5 ວິທີສ້າງທັດສະນະຄະຕິທີ່ດີໃນການເຮັດວຽກ

timer

remove_red_eye 0 views


cvConnect.la - 5 ວິທີສ້າງທັດສະນະຄະຕິທີ່ດີໃນການເຮັດວຽກ

 

ຄວາມຄິດບວກຈະເປັນພະລັງຂັບເຄື່ອນໄປສູການມີທັດສະນະຄະຕິທີ່ດີ ເຊິ່ງມີວິທີຊ່ວຍສ້າງຄວາມຄິດທາງບວກໃຫ້ກັບເຮົາໄດ້ກໍ່ຄືການເວົ້າກັບຕົວເອງ ໂດຍໃຊ້ຄຳເວົ້າທີ່ດີ ແລະ ສ້າງສັນ ການສ້າງບົດສົນທະນາທາງບວກກັບຕົນເອງ ແລະການໃຊ້ພາສາທີ່ດີກັບຄົນອື່ນ ຈະຊ່ວຍພັດທະນາຄວາຄິດໃນແງ່ດີໃຫ້ກັບເຮົາໄດ້

Cvconnect.la ຂໍແນະນຳ 5 ເຄັດລັບໃນການສ້າງທັດສະນະຄະຕິທີ່ດີໃຫ້ຕົວເອງ ເພື່ອໃຫ້ການເຮັດວຽກຂອງເຮົາອອກມາໄດ້ດີ ແລະ ມີປະສິດທິພາບຫຼາຍຂື້ນ

ການພະຍາຍາປ່ຽນຄວາມຄິດຫຼືນິໄສ ບໍ່ແມ່ນສິ່ງທີ່ຈະເຮັດໄດ້ສຳເລັດພາຍໃນມື້ 2 ມື້ ແຕ່ຕ້ອງເຮັດຢ່າງສະໝ່ຳສະເໝີ ແລະບໍ່ຍອມແພ້

 

 

 

1. ປະເມີນຕົວເອງໄດ້ ແຕ່ຢ່າຕຳນິຕົວເອງ

ສິ່ງທຳອິດທີ່ຄວນເຮັດເພື່ອພາຕົວເອງໄປສູ່ການມີທັດສະນະຄະຕິທີ່ດີຄືຕ້ອງມີແຮງພັກດັນທີ່ດີຈາກພາຍໃນຕົວເອງກ່ອນຊຶ່ງເຮົາຕ້ອງພະຍາຍາມຖິ້ມຄວາມຄິດດ້ານລົບໄປ ການປະເມີນຕົວເອງເປັນສິ່ງທີ່ຄວນເຮັດ ເພາະຈະເຮັດໃຫ້ເຮົາຮັບຮູ້ຂອບຂ່າຍຄວາມສາມາດ ແລະ ຮູ້ເທົ່າທັນອາລົມຂອງຕົວເອງ ແຕ່ບໍ່ແມ່ນການຕຳນິຕົວເອງໃນທຸກສິ່ງທຸກຢ່າງທີ່ເຮັດ ຢ່າຄິດວ່າຕົວເອງນັ້ນເຮັດຫຍັງກໍ່ບໍ່ໄດ້ ເມື່ອມີຄວາມຜິດພາດເກີດຂື້ນ ໃຫ້ຍອມຮັບ ແລະ ຮຽນຮູ້ເພື່ອທີ່ຈະກ້າວຕໍ່ໄປ ໂດຍຈະບອກກັບຕົວເອງວ່າ

 “ໂອເຄມັນເປັນວຽກທີ່ຍາກ ຄວາມຜິດພາດມັນກໍ່ບໍ່ມີໃຜຢາກໃຫ້ເກີດ ແຕ່ເມື່ອມັນເກີດຂື້ນແລ້ວກໍ່ເປັນເລື່ອງດີ ທີ່ເຮົາຈະໄດ້ຮຽນວ່າເຮົາເຮັດຫັຍງຜິດ ຄວາມກ້າວໜ້າເຮົາຈະບໍ່ໄດ້ເຮັດອີກ ແລ້ວກໍ່ລອງຫາວິທີເຮັດໃໝ່ໆ ເບິ່ງວ່າເປັນໂອກາດທີ່ເຮົາຈະໄດ້ຮຽນຮູ້ ແລະ ພັດທະນາຕົວເອງເພື່ອກ້າວຕໍໄປ”

 

 

 

