5 ເທັກນິກງ່າຍໆທີ່ຊ່ວຍເພີ່ມປະສິດທິພາບໃນການຫາວຽກ

timer

remove_red_eye 0 views


cvConnect.la - 5 ເທັກນິກງ່າຍໆທີ່ຊ່ວຍເພີ່ມປະສິດທິພາບໃນການຫາວຽກ

ເຮົາຂໍບອກເລີຍວ່າ ການຫາວຽກອາດຈະບໍ່ແມ່ນເລື່ອງຍາກ ແຕ່ກໍ່ບໍ່ແມ່ນວ່າຈະງ່າຍ ແລະ ການທີ່ມີຕຳແໜ່ງວຽກວ່າງຈຳນວນຫຼາຍ ບໍ່ໄດ້ໝາຍຄວາມວ່າຈະຫາວຽກເຮັດໄດ້ງ່າຍໆ ສະເໝີໄປ  CVconnect.la ຈຶ່ງມີເທັກນິກດີໆ ໃນການສະໝັກວຽກໃຫ້ທຸກຄົນທີ່ກຳລັງສົງໄສນຳໄປໃຊ້ ເພື່ອຊ່ວຍໃຫ້ການຫາວຽກມີປະສິດທິພາບຫຼາຍຂື້ນ

 

1. ຮູ້ຈັກຕົວເອງ ແລະ ເປົ້າໝາຍໃນອາຊີບຂອງຕົນເອງ

ກ່ອນທີ່ຈະສົ່ງໃບສະໝັກວຽກ ເຮົາຄວນຈະຕ້ອງຮູ້ຈັກຕົວເອງ ແລະ ຮູ້ເປົ້າໝາຍໃນການເຮັດວຽກຂອງຕົວເອງກ່ອນຕັ້ງຄຳຖາມກັບຕົວເອງເບິ່ງວ່າເຮົາຢາກຈະເຮັດວຽກຫຍັງ ຢາດເປັນຄົນສຳຄັນໃນບໍສິສັດຂະໜາດນ້ອຍທີ່ອາດມີຄວາມສ່ຽງສູງ ຫຼືຢາກເປັນຟັນເຟືອງນ້ອຍໆ ທີ່ໝັ້ນຄົງໃນບໍລິສັດໃຫຍ່ ການຮູ້ຈັກຕົວເອງເປັນສິ່ງທີ່ສຳຄັນຫຼາຍ ເພາະຫຼາຍຄັ້ງທີ່ກວ່າຈະຮູ້ວ່າເລືອກເສັ້ນທາງຜິດ ກໍ່ເປັນຕອນທີ່ແກ້ໄຂໄດ້ຍາກແລ້ວ

 

 

2. ເນັ້ນຄຸນນະພາບ ບໍ່ແມ່ນປະລິມານ

ປັດຈຸບັນຊ່ອງທາງການຫາວຽກນັ້ນສະດວກ ແລະ ງ່າຍຂື້ນຫຼາຍ ຈຶ່ງເຮັດໃຫ້ຫຼາຍຄົນສົ່ງຊີວະປະຫວັດໄປເກືອບທຸກຕຳແໜ່ງ ຫຼື ທຸກອົງກອນທີ່ເຫັນ  ລວມເຖິງສະໝັກວຽກຫຼາຍຕຳແໜ່ງໃນບໍລິສັດດຽວກັນ ເພາະເຊື່ອວ່າການສະໝັກວຽກນັ້ນ ຍິ່ງສະໝັກກໍ່ຍິ່ງເພີ່ມໂອກາດໃນການໄດ້ວຽກ ເຊິ່ງຄວາມຈິງແລ້ວເປັນສິ່ງທີ່ບໍ່ຄວນເຮັດ

 

