5 ວິທີຊ່ວຍໃຫ້ໄດ້ວຽກ ເຖິງຈະບໍ່ກົງກັບສາຂາທີ່ຮຽນ

timer

remove_red_eye 0 views


cvConnect.la - 5 ວິທີຊ່ວຍໃຫ້ໄດ້ວຽກ ເຖິງຈະບໍ່ກົງກັບສາຂາທີ່ຮຽນ

          ເຖິງເວລາແລ້ວທີ່ຈະຕ້ອງຮຽນຮູ້ສິ່ງໃໝ່ໆ ເມື່ອຮຽນຈົບມາແລ້ວແຕ່ສາຂາທີ່ຮຽນຊໍ້າພັດບໍ່ກົງກັບວຽກທີ່ຕົນເອງຕ້ອງການ ບໍ່ຈໍາເປັນຕ້ອງກັງວົນໃຈກັບເລື່ອງນີ້. ນັກຂຽນ “ໂດຣໂນ ແອສເຊີ” ທີ່ຂຽນໜັງສື “How to Get Any Job with Any Major” ໄດ້ກ່າວວ່າ “ເປັນທໍາມະຊາດຂອງນັກສຶກສາມະຫາວິທະຍາໄລ ທີ່ຈະປ່ຽນເປົ້າໝາຍທາງອາຊີບຂອງພວກເຂົາ. ນອກຈາກນີ້, ບໍລິສັດຕ່າງໆບໍ່ໄດ້ຕັດສິນເຈົ້າພຽງຈາກສາຂາທີ່ຮຽນມາຢ່າງທີ່ຄິດໄວ້ເທົ່ານັ້ນ ເມື່ອຈົບອອກມາແລ້ວ ບໍລິສັດສ່ວນຫຼາຍທີ່ຕ້ອງການພະນັກງານຈະໃຫ້ຄວາມສົນໃຈໃນສາຂາທີ່ເຈົ້າຮຽນມາເປັນສ່ວນໜ້ອຍ ແຕ່ຈະສົນໃຈໃນສ່ວນທີ່ເຈົ້າສາມາດຈົບມາແລ້ວຫຼາຍກວ່າ ແລະ ຕໍ່ໄປນີ້ກໍຄື 5 ຂັ້ນຕອນທີ່ຈະຊ່ວຍເລີ່ມຕົ້ນແນວໃດໃຫ້ຖືກວິທີເພື່ອໃຫ້ໄດ້ວຽກ.

 

 

1. ເຮັດອາຊີບໃດກໍໄດ້ ບໍ່ເລືອກວຽກ

          ກ່ອນທີ່ຈະເລີ່ມຊອກວຽກຕ້ອງຮູ້ວ່າອາຊີບ ຫຼື ວຽກແບບໃດທີ່ຕົນເອງບໍ່ຢາກເຮັດ ຈາກນັ້ນຄວນສໍາຫຼວດເບິ່ງວ່າ ອາຊີບ ຫຼື ວຽກແບບໃດທີ່ເຮົາຕ້ອງການຈະເຮັດ; ສິ່ງສໍາຄັນທີ່ສຸດຄືການຈັດລຽງລໍາດັບວຽກທີ່ຕ້ອງການມີລັກສະນະແບບໃດ ຫຼື ມີທັກສະທີ່ຈໍາເປັນແນວໃດ?

 

 

