Bigtree trading company limited

ຫົວໜ້າພະແນກ ບັນຊີ-ການເງິນ

Bigtree trading company limited

Find all jobs of Bigtree trading company limited

location_on Ban Sibounhueng, Chanthabuly District, Vientiane Capital

language Language

timer Posted: 22 hourago

date_range 13/05/2025 to 25/05/2025


Company Industry

ກາເຟລາວ ຄຸນນະພາບຈາກພູພຽງບໍລະເວນ

ທີຄອຟເລີ່ມຕົ້ນດ້ວຍເຫດຜົນໃຫຍ່ໆຄື ເຮົາຕ້ອງການໃຫ້ຄົນລາວໄດ້ມີກາເຟທີ່ຄຸນນະພາບໃຫ້ດື່ມທີ່ເຮັດໂດຍຄົນລາວແທ້ໆ ນຳໃຊ້ເມັດຈາກປາກຊ່ອງ ພ້ອມດ້ວຍເມນູທີ່ຄິດ ແລະ ສ້າງສັນໃຫ້ຖືກກັບລົດຊາດທີ່ຄົນລາວເຮົາມັກ

ພວກເຮົານຳໃຊ້ເມັດກາເຟສາຍພັນອາຣາບິກ້າ 100% ໂດຍທີ່ບໍ່ປະສົມກັບສາຍພັນອື່ນເພື່ອໃຫ້ລົດຊາດອອກມານຸ້ມ ແລະ ດື່ມງ່າຍສຳຫຼັບຄົນທີ່ເລີ່ມຕົ້ນດື່ມກາເຟທຣີຄອຟຈະຕອບໂຈດທ່ານທີ່ສຸດ

ທຣີຄອຟເປີດສາຂາທຳອິດ ສາຂາ ໂພນທັນ (ຕິດກັບບໍລິສັດກຸງສີເຊົ່າສິນເຊື່ອ) ທີ່ ບ້ານ ໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນໃນວັນທີ່ 11/11/2021 ແລະ ໃນປີ 2024 ນີ້ເຮົາຈະມີສາຂາເຖິງ 20 ສາຂາ ເພື່ອຮອງຮັບການເຕີບໂຕຂອງລູກຄ້າເຮົາ

ທີມງານທຣີຄອຟປະກອບດ້ວຍໄວໜຸ່ມລາວທີ່ຕັ້ງໃຈຕ້ອງການສ້າງແບຣນກາເຟທີ່ໂດ່ງດັງໄປທົ່ວໂລກ ເຮົາຫວັງວ່າທ່ານຈະມັກໃນລົດຊາດກາເຟເຮົາເໝືອນດັ່ງທີ່ລູກຄ້າເຮົາຫຼາຍຄົນໄດ້ລອງມາແລ້ວ

 

Website: https://treekoff.coffee

ເບີໂທຕິດຕໍ່: 020 99379170

Whatsapp: 020 57430300

Job Description:

****  ເງື່ອນໄຂ ແລະ ຄຸນສົມບັດ 

  1. ເພດຍິງ ຫຼື ຊາຍ ຕ້ອງມີອາຍຸ 20 ປີ ຂຶ້ນໄປ ສໍາລັບຜູ້ທີ່ມາເລີ່ມວຽກໃໝ່;
  2. ຕ້ອງຮຽນຈົບວິຊາຊີບສາຂາ ບັນຊີ-ການເງິນ, ການທະນາຄານ ຫຼື ບໍລິຫານທຸລະກິດ ລະດັບຊັ້ນປະລິຍາຕີຂຶ້ນໄປ;
  3. ຕ້ອງມີປະສົບການເຮັດວຽກມາກ່ອນ 2 ປີຂຶ້ນໄປ ໃນສາຍອາຊີບທີ່ຮຽນມາ;
  4. ຕ້ອງເປັນຄົນທີ່ບໍ່ມີປະຫວັດເສຍຫາຍ ແລະ ບໍ່ເຄີຍຕ້ອງໂທດມາກ່ອນ;
  5. ມີຄວາມສື່ສັດຕໍ່ອົງກອນ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານສູງ;
  6. ສາມາດເຮັດວຽກເປັນທີມກັບເພື່ອນຮ່ວມງານ ແລະ ເຮັດວຽກພາຍໃຕ້ຄວາມກົດດັນໄດ້;
  7. ຕ້ອງເປັນຄົນມີສຸຂະພາບແຂງແຮງ ແລະ ບໍ່ມີໂລກປະຈຳຕົວທີ່ຮ້າຍແຮງ;
  8. ສາມາດເຮັດວຽກລ່ວງເວລາໄດ້, ອອກຕ່າງແຂວງໄດ້.

