Bigtree trading company limited

ຜູ້ຊ່ວຍ ຈັດຊື້

Bigtree trading company limited

Find all jobs of Bigtree trading company limited

location_on Ban Sibounhueng, Chanthabuly District, Vientiane Capital

language Language

timer Posted: 12 hourago

date_range 28/08/2026 to 10/09/2026


Company Industry

ກາເຟລາວ ຄຸນນະພາບຈາກພູພຽງບໍລະເວນ

ທີຄອຟເລີ່ມຕົ້ນດ້ວຍເຫດຜົນໃຫຍ່ໆຄື ເຮົາຕ້ອງການໃຫ້ຄົນລາວໄດ້ມີກາເຟທີ່ຄຸນນະພາບໃຫ້ດື່ມທີ່ເຮັດໂດຍຄົນລາວແທ້ໆ ນຳໃຊ້ເມັດຈາກປາກຊ່ອງ ພ້ອມດ້ວຍເມນູທີ່ຄິດ ແລະ ສ້າງສັນໃຫ້ຖືກກັບລົດຊາດທີ່ຄົນລາວເຮົາມັກ

ພວກເຮົານຳໃຊ້ເມັດກາເຟສາຍພັນອາຣາບິກ້າ 100% ໂດຍທີ່ບໍ່ປະສົມກັບສາຍພັນອື່ນເພື່ອໃຫ້ລົດຊາດອອກມານຸ້ມ ແລະ ດື່ມງ່າຍສຳຫຼັບຄົນທີ່ເລີ່ມຕົ້ນດື່ມກາເຟທຣີຄອຟຈະຕອບໂຈດທ່ານທີ່ສຸດ

ທຣີຄອຟເປີດສາຂາທຳອິດ ສາຂາ ໂພນທັນ (ຕິດກັບບໍລິສັດກຸງສີເຊົ່າສິນເຊື່ອ) ທີ່ ບ້ານ ໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນໃນວັນທີ່ 11/11/2021 ແລະ ໃນປີ 2024 ນີ້ເຮົາຈະມີສາຂາເຖິງ 20 ສາຂາ ເພື່ອຮອງຮັບການເຕີບໂຕຂອງລູກຄ້າເຮົາ

ທີມງານທຣີຄອຟປະກອບດ້ວຍໄວໜຸ່ມລາວທີ່ຕັ້ງໃຈຕ້ອງການສ້າງແບຣນກາເຟທີ່ໂດ່ງດັງໄປທົ່ວໂລກ ເຮົາຫວັງວ່າທ່ານຈະມັກໃນລົດຊາດກາເຟເຮົາເໝືອນດັ່ງທີ່ລູກຄ້າເຮົາຫຼາຍຄົນໄດ້ລອງມາແລ້ວ

 

Website: https://treekoff.coffee

ເບີໂທຕິດຕໍ່: 020 99379170

Whatsapp: 020 99379170

Job Description:

*** ເງື່ອນໄຂ:

1. ອາຍຸ 20-35 ປີ ບໍໍຈຳກັດເພດ;

2. ວຸດທິການສຶກສາລະດັບ ປະລິນຍາຕີ ຂຶ້ນໄປສາຂາທີ່ກ່ຽວຂ້ອງ;

3. ເຮັດວຽກປະຈຳບ່ອນດຽວ ແລະ ສາມາດເຮັດວຽກລ່ວງເວລາໄດ້.

4. ສາມາດນຳໃຊ້ໂປຮແກຣມ word, excel, power point ໄດ້ດີ;

5. ສາມາດສື່ສານກັບເພື່ອນຮ່ວມງານ-ບຸກຄົນທົ່ວໄປໄດ້ດີ;

6. ມີຄວາມຮູ້ພື້ນຖານກ່ຽວກັບການຄົ້ນຫາຂໍ້ມູນສິນຄ້າ.

***ໜ້າທີ່ຄວາມຮັບຜິດຊອບ:

1. ເປີດ PO ໃນໝວດສິນຄ້າທີ່ຕົນເອງຮັບຜິດຊອບໃຫ້ກັບຜູ້ສະໜອງສິນຄ້າ;

2 ຕິດຕາມການຈັດສົ່ງສິນຄ້າຂອງຜູ້ສະໜອງຕາມ PO ທີ່ໄດ້ແຈ້ງໃຫ້ ແລະ ການປິດ PO ສິນຄ້າລົງສາງຂອງພະນັກງານສາງວ່າຖືກຕ້ອງ ຫຼື ບໍ່;

3. ປະສານງານກັບຜູ້ສະໜອງສິນຄ້າໃນໝວດທີ່ຕົນເອງຮັບຜິດຊອບເພື່ອອັບເດດສາຄາສິນຄ້າ ຫຼື ສິນຄ້າໃໝ່;

4. ປະກອບເອກສານເບີກຈ່າຍສິນຄ້າໃຫ້ກັບພະແນກບັນຊີເພື່ອດຳເນີນການຊຳລະຄ່າສິນຄ້າໃຫ້ແກ່ຜູ້ສະໜອງ;

5. ຕິດຕໍ່ປະສານງານກັບບໍລິສັດຜູ້ສະໜອງສິນຄ້າກ່ຽວກັບການເຮັດສັນຍາຊື້ຂາຍ.

 

ຕ້ອງການ 2 ຕຳແໜ່ງ  ສົນໃຈສົ່ງ CV ເຂົ້າມາສະໝັກໄດ້ເລີຍທີ່ເບີ

020 99379170

020 52959517

Search more jobs on full job listing page: All available jobs



Salary

$300 to $400

Deadline

10/09/2026


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....