Bigtree trading company limited

ຜູ້ຊ່ວຍສາງ

Bigtree trading company limited

Find all jobs of Bigtree trading company limited

location_on Ban Sibounhueng, Chanthabuly District, Vientiane Capital

language Language

timer Posted: 17 hourago

date_range 22/04/2026 to 06/05/2026


Company Industry

ກາເຟລາວ ຄຸນນະພາບຈາກພູພຽງບໍລະເວນ

ທີຄອຟເລີ່ມຕົ້ນດ້ວຍເຫດຜົນໃຫຍ່ໆຄື ເຮົາຕ້ອງການໃຫ້ຄົນລາວໄດ້ມີກາເຟທີ່ຄຸນນະພາບໃຫ້ດື່ມທີ່ເຮັດໂດຍຄົນລາວແທ້ໆ ນຳໃຊ້ເມັດຈາກປາກຊ່ອງ ພ້ອມດ້ວຍເມນູທີ່ຄິດ ແລະ ສ້າງສັນໃຫ້ຖືກກັບລົດຊາດທີ່ຄົນລາວເຮົາມັກ

ພວກເຮົານຳໃຊ້ເມັດກາເຟສາຍພັນອາຣາບິກ້າ 100% ໂດຍທີ່ບໍ່ປະສົມກັບສາຍພັນອື່ນເພື່ອໃຫ້ລົດຊາດອອກມານຸ້ມ ແລະ ດື່ມງ່າຍສຳຫຼັບຄົນທີ່ເລີ່ມຕົ້ນດື່ມກາເຟທຣີຄອຟຈະຕອບໂຈດທ່ານທີ່ສຸດ

ທຣີຄອຟເປີດສາຂາທຳອິດ ສາຂາ ໂພນທັນ (ຕິດກັບບໍລິສັດກຸງສີເຊົ່າສິນເຊື່ອ) ທີ່ ບ້ານ ໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນໃນວັນທີ່ 11/11/2021 ແລະ ໃນປີ 2024 ນີ້ເຮົາຈະມີສາຂາເຖິງ 20 ສາຂາ ເພື່ອຮອງຮັບການເຕີບໂຕຂອງລູກຄ້າເຮົາ

ທີມງານທຣີຄອຟປະກອບດ້ວຍໄວໜຸ່ມລາວທີ່ຕັ້ງໃຈຕ້ອງການສ້າງແບຣນກາເຟທີ່ໂດ່ງດັງໄປທົ່ວໂລກ ເຮົາຫວັງວ່າທ່ານຈະມັກໃນລົດຊາດກາເຟເຮົາເໝືອນດັ່ງທີ່ລູກຄ້າເຮົາຫຼາຍຄົນໄດ້ລອງມາແລ້ວ

 

Website: https://treekoff.coffee

ເບີໂທຕິດຕໍ່: 020 99379170

Whatsapp: 020 99379170

Job Description:

******ເງື່ອນໄຂ

1. ເພດຊາຍ, ອາຍຸ 20-38 ປີ 

2. ສຸຂະພາບແຂງແຮງ ສາມາດຍົກຍໍເຄື່ອງໜັກໄດ້

3. ສາມາດອອກວຽກຕ່າງແຂວງ ແລະ ເຮັດວຽກລ່ວງເວລາໄດ້

4. ສາມາດນຳໃຊ້ຄອມພິວເຕີ້ໂປຣແກຣມພື້ນຖານໄດ້

5. ມີທັກສະໃນການສື່ສານທີ່ດີ ແລະ ສາມາດເຮັດວຽກເປັນທີມໄດ້

6. ຕົງຕໍ່ເວລາ, ດຸໝັ່ນ ມີຄວາມຮັບຜິດຊອບໃນໜ້າທີ່ວຽກງານສູງ.

*******ໜ້າທີ່ຄວາມຮັບຜິດຊອບ ຜູ້ຊ່ວຍສາງ

1. ກະກຽມສິນຄ້າສຳລັບການຈັດສົ່ງໃນແຕ່ລະຮອບສົ່ງ

2. ກວດສອບສິນຄ້າໃຫ້ຖືກຕ້ອງກ່ອນຈັດສົ່ງໃຫ້ແຕ່ລະສາຂາ

3. ບັນທຶກຂໍ້ມູນການຈັດສົ່ງສິນຄ້າໃຫ້ຖືກຕ້ອງ

4. ກຽມອຸປະກອນ ແລະ ເອກະສານສຳລັບການຈັດສົ່ງສິນຄ້າ

5. ປະຕິບັດໜ້າທີ່ຕາມການມອບໝາຍ.

 

Search more jobs on full job listing page: All available jobs



Salary

$300 to $500

Deadline

06/05/2026


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....