          ເຮົາຄວນຈະເລືອກສົ່ງ ຊີວະປະຫວັດໄປສະໝັກວຽກໃນຕຳແໜ່ງທີ່ຕ້ອງການຢາກເຮັດ ແລະ ເໝາະສົມກັບຄວາມສາມາດຂອງເຮົດແທ້ໆ ເທົ່ານັ້ນຫຼື ຫາກເຮົາມີບໍສັດທີ່ຢາກເຮັດວຽກນຳ ແຕ່ບໍລິສັດນັ້ນຍັງບໍ່ເປີດຮັບຕຳແໜ່ງທີ່ເໝາະສົມກັບເຮົາ ກໍ່ຄວນຖ້າໃຫ້ຕຳແໜ່ງນັ້ນວ່າງເສຍກ່ອນ ຢ່າສະໝັກໄປພຽງເພາະຢາກເຮັດວຽກບ່ອນນັ້ນ ມັນອາດເຮັດໃຫ້ເຮົາຕ້ອງເສຍເວລາ ແລະ ສະໝັກພະລັງງານໃນການລໍຄອຍ ແຕ່ເມື່ອເຖິງຂັ້ຮນຕອນການສຳພາດວຽກ ມັກນຈະສົ່ງຜົນດີຫຼາຍກວ່າແນ່ນອນ ເພາະວຽກນັ້ນເປັນວຽກທີ່ເຮົາຕັ້ງໃຈຢາກຈະເຮັດແທ້ໆ ອີກຢ່າງທີ່ສຳຄັນຄື ຢ່າສົ່ງໃບສະໝັກໄປຫຼາບບໍລິສັດໃນເມວດຽວ ເພາະຈະເຮັດໃຫ້ຜູ້ຮັບເມວເຫັນວ່າເຮົາສົ່ງອີເມວສະໝັກວຽກນີ້ໃຫ້ໃຜອີກແດ່

 

 

3. ໃຊ້ຊ່ອງທາງການຫາວຽກທີ່ຫຼາກຫຼາຍ

ໃນໂລກທີ່ເທັກໂນໂລຢີ ເຂົ້າມາມີອິດທິພົນຕໍ່ຊີວິດປະຈຳວັນແບບໃນທຸກມື້ນີ້ ເຮັດໃຫ້ເຮົາມີຊ່ອງທາງໃນການຫາວຽກໄດ້ງ່າຍຂື້ນ ນັ້ນກໍ່ຄືການຫາວຽກຜ່ານທາງເວັບໄຊ ທີ່ສາມາດເປີດເບິ່ງຕຳແໜ່ງວຽກວຽກ ແລະບໍລິສັດໄດ້ງ່າຍ ແລະ ສະເພາະເຈາະຈົງຂື້ນ ລວມເຖິງສາມາດສ້າງຊີວະປະຫວັດ ແລະ ຝາກປະຫວັດໄວ້ທີ່ເວັບໄຊ ເຮັດໃຫ້ກົດເບິ່ງໃບສະໝັກໄປຍັງບໍສິສັດຕ່າງໆ ໄດ້ທັນທີ ເຊິ່ງວິທີນີ້ອາດເຮັດໃຫ້ເຮົາມີໂອກາດໄດ້ວຽກຫຼາຍຂື້ນ ເພາະຝ່າຍບຸກຄະລາກອນຂອງບາງບໍລິສັດ ບໍ່ໄດ້ຖ້າພຽງໃບສະໝັກເຂົ້າໄປເທົ່ານັ້ນ ແຕ່ຍັງເປີດເບິ່ງຊີວະປະຫວັດຂອງຄົນທີ່ຝາກປະຫວັດນຳອີກ

 

 ຢ່າງໃດກໍ່ຕາມ ເຮົາບໍ່ຄວນຍຶດຕິດພຽງຊ່ອງທາງດຽວ ໃນບາງບໍລິສັດຈະໂພສປະກາດສະໝັກວຽກໃວ້ໃນເວັບໄຊ ຫຼື Social Media ຂອງບໍລິສັດເອງນຳ ເຊິ່ງຫາເຮົາມີບໍລິສັດທີ່ຢາກຮ່ວມງານນຳຢູ່ໃນໃຈ ການໝັ່ນເຂົ້າໄປເບິ່ງຕຳແໜ່ງວຽກວ່າໃນຊ່ອງທາງເຫຼົ່ານັ້ນເປັນອີກໜຶ່ງວິທີຊ່ວຍໃຫ້ເຮົາຫາວຽກໄດ້

 

ບໍ່ແມ່ນແຕ່ໃຊ້ເທັກໂນໂລຢີໃນການຊ່ວຍຫາວຽກເທົ່ານັ້ນ ການຫາວຽກຜ່ານການລົມກັບຄົນຮູ້ຈັກ ການສຳມະນາກ່ຽວກັບອາຊີບຕ່າງໆ ຫຼື ເຂົ້າໄປສອບຖາມ ແລະ ສະໝັກທີ່ບໍລິສັດໂດຍຕົງກໍ່ເປັນການເປີດໂອກາດໃຫ້ເຮົາເຈິວຽກທີ່ຫຼາກຫຼາຍ ແລະ ມີໂອກາດໃນການໄດ້ວຽກຫຼາຍຂື້ນເຊັ່ນກັນ

