ຫາວຽກບໍ່ໄດ້ຈັກເທື່ອ CVconnect ມີທາງອອກ

timer

remove_red_eye 0 views


cvConnect.la - ຫາວຽກບໍ່ໄດ້ຈັກເທື່ອ CVconnect ມີທາງອອກ

ໄລຍະນີ້ມີນັກສຶກສາທີ່ກຳລັງຈະຈົບໃໝ່ຈຳນວນຫຼາຍທີ່ເບິ່ງຫາອາຊີບທີ່ຕົນຈະເຮັດຄັ້ງທຳອິດໃນຊີວິດ ແລະ  ຄົນເຮັດວຽກທີ່ຢາກປ່ຽນວຽກໃໝ່ແຕ່ຍັງຫາວຽກໃໝ່ບໍ່ໄດ້ ເຮັດໃຫ້ເກີດອາການຂາດຄວາມໜັ້ນໃຈໃນຕົນເອງ ມື້ນີ້ CVconnect  ມີທາງອອກດ້ວຍເທັກນິກຫາວຽກທີ່ມືອາຊີບແນະນຳ

 

  • ໃຊ້ເຄືອຂ່າຍໃຫ້ເປັນປະໂຫຍດ ແຈ້ງຂ່າວກັບຄົນຮອບໂຕທ່ານ ເລີ່ມຕັ້ງແຕ່ຄອບຄົວ ຍາດພີ່ນ້ອງ ໜູ່ເພື່ອນ ວ່າທ່ານກຳລັງຫາວຽກໃໝ່ພວກເຂົາ ຈະຄອຍເປັນຫູເປັນຕາໃຫ້ທ່ານໄດ້ອີກຫຼາຍທາງເລີຍ ຫາກມີໃຜໄດ້ຍິນຂ່າວ ກ່ຽວກັບການຮັບສະໝັກວຽກທີ່ທ່ານສົນໃຈ ເຂົາອາດຊ່ວຍສົ່ງຂ່າວບອກທ່ານໄດ້ ແຕ່ສຳລັບ ຜູ້ທີ່ຕ້ອງການປ່ຽນວຽກໃໝ່ ແນະນຳບໍ່ໃຫ້ບອກໝູ່ບ່ອນເຮັດວຽກ ເພາະຂ່າວອາດຮົ່ວ ເກີດຜົນກະທົບກັບວຽກປັດຈຸບັນຂອງທ່ານໄດ້

 

 

  • ອອກປະພົບປະຜູ້ຄົນ ການເຂົ້າສັງຄົມຈະເຮັດໃຫ້ທ່ານພົບປະຜູ້ຄົນ ໄດ້ຮູ້ຈັກໝູ່ໃໝ່ໆໃນວົງທຸລະກິດ ເຊິ່ງເປັນການສ້າງຄອນເນັກຊັ້ນ ເພີ່ມໂອກາດໃໝ່ໆ ໃຫ້ກັບທ່ານໄດ້

 

  • ຂຽນຊີວະປະຫວັດໃຫ້ລະອຽດ  ການຝາກຊີວະປະຫວັດກັບເວັບໄຊ້ຫາວຽກ ຊ່ວຍໃຫ້ວຽກມາຫາທ່ານໄດ້ອີກທາງໜຶ່ງ ຫາກທ່ານລະບຸຄຸນສົມບັດຕ່າງໆ ໄວ້ຢ່າງຊັດເຈນ ເຊັ່ນ: ປະສົບການເຮັດວຽກ ປະເພດວຽກທີ່ເຮັດລ່າສຸດ ປະເພດວຽກທີ່ຢາກເຮັດ ຈຸດເດັ່ນ ແລະ ທັກສະ ຂອງທ່ານຈະຊ່ວຍໃຫ້ບໍສິສັດຄົ້ນຫາຊີວະປະຫວັດຂອງພົບໄດ້ງ່າຍ ແລະ ຫາມີຄຸນສົມບັດຕົງກັບທີ່ບໍລິສັດຕ້ອງການ ເຂົາຈະປັນຝ່າຍຕິດຕໍ່ມາຫາທ່ານເອງ

 

  • ຝາກຊີວະປະຫວັດ  CVconnect  ມີລະບົບຄຸ້ມຄອງຄວາມເປັນສ່ວນຕົວຂອງຂໍ້ມູນຊີວະປະຫວັດຂອງທ່ານໂດຍສາມາດເລືອກສະຖານະໄດ້ວ່າ: ໄດ້ຮັບວຽກແລ້ວ ຫຼື ຕ້ອງການວຽກໃໝ່ ຫາກເປັນຊ່ວງທີ່ກຳລັງຫາວຽກຢູ່ ເພື່ອໃຫ້ຜູ້ປະກອບການສາມາດຕິດຕໍ່ຫາໄດ້ທັນທີ

 

