Bigtree trading company limited

ພະນັກງານ ບາຣິສຕ້າ ຊົງກາເຟ

Bigtree trading company limited

Find all jobs of Bigtree trading company limited

location_on Ban Sibounhueng, Chanthabuly District, Vientiane Capital

language Language

timer Posted: 15 hourago

date_range 12/11/2025 to 20/11/2025


Company Industry

ກາເຟລາວ ຄຸນນະພາບຈາກພູພຽງບໍລະເວນ

ທີຄອຟເລີ່ມຕົ້ນດ້ວຍເຫດຜົນໃຫຍ່ໆຄື ເຮົາຕ້ອງການໃຫ້ຄົນລາວໄດ້ມີກາເຟທີ່ຄຸນນະພາບໃຫ້ດື່ມທີ່ເຮັດໂດຍຄົນລາວແທ້ໆ ນຳໃຊ້ເມັດຈາກປາກຊ່ອງ ພ້ອມດ້ວຍເມນູທີ່ຄິດ ແລະ ສ້າງສັນໃຫ້ຖືກກັບລົດຊາດທີ່ຄົນລາວເຮົາມັກ

ພວກເຮົານຳໃຊ້ເມັດກາເຟສາຍພັນອາຣາບິກ້າ 100% ໂດຍທີ່ບໍ່ປະສົມກັບສາຍພັນອື່ນເພື່ອໃຫ້ລົດຊາດອອກມານຸ້ມ ແລະ ດື່ມງ່າຍສຳຫຼັບຄົນທີ່ເລີ່ມຕົ້ນດື່ມກາເຟທຣີຄອຟຈະຕອບໂຈດທ່ານທີ່ສຸດ

ທຣີຄອຟເປີດສາຂາທຳອິດ ສາຂາ ໂພນທັນ (ຕິດກັບບໍລິສັດກຸງສີເຊົ່າສິນເຊື່ອ) ທີ່ ບ້ານ ໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນໃນວັນທີ່ 11/11/2021 ແລະ ໃນປີ 2024 ນີ້ເຮົາຈະມີສາຂາເຖິງ 20 ສາຂາ ເພື່ອຮອງຮັບການເຕີບໂຕຂອງລູກຄ້າເຮົາ

ທີມງານທຣີຄອຟປະກອບດ້ວຍໄວໜຸ່ມລາວທີ່ຕັ້ງໃຈຕ້ອງການສ້າງແບຣນກາເຟທີ່ໂດ່ງດັງໄປທົ່ວໂລກ ເຮົາຫວັງວ່າທ່ານຈະມັກໃນລົດຊາດກາເຟເຮົາເໝືອນດັ່ງທີ່ລູກຄ້າເຮົາຫຼາຍຄົນໄດ້ລອງມາແລ້ວ

 

Website: https://treekoff.coffee

ເບີໂທຕິດຕໍ່: 020 99379170

Whatsapp: 020 99379170

Job Description:

***ເງື່ອນໄຂ ແລະ ຄຸນສົມບັດ ບາຣິສຕ້າ:

    1. ບໍ່ຈຳກັດເພດ ອາຍຸເລີ່ມຕົ້ນ 18-28ປີ

    2. ວຸດທິການສຶກສາແມ່ນຈົບມໍ7ຂຶ້ນໄປ

    3. ຕົງຕໍ່ເວລາ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ

    4. ມີຄວາມຮັກມັກດ້ານການບໍລິການ

   5. ຖ້າມີປະສົບການທາງດ້ານຮ້ານກາເຟມາກອນ ຈະພິຈາລະນາເປັນພິເສດ

***ໜ້າວຽກ ຂອງບາຣິສຕ້າ: 

    1. ຈັດກຽມຊົງກາເຟ ແລະ ວັດຖຸດິບກອນເປິດ-ປິດຮ້ານທຸກມື້

    2. ແນະນຳໂປຣໂມຊັນພາຍໃນຮ້ານ (ຖ້າທາງຮ້ານມີໂປຣໂມຊັນ)

    3. ເຊຍຂາຍເມນູທີ່ທາງບໍລິສັດກຳນົດໃຫ້ໃນທຸກໆເດືອນ (ຕັ້ງເປົ້າຍອດຈອກ)

    4. ຮັກສາຄວາມສະອາດພາຍໃນຮ້ານ ແລະ ຈັກກາເຟໃຫ້ສະອາດຕະຫລອດເວລາ

    5. ເຊັກສະຕ໋ອກວັດຖຸດິບທຸກຄັ້ງກ່ອນເປີດ  ແລະ ປິດຮ້ານ

    6. ເຮັດວຽກຕາມການມອບໝາຍພາຍໃນຮ້ານ

ສາຂາທີ່ຍັງຕ້ອງການພະນັກງານ:

1. ສາຂາ ໂສກປ່າຫຼວງ, ສາຂາ ດົງຄຳຊ້າງ, ສາຂາ ດອນໜູນ.

ສາມາດຕິດຕໍ່ສອບຖາມໄດ້: 020 99379170

ສາມາດຕິດຕໍ່ສອບຖາມໄດ້: 020 52959517

Search more jobs on full job listing page: All available jobs



Salary

$200 to $300

Deadline

20/11/2025


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....