Bigtree trading company limited

ຜູ້ຊ່ວຍຄົວ

Bigtree trading company limited

Find all jobs of Bigtree trading company limited

location_on Ban Sibounhueng, Chanthabuly District, Vientiane Capital

language Language

timer Posted: 1 dayago

date_range 17/06/2025 to 25/06/2025


Company Industry

ກາເຟລາວ ຄຸນນະພາບຈາກພູພຽງບໍລະເວນ

ທີຄອຟເລີ່ມຕົ້ນດ້ວຍເຫດຜົນໃຫຍ່ໆຄື ເຮົາຕ້ອງການໃຫ້ຄົນລາວໄດ້ມີກາເຟທີ່ຄຸນນະພາບໃຫ້ດື່ມທີ່ເຮັດໂດຍຄົນລາວແທ້ໆ ນຳໃຊ້ເມັດຈາກປາກຊ່ອງ ພ້ອມດ້ວຍເມນູທີ່ຄິດ ແລະ ສ້າງສັນໃຫ້ຖືກກັບລົດຊາດທີ່ຄົນລາວເຮົາມັກ

ພວກເຮົານຳໃຊ້ເມັດກາເຟສາຍພັນອາຣາບິກ້າ 100% ໂດຍທີ່ບໍ່ປະສົມກັບສາຍພັນອື່ນເພື່ອໃຫ້ລົດຊາດອອກມານຸ້ມ ແລະ ດື່ມງ່າຍສຳຫຼັບຄົນທີ່ເລີ່ມຕົ້ນດື່ມກາເຟທຣີຄອຟຈະຕອບໂຈດທ່ານທີ່ສຸດ

ທຣີຄອຟເປີດສາຂາທຳອິດ ສາຂາ ໂພນທັນ (ຕິດກັບບໍລິສັດກຸງສີເຊົ່າສິນເຊື່ອ) ທີ່ ບ້ານ ໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນໃນວັນທີ່ 11/11/2021 ແລະ ໃນປີ 2024 ນີ້ເຮົາຈະມີສາຂາເຖິງ 20 ສາຂາ ເພື່ອຮອງຮັບການເຕີບໂຕຂອງລູກຄ້າເຮົາ

ທີມງານທຣີຄອຟປະກອບດ້ວຍໄວໜຸ່ມລາວທີ່ຕັ້ງໃຈຕ້ອງການສ້າງແບຣນກາເຟທີ່ໂດ່ງດັງໄປທົ່ວໂລກ ເຮົາຫວັງວ່າທ່ານຈະມັກໃນລົດຊາດກາເຟເຮົາເໝືອນດັ່ງທີ່ລູກຄ້າເຮົາຫຼາຍຄົນໄດ້ລອງມາແລ້ວ

 

Website: https://treekoff.coffee

ເບີໂທຕິດຕໍ່: 020 99379170

Whatsapp: 020 57430300

Job Description:

*** ເງື່ອນໄຂ ແລະ ຄຸນສົມບັດ

1. ບໍ່ຈຳກັດເພດ ອາຍຸ 18-35 ປີ

2. ວຸດທິການສຶກສາ ຈົບມໍ7ຂຶ້ນໄປ

3. ມັກຮັກໃນການເຮັດອາຫານ ແລະ ການບໍລິການ

4. ຮູ້ນຳໃຊ້ເຄື່ອງມື ອຸປະກອນການເຮັດອາຫານ

5. ມີຄວາມວ່ອງໄວໃນການເຮັດວຽກ ແລະ ການຮັກສາຄວາມສະອາດຕ້ອງເຮັດໄດ້ດີ.

***ໜ້າທີ່ ແລະ ຄວາມຮັບຜິດຊອບ

1. ກະກຽມວັດຖຸດິບປຸງແຕ່ງອາຫານໃຫ້ມີຄວາມພ້ອມຕໍ່ການໃຫ້ບໍລິການລູກຄ້າ

2. ປຸງແຕ່ງອາຫານໃຫ້ມີຄຸນນະພາບ, ຈັດແຕ່ງຈານອາຫານໃຫ້ສວຍງາມ

3. ຈັດເກັບວັດຖຸດິບ ແລະ ອຸປະກອນການເຮັດອາຫານໄວ້ຕາມໝວດໝູ່ ໃຫ້ເປັນລະບຽບຮຽບຮ້ອຍ ພ້ອມທັງເຊັກສະຕ໋ອກເຄື່ອງໃຊ້ບໍ່ໃຫ້ຂາດ

4. ຮັກສາຄວາມສະອາດພາຍໃນຄົວ, ອຸປະກອນຕ່າງໆ ແລະ ທຳຄວາມສະອາດ ໂຕະ,ພື້ນ, ເກັບມ້ຽນຂີ້ເຫຍື້ອ ຫຼື ເສດອາຫານໃຫ້ເປັນລະບຽບຮຽບຮ້ອຍ

5. ຮັບຜິດຊອບໜ້າທີ່ວຽກງານຕາມການມອບໝາຍ.

 

***ສະຖານທີ່ບ່ອນເຮັດວຽກ ຮ້ານ ການເຟ Treekoff ສາຂາ ວັດແສນ, ບ້ານ ວັດແສນ, ນະຄອນ ຫຼວງພະບາງ, ແຂວງ ຫຼວງພະບາງ. 

      

 ****ສົນໃຈຕິດຕໍ່ໄດ້ທີ່ WhatsApp 020 99379170

Search more jobs on full job listing page: All available jobs



Salary

$200 to $300

Deadline

25/06/2025


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....