ຄຳຕອບເອົາໂຕລອດຈາກ 9 ຄຳຖາມສຳພາດວຽກ

timer

remove_red_eye 0 views


cvConnect.la - ຄຳຕອບເອົາໂຕລອດຈາກ 9 ຄຳຖາມສຳພາດວຽກ

 

ຫຼາຍຄັ້ງ ຄຳຖາມ ໃນການສຳພາດ ກ່ອນຮັບເຂົ້າເຮັດວຽກ ສ້າງຄວາມຕື່ນເຕັ້ນ ຈົນຫຼາຍຄົນບໍ່ຜ່ານ ການສຳພາດວຽກ ຊ່ວຍໃຫ້ບໍລິສັດຜູ້ຈ້າງ ຮູ້ຈັກພະນັກງານໃໝ່ທີ່ຈະຮັບເຂົ້າມາຮ່ວມງານ ທັງໃນດ້ານວິຊາຄວາມຮູ້ ທັດສະນະຄະຕິ ຈົນເຖິງລັກສະນະນິໄສສ່ວນໂຕ

 

ລອງອ່ານຄຳຖາມທັງ 9 ຂໍ້ຕໍ່ໄປນີ້ ພ້ອມຄຳຕອບ ທີ່ມີໃວ້ໃຫ້ ທ່ານຮູ້ສຶກແນວໃດ ກັບຄຳຕອບເຫຼົ່ານັ້ນ

 

1. ເລົ່າເລື່ອງກ່ຽວກັບໂຕເຈົ້າໃຫ້ຟັງແນ່?

(ຄຳຕອບທີ່ຖືກ)

“ຂ້ອຍມີປະສົບການ ຄຸ້ມຄອງດ້ານການພັດທະນາ ກົນລະຍຸດທາງການຕະຫຼາດຢ່າງກວ້າງຂວາງ ລວມທັງກວດສອບການອອກແບບຜະລິດຕະພັນໃໝ່”

(ຄຳຕອບທີ່ຜິດ) 

 “ຂ້ອຍກະເປັນຄືກັບຄົນທົ່ວໄປຫັນແຫຼະ”

 “ຂ້ອຍເປັນແບັດແມນ”

 

2. ແມ່ນຫຍັງຄືຂໍ້ເສຍທີ່ສຸດໃນຕົວເຈົ້າ

(ຄຳຕອບທີ່ຖືກ)  

“ຂ້ອຍເປັນຄົນທີ່ມັກໃນ ຄວາມສົມບູນແບບ ແລະ ມີຄວາມພາກພູມໃຈໃນໜ້າທີ່ການງານ ທີ່ຕ້ອງມີຄວາມຮັບຜິດຊອບສູງ”

(ຄຳຕອບທີ່ຜິດ) 

 “ຂ້ອຍຢູ່ຊື່ືໆບໍ່ເປັນ”

 

3. ຍ້ອນຫຍັງເຈົ້າຈຶ່ງຕັດສິນໃຈ ອອກຈາກວຽກເກົ່າ

(ຄຳຕອບທີ່ຖືກ)  

“ຄວາມສາມາດຂອງຂ້ອຍ ມີຫຼາຍກວ່າຕຳແໜ່ງເກົ່າ ທີ່ບໍລິສັດສະເໜີໃຫ້”

(ຄຳຕອບທີ່ຜິດ)

“ຂ້ອຍມີບັນຫາເລັກນ້ອຍກ່ຽວກັບຂໍ້ຕົກລົງການວ່າຈ້າງ”

 “ນະໂຍບາຍການລ້າງມືທີ່ເຂັ້ມງວດເກີນໄປ”

 “ເພື່ອນຮ່ວມງານຖາມນັ້ນນີ້ເກີນໄປ”

 

 

4. ຖ້າເຈົ້າກັບຫົວໜ້າເກີດຂັດ ເລື່ອງການເຮັດວຽກລະຫວ່າງກັນ ເຈົ້າຈະຈັດການແນວໃດ?

(ຄຳຕອບທີ່ຖືກ)  

“ຂ້ອຍເຊື່ອວ່າ ການສື່ສານທີ່ຕົງໄປຕົງມາຈະເຮັດໃຫ້ ຜ່ານບັນຫາໄປໄດ້”

(ຄຳຕອບທີ່ຜິດ)

“ຂ້ອຍຈະໃຊ້ນະໂຍບາຍຄວາມສຳພັນສ່ວນຕົວເຂົ້າຊ່ວຍ”

 

 

5. ເຈົ້າຕ້ອງການເງິນເດືອນເປັນຄ່າຕອບແທນເທົ່າໃດ?

(ຄຳຕອບທີ່ຖືກ)  

“ຄວນຈະທຽບກັບອັດຕາທົ່ວໄປໃນປັດຈຸບັນ”

(ຄຳຕອບທີ່ຜິດ)

“ຂ້ອຍບໍ່ຮູ້ ແລ້ວເຈົ້າຈະໃຫ້ເທົ່າໃດ”

 

6. ເຈົ້າເຄີຍເຮັດວຽກໃຫ້ກັບລະດັບຜູ້ຈັດການ ທີ່ເຮັດວຽກນຳຍາກບໍ່?

(ຄຳຕອບທີ່ຖືກ)  

“ປົກກະຕິ ມີນິໄສເຂົ້າກັບຄົນອື່ນໄດ້ດີ”

(ຄຳຕອບທີ່ຜິດ)

“ກະເຄີຍ ແຕ່ຮັບຮອງໄດ້ ບໍ່ມີບັນຫາແນ່ນອນ”

 

7. ເຈົ້າສິສະເໜີຂາຍ ບ່ອນໜີບເຈ້ຍ ໂຕນີ້ໃຫ້ກັບລູກຄ້າແນວໃດ

(ຄຳຕອບທີ່ຖືກ)  

“ຄວນຈະລວບລວມການວິໃຈ ທາງການຕະຫຼາດໃຫ້ຫຼາຍ ເປັນເລື່ອງທຳອິດ”

(ຄຳຕອບທີ່ຜິດ)

“ຍື່ນຂໍ້ສະເໜີໃນສິ່ງທີ່ຄົນຊື້ບໍ່ສາມາດປະຕິເສດໄດ້”

 “ຈ້າງພະນັກແນະນຳທີ່ເປັນຜູ້ຍິງ ລູກຄ້າພ້ອມຈະເອີອໍໄປກັບຄົນຂາຍງາມ”

 

8. ລອງສະແດງໃຫ້ພວກເຮົາເຫັນເຖິງຄວາມມີອາລົມມ່ວນຊື່ນຂອງເຈົ້າ

(ຄຳຕອບທີ່ຖືກ)  

“ໃນຊ່ວງເວລາທີ່ຍາກລຳບາກ ຂ້ອຍຍັງພໍຫາຮອຍຍິ້ມໄດ້ ໃນສະຖານະການນັ້ນ”

(ຄຳຕອບທີ່ຜິດ)

“ຂ້ອຍຢູ່ຕໍ່ໜ້າເຈົ້າແລ້ວເປັນຫຍັງ...”

 

9. ເປັນຫຍັງພວກເຮົາຄວນຈ້າງເຈົ້າ?

(ຄຳຕອບທີ່ຖືກ)  

“ຂ້ອຍສາມາດຊ່ວຍວຽກບໍລິສັດທ່ານໄດ້”

(ຄຳຕອບທີ່ຜິດ)

 “ເພາະບໍລິສັດມັກຄວາມສາມາດຂອງຂອງຂ້ອຍ”

 

 

Cr: engfanatic.tumcivil.com

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now