ເບື້ອງຫຼັງຄວາມສຸກຂອງທຸກຄົນ ອາຊີບທີ່ບໍ່ໄດ້ພັກໃນຊ່ວງປີໃໝ່ລາວ

timer

remove_red_eye 0 views


cvConnect.la - ເບື້ອງຫຼັງຄວາມສຸກຂອງທຸກຄົນ ອາຊີບທີ່ບໍ່ໄດ້ພັກໃນຊ່ວງປີໃໝ່ລາວ

       

          ປີໃໝ່ລາວໄດ້ຫຍັບຈໍ້ມໍ່ເຂົ້າມາແລ້ວ ເປັນໄລຍະພັກຍາວທີ່ຫຼາຍຄອບຄົວວາງແຜນທີ່ຈະເດີນທາງໄປທ່ຽວຕາມສະຖານທີ່ຕ່າງໆ ບາງຄົນກໍ່ກັບຖິ່ນຖານບ້ານເກີດເພື່ອໄປຫາຄອບຄົວພໍ່ແມ່ຍາດພີ່ນ້ອງເປັນເວລາທີ່ດີຂອງທຸກຄອບຄົວເປັນຢ່າງຍິ່ງ

 

          ແຕ່ເບື້ອງຫຼັງຄວາມສຸກນັ້ນ ໃຜເຄີຍຄິດແດ່ວ່າຍັງມີອີກຫຼາກຫຼາຍອາຊີບບໍ່ໄດ້ພັກຄືເຮົາ ຍັງຄົງຮັບຜິດຊອບໃນໜ້າທີ່ວຽກງານຂອງຕົນເອງຢູ່ ເພື່ອອຳນວຍຄວາມສະດວກໃຫ້ກັບຜູ້ທີ່ຕ້ອງການເດີນທາງທ່ອງທ່ຽວໃນໄລຍະປີໃໝ່ ເຊິ່ງມີຄົນຈຳນວນໜຶ່ງທີ່ເຮັດວຽກໃນອາຊີບຕ່າງໆເຊັ່ນ:

 

  • ອາຊີບຕຳຫຼວດ,ທະຫານ,ພະນັກງານຮັກສາຄວາມປອດໄພ,ແພດໝໍ ແລະ ອາສາສະໝັກກູ້ໄພ ອາຊີບເຫົ່ານີ້ແມ່ນປຽບເໝືອນຜ້າຮອງໃນຍາເກີດອຸບັດຕິເຫດ

ຕົວຢ່າງ:ອາຊີບຕຳຫຼວດນີ້ເປັນທີ່ຮູ້ຈັກກັນດີເລີຍວ່າຈະມີຄຳສັ່ງຫ້າມຂາດ, ຫ້າມລາ ໃນໄລຍະປີໃໝ່ລາວຢ່າງເດັດຂາດຮູ້ແບບນີ້ແລ້ວເຮົາຄົງເບິ່ງອາຊີບຕຳຫຼວດໃນແງ່ທີ່ດີຂື້ນບໍ່ໜ້ອຍເລີຍ

 

 

  • ອີກກຸ່ມອາຊີບທີ່ບໍ່ໄດ້ພັກໃນໄລຍະປີໃໝ່ລາວເຊັ່ນກັນກໍ່ຄື ວຽກບໍລິການຕ່າງໆເຊັ່ນ:ພະນັກງານໂຮມແຮມ, ພະນັກງານຮ້ານອາຫານ, ພະນັກງານໃນຫ້າງ, ຄົນຂັບລົດສາທາລະນະ, ນັກບິນ, ພະນັກງານບໍລິການເທິງຍົນ, ໃນພະງານໃນຮ້ານມິນິມາກຕ່າງໆລວມເຖິງພະນັກງານທີ່ເຮັດວຽກຕາມສະຖານທີ່ທ່ອງທ່ຽວຕ່າງໆ ເຊັ່ນສວນນ້ຳ ອາຊີບເຫຼົ່ານີ້ພັກບໍ່ໄດ້ເລີຍເພາະໄລຍະປີໃໝ່ເປັນໄລຍະທ່ອງທ່ຽວ ຄົນທີ່ເຮັດວຽກອາຊີບເຫຼົ່ານີ້ຈຳເປັນຕ້ອງຢູ່ເຮັດວຽກເພື່ອໃຫ້ບໍລິການທີ່ດີທີ່ສຸດ ແກ່ນັກທ່ອງທ່ຽວທີ່ໜາຕາໃນຍາມປີໃໝ່ບາງອາຊີບຍັງຕ້ອງຮັບພະນັກງານເພື່ອເພີ່ມການຮອງຮັບລູກຄ້າທີ່ຫຼາຍຂື້ນຊ້ຳ

 

  •       ນອກເໜືອຈາກນັ້ນຍັງມີຫຼາຍອາຊີບ ທີ່ຕ້ອງເຮັດວຽກໃນໄລຍະປີໃໝ່ເຊັ່ນ: ຊ່າງແປງຈັກໂຮງງານ ໂຮງງານສ່ວນຫຼາຍເລືກທີ່ຈະຢຸດການຜະລິດ ໃນຊ່ວງພັກຍາວ ເພື່ອຈະບຳລຸງຮັກສາເຄື່ອງຈັກໃນຄາວດຽວເລີຍ ດັ່ງນັ້ນຈຶ່ງເປັນເລື່ອງທີ່ຫຼີກລ່ຽງບໍ່ໄດ້ທີ່ພະນັກງານສ້ອບແປງຈະຕ້ອງເຮັດວຽກໃນມື້ພັກປີໃໝ່ລາວ

 

  •       ອີກອາຊີບ ຄື ນັກຂ່າວນັກຈັດລາຍການ ກໍ່ບໍ່ໄດ້ພັກເພາະຂ່າວສານເກີດຂື້ນໄດ້ທຸກສະຖານທີ່ທຸກເວລາ ໂດຍສະເພາໄລຍະປີໃໝ່ລາວຈະມີຂ່າທີ່ໜ້າສົນໃຈຕ່າງໆ ເກີດຂື້ນຫຼາຍບໍ່ວ່າຈະເປັນການຈັດກິດຈະກຳໃນສພຖານທີ່ຕ່າງໆ ຫຼື ຂ່າວອຸບັດຕິເຫດ ຈຳເປັນຕ້ອງມີນັກຂ່າວໄປປະຈຳຢູ ເພື່ອສາມາດສະເໜີຂ່າວໄດ້

 

  • ການເປັນສ່ວນໜຶ່ງທີ່ຊ່ວຍເຫຼືອ ສັງຄົມ, ອົງກອນ ຫຼື ບໍລິສັດທີ່ເຮັດວຽກຢູ່ໃນຊ່ວງປີໃໝ່ເຮັດໃຫ້ເຮົາເກີດຄວາມພູມໃຈທີ່ໄດ້ເຮັດຫຍັງເພື່ອຜູ້ອື່ນ ເຮົາເອງກໍ່ມີຄວາມສຸກໃຈໄປນຳ ແລະ ມີກຳລັງໃຈໃນການເຮັດວຽກຕໍ່ໄປ
Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now