Bigtree trading company limited

ຜູ້ຊ່ວຍ ຝ່າຍກວດສອບມາດຕະຖານ

Bigtree trading company limited

Find all jobs of Bigtree trading company limited

location_on Ban Sibounhueng, Chanthabuly District, Vientiane Capital

language Language

timer Posted: 4 dayago

date_range 13/03/2025 to 25/03/2025


Company Industry

ກາເຟລາວ ຄຸນນະພາບຈາກພູພຽງບໍລະເວນ

ທີຄອຟເລີ່ມຕົ້ນດ້ວຍເຫດຜົນໃຫຍ່ໆຄື ເຮົາຕ້ອງການໃຫ້ຄົນລາວໄດ້ມີກາເຟທີ່ຄຸນນະພາບໃຫ້ດື່ມທີ່ເຮັດໂດຍຄົນລາວແທ້ໆ ນຳໃຊ້ເມັດຈາກປາກຊ່ອງ ພ້ອມດ້ວຍເມນູທີ່ຄິດ ແລະ ສ້າງສັນໃຫ້ຖືກກັບລົດຊາດທີ່ຄົນລາວເຮົາມັກ

ພວກເຮົານຳໃຊ້ເມັດກາເຟສາຍພັນອາຣາບິກ້າ 100% ໂດຍທີ່ບໍ່ປະສົມກັບສາຍພັນອື່ນເພື່ອໃຫ້ລົດຊາດອອກມານຸ້ມ ແລະ ດື່ມງ່າຍສຳຫຼັບຄົນທີ່ເລີ່ມຕົ້ນດື່ມກາເຟທຣີຄອຟຈະຕອບໂຈດທ່ານທີ່ສຸດ

ທຣີຄອຟເປີດສາຂາທຳອິດ ສາຂາ ໂພນທັນ (ຕິດກັບບໍລິສັດກຸງສີເຊົ່າສິນເຊື່ອ) ທີ່ ບ້ານ ໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນໃນວັນທີ່ 11/11/2021 ແລະ ໃນປີ 2024 ນີ້ເຮົາຈະມີສາຂາເຖິງ 20 ສາຂາ ເພື່ອຮອງຮັບການເຕີບໂຕຂອງລູກຄ້າເຮົາ

ທີມງານທຣີຄອຟປະກອບດ້ວຍໄວໜຸ່ມລາວທີ່ຕັ້ງໃຈຕ້ອງການສ້າງແບຣນກາເຟທີ່ໂດ່ງດັງໄປທົ່ວໂລກ ເຮົາຫວັງວ່າທ່ານຈະມັກໃນລົດຊາດກາເຟເຮົາເໝືອນດັ່ງທີ່ລູກຄ້າເຮົາຫຼາຍຄົນໄດ້ລອງມາແລ້ວ

 

Website: https://treekoff.coffee

ເບີໂທຕິດຕໍ່: 020 99379170

Whatsapp: 020 57430300

Job Description:

 

*** ເງື່ອນໄຂ

  1. ອາຍຸ 19-27 ປີ ສຳລັບຜູ້ເລີ່ມວຽກໃຫມ່;
  2. ບໍ່ຈຳກັດເພດ;
  3. ບໍ່ມີໂລກປະຈຳຕົວ;
  4. ວຸດທິການສຶກສາລະດັບ ຈົບມໍ 7 ຂຶ້ນໄປ;
  5. ຕ້ອງສາມາດນໍາໃຊ້ໂປຣແກມ Microsoft office ໄດ້;
  6. ເຮັດວຽກປະຈຳບ່ອນດຽວ ແລະ ສາມາດເຮັດວຽກລ່ວງເວລາໄດ້;
  7. ຕ້ອງມີຄວາມຮູ້ດ້ານຮ້ານກາເຟມາກ່ອນ ແລະ ສາມາດດື່ມກາເຟໄດ້.

***ໜ່້າວຽກຂອງ ຜູ້ຊ່ວຍ ຝ່າຍກວດສອບມາດຕະຖານ

    1. ປະຕິບັດວຽກງານຕາມແຜນວຽກປະຈຳເດືອນ;

    2. ກວດສອບ ແລະ ປະເມີນຄຸນນະພາບຮ້ານ ກາເຟ ທຣີຄອຟປະຈຳເດືອນ;

    3. ກວດສອບຈຳນວນຈອກຕົວຈິງທຽບໃນລະບົບປະຈຳເດືອນ;

   4. ນຳສົ່ງເອກະສານປະຕິບັດໃຫ້ກັບພະແນກທີ່ກ່ຽວຂ້ອງທຸກໆເດືອນ;

   5. ຮວບຮວມບັນຫາ ແລະ ຂໍ້ບົກຜ່ອງທີ່ພົບເຫັນແລ້ວລາຍງານໃຫ້ຫົວໜ້າຝ່າຍ;

   6. ສາມາດປະຕິບັດໜ້າທີ່ຕາມການມອບໝາຍຈາກຫົວໜ້າຝ່າຍ.

ສົນໃຈສະໝັກຕິດຕໍ່ທີ່ເບີ: 020 99379170

ສົນໃຈສະໝັກຕິດຕໍ່ທີ່ເບີ: 020 57430300

Search more jobs on full job listing page: All available jobs



Salary

$300 to $400

Deadline

25/03/2025


CVConnect is leading recruitment agency in Laos demonstrated through enormous investment in database and international working standards that enable us to seek the right candidates to various companies as fast as possible in any positions or levels.

....