2. ຄິດວ່າຕົນເອງມີຄຸນສົມບັດຢູ່ສະເໝີ

         ເມື່ອວຽກ ຫຼື ອາຊີບທີ່ກໍາລັງຊອກຫາເປັນວຽກວິຊາສະເພາະ ເຊັ່ນ ອາຊີບພະຍາບານ ຖ້າເປັນແບບນີ້ຈໍາເປັນຕ້ອງໄປສຶກສາຂັ້ນພື້ນຖານເພີ່ມເຕີມຈາກມະຫາວິທະຍາໄລກ່ອນຈະສະໝັກອາຊີບນັ້ນ ແຕ່ບາງອາຊີບກໍບໍ່ຈໍາເປັນ ດັ່ງທີ່ ທ່ານ ສະຕຼີເຟັ້ນ ເວດ ຮອງຜູ້ອໍານວຍການອາວຸໂສປະຈໍາສໍານັກງານກົນລະຍຸດທາງອາຊີບ ມະຫາວິທະຍາໄລເຍວ ໄດ້ກ່າວໄວ້ວ່າ “9 ໃນ 10 ຂອງອາຊີບຕ່າງໆ ບໍ່ຈໍາເປັນຕ້ອງຮຽນສາຂາສະເພາະ ຫຼື ຜ່ານການເຝິກງານມາກ່ອນ”

          ຖ້າຫາກວ່າຕ້ອງການເຮັດວຽກທີ່ຕ້ອງໃຊ້ວິຊາສະເພາະ ສິ່ງຈໍາເປັນທໍາອິດຄື ປະສົບການເຝິກງານ ປັດຈຸບັນມີຫຼາຍບໍລິສັດທີ່ໃຊ້ລະບົບຮັບນັກສຶກສາເຝິກງານບັນຈຸເຂົ້າເປັນພະນັກງານປະຈໍາ ຈຶ່ງຖືເປັນໂອກາດທີ່ດີໃນການໄດ້ເຂົ້າເປັນພະນັກງານໃນໄລຍະຍາວ ຫຼື ຖ້າບໍ່ຕ້ອງການເຝິກງານໃນໄລຍະຍາວ ການເລືອກເຝິກໄລຍະສັ້ນປະມານໜຶ່ງອາທິດຂຶ້ນໄປ ກໍຈະເຮັດໃຫ້ເຈົ້າໄດ້ຮຽນຮູ້ລັກສະນະຂອງວຽກ ແລະ ສ້າງເຄືອຂ່າຍກັບຜູ້ຄົນໄດ້ເຊັ່ນດຽວກັນ.

 

 

3. ສ້າງເຄືອຂ່າຍຂອງຕົນເອງ

          ເຖິງແມ່ນວ່າຈະບໍ່ໄດ້ຮຽນຈົບມາກົງກັບສາຍອາຊີບທີ່ຕ້ອງການກໍຕາມ ແຕ່ບໍ່ຈໍາເປັນຕ້ອງເລີ່ມສ້າງເຄືອຂ່າຍຈາກສູນ ສາມາດລອງເຂົ້າໄປເບິ່ງຂໍ້ມູນຂອງນັກສຶກສາລຸ້ນເອື້ອຍ ຫຼື ອ້າຍທີ່ຈົບໄປກ່ອນວ່າມີອາຊີບ ຫຼື ວຽກແບບໃດທີ່ເຈົ້າຕ້ອງການຫຼືບໍ່ ໂດຍທ່ານ ແອສເຊີ ໄດ້ແນະນໍາເລື່ອງນີ້ວ່າ “ບໍ່ຈໍາເປັນຕ້ອງຊອກຫາຮອງປະທານທີ່ມີອາຍຸໃນການເຮັດວຽກເປັນ 10 ປີ ແຕ່ຢາກໃຫ້ຊອກຫາ ຫຼື ເບິ່ງລາຍລະອຽດຜູ້ທີ່ມີປະສົບການໃນທຸລະກິດນັ້ນໆ ປະມານ 5 ປີຂຶ້ນໄປ ກໍພຽງພໍແລ້ວ. 

 

 

4. ຍົກລະດັບຄວາມສາມາດຂອງທັກສະທີ່ຈໍາເປັນ

          ເມື່ອສາຍທີ່ຮຽນຈົບມາເປັນສິ່ງທີ່ຂັດກັບວຽກທີ່ຕົນເອງເລືອກຈະເຮັດ ສາມາດຊອກຫາຂໍ້ມູນ ຫຼື ການລົງທະບຽນຮຽນເພີ່ມເຕີມໃນປະເພດສິລະປະສາດທົ່ວໄປ ຈະຊ່ວຍເສີມສ້າງທັກສະຫຼາຍປະເພດ ເຊັ່ນ ການຂຽນ, ການແກ້ບັນຫາ, ການສື່ສານ ແລະ ການບໍລິຫານຈັດການ.

