ການເບິ່ງພວກເຂົາເປັນຄື “ໝູ່ສະໜິດ” ທີ່ຮູ້ໃຈພວກເຂົາທຸກຢ່າງ ເມື່ອເຫັນສິນຄ້າຂອງເຮົາແລ້ວຢາກໄດ້, ຮູ້ສຶກວ່າມັນມີຄ່າສົມຄວນແກ່ລາຄາ ແລະ ຖ້າຫາກວ່າມັກ ຫຼື ຖືກໃຈ ພວກເຂົາກໍຈະກັບມາຊື້ນໍາເຮົາອີກ ແລ້ວຈະເຮັດໃຫ້ທຸລະກິດຂອງເຮົາສາມາດໄປຕໍ່ໄດ້.

 

 4. ທຸລະກິດຕ້ອງນໍາສະເໜີ “ຄຸນຄ່າ” ບໍ່ແມ່ນ “ລາຄາ”

         ເມື່ອເຮົາຮູ້ວ່າກຸ່ມລູກຄ້າຂອງເຮົາແມ່ນໃຜ ແລະ ສິນຄ້າ ຫຼື ບໍລິການຂອງເຮົາສາມາດຕອບໂຈດຊີວິດຂອງເຂົາໄດ້ຢ່າງໃດນັ້ນ ໃຫ້ເຮົາຄິດວ່າຄວນຈະມອບ “ຄຸນຄ່າ” ຫຍັງແດ່ໃຫ້ກັບເຂົາ ເຊິ່ງຫຼາຍຄົນກໍມັກຈະເບິ່ງຂ້າມໄປເພາະຄິດເຫັນແຕ່ເລື່ອງ “ລາຄາ” ຢ່າງດຽວ ເຊິ່ງການເຮັດແບບນີ້ອາດຈະບໍ່ຖືກໃຈສໍາລັບລູກຄ້າ ເພາະຄຸນຄ່າຈະເຮັດໃຫ້ລູກຄ້າເຊື່ອໃຈ ແລະ ໄວ້ໃຈສິນຄ້າຂອງເຮົາ.

 

 5. ຕ້ອງຮຽນຮູ້ ແລະ ປັບປຸງທຸລະກິດຢ່າງຕໍ່ເນື່ອງ

        ໃນການດໍາເນີນທຸລະກິດຈໍາເປັນຫຼາຍທີ່ຈະຕ້ອງຮຽນຮູ້ ແລະ ປັບປຸງຢູ່ສະເໝີ ເພາະຖ້າເຮົາບໍ່ເຮັດແບບນັ້ນ ກໍເທົ່າກັບວ່າທຸລະກິດນັ້ນກຽມຕົວທີ່ຈະຕ້ອງພົບກັບການຂາດທຶນ, ການລົ້ມລະລາຍ ແລະ ຫາຍໄປຢ່າງຊ້າໆແນ່ນອນ.

 

 6. ຢ່າຢ້ານວ່າຈະລົ້ມເຫຼວ

        ໃນການເຮັດທຸລະກິດຢ່າໄດ້ຢ້ານກັບຄວາມລົ້ມເຫຼວ ເພາະນັ້ນບໍ່ໄດ້ໝາຍຄວາມວ່າເຮົາຈະໂຊກຮ້າຍສະເໝີໄປ ແຕ່ເປັນໂອກາດທີ່ຈະເຮັດໃຫ້ເຮົາໄດ້ຮຽນຮູ້ ເມື່ອເຮົາເຮັດດີທີ່ສຸດແລ້ວກໍບໍ່ໄດ້ໝາຍຄວາມວ່າຈະສໍາເລັດເຊັ່ນກັນ ຈົ່ງນໍາເອົາຄວາມຜິດພາດຄັ້ງນີ້ ມາເປັນປະສົບການ ແລະ ແກ້ໄຂໃຫ້ດີຂຶ້ນໃນອະນາຄົດຈະດີກວ່າ ທຸກສິ່ງທຸກຢ່າງແມ່ນມີເຫດຜົນຢູ່ໃນຕົວມັນເອງ, ຜູ້ທີ່ປະສົບຜົນສໍາເລັດຫຼາຍຄົນກໍລ້ວນແລ້ວແຕ່ເຄີຍພົບພໍ້ກັບຄວາມຜິດພາດມາກ່ອນ.

 

 7. ຫາກເກີດຄວາມຜິດພາດ ຟື້ນຕົນເອງຂຶ້ນໃຫ້ໄວ

        ຖ້າຫາກວ່າທຸລະກິດຕ້ອງພົບພໍ້ກັບຄໍາວ່າ “ຜິດພາດ” ຢ່າເສຍໃຈ ຫຼື ໂທດແຕ່ຕົນເອງ ແລະ ໝົດຄວາມຫວັງ ແຕ່ຄວນຄິດໃນແງ່ບວກ ແລ້ວນໍາຄວາມຜິດພາດດັ່ງກ່າວມາວິເຄາະ ແລະ ຮຽນຮູ້ ເພື່ອຈະພັດທະນາຕໍ່ໄປ, ສິ່ງສໍາຄັນຄືອະດີດບໍ່ສາມາດແກ້ໄຂໄດ້ ຈົ່ງເຮັດປັດຈຸບັນ ແລະ ອະນາຄົດໃຫ້ດີທີ່ສຸດ.

