ການພິຈາລະນາ Cover Letter ຢ່າງມີປະສິດທິພາບ

timer

remove_red_eye 0 views


cvConnect.la - ການພິຈາລະນາ Cover Letter ຢ່າງມີປະສິດທິພາບ

ການໃຫ້ຄວາມສຳຄັັນໃນການພິຈາລະນາ Cover Letter  ຊ່ວຍໃຫ້ທ່ານປະຢັດເວລາໃນການຄັດເລືອກຜູ້ສະໝັກວຽກໄດ້ຫຼາຍ ເພາະໃນ Cover Letter ຈະເປັນການສະຫຼຸບຄຸນສົມບັດ ທັກສະ ແລະ ບຸກຄະລິດລັກສະນະຂອງຜູ້ສະໝັກ ລວມເຖິງການດຶງເອົາຈຸດເດັ່ນທີ່ສອດຄ່ອງກັບ ຕຳແໜ່ງວຽກ ອອກມານຳສະເໜີເພື່ອເຊີນຊວນໃຫ້ HR ເກີດຄວາມສົນໃຈຢາກອ່ານ Resume  ຂອງຕົນເພາະສະນັ້ນການພິຈະລນາ Cover Letter ຈຶ່ງເປັນເລື່ອງທີ່ສຳຄັນຫຼາຍໃນການ ຄັດເລືອກຜູ້ສະໝັກ

ຄວນເບິ່ງຫຍັງໃນ Cover Letter

 

  • ພິຈະລະນາ Cover Letter ທີ່ມີການຮຽບຮຽງເປັນຢ່າງດີ ມີຄວາມເປັນລະບຽບຮຽບຮ້ອຍໜ້າອ່ານ Cover Letter ທີ່ມີຂໍ້ມູນທີ່ໜ້າສົນໃຈສະແດງເຖິງຄວາມຕັ້ງໃຈຂອງຜູ້ສະໝັກ
  • ໂຕສະກົດ ແລະ ໄວຍາກອນທີ່ຖືກຕ້ອງສະແດງເຖິງການເອົາໃຈໃສ່ ແລະ ໃຫ້ເວລາກັບການຂຽນຈົດໝາຍແນະນຳໂຕຜູ້ສະໝັກ
  • ໃນທາງກົງກັນຂ້າມການສະກົດຜິດ ແລະ ຄວາມບໍ່ຮຽບຮ້ອຍຂອງ Cover Letter ສະແດງວ່າຜູ້ສະໝັກບໍ່ໄດ້ໃຫ້ຄວາມສຳຄັນກັບການສ້າງຄວາມປະທັບໃຈແກ່ HR ກັບ ຜູ້ສະໝັກຍັງບໍ່ເຄີຍຮູ້ຈັກກັນມາກ່ອນ Cover Letter ຈຶ່ງປຽບສະເໝືອນຕົວແທນຂອງຜູ້ສະໝັກທີ່ນຳສະເໜີຕົວຕົນໃຫ້ HR ຮູ້ຈັກ

          ດັ່ງນັ້ນ Cover Letter ຈຶ່ງເປັນສິ່ງໜຶ່ງທີ່ສະທ້ອນເຖິງບຸກຄະລິກຂອງຜູ້ສະໝັກ ວ່າເປັນຄົນລະອຽດຮອງຄອບຫຼືບໍ່ ຮວມເຖິງສະທ້ອນຄວາມສາມາດໃນການເຮັດວຽກ ແລະ ຄວາມຄິດຂອງຜູ້ສະໝັກຜ່ານສິ່ງທີ່ຂຽນໄດ້ອີກດ້ວຍ