2. ເຊົາວິຈາກຄົນອື່ນ ຫັນມາໃຊ້ຄວາມເຂົ້າໃຈດີກວ່າ

ເມື່ອເຮົຢຸດວິຈາຕົວເອງ ແລະ ເບິ່ງຕົວເອງໃນແງ່ຮ້າຍແລ້ວ ບໍ່ໄດ້ໝາຍຄວາມວ່າເມື່ອມີບັນຫາໄດໆເກີດຂື້ນເຮົາຈະຕ້ອງຖືກ ແລະ ຄົນອື່ນຈະຕ້ອງຜິດສະເໝີໄປ ເຮົາຈຳເປັນຕ້ອງໃຫ້ກຽດຜູ້ອື່ນ ໃຊ້ຄວາມເຂົ້າໃຈກັບຜູ້ອື່ນຄືກັບທີ່ເຮົາເຮັດກັບຕົວເອງເຊັ່ນກັນ ເນື່ອງຈາກແຕ່ລະຄົນນັ້ນລ້ວນມີຄວາມແຕກຕ່າງກັນເຊິ່ງເຮົາຕ້ອງຮັບຮູ້ ແລະ ສ້າງຄວາມເຂົ້າໃຈໃນຄວາມແຕກຕ່າງນັ້ນໆ ເພື່ອໃຫ້ເຮົາສາມາດຢູ່ຮ່ວມກັນໄດ້ດີທີ່ສຸດ

ພວກເຮົາແຕ່ລະຄົນກໍ່ມີວິທີການຈັດການກັບບັນຫາບໍ່ຄືກັນ ໃນສະຖານະການແບບນີ້ວິທີຂອງຄົນອື່ນອາດຈະດີກວ່າ ເຮົາທຸກຄົນກໍ່ຄືກັນບ່ອນທີ່ຢາກເຮັດວຽກໃຫ້ອອກມາດີ ມັນເລີຍກະທົບກັນມີເລື່ອງທີ່ບໍ່ເຂົ້າໃຈ ຫຼື ບໍ່ພໍໃຈກັນ ເຮົາມາຊ່ວຍກັນຫາວິທີທີ່ດີທທີ່ສຸດ ສິ່ງທີ່ເກີດຂື້ນສຳລັບຂ້ອຍຄິດວ່າມັນເປັນເລື່ອງທີ່ດີ ເຮົາຈະໄດ້ສ້າງຄວາມຮູ້ຈັກກັນຫຼາຍຂື້ນ 

 

 

 

3. ຢ່າໃຫ້ເລື່ອງໜ້າຫງຸຸດຫງິດເລັກໆ ນ້ອຍໆ ມາທຳລາຍວັນດີໆ

ໃນຊີວິດມັນກໍ່ຕ້ອງມີວັນທີ່ດີທີ່ສຸດ ແລະ ວັນທີ່ບໍ່ດີ ແຕ່ໃຫ້ລະນຶກໃວ້ສະເໝີວ່າເລື່ອງຫງຸດຫງິດນີ້ບໍ່ດົນມັນກໍ່ຈະຜ່ານໄປ ຢ່າເກັບມາຄິດ ເກັບມາເປັນອາລົມຈົນສົ່ງຜົນກະທົບກັບສິ່ງອື່ນໆ ທີ່ເຮົາຕ້ອງເຮັດໃນມື້ນີ້ຫາຮູ້ວ່າສິ່ງທີ່ເກີດຂື້ນບໍ່ໄດ້ມີປະເດັນຫຍັງໃຫຍ່ ເປັນພຽງເລື່ອງນ້ອຍໆ ທີ່ເກີດຂື້ນເປັນຄັ້ງຄາວ ກໍ່ອາດບອກກັບຕົວເອງ່າ

 

ເປັນເລື່ອງໜ້າເບື່ອໜ້າຫງຸດຫງິດກໍ່ຈິງ ແຕ່ມັນເປັນເລື່ອງທີຫຼີກລ່ຽງບໍ່ໄດ້ ແລະ ຄວາມຈິແລ້ວເຮົາອາດຈະໃຊ້ໂອກາດນີ້ເປັນກາຍຝຶກຝົນທັກສະນໃນການປະເຊີນໜ້າກັບສະຖານະການຕ່າງໆ ກໍ່ໄດ້

 

 

 