          ເຄລລີ່ ເຄນເນດີ້ ຜູ້ແນະນໍາດ້ານອາຊີບປະຈໍາມະຫາວິທະຍາໄລເວີຈິເນຍກ່າວວ່າ “ຖ້າທ່ານໄດ້ຮັບບົດບາດເປັນຜູ້ນໍາກຸ່ມໃນການເຮັດວຽກໂຄງການໃດໂຄງການໜຶ່ງ ຈະເຮັດໃຫ້ທ່ານໄດ້ທັກສະໃນການບໍລິຫານຈັດການໂຄງການນັ້ນຕິດຕາມມາດ້ວຍ ເຊິ່ງເປັນທັກສະທີ່ຈໍາເປັນສໍາລັບການເຮັດວຽກ; ສ່ວນທ່ານ ແອນ ບາວ ແນະນໍາວ່າ “ໃຫ້ຂຽນທັກສະທີ່ກົງກັບຕໍາແໜ່ງລົງໃນໃບສະໝັກງານ”

 

 

5. ເຝິກຝົນຫຼໍ່ຫຼອມຄວາມຮູ້ກ່ຽວກັບວຽກ ຫຼື ອາຊີບນັ້ນ

          ເພື່ອສະແດງໃຫ້ຫົວໜ້າເຫັນວ່າເຮົາມີຄ່າພໍທີ່ຈະໄດ້ວຽກນັ້ນ ເຈົ້າຕ້ອງພິສູດຕົນເອງວ່າມີຄວາມຮູ້ກ່ຽວກັບວຽກທີ່ຈະເຮັດໃຫ້ຫຼາຍສົມຄວນ ເຄນເນດີ້ ກ່າວວ່າ ສໍາລັບຄົນທີ່ບໍ່ໄດ້ຈົບມາຈາກສາຂາ ຫຼື ສາຂາທີ່ຮຽນມາ ຫຼື ບໍ່ມີປະສົບການເຝິກງານ ການຕິດຕາມຈົດໝາຍຂ່າວຂອງບໍລິສັດ, ອ່ານຂໍ້ມູນບໍລິສັດຈາກສື່ຕ່າງໆ ລວມໄປເຖິງການຕິດຕາມຂໍ້ມູນບໍລິສັດທາງ Social Media ຖືວ່າເປັນການແນະນໍາທີ່ດີສໍາລັບຄົນທີ່ກໍາລັງຊອກວຽກ ເພື່ອທໍາຄວາມຮູ້ຈັກກັບວຽກລວມໄປເຖິງບໍລິສັດທີ່ຄົນຕ້ອງການໄປຮ່ວມງານນໍາ.

 

          *ການເລືອກຈະໄປເຮັດວຽກທີ່ຕ່າງກັບສາຂາທີ່ຮຽນມາບໍ່ແມ່ນເລື່ອງທີ່ຜິດ ຫຼື ແປກແຕ່ຢ່າງໃດ ແຕ່ເກີດຂຶ້ນໄດ້ໃນຊີວິດຂອງທຸກໆຄົນ ເຊິ່ງຕ້ອງມີຄວາມພະຍາຍາມ, ເຝິກຝົນ ແລະ ຫາຄວາມຮູ້ໃໝ່ໆ ໃຫ້ຕົນເອງຢູ່ສະເໝີ ເຊື່ອວ່າການເລີ່ມຕົ້ນເຮັດຕາມຄໍາແນະນໍາທີ່ນໍາມາບອກນີ້ ຈະເປັນແນວທາງທີ່ດີຊ່ວຍໃຫ້ໄດ້ວຽກທີ່ທ່ານຕ້ອງການ.

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now