6 ຂໍ້ຄິດກ່ອນສະໝັກວຽກສໍາລັບເດັກຈົບໃໝ່

timer

remove_red_eye 0 views


cvConnect.la - 6 ຂໍ້ຄິດກ່ອນສະໝັກວຽກສໍາລັບເດັກຈົບໃໝ່

  • ເຮົາຕ້ອງການເປັນຫຍັງ?

     ຖາມງ່າຍແຕ່ຕອບຍາກ ທຸກຄັ້ງທີ່ມີໂອກາດໄປງານປະຖົມນິເທດຂອງມະຫາວິທະຍາໄລ ຖາມຄຳຖາມນີ້ໄປກໍຈະໄດ້ສຽງຕອບຮັບເປັນຄວາມງຽບສະໜິດກັບມາ. ຖ້າເຮົາຍັງບໍ່ມີຈຸດມຸ່ງໝາຍເສັ້ນທາງເຮົາຈະເສຍເວລາ ແນວທາງທີ່ແນະນຳຄືຢ່າງໜ້ອຍນ້ອງຄວນຈະຮູ້ວ່າຕົວເອງມີບຸກຄະລິກກະພາບແບບໃດເພື່ອທີ່ຈະຫາລັກສະນະວຽກທີ່ຕົງກັບບຸກຄະລິກກະພາບຂອງເຮົາ ອັນນີ້ກໍຈະນຳສະເໜີໃຫ້ວຽກມ່ວນຂຶ້ນມາໄດ້ ເຊັ່ນເປັນຄົນທີ່ບໍ່ມັກນັ່ງເຮັດວຽກດົນໆຢູ່ກັບທີ່ ມັກສອນ ມັກທີ່ຈະນຳສະເໜີວຽກໜ້າຊັ້ນຮຽນແຕ່ຮຽນເກັ່ງດ້ານໄອທີ ດັ່ງນັ້ນການຫາວຽກໄອທີ ຂອງນ້ອງຄົນນີ້ອາດເປັນວຽກຂາຍ ຫຼື ວຽກສອນດ້ານໄອທີ ເຊິ່ງລັກສະນະວຽກອາດຈະຕ້ອງການຄົນທີ່ມີມະນຸດສຳພັນທີ່ດີ.

  • ມີປະສົບການການເຮັດວຽກຫຼືບໍ່?

     “ວຽກສ່ວນຫຼາຍຕ້ອງການຄົນມີປະສົບການຢ່າງໜ້ອຍ 1 ປີ ເດັກຈົບໃໝ່ກໍບໍ່ມີໂອກາດ” ເປັນອີກຄຳຖາມທີ່ຖືກຖາມຫຼາຍ ນາຍຈ້າງສ່ວນໃຫຍ່ ຫຼື ທັງໝົດທີ່ຕ້ອງການລູກຈ້າງທີ່ມີປະສົບການໃນການເຮັດວຽກໃນດ້ານນັ້ນໆເພາະຈະໄດ້ບໍ່ເສຍເວລາສອນວຽກກັນໃໝ່ອີກ 4 ຫາ 6 ເດືອນ ໂອກາດຂອງນ້ອງຈົບໃໝ່ມີ ຖ້ານ້ອງມີປະວັດການເຮັດວຽກ ຫຼື ກິດຈະກຳໃນລະຫວ່າງທີ່ຮຽນ ລອງຄິດເຖິງເວລາຮຽນໃນຊ່ວງ 4 ປີ ທີ່ຮຽນຢູ່ເຮົາເຝິກງານ ຮ່ວມກິດຈະກຳ ເຮັດວຽກພາດທາມຢູ່ໃສແນ່ ຫຼື ການເປັນອາສາສະມັກຢູ່ໃສແນ່ ຂຽນອອກມາໃຫ້ໝົດ ຖ້າສິ່ງທີ່ເຮົາໄດ້ເຮັດມາກ່ຽວຂ້ອງກັບຕຳແໜ່ງທີ່ເຮົາສະໝັກກໍດີເລີຍ ສ່ວນກິດຈະກຳອື່ນໆທີ່ບໍ່ກ່ຽວແຕ່ກໍເປັນສິ່ງທີ່ສະແດງວ່າມີວຽກເຮັດຮ່ວມກັບຄົນອື່ນໄດ້ຫຼາຍໜ້ອຍປານໃດ ຫຼື ເຮົາມີຄວາມສົນໃຈນອກຈາກວິຊາທີ່ຮຽນ.

  • ຮູ້ຈັກລັກສະນະວຽກທີ່ສະໝັກຫຼືບໍ່?