  • ອັບເດດຊີວະປະຫວັດ ຫາກທ່ານມີຊີວະປະຫວັດຢູ່ແລ້ວ ທ່ານຄວນອັບເດດຊີວະປະຫວັດໃຫ້ເປັນປະຈຸບັນທີ່ສຸດ ໂດຍເພີ່ມເຕີມທັກສະ ຄວາມສາມາດ ແລະ ຄວາມສຳເລັດໃໝ່ ໃນໜ້າທີ່ການງານຂອງທ່ານເຂົ້າໄປ ລວມເຖິງໃນເລື່ອງຂໍ້ມູນສ່ນຕົວນຳເຊັ່ນ ຫາກມີການປ່ຽນແປງທີ່ຢູ່ ຫຼື ເບີໂທຕິດຕໍ່

 

 

  • ຂຽນຈົດໝາຍສະໝັກວຽກໃຫ້ໜ້າປະທັບໃຈ ເຊື່ອມປະສົບການໃຫ້ເຂົ້າກັບຄຸນສົມບັດທີ່ບໍລິສັດຕ້ອງການໃຫ້ໄດ້ຂໍ້ນີ້ສຳຄັນຫຼາຍສຳລັບຜູ້ຫາວຽກໃນການດຶງດູດ HR ໄດ້ໄວ ດັ່ງນັ້ນຈົດໝາຍສະໝັກວຽກຄວນຂຽນໃຫ້ເຂົ້າເປົ້າທີ່ສຸດ ຫາກທ່ານ ນຳສະເໜີຕົນເອງບໍ່ຕົງກັບຄວາມຕ້ອງການເຂົາກໍ່ອາດບໍ່ເອີ້ນທ່ານໄປສຳພາດ ແຕ່ຫານຳສະເໜີໄດ້ໜ້າປະທັບໃຈ ເຮັດໃຫ້ HR ຢາກຮູ້ຈັກທ່ານໝາຍຂື້ນເຂົາຈະເອີ້ນທ່ານໄປສຳພາດວຽກ,

 

  • ສ້າງອີເມວໃຫ້ເປັນມືອາຊີບ ທ່ານຍັງຕັ້ງອີເມວທີ່ສ້າງຂື້ນມາຫຼິນໆຢູ່ຫຼືບໍ່ ເຊັ່ນ lovelove123@hotmail.com ການໃຊ້ອີເມວແບບນີ້ສະແດງເຖິງຄວາມບໍ່ເປັນມືອາຊີບ ທ່ານຄວນສ້າງອີເມວໃໝ່ມາຈາກຊື່ນາມສະກຸນ ເຊັ່ນຊື້່ ສົດໃສ ໃຈດີ ອາດຕັ້ງອີເມວວ່າ sodsaijd@hotmail.com ຈະເບິ່ງເປັນມືອາຊີບໃນສາຍຕາ HR ຫຼາຍກວ່າ

 

  • ສ້າງຄວາມປະທັບໃຈພາຍໃນ 7 ນາທີ  ເມື່ອທ່ານມີໂອກາດໄດ້ໄປສຳພາດວຽກ ທ່ານຄວນຕຽມຕົວໃຫ້ພ້ອມ ແລະ ເຮັດ 7 ນາທີ ທຳອິດໃຫ້ໜ້າປະທັບໃຈທີ່ສຸດ ຍິ້ມແຍ້ມເມື່ອທ່ານກ່າວທັກທາຍ ເອົາໃຈໃສ່ເສື້ອຜ້າໜ້າຜົມໃຫ້ຮຽບຮ້ອຍທີ່ສຸດ ສຳລັບມື້ສຳພາດເພາະ ການແຕ່ງກາຍທີ່ດີຊ່ວຍສົ່ງເສີມບຸກຄະລິກກະພາບ ເຊິ່ງຈະຊ່ວຍໃຫ້ທ່ານກ້າວເຂົ້າຫ້ອງສຳພາດໄດ້ຢ່າງໝັນໃຈ

 

  • ຢ່າເບິ່ງຕົວເອງໃນແງ່ລົບ  ຫາກສະໝັກວຽກໄແລ້ວ ຍັງບໍ່ໄດ້ວຽກຈັກເທື່ອ ທ່ານອາດເລີ່ມທໍ້ໃຈ ແລະ ເບິ່ງຕົວເອງໃນແງ່ລົບ ວ່າບໍ່ມີຄວາມສາມາດ ບໍ່ມີໃຜຕ້ອງການ ແຕ່ແທນທີ່ທ່ານຈະຄິດແນວນັ້ນ ໃຫ້ລອງປ່ຽນທັດສະນະຄະຕິ ບອກຕົວເອງວ່າ “ໝືນີ້ຂ້ອຍຍັງບໍ່ພົບ ວຽກທີ່ເໜາະສົມ ແຕ່ມື້ໜຶ່ງຂ້ອຍຈະສາມາດຫາວຽກທີ່ເໝາະສົມໄດ້ແນ່ນອນ”

 

Cr: th.jobsdb.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now