ເທັກນິກການພິຈາລະນາ Cover Letter

  • ຜູ້ສະໝັກຄວນລະບຸຕຳແໜ່ງທີ່ສະໝັກໃຫ້ຊັດເຈນ ຊຶ່ງຄວນລະບຸໃວ້ຕັ້ງແຕ່ປະໂຫຍກທຳອິດຂອງຈົດໝາຍ ແຕ່ຖ້າຜູ້ສະໝັກບໍ່ໄດ້ລະບຸຕຳແໜ່ງ ແລະ ປ່ອຍໃຫ້ທ່ານຄາດເດົາເອົາເອງ
  • ຢ່າເສຍດາຍທີ່ຈະຄັດຈົດໝາຍສະບັດນັ້ນຖິ້ມໄປ
  • ພິຈາລະນາວ່າຍ້ອນຫຍັງຈຶ່ງສົນໃຈ ສະໝັກວຽກ ໃນຕຳແໜ່ງດັ່ງກ່າວ ເພື່ອເບິ່ງວ່າເຂົາມີຄວາມຄິດແນວໃດກັບການເຮັດວຽກ
  • ຫາກຕຳແໜ່ງວຽກທີ່ທ່ານເປີດຮັບລະບຸທັກສະສະເພາະ ຫຼື ປະສົບການ ຫຼືຄວາມສາມາດພິເສດອື່ນ ທ່ານຄວນພິຈະລະນາທັກສະ ຄວາມສາມາດທີ່ຜູ້ສະໝັກມີສອດຄ່ອງກັບຕຳແໜ່ງວຽກທີ່ເປີດຮັບຫຼືບໍ່
  • ພິຈະລະນາການລົງທ້າຍຈົດໝາຍຂອງຜູສະໝັກ ຊຶ່ງຄວນສະແດງຄວາມກະຕືລີລົ້ນໂດຍລະບຸເຖິງຄວາມຄາດຫວັງທີຈະໄດ້ຮັບການຕິດຕໍ່ກັບເຊັ່ນ: “I look forward to having an opportunity to discuss my qualifications further at your earliest convenience.”

 

  • ເມື່ອທ່ານໄດ້ອ່ານ Resume ຂອງຜູ້ສະໝັກ ຂໍແນະນຳໃຫ້ທ່ານກັບມາອ່ານ Cover Letter ອີກຄັ້ງວ່າມີຄວາມສອດຄ່ອງກັບ Resume ຫຼືບໍ່ ຊຶ່ງຫຼາຍຄັ້ງອາດພົບສິ່ງຜິດປົກກະຕິ ເຊັ່ນໃນ Resume ບອກວ່າເຄີຍຜ່ານວຽກມາແລ້ວ ແຕ່ໃນ Cover Letter ພັດລະບຸວ່າ ກຳລັງສຳເລັດການສຶກສາ ໃນກໍລະນີ້ນີ້ ຫາກທ່ານບໍ່ໄດ້ຮັບການອະທິບາຍຖຶງປະຫວັດການເຮັດວຽກໃນອາດີດຢ່າງຊັດເຈນຄວນຫາຜູ້ສະໝັກຄົນອື່ນໜ້າຈະດີກວ່າ

 

          ມີຜູ້ສະໝັກຈຳນວນຫຼາຍທີ່ຍັງຄິດວ່າ Cover Letter ເປັນພຽງໜ້າປົກ ຈຶ່ງບໍ່ໄດ້ໃຫ້ຄວາມສຳຄັນ ແລະ ບໍ່ໃຊ້ເວລາໃນການຂຽນເທົ່າທີ່ຄວນແຕ່ HR ມືອາຊີບບໍ່ໄດ້ຄິດແນວນັ້ນເຂົາພິຈາລະນາຜູ້ສະໝັກທັງໃນເລື່ອງທີ່ຖືວ່າເລັກນ້ອຍ ທັງນີ້ເພາະເລັກນ້ອຍນັ້ນສາມາດສະທ້ອນເຖິງປະສິດທິພາບໃນການເຮັດວຽກຂອງຜູ້ສະໝັກໄດ້ ດັ່ງນັ້ນ  HR ທີ່ດີ ຈຶ່ງບໍ່ຄວນເບິ່ງຂ້າມຄວາມສຳຄັນຂອງການພິຈາລະນາ  Cover Letter ເພື່ອຄັດເລືອກຜູ້ສະໝັກທີ່ມີປະສິດທິພາບຢ່າງທີ່ອົງກອນຕ້ອງການ

 

 

Cr: th.jobsdb.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now