 

 8. ມີຄວາມເຊື່ອໝັ້ນ

        ຖ້າຢາກໃຫ້ບໍລິສັດປະສົບຜົນສໍາເລັດໄດ້ດ້ວຍຕົວເຮົາເອງ  ກ່ອນອື່ນຕ້ອງມີຄວາມເຊື່ອໝັ້ນ ແລະ ຄິດບວກຢູ່ສະເໝີ ເຊິ່ງຄວາມເຊື່ອໝັ້ນນີ້ຈະສົ່ງຜົນໄປເຖິງຜູ້ທີ່ຮ່ວມງານນໍາອີກດ້ວຍ. ດັ່ງນັ້ນ, ບໍ່ວ່າຈະເຮັດຫຍັງກໍຕາມ ຕ້ອງມີຄວາມເຊື່ອໝັ້ນ ແລະ ໝັ້ນໃຈຢູ່ສະເໝີ ແລ້ວຄວາມສໍາເລັດນັ້ນຈະຢູ່ບໍ່ໄກຈາກເຮົາແນ່ນອນ.

 

9. ຢ່າໝັ້ນໃຈຈົນບໍ່ຟັງໃຜ

         ຄວາມໝັ້ນໃຈໃນການເຮັດທຸລະກິດເປັນສິ່ງທີ່ດີແຕ່ຢ່າໝັ້ນໃຈເກີນໄປຈົນບໍ່ຟັງຄໍາຄິດເຫັນ ຫຼື ແນະນໍາຈາກຜູ້ໃດເລີຍ ທາງທີ່ດີຄວນຈະຟັງຄວາມຄິດເຫັນຈາກທຸກຄົນເພື່ອຈະໄດ້ນໍາມາພັດທະນາຕົນເອງ ແລະ ບໍລິສັດ.

 

10. ຕັດສິນໃຈໃຫ້ໄວເພື່ອໂອກາດທີ່ດີ

         ຖ້າຫາກມີສິ່ງດີໆທີ່ຈະເຮັດໃຫ້ທຸລະກິດຂອງເຮົາພັດທະນາໄປໄດ້ ຄວນຮີບຕັດສິນໃຈລົງມືເຮັດເພື່ອຈະໄດ້ບໍ່ພາດໂອກາດທີ່ດີໄປ.

 

11. ສິ່ງສໍາຄັນທີ່ສຸດໃນບໍລິສັດກໍຄືຕົນເອງ

         ເຖິງແມ່ນວ່າໃນບໍລິສັດຈະມີພະນັກງານຫຼາຍເປັນຮ້ອຍຄົນ ຫຼື ມີເຄື່ອງຈັກທີ່ລາຄາແພງປານໃດ ແຕ່ສິ່ງສໍາຄັນທີ່ສຸດກໍຄືຕົວເຮົາເອງ. ດັ່ງນັ້ນ, ຕ້ອງພະຍາຍາມເບິ່ງແຍງຮັກສາສຸຂະພາບຂອງຕົນເອງໃຫ້ດີທີ່ສຸດ ເພື່ອຈະໄດ້ເຫັນການພັດທະນາ ແລະ ຄວາມສໍາເລັດຂອງບໍລິສັດໄປໄດ້ດົນໆ.

 

12. ຮັກສາຄຸນນະທໍາໄວ້ ເພື່ອການເຮັດວຽກທີ່ໜ້າເຊື່ອຖື

          ຢ່າໄດ້ພະຍາຍາມຫຼຸດມາດຕະຖານຂອງຕົນເອງເພື່ອທີ່ຈະເອົາຊະນະຄູ່ແຂ່ງໃຫ້ໄດ້ ເພາະຈະເຮັດໃຫ້ສິນຄ້າຂອງເຮົາຈະມີຄຸນນະພາບທີ່ຕໍ່າລົງ ແຕ່ໃຫ້ເຮັດທຸລະກິດແບບກົງໄປກົງມາ ເພື່ອຮັກສາມາດຕະຖານທີ່ດີ ແລະ ໃຫ້ເປັນທີ່ຍອມຮັບຈາກລູກຄ້າ.

 

13. ລອງສ່ຽງເພື່ອຜົນຕອບແທນທີ່ດີກວ່າ

          ຄວນລອງສ່ຽງເບິ່ງຈັກຄັ້ງ ຖ້າຫາກວ່າການສ່ຽງຈະນໍາສະເໜີສິ່ງໃໝ່ໆໃຫ້ກັບບໍລິສັດ ຫຼື ວົງການທຸລະກິດ ແລະ ມີຫົນທາງທີ່ດີອີກຫຼາຍຢ່າງເປີດໂອກາດລໍຖ້າຢູ່.

 

 

         ນີ້ແມ່ນແນວຄິດ 13 ຂໍ້ສູ່ການເຮັດທຸລະກິດໃຫ້ປະສົບຜົນສໍາເລັດທີ່ນໍາມາແນະນໍາ ເປັນວິທີ ແລະ ຂັ້ນຕອນງ່າຍໆ, ສໍາລັບໃຜທີ່ເລີ່ມຈະເຮັດທຸລະກິດ ຫຼື ຜູ້ກໍາລັງເຮັດຢູ່ແຕ່ບໍ່ມີທ່າທີວ່າຈະປະສົບຜົນສໍາເລັດ ສາມາດເອົາແນວຄິດນີ້ໄປພິຈາລະນາເບິ່ງໄດ້.  

 

 

ທີ່ມາ : moneyhub.in.th

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now