ເທັກນິກເພີ່ມປະສິດທິພາບການເຮັດວຽກດ້ວຍວິທີ 1-3-5

timer

remove_red_eye 0 views


cvConnect.la - ເທັກນິກເພີ່ມປະສິດທິພາບການເຮັດວຽກດ້ວຍວິທີ 1-3-5

 

 ແຕ່ລະຄົນອາດມີວິທີເພີ່ມປະສິດທິພາບການເຮັດວຽກຂອງຕົວເອງແຕກຕ່າງກັນ ເພື່ອໃຫ້ວຽກສຳເລັດຕາມເປົ້າໝາຍ ມື້ນີ້ cvconnect.la ມີເທັກນິກການເພີ່ມປະສິທິພາບການເຮັດວຽກອີກ 1 ວິທີມາຝາກ ນັ້ນຄືວິທີການເຮັດວຽກແບບ 1-3-5 ເຊິ່ງອາດເປັນທາງເລືອກສຳລັບຄົນທີ່ຍັງຫາວິທີບໍ່ລົງໂຕ

 ການຈັດການວຽກແບບ 1-3-5 ຄື ການແບ່ງວຽກອອກເປັນ 3​ ກ້ອນ ໄດ້ແກ່

ວຽກໃຫຍ່ 1ຢ່າງ

ວຽກຂະໜາດກາງ 3 ຢ່າງ

ວຽກເລັກໆນ້ອຍໆ  5 ຢ່າງ

= ໃນ 1 ມື້ ສາມາດເຮັດວຽກແລ້ວ ເຖິງ 9 ຢ່າງ

ວິທີນີ້ເຮັດໃຫ້ວັນເຮັດວຽວັນໜຶ່ງ ເຮົາສາມາດເຮັດໃຫ້ສຳເລັດໄດ້ເຖິງ 9 ວຽກ ເຊິ່ງເປັນຄ່າສະເລ່ຍທີ່ແນວຄິດນີ້ເຊື່ອວ່າຄົນໆໜຶ່ງຈະເຮັດວຽກໄດ້ຢ່າງມີປະສິດທິພາບໃນ 1 ວັນ

 

 ການເຮັດວຽກແບບ 1-3-5  ເປັນການຝຶກໃຫ້ເຮົາວາງແຜນພາບລວມຂອງວຽກທັງອາທິດ ແລະ ລຳດັບຄວາມສຳຄັນຂອງວຽກ ວ່າຄວນເອົາວຽກໃດມາເຮັດກ່ອນ ນອກຈາກຈະຊ່ວຍໃຫ້ບໍ່ຕ້ອງເຮັດວຽກຫຼາຍເກີນໄປໃນມື້ນຶ່ງແລ້ວ ຍັງເຮັດໃຫ້ເຮົາຮັບມືກັບຄວາມປ່ຽນແປງ ແລະ ພິກຕາມສະຖານະການໄດ້ທັນທີອີກດ້ວຍ

 

ສາມາດປັບແຕ່ງໄດ້ຕາມຄວາມເໝາະສົມ

ວິທີ 1-3-5 ເປັນແນວຄວາມຄິດກວ້າງໆ ເທົ່ານັ້ນສາມາດປັບແຕ່ງໄດ້ຕາມລັກສະນະວຽກ ຫຼື ຄວາມເໝາະສົມ ເຊັ່ນຖ້າມື້ໃດຕົງກັບວັນທີ່ເຮົາຕ້ອງເຂົ້າປະຊຸມ ຫຼື ມີວຽກ ທີ່ເຮົາບໍ່ໄດ້ຢູ່ກັບໂຕະເຮັດວຽກ ເຮົາກໍ່ສາມາດປັບຈຳນວນໃນແຕ່ລະມື້ໄດ້ ຫຼື ຕຳແໜ່ງວຽກຂອງໃຜມີໂອກາດທີ່ຈະມີວຽກຊ້ອນ ດ່ວນຫຼາຍໆໃຫ້ເພື່ອວ່າງຈາກວຽກຂະໜາດກາງ 1 ວຽກ ແລະ ວຽກນ້ອຍ ອີກ 2 ວຽກ ເມື່ອເກີດພາວະວິກິດແລ້ວມື້ນັ້ນອາດຈະມີແຕ່ວຽກໄຫຍ່ໆ 2 ວຽກກໍ່ເປັນໄປໄດ້ ແລະ ເມື່ອສິ້ນສຸດມື້ເຮັດວຽກແລ້ວເຮົາກໍ່ລອງໃຊ້ເວລາຕອນວ່າງໆ ຫຼັງຈກາເຮັດວຽກແລ້ວ ຫຼືວາງແຜນໃວ້ກ່ອນນອນ ເລືອກເບິ່ງວ່າມື້ອື່ນນີ້ ມີ 9 ວຽກທີ່ຕ້ອງເຮັດມີຫຍັງແດ່

 

ບໍ່ແມມ່ນແຕ່ເຮັດໃຫ້ຄົບແຕ່ຄືຈັດອັນດັບຄວາມສຳຄັນ

ປະເດັນສຳຄັນຂອງການນຳວິທີນີ້ໄປໃຊ້ບໍ່ແມ່ນແຕ່ນຳເອົາວຽກ ໃຫຍ່ ກາງ ນ້ອຍ ມາເຮັດໃຫ້ແລ້ວໄປເທົ່ານັ້ນແຕ່ຄືການຈັດອັນດັບຄວາມສຳຄັນແລ້ວເລືອກວຽກທີ່ຕ້ອງການຈະເຮັດໃນແຕ່ລະມື ອອກມາພຽງ 9 ວຍກ ຝຶກເບຶ່ງພາບລວມຂອງວຽກທັງອາທິດໃຫ້ອອກ ວຽກໃດເປັນວຽກສຳຄັນເປັນວຽກທີ່ຕ້ອງຮັບຜິດຊອບ ຕາມໜ້າທີ່ ແລະ ບົດບາດ ເຮົາຈະບໍລິຫານເວລາໄດ້ແນວໃດ ຫຼື ວຽກຈະຊ່ວຍຕອຍສະໜອງເປົ້າໝາຍໄລຍະຍາວຂອງເຮົາໃຫ້ສຳເລັດໄດ້ ສົ່ງເສີມເຮົາສູ້ໜ້າທີ່ ແລະ ຕຳແໜ່ງທີ່ດີຂື້ນ

ຖ້າເຮົາມີພາບທີຊັດເຈນໃນຫົວວ່າຕອນນີ້ຕ້ອງຮັບຜິດຊອບຫຍັງ ແລະ ໃນອານາຄົດເຮົາຕ້ອງການຈະໄປທາງໃດ ເຮົາຈະຮູ້ວ່າຄວນເລືອກວຽກໃດມາເຮັດກ່ອນ ຫຼື ຫຼັງ ນອກຈາກຈະເຮັດໃຫ້ເຮົາບໍ່ຕ້ອງການເຮັດວຽກໜັກເກີນໄປໃນມື້ໃດມື້ໜຶ່ງແລ້ວ ຍັງສາມາດປັບອັນດັບຂອງສຳຄັນຂອງວຽກ ຮັບມືກັບຄວາມປ່ຽນແປງ ຕາມສພຖານະການໄດ້ທັນທີອີກດ້ວຍ

 

ທີ່ມາ : JobThai.com

 

 

 

 

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now