4. ຮຽບຮຽງຄວາມຄິດ ພິຊິດຄວາມຢ້ານ

ເມື່ອເຮົາໄດ້ຮັບໂອກາດສຳຄັນໃຫ້ໄດ້ສະແດງຄວາມສາມາດທັງທີ່ຍັງຮູ້ສຶກວ່າບໍ່ພ້ອມ ຄວາມຢ້ານກໍ່ອາດຈະຄານເຂົ້າມາໄກ້ຄວາມຄິດຂອງເຮົາໄດ້ ບໍ່ມີໃຜພ້ອມຮັບມືທຸກເລື່ອງຕະຫຼອດເວລາ ເມື່ອເຮົາຢ້ານ ຫຼື ກັງວົນ ກໍ່ອາດຈະເຮັດໃຫ້ຄວາມຄວາມຕື່ນເຕັ້ນ ຫຼື ສັບສົນເຮັດໃຫ້ຄິດຫຼາຍຢູ່ໃນຫົວໂດຍສະເພາະຄວາມຄິດທີ່ບໍ່ດີ ເມື່ອເຈິສະຖານະການແບບນີ້ ຈຶ່ງຄວນປັບປ່ຽນຄວາມຄິດທີ່ວ່າເຮົາຈະເຮັດມັນພັງ ເຮົາຈະທຳລາຍໂອກາດນັ້ນລົງດ້ວຍຄວາມບໍ່ພ້ອມຂອງເຮົາ ມາເປັນຄວາມພະຍາຍາມຕັ້ງສະມາທິຜ່ອນຄາຍ ແລະ ເຮັດທຸກຢ່າງໃຫ້ຊ້າລົງ ເພື່ອເຮົາຈະໄດ້ຮຽບຮຽງຄວາມຄິດຕ່າງໆ ໄດ້ງ່າຍຂື້ນ ແລ້ວພະຍາຍາມເວົ້າກັບຕົວເອງຊ້າໆ ຊັດເຈນ ອີກຄັ້ງ

ແນ່ນອນ ເຮົາເຮັດໄດ້ ເຮົາຈະຈັດການກັບມັນໄດ້ ຫຼື ເຮົາຈະຕ້ອງຫາທາງແກ້ໄຂ ແລະ ເຮັດມັນອອກມາໃຫ້ດີໄດ້

 

 

 

5. ເວົ້າໃຫ້ເປັນນິໄສ

ໃນທຸກມືຈະມີບົດທົດສອບທີ່ກະຕຸ້ນໃຫ້ເຮົາເກີດຄວາມຄິດແງ່ລົບເຊັ່ນ: ເຮົາເຮັດບໍ່ໄດ້ແທ້ໆ ຄົນອື່ນຈະດີກວ່າເຮົາແນ່ນອນ ວຽກນີ້ບໍ່ເໝາະກັຍເຮົາເລີຍ ຫຼື ມື້ນີ້ເຮົາໂຊກຮ້າຍແທ້ ການປ່ຽນນິໄສບໍ່ແມ່ນເລື່ອງທີ່ຈະເຮັດໄດ້ແລ້ວປ່ຽນເລີຍພາຍໃນຄັ້ງສອງຄັ້ງ ແຕ່ມັນເປັນບົດທົດສອບໄລຍະທີ່ເຮົາຕ້ອງເຮັດຢ່າງສະໝ່ຳສະເໜີ ແລ້ວນິໄສຂອງເຮົາຈະປ່ຽນໄປເທື່ອລະເລັກລະນ້ອຍເມື່ອຄວາມຄິດທາງລົບກັບມາເຢືອນ ເຮົາກໍ່ຮູ້ເທົ່າທັນຕົວເອງວ່າຕອນນີ້ກຳລັງຄິດໃນທາງລົບຢູ່ ແລ້ວພະຍາຍາມຫາເຫດຜົນຫັກລ້າງເພື່ອສ້າງຄວາມຄິດທາງບວກຂື້ນໃໝ່

ຕອນນີ້ເຮົາກຳລັງຄິດລົບຢູ່ ແລ້ວມັນໜ້າຈະມີທາງອອກທີ່ດີ ຄ່ອຍໆ ຄິດຄ່ອຍໆ ເບິ່ງຫາທາງໄປດີກວ່າ ມັນຕ້ອງມີວິທີສຳລັບເຮົາແນ່ນອນ

 

  ຈະເຫັນວ່າຄຳເວົ້າພຽງບໍ່ເທົ່າໃດຄຳ ຫາກຮູ້ຈັກປັບໃຊ້ ແລະ ເປີດໃຈຍອມຮັບມັນ ເຮົາກໍ່ຈະສາມາດປ່ຽນເປັນຄົນທີ່ມີທັດສະນະຄະຕິທີ່ດີໃນການເຮັດວຽກຫຼາຍຂື້ນ ແລະ ຝຶກຝົນຈົນເປັນນິໄສແລ້ວ ກໍຈະໃຫ້ການເຮັດວຽກຂອງເຮົາເປັນໄປໄດ້ຢ່າງດີຂື້ນ

 

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now