      ຂໍ້ນີ້ເຊື່ອມໂຍງກັບຂໍ້ທຳອິດທີ່ເຮົາສຶກສາລັກສະນະວຽກເພື່ອເປັນເສັ້ນທາງທີ່ເຮົາຈະກ້າວໄປສູ່ສິ່ງທີ່ເຮົາຕ້ອງການເປັນ (ຖ້າຄົ້ນພົບຕົວເອງແລ້ວ) ຫຼື ການຫາວຽກທີ່ຕົງກັບບຸກຄະລິກກະພາບຂອງເຮົາ ເມື່ອຮູ້ຂໍ້ທຳອິດແລ້ວນ້ອງສາມາດຕອບຂໍ້ນີ້ໄດ້ຢ່າງໝັ່ນໃຈ.

  • ເຮົາມີໃບປະຫວັດ (Resume)  ທີ່ດີຫຼືຍັງ?

     ນ້ອງອາດຈະເກັ່ງແທ້ ແຕ່ຖ້າ Resume ນ້ອງຍັງບໍ່ສາມາດສະແດງໃຫ້ເຫັນເຖິງຄວາມສາມາດຂອງນ້ອງໄດ້ໃບສະໝັກຂອງນ້ອງຈະໄດ້ຮັບການຈັດລຳດັບໄປຢູ່ດ້ານປາຍແຖວແທນທີ່ຈະໄດ້ຢູ່ໃບແລກໆ ເຊິ່ງໝາຍເຖິງໂອກາດທີ່ໄດ້ຫຼາຍຂຶ້ນນຳ ເລີ່ມຄົ້ນຄວ້າຫາຕົວຢ່າງ ຫຼື ວິທີການຂຽນ Resume ສຳລັບນັກສຶກສາຈົບໃໝ່ທີ່ດີໆໄດ້ແລ້ວ.

  • ມີບຸກຄົນອ້າງອີງຫຼືຍັງ?

      ການທີ່ເຮົາມີບຸກຄົນອ້າງອີງຢືນຢັນຄວາມປະພຶດ ຫຼື ປະຫວັດທີ່ເຮົາລົງໄປໃນ Resume ຈະເຮັດໃຫ້ໜ້າເຊື່ອຖືຫຼາຍຂຶ້ນ ເພາະດຽວນີ້ຂຽນປະຫວັດປອມກັນຫຼາຍ ເລີຍເຮັດໃຫ້ນາຍຈ້າງຫຼາຍແຫ່ງຕ້ອງກວດສອບວ່າໃບປະລິນຍາແທ້ ຫຼືບໍ່? ເຄີຍເຝິກງານແທ້ ຫຼືບໍ່? ດັ່ງນັ້ນຖ້ານ້ອງໄປເຝິກງານກໍລົມກັບຫົວໜ້າພະແນກທີ່ໄປເຝິກວ່າຂໍຊື່ ແລະ ເບີຕິດຕໍ່ໄວ້ສຳລັບອ້າງອີງໃນ Resume ໄດ້ບໍ່. ຖ້ານ້ອງເຮັດໂຕດີກໍມີແຕ່ຄົນຍິນດີໃຫ້ອ້າງອີງ.

  • ກຽມຕົວກຽມໃຈສຳລັບໂລກເຮັດວຽກແລ້ວຫຼືຍັງ?

      ໂລກຂອງການເຮັດວຽກຕ່າງກັບໂລກໃບນ້ອຍສະໄໝເປັນນັກສຶກສາຫຼາຍ ເພາະກົດລະບຽບໃນການຢູ່ຮ່ວມກັນ ວັດທະນະທຳອົງກອນ ຄົນທີ່ເຮົາຮ່ວມເຮັດວຽກນຳມາຈາກພື້ນທີ່ຫຼາກຫຼາຍ ແລະ ອາຍຸທີ່ຕ່າງກັນ ຍິ່ງອົງກອນໃຫຍ່ຄວາມແຕກຕ່າງກໍມີຫຼາຍຂຶ້ນຕ້ອງປັບຕົວກັນພໍສົມຄວນ ດັ່ງນັ້ນການເຮັດວຽກໃຫ້ປະສົບຄວາມສຳເລັດການມີມະນຸດສຳພັນທີ່ດີສຳຄັນເທົ່າໆກັບການມີທັກສະດ້ານວຽກທີ່ດີເລີຍ.

Credit: http://www.professional-one.com/  

Tags: #6 ຂໍ້ຄິດ #ກ່ອນສະໝັກວຽກ #ສໍາລັບເດັກຈົບໃໝ່ #ເຮົາຕ້ອງການເປັນຫຍັງ? #ເຮົາມີໃບປະຫວັດ (Resume)  ທີ່ດີຫຼືຍັງ? #ກຽມຕົວກຽມໃຈສຳລັບໂລກເຮັດວຽກແລ້ວຫຼືຍັງ?

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now