 ****  ໜ້າທີ່ ແລະ ຄວາມຮັບຜິດຊອບ

  1. ຕິດຕາມນໍາພາພະນັກງານພາຍໃນພະແນກ ເຮັດວຽກໃຫ້ໄດ້ຕາມເປົ້າໝາຍຂອງບໍລິສັດ ແລະ ລະບຽບການທາງດ້ານບັນຊີ-ການເງິນ;
  2. ແກ້ໄຂບັນຫາພາຍໃນພະແນກຖ້າຫາກເກີດມີຄວາມຂັດແຍ່ງ ແລະ ຂໍ້ຜິດພາດອື່ນໆ;
  3. ຝຶກອົບຮົມແນະນໍາທີມງານໃນຂັ້ນຕອນການເຮັດວຽກຂອງແຕ່ລະພາກສ່ວນໃຫ້ຊໍານານໃນການປະຕິບັດວຽກງານ;
  4. ຕິດຕາມຊີ້ນຳດູແລການຈັດເກັບສິນຄ້າ, ການຮັບເຂົ້າຂອງສິນຄ້າ, ການຈັດສົ່ງສິນຄ້າອອກ ແລະ ການກວດສອບສິນຄ້າຄົງເຫຼືອ;
  5. ຕິດຕາມການຂື້ນແຜນ ແລະ ວາງແຜນການຈັດສົ່ງສິນຄ້າໃຫ້ຕົງຕາມກຳນົດເວລາ;
  6. ຕິດຕາມພົວພັນວຽກກັບໜ່ວຍງານພາຍນອກເຊັ່ນ: ສ່ວຍສາອາກອນ, ທະນາຄານ ແລະ ອົງກອນອື່ນໆ;
  7. ກວດກາເຊັນອະນຸມັດ ເອກະສານເບີກຈ່າຍຕ່າງໆ ຕາມບໍລິສັດກຳນົດ;
  8. ລາຍງານວຽກງານບັນຊີ-ການເງິນ ໃຫ້ ຜູ້ອໍານວຍການໃຫຍ່ ແລະ ປະທານບໍລິສັດ ຮັບຮູ້.

****  ເອກະສານປະກອບສະໝັກວຽກ

       1.  ໃບປະກາດ + ໃບຄະແນນ;

        2.  ບັດປະຈຳຕົວ ຫຼື ສຳມະໂນຄົວ;

        3. ໃບຢັ້ງຢືນທີ່ຢູ່ປັດຈຸບັນ;

        4. ໃບຄ້ຳປະກັນ;

        5. ໃບແຈ້ງໂທດ ບໍ່ຕ່ຳກວ່າ 3 ເດືອນ;

        6. ໃບຢັ້ງຢືນການຝຶກອົບຮົມ, ໃບຜ່ານງານ (ຖ້າມີ);

        7. ຮູບ 3*4 ຈຳນວນ 1 ໃບ.

ສາມາດຕິດຕໍ່ສອບຖາມໄດ້ທີ່ເບີ: 

WhatsApp: 020 99379170, 020 57430300

Search more jobs on full job listing page: All available jobs



Salary

$400 to $600

Deadline

25/05/2025


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....