Foodbank Corporation Co. Ltd

ຫ້ອງການບໍລິຫານ

Foodbank Corporation Co. Ltd

Find all jobs of Foodbank Corporation Co. Ltd

location_on Sikhaithong Village, Sikhottabong District, Vientiane capital, LAO PDR

language Language

timer Posted: 5 dayago

date_range 11/08/2025 to 30/09/2025


Company Industry

ບໍລິສັດ ຟູດແບ້ງ ຄໍປໍເຣຊັ້ນ ຈຳກັດ ທີ່ຈົດທະບຽນໃນປະເທດລາວ, ມີພັນທະກິດຄືການສ້າງແບຣນອາຫານ ແລະ ສິນຄ້າທ້ອງຖິ່ນໃນລາວ ໃຫ້ສາມາດຂາຍໄດ້ຢ່າງມີຄຸນນະພາບ. 

ບໍລິສັດ ສ້າງຂຶ້ນໃນວັນທີ 28 ພຶດສະພາ 2025, ທີມງານຂອງ ບໍລິສັດ ຟູດແບ້ງ ຄໍປໍເຣຊັ້ນ ຈຳກັດ ຄືທີມຄົນລຸ້ນໃໝ່ ທີ່ຈະນຳໃຊ້ລະບົບໄອທີ່ເຂົ້າມາຊ່ວຍໃຫ້ທຸລະກິດຮ້ານອາຫານໃນປະເທດລາວ ໃຫ້ສົດໃໝ່ ໂດຍ 04 ຫຼັກການດັ່ງລຸ່ມນີ້: 

1.​ ວັດຖຸດິບ ຕ້ອງມາຈາກແຫຼ່ງທຳມະຊາດ ແລະ ປອດສານພິດ, ມີຄວາມສົດໃໝ່ຈາກຜູ້ຜະລິດໂດຍກົງ.

2. ລະບົບການຂົນສົ່ງວັດຖຸດິບ ທີ່ຄວບຄຸມ, ສະຖຽນຕົງເວລາ ແລະ ສາມາດຄາດຄະເນວັດຖຸດິບທີ່ຊັດເຈນຢ່າງຕົງຈຸດ.

3. ອາຫານຕ້ອງແຊບ ແຕ່ກິນແລ້ວບໍ່ເສຍສຸຂະພາບ.

4. ເມນູອາຫານ ປັບປ່ຽນໄປຕາມຍຸກສະໄໝ ບໍ່ຈຳເຈ.

ບໍລິສັດ ຟູດແບ້ງ ຄໍປໍເຣຊັ້ນ ຈຳກັດ ທີ່ສ້າງຕັ້ງໂດຍຄົນລາວ ຮ້ອຍສ່ວນຮ້ອຍ ໂດຍທີມງານຄົນລາວທັງໝົດ, ເຮົາຈະສ້າງເຄື່ອງມືການສ້າງລາຍໄດ້ໃຫ້ຄົນລາວ, ການເຕີບໃຫຍ່ຂອງເຮົາແມ່ນຕ້ອງເຕີບໃຫຍ່ໄປນຳກັນ ພວກເຮົາຈະຍຶດໝັ້ນຫຼັກການຂ້າງເທິງ ແລະ ສ້າງບໍລິສັດ ໃຫ້ເຕີບໃຫຍ່ຈົນສາມາດບັນລຸເປົ້າໝາຍ ກໍ່ຄື ກາຍເປັນຜູ້ນຳທາງທຸລະກິດອາຫານໃນປະເທດລາວ

ເວັບໄຊ້: https://www.foodbankcorp.co

ທີ່ຕັ້ງບໍລິສັດ ບ້ານ ສີໄຄທົ່ງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ

 

 

ປັດຈຸບັນບໍລິສັດກຳລັງເປີດຮ້ານອາຫານຕຳສົ້ມ ເຊິ່ງເປັນແບຣນທຳອິດຂອງບໍລິສັດທີ່ຈະເປີດຮ້ານໃໝ່ 3 ສາຂາໃນປີ 2025 ນີ້

ພວກເຮົາກຳລັງເບິ່ງຫາທີມງານທີ່ຈະມາຊ່ວຍສ້າງອົງກອນໃຫ້ເຂັ້ມແຂງ ໃຜສົນໃຈສາມາດສະໝັກງານມາຮ່ວມກັບເຮົາໄດ້ 

Job Description:

ຕຳແໜ່ງ: ຫ້ອງການບໍລິຫານ

 

1. ດູແລ ແລະ ບໍລິຫານເອກກະສານຂາເຂົ້າຂາອອກຂອງບໍລິສັດ

2. ຈັດລະບຽບເອກກະສານໃຫ້ເປັນລະບົບລະບຽບຕາມກົດລະບຽບຂອງບໍລິສັດ

3. ຈັດລຽງການນຳເອກກະສານເຂົ້າເຊັນຜູ້ອຳນວຍການ ແລະ ພະແນກທີ່ກ່ຽວຂ້ອງ

4. ປະສານງານພາກສ່ວນລັດ​ ແລະ ເອກກະຊົນໃນການຈັດສົ່ງເອກກະສານພາຍໃນບໍລິສັດ

5. ປະຕິບັດໜ້າວຽກອື່ນໆທີ່ກ່ຽວຂ້ອງກັບເອກກະສານໃນຫ້ອງການບໍລິສັດ

 

ມາດຖານເງື່ອນໄຂຂອງຜູ້ສະໝັກ

1. ເພດ ຊາຍ ຫຼື ຍິງ ອາຍຸ 21 – 30

2. ລະດັບການສຶກສາ: ປະລິນຍາຕີຂຶ້ນໄປ ໃນ ສາຂາ ບໍລິຫານທຸລະກິດ, ການເງິນບັນຊີ, ການທະນາຄານ, ເສດຖະສາດ, ການຄ້າລະຫວ່າງປະເທດ

3. ຄະແນນສະເລ່ຍຮຽນຈົບ CGPA 2,80/4,00 ຂື້ນໄປ

4. ມີຄວາມຮູ້ເລື່ອງການໃຊ້ໂປຣແກມພື້ນຖານໃນຄອມພິວເຕີ້ເຊັ່ນ Microsoft Word, Excel

5. ມີຄວາມຮູ້ດ້ານພາສາອັງກິດ

 

ຜົນຕອບແທນ: 6 ລ້ານກີບຂື້ນໄປ

ສົນໃຈສົ່ງປະຫວັດພະນັກງານເຂົ້າທີ່ອີເມວບໍລິສັດໂດຍກົງເທົ່ານັ້ນ 

ອີເມວ: hr.foodbankcorporation@gmail.com

Search more jobs on full job listing page: All available jobs



Salary

None.

Deadline

30/09/2025


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....