Find all jobs of Bigtree trading company limited
location_on Ban Sibounhueng, Chanthabuly District, Vientiane Capital
language Language
timer Posted: 4 dayago
date_range 19/02/2025 to 10/03/2025
Company Industry
ກາເຟລາວ ຄຸນນະພາບຈາກພູພຽງບໍລະເວນ
ທີຄອຟເລີ່ມຕົ້ນດ້ວຍເຫດຜົນໃຫຍ່ໆຄື ເຮົາຕ້ອງການໃຫ້ຄົນລາວໄດ້ມີກາເຟທີ່ຄຸນນະພາບໃຫ້ດື່ມທີ່ເຮັດໂດຍຄົນລາວແທ້ໆ ນຳໃຊ້ເມັດຈາກປາກຊ່ອງ ພ້ອມດ້ວຍເມນູທີ່ຄິດ ແລະ ສ້າງສັນໃຫ້ຖືກກັບລົດຊາດທີ່ຄົນລາວເຮົາມັກ
ພວກເຮົານຳໃຊ້ເມັດກາເຟສາຍພັນອາຣາບິກ້າ 100% ໂດຍທີ່ບໍ່ປະສົມກັບສາຍພັນອື່ນເພື່ອໃຫ້ລົດຊາດອອກມານຸ້ມ ແລະ ດື່ມງ່າຍສຳຫຼັບຄົນທີ່ເລີ່ມຕົ້ນດື່ມກາເຟທຣີຄອຟຈະຕອບໂຈດທ່ານທີ່ສຸດ
ທຣີຄອຟເປີດສາຂາທຳອິດ ສາຂາ ໂພນທັນ (ຕິດກັບບໍລິສັດກຸງສີເຊົ່າສິນເຊື່ອ) ທີ່ ບ້ານ ໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນໃນວັນທີ່ 11/11/2021 ແລະ ໃນປີ 2024 ນີ້ເຮົາຈະມີສາຂາເຖິງ 20 ສາຂາ ເພື່ອຮອງຮັບການເຕີບໂຕຂອງລູກຄ້າເຮົາ
ທີມງານທຣີຄອຟປະກອບດ້ວຍໄວໜຸ່ມລາວທີ່ຕັ້ງໃຈຕ້ອງການສ້າງແບຣນກາເຟທີ່ໂດ່ງດັງໄປທົ່ວໂລກ ເຮົາຫວັງວ່າທ່ານຈະມັກໃນລົດຊາດກາເຟເຮົາເໝືອນດັ່ງທີ່ລູກຄ້າເຮົາຫຼາຍຄົນໄດ້ລອງມາແລ້ວ
Website: https://treekoff.coffee
Job Description:
ເງື່ອນໄຂ:
- ເພດຍິງ ຫຼື ຊາຍ, ອາຍຸ 20-30 ປີ ສຳລັບຜູ້ເລີ່ມວຽກໃໝ່
- ມີປະສົບການທາງດ້ານການຕະຫຼາດ
- ວຸດທິການສຶກສາຈົບຊັ້ນສູງ ຫຼື ປະລິນຍາຕີ ສາຂາທີ່ກ່ຽວຂ້ອງ(ການຕະຫຼາດ, ເສດຖະສາດ, ບໍລິຫານທຸລະກິດ, ວິສະວະກຳ ແລະ ສະຖາປັດຕະຍະກຳ)
- ມີພາຫະນະສ່ວນຕົວເປັນຂອງຕົນເອງ
- ເຮັດວຽກເປັນທີມໄດ້, ເຮັດວຽກລ່ວງດວລາໄດ້, ສາມາດເດີນທາງໄປເບິ່ງວຽກຕ່າງແຂວງໄດ້
- ມີທັກສະການສື່ສານດ້ານພາສາອັງກິດດີ
ໜ້າວຽກ:
1. ຄົ້ນຄວ້າ ແລະ ສ້າງຊ່ອງທາງການສົ່ງເສີມການຕະຫຼາດ
2. ຕິດຕາມການເຄື່ອນໄຫວວຽກງານທາງດ້ານການຕະຫຼາດທັງຮູບແບບອອນໄລນ໌ ແລະ ອ໋ອຟໄລນ໌ ປະຕິບັດຕົວຈິງ
3. ດູແລເພຈທຣີຄອຟ
4. ວາງແຜນການດຳເນີນງານ ການກະກຽມເປີດສາຂາ, ຕິດຕາມການດຳເນີນງານທາງພາກສະໜາມ ແລະ ປະສານງານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃຫ້ກັບແຟຣນໄຊສ໌ທີ່ຈະເປີດໃໝ່ທຸກໆສາຂາ
5. ຕິດຕາມ ແລະ ເກັບກຳຂໍ້ມູນການປະສານງານກັບລູກຄ້າທີ່ສົນໃຈແຟຣນໄຊສ໌
6. ປະສານງານກັບລູກຄ້າແຟຣນໄຊສ໌ທັງເກົ່າ ແລະ ໃໝ່ ໃນການໃຫ້ຂໍ້ມູນລາຍລະອຽດ ແລະ ເງື່ອນໄຂຕ່າງໆ
ເອກະສານປະກອບສະໝັກວຽກ:
1. ໃບປະກາດ+ໃບຄະແນນ
2. ບັດປະຈຳຕົວ ຫຼື ສຳມະໂນຄົວ
3. ໃບຢັ້ງຢືນທີ່ຢູ່
4. ໃບຄ້ຳປະກັນ
5. ໃບແຈ້ງໂທດ (ບໍ່ຕ່ຳກວ່າ 3 ເດືອນ)
6. ໃບຢັ້ງຢືນການຝຶກອົບຮົມ, ໃບຜ່ານງານ ຫຼື ປະສົບການ (ຖ້າມີ)
7. ຮູບຖ່າຍ 3x4 ຈຳນວນ 2 ໃບ
(ທັງໝົດແມ່ນສະບັບກັອບປີ້)
Search more jobs on full job listing page: All available jobs
Salary
$200 to $300
Deadline
10/03/2025
Job Status | Available |
Job Type | Full-Time |
Job Functions | Marketing / Advertising / Public Relations (PR) |
RECENT JOBS IN Bigtree trading company limited