 

 

4. ຈົດລາຍລະອຽດຕຳແໜ່ງ ແລະ ບໍລິສັດທີ່ສົ່ງໃບສະໝັກຄວນໄປ

 ຊ່ວງທີ່ເຮົາກຳລັງຫາວຽກ ແນ່ນແນວ່າຕ້ອງມີການສົ່ງໃບສະໝັກໄປຫຼາຍ ດັ່ງນັ້ນເຮົາຄວນຈົດບັນທຶກຊື່ບໍລິສັດ ແລະ ຕຳແໜ່ງທີ່ເຮົາສະໝັກທີ່ເຮົາສະໝັກໄວ້ນຳ ເພື່ອບໍ່ໃຫ້ສັບສົນ ຫຼື ຈື່ຕຳແໜ່ງວຽກກັບບໍລິສັດຕ່າງໆ ສະຫຼັບກັນ ແລະ ເມື່ອມີການຕິດຕໍ່ກັບມາເພື່ອເອີ້ນໄປສຳພາດ ຫຼື ແຈ້ງເລື່ອງຮັບເຂົ້າເຮັດວຽກ ຈະບໍ່ມີຄວາມຜິດພາດເກີດຂື້ນ

ນອກຈການັ້ນບາງບໍລິສັດອາດເຫັນຊີວະປະຫວັດຂອງເຮົາທີ່ໂພສລົງເວັບໄຊຫາວຽກ ແລ້ວຄຸນສົມບັດທີ່ເຮົາມີຕົງກັບທີ່ເຂົາຕ້ອງການ ເຂົາກໍ່ອາດເປັນຝ່າຍຕິດຕໍ່ມານັດສຳພາດເຮົາເອງ ໂດຍທີ່ເຮົາບໍ່ໄດ້ສົ່ງໃບສະໝັກໄປໃນກໍລະນີນີ້ ເຮົາຄວນຈົດຊື່ບໍລິສັດ ຕຳແໜ່ງ ລວໃເຖິງຊື່ຄົນຕິດຕໍ່ເອົາໄວ້ນຳເຊັ່ນກັນ

 

 

5. ຢ່າທໍ້

ການທີ່ຖືກປະຕິເສດຈາກບໍລິສັດ ບໍ່ວ່າຈະເປັນບໍ່ເອີ້ນໄປສຳພາດ ຫຼື ເອີ້ນໄປສຳພາດແລ້ວແຕ່ເຂົາບໍ່ຮັບເຂົ້າເຮັດວຽກ ເປັນເລື່ອງປົກະຕິທີ່ຄົນຫາວຽກຕ້ອງເຈິ ສິ່ງທີ່ເຮົ່ຕ້ອງເຮັດຄືພິຈາລະນາວ່າຂໍ້ຜິດພາດຂອງເຮົາຄືຫຍັງ ຊີວະປະຫັວດເຮົາຍັງບໍ່ດຶງດູດພໍ ຫຼື ເຮົາເຮັດຫຍັງພາດໄປໃນລະຫວ່າງການສຳພາດ ເມື່ອພົບແລ້ວກໍ່ພັດທະນາໃຫ້ດີຂື້ນຕໍ່ໄປ ຫຼື ບາງທີອາດບໍ່ແມ່ນເພາະຄວາມສາມາດເຮົາມີບໍ່ພໍ ແຕ່ອາດເປັນເພາະເຮົາບໍ່ເໝາະກັບບໍລິສັດ ຫຼື ຕຳແໜ່ງເຫຼົ່ານັ້ນຕ່າຫາກ ການພາດຈາກວຽກນີ້ ບໍ່ໄດ້ໝາຍຄວາມວ່າເຮົ່າຈະພາດຕະຫຼອດໄປ ຄວາມສຳເລັດຈະມາຫາຄົນທີ່ມີຄວາມພະຍາຍາມ ແລະ ບໍ່ຍອມແພ້ສະເໝີ

 

 

 

ທີ່ມາ:

streetdirectory.com
themuse.com
money.howstuffworks.com
askmen.com
career-advice.monster.ie

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now