ຂຽນຊີວະປະຫວັດແນວໃດໃຫ້ໜ້າສົນໃຈ

timer

remove_red_eye 0 views


cvConnect.la - ຂຽນຊີວະປະຫວັດແນວໃດໃຫ້ໜ້າສົນໃຈ

ມື້ນີທາງ cvConnect ຂອງພວກເຮົາຈະມາແນະນຳວິທີການຂຽນຊີວະປະຫວັດແນວໃດໃຫ້ໜ້າສົນໃຈ

1.ຮູບພາບ
ຖ້າເວົ້າເຖິງຮູບທີ່ເຮົາຈະຕິດໄປຢູ່ໃນໃບສະໝັກນັ້ນຕ້ອງຢູ່ໃນຄວາມເໝາະສົມເລືອກຮູບທີ່ຄິດວ່າເໝາະສົມທີ່ສຸດສຳຫຼັບໂຕເອງ ພື້ນຫຼັງຂອງຮູບທີ່ຖ່າຍນັ້ນຄວນເປັນພື້ນສີຂາວ ແລະການເລືອກວາງຕຳແໜ່ງຮູບນັັ້ນຄວນເປັນມູມຂວາເຖິງສຸດ


2.ຊື່ ແລະ ນາມສະກຸນ
ຊື່ນັ້ນສຳຄັນຫລາຍເພາະເປັນຈຸດທີ່ຈະເເນມເຫັນເປັນຈຸດທີ່ສອງ ຮອງຈາກຮູບຂອງເຮົາທີ່່ຂັດໄປກັບໃບສະໝັກນັ້ນ ຄວນຂະຢູ່ມູມຂວາເທິງສຸດນັ້ນເຊັ່ນດຽວກັນ


3.ຂໍ້ມູນສ່ວນຕົວ
ຂໍ້ມູນສ່ວນຕົວທີ່ຈະເຮັດໃຫ້ HR ຕິດຕໍ່ກັບຫາຜູ້ສະໝັກໄດ້ງ່າຍ ເຊັ່ນ ອີເມວ, ເບີໂທຕິດຕໍ່ ເພື່ອທີ່ຈະຕິດຕໍ່ຫາໄດ້ງ່າຍ


4.ປະຫວັດການສຶກສາ

ຂຽນເລີ່ມຈາກອາດີດມາເຖິງປັດຈຸບັນ


5.ປະຫວັດການເຮັດວຽກ

ທີ່ຜ່ານມາເຄີຍເຮັດຢູ່ໃສຕໍາເເໜ່ງຫຍັງ ຂຽນໃສ່ໃຫ້ຄົບຖ້ວນ ຫລື ນັກສຶກສາທີ່ຫາກະຈົບໃໝ່ທີ່ຍັງບໍ່ເຄີຍມີປະສົບການສາມາດຂຽນສີ່ງທີ່ໂຕເອງເຄີຍໄປງ່ວມງານມາເຊັ່ນ: ການໄປເປັນອາສາສະໝັກໂຄງການນຳໂຄງ ໄດ້ແລກປ່ຽນທອນການສຶກສາໃນໄລຍະເວລາທີ່ສັນ ກໍ່ສາມາດຂຽນໃສ່ໄດ້ເຊັ່ນດຽວກັນ ເພາະຍັງເປັນອີກທາງທີ່ຊ່ວຍໃຫ້ ໃບສະໝັກນັ້ນຫວ່າງເປົ່າຈົນເກີນໄປ 


6.ສິ່ງທີ່ທະນັດ

ໃນກໍລະນີທີ່ເຮົາມີຄວາມຮູ້ເພີ່ມເຕີມຫຍັງແນ່ ສາມາດເຮັດຫຍັງໄດ້ແນ່ນອກຈາກສາຍທີ່ເຮົາຮຽນມາ ເຊັ່ນຮຽນຈົບສາຍບັນຊີມາ ແຕ່ມີຄວາມຮູ້ທາງດ້ານສ້ອມແປງ ຄອມພິວເຕີ້ຫລື ການອອກແບບແຕ້ມແບບ ກຼາບຟິກ ຫຼືຄວາມທາງດ້ານອື່ນກໍສາມາດຂຽນລົງໃສ່ຕື່ມໄດ້ເພື່ອໃບສະໝັກຈະໄດ້ເປັນທີ່ໜ້າສົນໃຈຫຼາຍຂື້ນ


7.ເກັບລາຍລະອຽດກວດຄວາມຮຽບຮ້ອຍ

ຮູບພາບໂຕໜັງສືອັກຄະຫຼະຖືກຕ້ອງຫຼືບໍ່ ການນຳໂຕເອງທີ່ຂຽນລົງໄປໃນໃບສະໝັກນັ້ນມັນໂອເຄຕາມສິ່ງທີ່ຕົນເອງຄິດຫຼືບໍ່ສະນັ້ນຕ້ອງລະອຽດ ແລະ ຮອບຄອບ

 

8. ຂຽນໃຫ້ຍາວໆ ແລະ ຫຼາຍໆ

ເມື່ອ HR ເບິ່ງຊີວະປະຫວັດເພິ່ນຈາກເບິ່ງຈາກປະສົບການເປັນຫຼັກ ແຕ່ໃນກໍລະນີຄົນທີ່ບໍ່ມີປະສົບການແນະນຳໃຫ້ບັນລະລາຍລາຍລະອຽດຂອງໂຕເອງໃຫ້ຫຼາຍທີ່ສຸດ ເພື່ອໃຫ້ເບິ່ງຄືວ່າທ່ານນັ້ນມີຄວາມເອົາໃຈໃສ່ໃນການຂຽນ ເຊິ່ງຈະບົ່ງບອກໂຕຕົນຂອງທ່ານວ່າເປັນຄົນຕັ້ງໃຈໃນການເຮັດວຽກ ແລະ ຕ້ອງບໍ່ເວົ້າໃຫ້ນ້ຳຖ່ວມທົ່ງຫຼາຍ ໃຫ້ເນັ້ນສາລະສຳຄັນເທົ່ານັ້ນ

 

ສິ່ງທີ່ສຳຄັນທີ່ສຸດຄືເລື່ອງຄວາມສາມາດຂອງຜູ້ສະໝັກນັ້ນແຫຼະ ຖ້າຫາກຂຽນປະຫວັດນ່າສົນໃຈປານໃດ ແຕ່ເມື່ອໄປເຮັດວຽກແລ້ວບໍ່ສາມາດເຮັດໄດ້ກໍ່ບໍ່ມີປະໂຫຍດຫຍັງ ຜູ້ສະໝັກຕ້ອງຝຶກຝົນໂຕເອງໃນການເຮັດວຽກ ແລະ ໝັ້ນສຶກສາຫາຄວາມຮູ້ໃໝ່ຕະຫຼອດ ແລ້ວວຽກຈະແລ່ນຫາທ່ານເອງ

 

Tags:

Share on your timeline:


ac_unit Our Sponsored

Leaving your resume

Create your Resume , we'll let employers find your resume so that will increase your opportunity to get job

mode_edit Create Now